Biblica® Open Lao Contemporary Version
ເຊກາຣີຢາ 6
ລົດຮົບສີ່ຄັນ
ຂ້າພະເຈົ້າເງີຍໜ້າຂື້ນ, ແລະ ຕໍ່ໜ້າຂອງຂ້າພຣະເຈົ້າແມ່ນລົດມ້າສີ່ຄັນກໍາລັງແລ່ນອອກມາຈາກລະຫວ່າງກາງພູທອງສຳລິດສອງໜ່ວຍ. ລົດມ້າຄັນທຳອິດທຽມມ້າແດງ, ຄັນທີສອງທຽມມ້າດຳ, ຄັນທີສາມທຽມມ້າຂາວ ແລະ ຄັນທີສີ່ທຽມມ້າດ່າງ ມ້າທັງສີ່ມີອໍານາດຫລາຍ. ຂ້າພະເຈົ້າຖາມເທວະດາທີ່ສົນທະນາກັບຂ້າພະເຈົ້າວ່າ, “ພຣະອົງເຈົ້າ, ສິ່ງເຫລົ່ານີ້ແມ່ນຫຍັງ?”
ເທວະດານັ້ນຕອບວ່າ, “ສິ່ງເຫລົ່ານີ້ຄືວິນຍານ1 ທັງສີ່ແຫ່ງຟ້າສະຫວັນ, ເຊິ່ງອອກມາຈາກພະພັກຂອງອົງພຣະຜູ້ເປັນເຈົ້າແຫ່ງໂລກນີ້. ຄັນທີ່ທຽມມ້າດຳຈະໄປຍັງດິນແດນພາກເໜືອ, ຄັນທີ່ທຽມມ້າຂາວໄປທາງຕາເວັນຕົກ,2 ແລະຄັນທີ່ທຽມມ້າດ່າງໄປທາງໃຕ້”.
ເມື່ອມ້າທີ່ມີຣິດອໍານາດເຫລົ່ານັ້ນອອກມາ, ພວກມັນກະຕືລືລົ້ນຢາກຈະໄປທົ່ວໂລກ. ແລະ ເທວະດາກ່າວວ່າ, “ຈົ່ງໄປທົ່ວໂລກ!” ແລ້ວພວກມັນກໍອອກໄປທົ່ວໂລກ.
ແລ້ວເທວະດານັ້ນຮ້ອງບອກຂ້າພະເຈົ້າວ່າ, “ຈົ່ງເບິ່ງ, ພວກທີ່ໄປຍັງດິນແດນພາກເໜືອນັ້ນເຮັດໃຫ້ພະວິນຍານຂອງເຮົາ3 ສະຫງົບນິ້ງໃນດິນແດນພາກເໜືອ”.
ມົງກຸດສຳລັບໂຢຊວຍ
ຖ້ອຍຄໍາຂອງພຣະເຈົ້າຢາເວມາເຖິງຂ້າພະເຈົ້າວ່າ, “ຈົ່ງຮັບເງິນ ແລະ ຄຳຈາກເຮນດາອີ, ໂຕບີຢາ ແລະ ເຢດາອີຢາຊະເລີຍຈາກບາບີໂລນທີ່ຫາກໍ່ມາເຖິງນັ້ນ. ຈົ່ງໄປຍັງເຮືອນຂອງໂຢຊີຢາລູກຊາຍຂອງເຊຟານີຢາໃນມື້ນີ້. ຈົ່ງເອົາເງິນ ແລະ ຄຳນັ້ນໄປເຮັດມົງກຸດ ແລະ ໃສ່ໃຫ້ມະຫາປະໂລຫິດໂຢຊວຍລູກຊາຍຂອງເຢໂຮຊາດັກ. ຈົ່ງບອກລາວວ່ານີ້ແມ່ນສິ່ງທີ່ພຣະເຈົ້າຢາເວຜູ້ມີອຳນາດຍິ່ງໃຫຍ່ອໍານາດກ່າວວ່າ: ‘ນີ້ຄືຜູ້ທີ່ໄດ້ຊື່ວ່າ “ກິ່ງ”, ແລະ ລາວຈະແຕກກິ່ງກ້ານສາຂາຈາກບ່ອນຂອງມັນ ແລະ ສ້າງວິຫານຂອງພຣະເຈົ້າຢາເວ. ລາວຄືຜູ້ທີ່ຈະສ້າງວິຫານຂອງພຣະເຈົ້າຢາເວ, ແລະ ລາວຈະນຸ່ງເຄື່ອງຂອງກະສັດ ແລະ ຈະນັ່ງເທິງບັນລັງ ແລະ ນັ່ງເທິງບັນລັງເຮັດໜ້າທີ່ປົກຄອງ ແລະ ລາວຈະເປັນທັງກະສັດ ແລະ ປະໂລຫິດຢ່າງສັນຕິ’. ໃຫ້ເກັບມົງກຸດນັ້ນໄວ້ໃນວິຫານຂອງພຣະເຈົ້າຢາເວ ເພື່ອເປັນການລະນຶກເຖິງເຮນດາອີ,4 ໂຕບີຢາ, ເຢດາອີຢາ ແລະ ເຮັນ5 ລູກຊາຍຂອງເຊຟານີຢາ. ບັນດາຜູ້ທີ່ຢູ່ໄກຈະມາຊ່ວຍສ້າງວິຫານຂອງພຣະເຈົ້າຢາເວ ແລະ ພວກເຈົ້າຈະຮູ້ວ່າພຣະເຈົ້າຢາເວຜູ້ມີອຳນາດຍິ່ງໃຫຍ່ໄດ້ໃຊ້ເຮົາມາຫາພວກເຈົ້າ. ສິ່ງນີ້ຈະເກີດຂຶ້ນຖ້າພວກເຈົ້າມຸ່ງໝັ້ນເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ”.
Source notes (5)
- Footnote ຫລື ລົມ
- Footnote ຫລື ມ້າທັງຫລາຍທີ່ຕາມມາ
- Footnote ຫລື ວິນຍານຂອງເຮົາ
- Footnote ພາສາເຮັບເຣີວ່າ ເຮເລມ
- Footnote ພາສາເຮັບເຣີວ່າ ເຮນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.