Skip to content
BibleKenya

Biblica® Open Lao Contemporary Version

ເຊກາຣີຢາ 3

ເຄື່ອງ​ແຕ່ງ​ກາຍ​ສະອາດ​ສຳລັບ​ມະຫາ​ປະໂລຫິດ

ແລ້ວ​ເທວະດາ​ອົງ​ນັ້ນ​ໄດ້​ສະແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ມະຫາ​ປະໂລຫິດ​ໂຢຊວຍ1 ຢືນ​ຢູ່​ຕໍ່ໜ້າ​ເທວະດາ​ຂອງ​ພຣະເຈົ້າ​ຢາເວ, ແລະ ຊາ​ຕານ2 ຢືນ​ຢູ່​ຂວາ​ມື​ຂອງ​ເພິ່ນ​ເພື່ອ​ກ່າວ​ຫາ​ເພິ່ນ. ພຣະເຈົ້າ​ຢາເວ​ໄດ້​ກ່າວ​ກັບ​ຊາຕານ​ວ່າ, “ຊາຕານ! ພຣະເຈົ້າ​ຢາເວ​ຕຳນິ​ເຈົ້າ, ພຣະເຈົ້າ​ຢາເວ​ຜູ້​ເລືອກ​ເຢຣູຊາເລັມ​ຕຳນິ​ເຈົ້າ! ຊາຍ​ຜູ້​ນີ້​ເປັນ​ດົ້ນ​ຟືນ​ຕິດ​ໄຟ​ທີ່​ຖືກ​ດຶງ​ອອກຈາກ​ໄຟ​ບໍ່ແມ່ນ​ບໍ?”

ບັດນີ້​ໂຢຊວຍ​ນຸ່ງ​ເສື້ອ​ຜ້າ​ເປີເປື້ອນ​ຢືນ​ຢູ່​ຕໍ່ໜ້າ​ເທວະດາ​ອົງ​ນັ້ນ. ເທວະດາ​ນັ້ນ​ກ່າວ​ແກ່​ບັນດາ​ຜູ້​ຢືນ​ຢູ່​ຕໍ່​ໜ້າ​ເພິ່ນ​ວ່າ, “ຈົ່ງ​ແກ້​ເສື້ອ​ຜ້າ​ເປີເປື້ອນ​ຂອງ​ເພິ່ນ​ອອກ”.

ຈາກນັ້ນ​ກ່າວ​ກັບ​ໂຢຊວຍ​ວ່າ, “ຈົ່ງ​ເບິ່ງ, ເຮົາ​ໄດ້​ຍົກ​ບາບ​ຂອງ​ເຈົ້າ​ອອກ​ໄປ​ແລ້ວ, ແລະ ເຮົາ​ຈະ​ໃຫ້​ເຈົ້າ​ນຸ່ງ​ເຄື່ອງ​ງົດ​ງາມ”.

ຂ້າພະເຈົ້າ​ຈຶ່ງ​ກ່າວວ່າ, “ຈົ່ງ​ເອົາ​ຜ້າ​ປົກ​ຫົວ​ທີ່​ສະອາດ​ມາ​ປົກ​ໃຫ້​ເພິ່ນ”. ແລ້ວ​ພວກເຂົາ​ກໍ​ປົກ​ຫົວ​ໂຢຊວຍ​ດ້ວຍ​ຜ້າ​ສະອາດ ແລະ ນຸ່ງເຄື່ອງ​ໃຫ້​ເພິ່ນ, ໃນຂະນະ​ທີ່​ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ຢືນ​ຢູ່​ໃກ້ໆ.

ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມອບ​ໜ້າ​ທີ​ແກ່​ໂຢຊວຍ​ວ່າ: “ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ຜູ້​ມີ​ອຳນາດ​ຍິ່ງໃຫຍ່​ຍິ່ງໃຫຍ່​ກ່າວ​ວ່າ: ‘ຖ້າ​ເຈົ້າ​ດຳເນີນ​ດ້ວຍ​ການ​ເຊື່ອຟັງ​ເຮົາ ແລະ ຖື​ຮັກສາ​ກົດບັນຍັດ​ຂອງ​ເຮົາ, ແລ້ວ​ເຈົ້າ​ຈະ​ໄດ້​ຮັບຜິດຊອບ​ວິຫານ​ຂອງ​ເຮົາ ລວມ​ທັງ​ເດີ່ນ​ວິຫານ​ຂອງ​ເຮົາ, ເຮົາ​ຈະ​ໃຫ້​ເຈົ້າ​ດຳເນີນ​ຢູ່​ຕໍ່ໜ້າ​ເຮົາ​ຮ່ວມ​ກັບ​ຄົນ​ເຫລົ່ານີ້​ທີ່​ຢືນ​ຢູ່​ທີ່ນີ້.

“ ‘ຈົ່ງຟັງ, ມະຫາ​ປະໂລຫິດ​ໂຢຊວຍ, ທ່ານ ແລະ ເພື່ອນ​ຮ່ວມ​ງານ​ທີ່​ນັ່ງ​ຢູ່​ຕໍ່​ໜ້າ​ທ່ານ, ພວກທ່ານ​ຜູ້​ເປັນ​ຄົນ​ທີ່​ເປັນ​ສັນຍະລັກ​ບົ່ງ​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ: ເຮົາ​ຈະ​ນຳ​ຜູ້ຮັບໃຊ້​ຂອງ​ເຮົາ​ມາ​ຄື “ກິ່ງ”. ຈົ່ງ​ເບິ່ງ, ສີລາ​ທີ່​ເຮົາ​ຕັ້ງ​ໄວ້​ຕໍ່​ໜ້າ​ໂຢຊວຍ! ສີລາ​ກ້ອນ​ດຽວ​ມີ​ເຈັດ​ຫລ່ຽມ,3 ແລະ​ເຮົາ​ຈະ​ສະຫລັກ​ຄຳ​ຈາ​ລຶກ​ເທິງ​ສີລາ​ນັ້ນ,’ ພຣະເຈົ້າ​ຢາເວ​ອົງ​ມີ​ອຳນາດ​ຍິ່ງໃຫຍ່​ຍິ່ງໃຫຍ່​ກ່າວ​ວ່າ, ‘ແລະ​ເຮົາ​ຈະ​ລຶບ​ບາບ​ຂອງ​ດິນແດນ​ນີ້​ພາຍໃນ​ວັນ​ດຽວ.

“ ‘ໃນ​ວັນ​ນັ້ນ ພວກເຈົ້າ​ແຕ່ລະຄົນ​ຈະ​ເຊີນ​ເພື່ອນບ້ານ​ມາ​ນັ່ງ​ກ້ອງ​ເຄືອ​ອະງຸ່ນ ແລະ ຕົ້ນ​ໝາກເດື່ອ​ຂອງ​ຕົນ,’ ພຣະເຈົ້າ​ຜູ້​ມີ​ອຳນາດ​ຍິ່ງໃຫຍ່​ຍິ່ງ​ໃຫຍ່​ປະກາດ​ດັ່ງນັ້ນ”.

Source notes (3)
  1. Footnote ເປັນ​ອີກ​ຮູບ​ໜຶ່ງ​ຂອງ ເຍຊຸອາ ເຊັ່ນ​ດຽວ​ກັບ​ທີ່​ອື່ນ​ໆ​ໃນ​ພະທຳ​ເຊກາຣີຢາ
  2. Footnote ແປ​ວ່າ ຜູ້​ກ່າວ​ໂທດ
  3. Footnote ຫລື ເຈັດ​ຕາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.