Biblica® Open Lao Contemporary Version
ເຊກາຣີຢາ 7
ຄວາມຍຸຕິທຳ ແລະ ຄວາມເມດຕາ, ບໍ່ແມ່ນການອົດອາຫານ
ໃນປີທີສີ່ແຫ່ງການປົກຄອງຂອງເຈົ້າດາຣິອຸດ, ຖ້ອຍຄໍາຂອງພຣະເຈົ້າຢາເວມາເຖິງເຊກາຣີຢາໃນມື້ທີສີ່ເດືອນທີເກົ້າ, ເດືອນກີຊະເລວ. ປະຊາຊົນເບັດເອນໄດ້ສົ່ງສາເລເຊ ແລະ ເຣເກມເມເຫລກ, ພ້ອມກັບຄົນຂອງພວກເຂົາ, ມາຕອບພຣະເຈົ້າຢາເວ ໂດຍໃຫ້ມາຖາມປະໂລຫິດທີ່ວິຫານຂອງພຣະເຈົ້າຢາເວຜູ້ມີອຳນາດຍິ່ງໃຫຍ່ ແລະ ບັນດາຜູ້ທຳນວາຍວ່າ, “ຂ້າພະເຈົ້າຄວນໄວ້ທຸກ ແລະ ຖືສິນອົດອາຫານໃນເດືອນທີຫ້າ, ດັ່ງທີ່ໄດ້ເຮັດມາຕະຫລອດຫລາຍປີບໍ?”
ຈາກນັ້ນຖ້ອຍຄໍາຂອງພຣະເຈົ້າຢາເວຜູ້ມີອຳນາດຍິ່ງໃຫຍ່ກໍມາເຖິງຂ້າພະເຈົ້າວ່າ: “ຈົ່ງຖາມປະຊາຊົນທັງໝົດ ແລະ ບັນດາປະໂລຫິດວ່າ, ‘ຕະຫລອດເຈັດສິບປີມານີ້ ເມື່ອພວກເຈົ້າຖືສິນອົດອາຫານ ແລະ ອ້ອນວອນໃນເດືອນທີຫ້າ ແລະ ໃນເດືອນທີເຈັດນັ້ນ, ພວກເຈົ້າຖືສິນອົດອາຫານເພື່ອເຮົາແທ້ຈິງບໍ? ແລະ ເມື່ອພວກເຈົ້າກິນ ແລະ ດື່ມ, ພວກເຈົ້າກໍສະຫລອງເພື່ອໂຕເອງບໍ່ແມ່ນບໍ? ສິ່ງເຫຼົ່ານີ້ບໍ່ແມ່ນຖ້ອຍຄໍາຂອງພຣະເຈົ້າຢາເວທີ່ໄດ້ປະກາດຜ່ານບັນດາຜູ້ທຳນວາຍກ່ອນໜ້ານີ້ບໍ ເມື່ອນະຄອນເຢຣູຊາເລັມ ແລະ ຫົວເມືອງທັງຫລາຍໂດຍອ້ອມຍັງຮຸ່ງເຮືອງ ແລະ ສະຫງົບສຸກ, ແລະ ເນເກັບ ແລະ ຕີນພູຕາເວັນຕົກຍັງມີຜູ້ຄົນຕັ້ງຖິ່ນຖານຢູ່ຢ່າງສະຫງົບ?’ ”
ແລະຖ້ອຍຄໍາຂອງພຣະເຈົ້າຢາເວໄດ້ມາເຖິງເຊກາຣີຢາອີກວ່າ: “ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວອົງມີອຳນາດຍິ່ງໃຫຍ່ກ່າວວ່າ: ‘ຈົ່ງຮັກສາຄວາມຍຸຕິທຳທີ່ແທ້ຈິງ; ຈົ່ງສະແດງຄວາມເມດຕາ ແລະ ເຫັນອົກເຫັນໃຈກັນ. ຢ່າກົດຂີ່ຂົ່ມເຫັງແມ່ໝ້າຍ ຫລື ລູກກຳພ້າພໍ່, ຄົນຕ່າງດ້າວ ຫລື ຄົນທຸກຍາກ. ຢ່າມີໃຈຄິດຮ້າຍຕໍ່ກັນ ແລະ ກັນ’.
“ແຕ່ພວກເຂົາປະຕິເສດທີ່ຈະໃຫ້ຄວາມສົນໃຈ; ພວກເຂົາອັດຫູ ແລະ ຫັນຫລັງໃຫ້ເຮົາຢ່າງດື້ດ້ານ. ພວກເຂົາເຮັດໃຈໃຫ້ແຂງກະດ້າງດັ່ງຫີນເຫລັກໄຟ ແລະ ບໍ່ຍອມຟັງກົດບັນຍັດ ຫລື ຖ້ອຍຄຳທີ່ພຣະເຈົ້າຢາເວອົງມີອຳນາດຍິ່ງໃຫຍ່ໄດ້ສົ່ງມາເຖິງພວກເຂົາໂດຍພຣະວິນຍານຂອງພຣະອົງຜ່ານທາງຜູ້ທຳນວາຍຫລາຍຄົນໃນສະໄໝກ່ອນ. ສະນັ້ນພຣະເຈົ້າຢາເວອົງມີອຳນາດຍິ່ງໃຫຍ່ຈຶ່ງໂກດຮ້າຍ.
“ພຣະເຈົ້າຢາເວອົງຊົງຣິດກ່າວວ່າ, ‘ເມື່ອເຮົາກ່າວ, ພວກເຂົາບໍ່ຟັງ; ສະນັ້ນເມື່ອພວກເຂົາຮ້ອງຫາ, ເຮົາກໍຈະບໍ່ຟັງ. ເຮົາໃຊ້ພະຍຸໝຸນເຮັດໃຫ້ພວກເຂົາກະຈັດກະຈາຍໄປເປັນຄົນແປກໜ້າທ່າມກາງຊົນຊາດຕ່າງໆ, ດິນແດນຂອງພວກເຂົາຈະຖືກຖິ້ມຮ້າງຢູ່ທາງຫລັງ. ບໍ່ມີຜູ້ໃດຜ່ານໄປມາ. ນີ້ແມ່ນສິ່ງທີ່ພວກເຂົາເຮັດໃຫ້ດິນແດນອັນໜ້າຊື່ນຊົມກັບຮົກຮ້າງເພພັງ’ ”.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.