Biblica® Open Lao Contemporary Version
ເຊຟານິຢາ 2
ຢູດາ ແລະ ເຢຣູຊາເລັມຖືກພິພາກສາພ້ອມດ້ວຍຊົນຊາດທັງຫລາຍ
ຢູດາຖືກເອີ້ນໃຫ້ກັບໃຈໃໝ່
ຈົ່ງເຕົ້າໂຮມກັນ, ຈົ່ງຮວມຕົວກັນ,
ຊົນຊາດທີ່ໜ້າອັບອາຍ,
ກ່ອນທີ່ດຳລັດຈະມີຜົນບັງຄັບໃຊ້
ແລະ ວັນນັ້ນກໍຜ່ານໄປເໝືອນດັ່ງແກບທີ່ລົມພັດ,
ກ່ອນທີ່ຄວາມໃຈຮ້າຍອັນຮຸນແຮງຂອງພຣະເຈົ້າຢາເວ
ຈະມາເຖິງເຈົ້າ,
ກ່ອນວັນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າຢາເວ
ຈະລົງມາເໜືອເຈົ້າ
ຈົ່ງສະແຫວງຫາພຣະເຈົ້າຢາເວ, ບັນດາຜູ້ຖ່ອມໃຈໃນແຜ່ນດິນ,
ເຈົ້າຜູ້ເຮັດຕາມຄຳສັ່ງຂອງພຣະອົງ.
ຈົ່ງສະແຫວງຫາຄວາມຊອບທຳ, ສະແຫວງຫາຄວາມຖ່ອມຕົວ
ເພື່ອວ່າບາງເທື່ອເຈົ້າຈະໄດ້ບ່ອນກຳບັງ
ໃນວັນແຫ່ງຄວາມໃຈຮ້າຍຂອງພຣະເຈົ້າຢາເວ.
ຟີລິດສະຕິນ
ກາຊາຈະຖືກປະໃຫ້ຮົກຮ້າງ
ແລະ ອາຊະເກໂລນຈະຖືກປ່ອຍໃຫ້ຫັກພັງ.
ໃນເວລາຕອນທ່ຽງ ອາຊະໂດດຈະຖືກເຮັດໃຫ້ຫວ່າງເປົ່າ
ແລະ ເອັກໂຣນຖືກຖອນຮາກ.
ວິບັດແກ່ເຈົ້າ ຜູ້ທີ່ອາໄສຢູ່ແຄມທະເລ,
ຄົນຊາວເຄເຣທີ;
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວໂທດເຈົ້າ,
ການາອານດິນແດນແຫ່ງຊາວຟີລິດສະຕິນ.
ພຣະອົງກ່າວວ່າ, “ເຮົາຈະທຳລາຍເຈົ້າ,
ແລະ ຈະບໍ່ໃຫ້ເຫລືອແມ່ນແຕ່ຄົນດຽວ”.
ດິນແດນແຄມທະເລຈະກາຍເປັນທົ່ງຫຍ້າ
ມີນ້ຳສ້າງສຳລັບບັນດາຄົນລ້ຽງສັດ
ແລະ ມີຄອກສຳລັບຝູງສັດ.
ດິນແດນນັ້ນຈະເປັນ
ຂອງຄົນຢູດາຍທີ່ເຫລືອຢູ່;
ພວກເຂົາຈະພົບທົ່ງຫຍ້າຢູ່ບ່ອນນັ້ນ.
ພວກເຂົາຈະນອນລົງໃນເວລາຄ່ຳ
ໃນເຮືອນຂອງອາຊະເກໂລນ.
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາຈະເບິ່ງແຍງພວກເຂົາ
ພຣະອົງຈະເຮັດໃຫ້ພວກເຂົາຄືນສູ່ສະພາບເດີມ.1
ໂມອາບ ແລະ ອຳໂມນ
“ເຮົາໄດ້ຍິນຄຳໝິ່ນປະໝາດຂອງໂມອາບ
ແລະ ຄຳເຢາະເຢີ້ຍຂອງຊາວອຳໂມນ,
ພວກເຂົາໝິ່ນປະໝາດປະຊາຊົນຂອງເຮົາ
ແລະ ຂົ່ມຂູ່ເອົາດິນແດນຂອງພວກເຂົາ”.
ເຫດສະນັ້ນ, ເຮົາມີຊີວິດຢູ່ຢ່າງແນ່ນອນສັນໃດ,
ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່,
ພຣະເຈົ້າແຫ່ງອິດສະຣາເອນໄດ້ປະກາດວ່າ,
“ໂມອາບຈະເປັນເໝືອນກັບໂຊໂດມ,
ແລະ ຊາວອຳໂມນກໍຈະເປັນເໝືອນກັບໂກໂມຣາຢ່າງແນ່ນອນສັນນັ້ນ
ຄືເປັນແຫລ່ງພືດ ແລະ ບໍ່ເກືອ,
ເປັນດິນແດນທີ່ຮົກຮ້າງຕະຫລອດໄປ.
ປະຊາຊົນຂອງເຮົາທີ່ເຫລືອຢູ່ຈະປຸ້ນພວກເຂົາ;
ຊົນຊາດຂອງເຮົາທີ່ລອດຊີວິດຈະຄອບຄອງດິນແດນຂອງພວກເຂົາ”.
ນີ້ເປັນຜົນຕອບແທນທີ່ພວກເຂົາຈະໄດ້ຮັບຈາກຄວາມຍິ່ງຈອງຫອງຂອງພວກເຂົາ,
ສຳລັບການດູຖູກ ແລະ ເຢາະເຢີ້ຍ
ປະຊາຊົນຂອງພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່.
ພຣະເຈົ້າຢາເວຈະເປັນທີ່ໜ້າຢ້ານກົວສຳລັບພວກເຂົາ
ເມື່ອພຣະອົງທຳລາຍພະທັງປວງຂອງແຜ່ນດິນນັ້ນ.
ປະຊາຊາດທັງຫລາຍທີ່ຢູ່ຫ່າງໄກຈະກົ້ມກາບຕໍ່ພຣະອົງ,
ທຸກຄົນໃນດິນແດນຂອງຕົນ.
ກ່າວໂທດກູເຊ
“ຊາວກູເຊ,2 ເຈົ້າກໍເໝືອນກັນ,
ຈະຖືກປະຫານດ້ວຍດາບຂອງເຮົາ”.
ກ່າວໂທດອັດຊີເຣຍ
ພຣະອົງຈະຢຽດມືຂອງພຣະອົງອອກໄປທາງເໜືອ
ແລະ ທຳລາຍອັດຊີເຣຍ,
ຖິ້ມເມືອງນີເນເວໄວ້ໃຫ້ໂດດດ່ຽວ,
ແລະ ແຫ້ງແລ້ງຄືກັບຖິ່ນແຫ້ງແລ້ງກັນດານ.
ຝູງແບ້, ຝູງແກະ ແລະ ຝູງງົວຈະນອນຢູ່ທີ່ນັ້ນ
ສິ່ງມີຊີວິດທຸກຊະນິດ.
ນົກເຄົ້າທະເລຊາຍ ແລະ ນົກເຄົ້າແມວ
ຈະເກາະຢູ່ທີ່ຊາກເສົາຂອງເມືອງນັ້ນ.
ສຽງຮ້ອງຂອງພວກມັນຈະດັງກ້ອງຜ່ານປ່ອງຢ້ຽມ,
ຊາກຫັກພັງຈະເຕັມປະຕູ
ຄານໄມ້ແປກກໍຈະຖືກຖິ້ມໄວ້ກາງແຈ້ງ.
ນີ້ແມ່ນເມືອງແຫ່ງຄວາມສະໜຸກສະໜານ
ເຊິ່ງອາໄສຢູ່ຢ່າງປອດໄພ.
ມັນເວົ້າກັບຕົນເອງວ່າ,
“ຂ້ອຍນີ້ແຫລະ! ແລະ ບໍ່ມີຜູ້ໃດນອກຈາກຂ້ອຍ”.
ມັນກາຍເປັນຊາກຫັກພັງ,
ເປັນບ່ອນອາໄສຂອງສັດປ່າ!
ທຸກຄົນທີ່ຜ່ານໄປມາກໍເຢາະເຢີ້ຍມັນ
ແລະ ສັ່ນກຳປັ້ນຂອງຕົນ.
Source notes (2)
- Footnote ຫລື ຈະນຳຊະເລີຍຂອງພວກເຂົາກັບຄືນມາ
- Footnote ຄື ຄົນທັງຫລາຍຈາກຝາກເທິງຂອງລຸ່ມແມ່ນ້ຳນິນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.