Skip to content
BibleKenya

Biblica® Open Lao Contemporary Version

ເຊກາຣີຢາ 5

ໜັງສື​ມ້ວນ​ບິນ​ໄດ້

ຂ້າພະເຈົ້າ​ເບິ່ງ​ອີກ​ຄັ້ງ, ກໍ​ເຫັນ​ໜັງສື​ມ້ວນ​ບິນ​ໄປ.

ເທວະດາ​ຕົນ​ນັ້ນ​ຖາມ​ຂ້າພະເຈົ້າ​ວ່າ, “ເຈົ້າ​ເຫັນ​ຫຍັງ?”

ຂ້າພະເຈົ້າ​ຕອບ​ວ່າ, “ຂ້າພະເຈົ້າ​ເຫັນ​ໜັງສື​ມ້ວນ​ບິນ​ຢູ່, ຍາວ 20 ສອກ ແລະ ກວ້າງ 10 ສອກ1”.

ແລ້ວ​ເທວະດາ​ນັ້ນ​ບອກ​ຂ້າພະເຈົ້າ​ວ່າ, “ນີ້​ແມ່ນ​ຄຳ​ສາບແຊ່ງ​ທີ່​ໄປ​ທົ່ວ​ທັງ​ດິນແດນ; ຕາມ​ທີ່​ມີ​ຂໍ້ຄວາມ​ກ່າວ​ໄວ້​ດ້ານ​ໜຶ່ງ​ວ່າ, ຄົນ​ຂີ້ລັກ​ທຸກຄົນ​ຈະ​ຖືກ​ຂັບໄລ່​ອອກ​ໄປ, ແລະ ອີກ​ດ້ານ​ໜຶ່ງ​ກ່າວ​ວ່າ​ທຸກຄົນ​ທີ່​ສາບານ​ປອມ​ຈະ​ຖືກ​ຂັບໄລ່​ອອກ​ໄປ​ດ້ວຍ. ພຣະເຈົ້າ​ຢາເວ​ຜູ້​ມີ​ອໍານາດ​ຍິ່ງໃຫຍ່​ປະກາດ​ວ່າ, ‘ເຮົາ​ຈະ​ສົ່ງ​ຄຳ​ສາບແຊ່ງ​ນີ້​ອອກ​ໄປ, ແລະ ມັນ​ຈະ​ເຂົ້າໄປ​ໃນ​ບ້ານ​ຂອງ​ຄົນຂີ້ລັກ ແລະ ຄົນ​ທີ່​ສາບານ​ປອມ​ໃນ​ນາມ​ຂອງ​ເຮົາ. ຄຳ​ສາບແຊ່ງ​ນີ້​ຈະ​ຢູ່​ເໜືອ​ບ້ານ​ຂອງ​ຄົນ​ເຫລົ່ານັ້ນ ແລະ ທຳລາຍ​ບ້ານ​ນັ້ນ​ລົງ​ທັງ​ໄມ້ ແລະ ຫີນ’ ”.

ແມ່ຍິງ​ໃນ​ກະຕ່າ

ຈາກນັ້ນ​ເທວະດາ​ທີ່​ສົນທະນາ​ກັບ​ຂ້າພະເຈົ້າ​ນັ້ນ​ອອກ​ມາ​ທາງໜ້າ​ແລະ​ເວົ້າ​ກັບ​ຂ້າພະເຈົ້າ​ວ່າ, “ຈົ່ງ​ເບິ່ງ ແລະ ສັງເກດ​ວ່າ​ແມ່ນຫຍັງ​ກຳລັງ​ຈະ​ເກີດ​ຂຶ້ນ”.

ຂ້າພະເຈົ້າ​ຖາມວ່າ, “ນັ້ນ​ແມ່ນ​ຫຍັງ?”

ເທວະດາ​ນັ້ນ​ຕອບ​ວ່າ, “ມັນ​ຄື​ກະຕ່າ2”. ແລະ ເພິ່ນ​ກ່າວ​ຕໍ່ໄປ​ວ່າ, “ກະຕ່າ​ນີ້​ບັນຈຸ​ຄວາມ​ຊົ່ວ​ຊ້າ3 ຂອງ​ປະຊາຊົນ​ທົ່ວ​ທັງ​ແຜ່ນດິນ”.

ແລ້ວ​ຝາ​ອັດ​ກະຕ່າ​ທີ່​ເຮັດ​ດ້ວຍ​ຕະກົ່ວ​ກໍ​ຖືກ​ຍົກ​ຂຶ້ນ, ແລະ ໃນ​ຖັງ​ນັ້ນ​ມີ​ແມ່ຍິງ​ຄົນ​ໜຶ່ງ​ນັ່ງ​ຢູ່! ເທວະດາ​ນັ້ນ​ກ່າວວ່າ, “ນີ້​ຄື​ຄວາມ​ຊົ່ວ​ຮ້າຍ” ແລ້ວ​ກໍ​ຍູ້​ຍິງ​ນັ້ນ​ລົງ​ໄປ​ໃນ​ກະຕ່າ​ຄື​ເກົ່າ ແລະ ດັນ​ຝາ​ກົ່ວ​ປິດ​ປາກ​ກະຕ່າ.

ຈາກນັ້ນ​ຂ້າພະເຈົ້າ​ເງີຍ​ໜ້າ​ຂຶ້ນ ແລະ ເຫັນ​ແມ່ຍິງ​ສອງ​ຄົນ, ມີ​ປີກ​ຢູ່​ແຂນ​ຂອງ​ພວກເຂົາ! ພວກເຂົາ​ມີ​ປິກ​ຄື​ນົກຍາງ, ແລະ ພວກເຂົາ​ຍົກ​ກະຕ່າ​ນັ້ນ​ບິນ​ຂຶ້ນ​ໄປ​ໃນ​ອາ​ກາດ.

ຂ້າພະເຈົ້າ​ຖາມ​ເທວະດາ​ທີ່​ສົນທະນາ​ກັບ​ຂ້າພະເຈົ້າ​ວ່າ “ຍິງ​ທັງ​ສອງ​ຈະ​ເອົາ​ກະຕ່າ​ໄປ​ໃສ?”

ເທວະດາ​ຕອບ​ວ່າ, “ໄປ​ຍັງ​ດິນແດນ​ບາ​ບີ​ໂລນ4 ເພື່ອ​ສ້າງ​ບ້ານ​ຫລັງ​ໜຶ່ງ​ໃຫ້ມັນ. ເມື່ອ​ສ້າງ​ສຳເລັດ​ແລ້ວ, ກະຕ່າ​ກໍ​ຈະ​ຖືກ​ເກັບ​ໄວ້​ໃນ​ບ່ອນ​ຂອງ​ມັນ”.

Source notes (4)
  1. Footnote ຄື ຍາວ​ປະມານ 9 ແມັດ ແລະ ກວ້າງ​ປະມານ 4,5 ແມັດ
  2. Footnote ພາສາ​ເຮັບເຣີ​ວ່າ ໜຶ່ງ​ເອຟາ ເຊັ່ນ​ດຽວ​ກັບ​ຂໍ້ 7-11
  3. Footnote ຫລື ຮູບ​ຮ່າງ​ລັກສະນະ
  4. Footnote ພາສາ​ເຮັບເຣີ​ວ່າ ຊີນາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.