Skip to content
BibleKenya

Biblica® Open Lao Contemporary Version

ເຊກາຣີຢາ 4

ຄັນ​ປະ​ທີບ​ຄຳ ແລະ ຕົ້ນ​ໝາກກອກ​ສອງ​ຕົ້ນ

ແລ້ວ​ເທວະດາ​ທີ່​ສົນທະນາ​ກັບ​ຂ້າພະເຈົ້າ​ກັບ​ມາ​ປຸກ​ຂ້າພະເຈົ້າ, ດັ່ງ​ປຸກ​ໃຫ້​ຕື່ນ​ຈາກ​ຫລັບ. ເທວະດາ​ນັ້ນ​ຖາມ​ຂ້າພະເຈົ້າ​ວ່າ, “ເຈົ້າ​ເຫັນ​ຫຍັງ?”

ຂ້າພະເຈົ້າ​ຕອບ​ວ່າ, “ຂ້ານ້ອຍ​ເຫັນ​ຄັນ​ປະ​ທີບ​ຄຳ ມີ​ຊາມ​ນ້ຳ​ມັນ​ຢູ່​ເທິງ ແລະ ມີ​ຕະ​ກຽງ​ເຈັດ​ດວງ, ໂດຍ​ມີ​ທໍ່​ຕະ​ກຽງ​ເຈັດ​ທໍ່​ສົ່ງ​ນ້ຳ​ມັນ​ໄປ​ຈຸດ​ຕະ​ກຽງ. ມີ​ຕົ້ນ​ໝາກກອກ​ສອງ​ຕົ້ນ​ຢູ່​ໃກ້​ຄັນ​ປະ​ທີບ​ນັ້ນ, ຕົ້ນ​ໜຶ່ງ​ຢູ່​ທາງ​ຂວາ​ມື​ຂອງ​ຊາມ​ນ້ຳ​ມັນ ແລະ ອີກ​ຕົ້ນ​ຢູ່​ທາງ​ຊ້າຍ”.

ຂ້າພະເຈົ້າ​ຖາມ​ເທວະດາ​ທີ່​ສົນທະນາ​ກັບ​ຂ້າພະເຈົ້າ​ວ່າ, “ພຣະອົງ​ເຈົ້າ, ສິ່ງເຫລົ່ານີ້​ແມ່ນຫຍັງ?”

ເທວະດາ​ນັ້ນ​ຕອບວ່າ, “ເຈົ້າ​ບໍ່​ຮູ້ ບໍ ວ່າ​ສິ່ງ​ເຫລົ່ານີ້​ແມ່ນຫຍັງ?”

ຂ້າພະເຈົ້າ​ຕອບ​ວ່າ, “ພຣະອົງ​ເຈົ້າ​ຂ້າ, ຂ້າພະເຈົ້າ​ບໍ່​ຮູ້”.

ເທວະດາ​ນັ້ນ​ຈຶ່ງ​ກ່າວວ່າ, “ນີ້​ແມ່ນ​ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ເຈົ້າ​ກ່າວ​ແກ່​ເຊຣຸບບາເບນ: ‘ບໍ່ແມ່ນ​ດ້ວຍ​ກຳລັງ ບໍ່ແມ່ນ​ດ້ວຍ​ຣິດອຳນາດ, ແຕ່​ໂດຍ​ພຣະວິນຍານ​ຂອງ​ເຮົາ,’ ພຣະເຈົ້າ​ຢາເວ​ຜູ້​ມີ​ອຳນາດ​ຍິ່ງໃຫຍ່​ຍິ່ງ​ໃຫຍ່​ກ່າວ​ດັ່ງນັ້ນ.

“ພູເຂົາ​ທີ່​ຍິ່ງໃຫຍ່​ເອີຍ, ເຈົ້າ​ມີ​ອັນ​ໃດ​ດີ1? ຕໍ່ໜ້າ​ເຊຣຸບບາເບນ​ເຈົ້າ​ຈະ​ຮາບ​ພຽງ​ຄື​ພື້ນ​ດິນ. ແລ້ວ​ເພິ່ນ​ຈະ​ນຳ​ສີລາ​ມູມ​ເອກ​ມາ​ສະຖາປະນາ​ໃນ​ວິຫານ​ທ່າມກາງ​ສຽງ​ໂຫ່​ຮ້ອງ​ວ່າ ‘ຂໍ​ພຣະເຈົ້າ​ອວຍພອນ​ວິຫານ! ຂໍ​ພຣະເຈົ້າ​ອວຍພອນ​ວິຫານ!’ ”

ແລ້ວ​ມີ​ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ມາ​ເຖິງ​ຂ້າພະເຈົ້າ​ວ່າ: “ເຊຣຸບບາເບນ​ໄດ້​ລົງ​ມື​ວາງ​ຖານ​ຮາກ​ຂອງ​ວິຫານ​ແຫ່ງ​ນີ້; ມື​ຂອງ​ເພິ່ນ​ຈະ​ສ້າງ​ຈົນ​ສຳ​ເລັດ. ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ພຣະເຈົ້າ​ຢາເວ​ຜູ້​ມີ​ອຳນາດ​ຍິ່ງໃຫຍ່​ຍິ່ງໃຫຍ່​ໄດ້​ສົ່ງ​ເຮົາ​ມາ​ຫາ​ພວກເຈົ້າ.

“ຜູ້ໃດ​ບັງ​ອາດ​ດູໝິ່ນ​ສິ່ງ​ນ້ອຍໆ​ທີ່ເກີດຂຶ້ນ​ໃນ​ວັນ​ນີ້, ເພາະ​ຕາ​ທັງ​ເຈັດ​ຂອງ​ພຣະເຈົ້າ​ຢາເວ​ທີ່​ເບິ່ງ​ໄປ​ທົ່ວ​ໂລກ​ຈະ​ຊື່ນຊົມຍິນດີ​ເມື່ອ​ເຫັນ​ສີລາ​ມູມ​ເອກ​ທີ່​ຄັດ​ສັນ2 ຢູ່​ໃນ​ມື​ເຊຣຸບບາເບນ?3”

ແລ້ວ​ຂ້າພະເຈົ້າ​ຈຶ່ງ​ຖາມ​ເທວະດາ​ອົງ​ນັ້ນ​ວ່າ, “ຕົ້ນໝາກກອກ​ເທດ​ທັງ​ສອງ​ຕົ້ນ​ທີ່​ຢູ່​ດ້ານ​ຊ້າຍ ແລະ ຂວາ​ຂອງ​ຄັນ​ປະ​ທີບ​ໝາຍ​ເຖິງ​ຫຍັງ?”

ແລະ ຂ້າພະເຈົ້າ​ຖາມ​ອີກວ່າ, “ກິ່ງ​ໝາກກອກ​ທັງ​ສອງ​ກິ່ງ​ທີ່​ຢູ່​ຂ້າງ​ໆ​ທໍ່​ຄຳ​ທັງ​ສອງ​ທີ່​ສົ່ງ​ນ້ຳ​ມັນ​ສີ​ຄໍາ​ໄປ​ຍັງ​ຕະ​ກຽງ​ໝາຍ​ເຖິງ​ຫຍັງ?”

ເທວະດາ​ນັ້ນ​ຕອບ​ວ່າ, “ເຈົ້າ​ບໍ່​ຮູ້​ຄວາມຫມາຍ​ຂອງ​ສິ່ງ​ເຫລົ່ານີ້​ບໍ?”

ຂ້າພະເຈົ້າ​ຕອບ​ວ່າ, “ພຣະອົງ​ເຈົ້າ​ຂ້າ, ຂ້າພະເຈົ້າ​ບໍ່​ຮູ້”.

ດັ່ງນັ້ນ​ເພິ່ນ​ຈຶ່ງ​ກ່າວວ່າ, “ສິ່ງ​ເຫລົ່ານີ້​ໝາຍ​ເຖິງ​ບຸກຄົນ​ທັງ​ສອງ​ທີ່​ໄດ້​ຮັບ​ການ​ເຈີມ​ຕັ້ງ​ໃຫ້4 ເຮັດ​ໜ້າທີ່​ຮັບໃຊ້​ອົງພຣະຜູ້ເປັນເຈົ້າ​ໃນ​ໂລກນີ້”.

Source notes (4)
  1. Footnote ຫລື ເຈົ້າ​ເປັນ​ຜູ້ໃດ
  2. Footnote ຫລື ສາຍ​ດິ່ງ
  3. Footnote ຫລື ຜູ້ໃດ​ບັງ​ອາດ​ດູໝິ່ນ​ສິ່ງ​ເລັກນ້ອຍ​ທີ່​ເກິດ​ຂຶ້ນ​ໃນ​ມື້​ນີ້? ຜູ້​ຄົນ​ຈະ​ຊື່ນ​ຊົມ​ຍິນ​ດີ​ເມື່ອ​ເຫັນ​ສາຍ​ດິ່ງ​ໃນ​ມື​ເຊຣູບາ​ເບັນ “(ຕະ​ກຽງ​ເຈັດ​ດວງ​ນີ້​ຄື​ພະເນດ​ຂອງ​ອົງພຣະຜູ້ເປັນເຈົ້າ​ເຊິ່ງ​ເບິ່ງ​ໄປ​ທົ່ວ​ໂລກ)”
  4. Footnote ຫລື ສອງ​ຄົນ​ຜູ້​ນຳ​ນ້ຳ​ມັນ​ມາ ແລະ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.