Biblica® Open Lao Contemporary Version
ເຊຟານິຢາ 1
ຖ້ອຍຄຳຂອງພຣະເຈົ້າຢາເວ ທີ່ມາເຖິງເຊຟານີຢາ ລູກຊາຍຂອງກູຊີ, ຜູ້ເປັນລູກຊາຍຂອງເກດາລິຢາ, ຜູ້ເປັນລູກຊາຍຂອງອາມາຣີຢາ, ຜູ້ເປັນລູກຊາຍຂອງເຮເຊກີຢາ, ໃນຊ່ວງເວລາຂອງການປົກຄອງຂອງໂຢຊີຢາ ລູກຊາຍຂອງອາໂມນ ກະສັດແຫ່ງຢູດາຍມີດັ່ງນີ້:
ການຕັດສິນທົ່ວໂລກໃນວັນຂອງພຣະເຈົ້າຢາເວ
“ເຮົາຈະກວາດລ້າງທຸກສິ່ງ
ອອກໄປຈາກໜ້າແຜ່ນດິນໂລກ”,
ພຣະເຈົ້າຢາເວໄດ້ປະກາດດັ່ງນັ້ນ.
“ເຮົາຈະກວາດລ້າງທັງຄົນ ແລະ ສັດອອກໄປ;
ເຮົາຈະກວດລ້າງນົກໃນອາກາດ
ແລະ ປາໃນທະເລ
ແລະ ຮູບເຄົາລົບທັງຫລາຍທີ່ເຮັດໃຫ້ຄົນຊົ່ວຮ້າຍສະດຸດນັ້ນອອກໄປ”.1
“ເມື່ອເຮົາທຳລາຍມະນຸດທຸກຄົນ
ທີ່ຢູ່ເທິງໜ້າແຜ່ນດິນໂລກ”,
ພຣະເຈົ້າຢາເວໄດ້ປະກາດດັ່ງນັ້ນ,
ກ່າວໂທດຢູດາຍ
“ເຮົາຈະຢຽດມືຂອງເຮົາອອກຕໍ່ສູ້ຢູດາຍ
ແລະ ຕໍ່ສູ້ທຸກຄົນທີ່ຢູ່ໃນເຢຣູຊາເລັມ.
ເຮົາຈະທຳລາຍທຸກການບູຊາພະບາອານທີ່ເຫລືອຢູ່ໃຫ້ໝົດໄປຈາກບ່ອນນີ້,
ແລະ ບັນດາຊື່ຂອງບັນດາປະໂລຫິດທີ່ບູຊາຮູບເຄົາລົບນັ້ນ
ຄືບັນດາຄົນທີ່ກົ້ມຂາບຢູ່ເທິງດາດຟ້າ
ເພື່ອນະມັດສະການດາວຕ່າງໆ,
ບັນດາຜູ້ກົ້ມຂາບລົງ ແລະ ສາບານໂດຍອ້າງພຣະເຈົ້າຢາເວ
ແລະ ອ້າງພະໂມລົກ,2
ບັນດາຜູ້ເຊົາຕິດຕາມພຣະເຈົ້າຢາເວ
ບໍ່ໄດ້ສະແຫວງຫາພຣະເຈົ້າຢາເວ ຫລື ຖາມພຣະອົງ”.
ຈົ່ງສະຫງົບຢູ່ຕໍ່ໜ້າພຣະເຈົ້າຢາເວ ອົງເຈົ້ານາຍ,
ເພາະມື້ແຫ່ງພຣະເຈົ້າຢາເວນັ້ນໃກ້ເຂົ້າມາແລ້ວ.
ພຣະເຈົ້າຢາເວໄດ້ຈັດຕຽມເຄື່ອງບູຊາ;
ພຣະອົງໄດ້ຊຳລະບັນດາຜູ້ທີ່ພຣະອົງເຊີນມານັ້ນໃຫ້ບໍລິສຸດ.
ໃນມື້ຖວາຍເຄື່ອງບູຊາຂອງພຣະເຈົ້າຢາເວນັ້ນ
ເຮົາຈະລົງໂທດບັນດາເຈົ້າໜ້າທີ່
ແລະ ລູກຊາຍຂອງກະສັດ
ແລະ ລົງໂທດຄົນທັງປວງ
ທີ່ປະຕິບັດຕາມທຳນຽມຂອງຄົນຕ່າງຊາດ.
ໃນມື້ນັ້ນເຮົາຈະລົງໂທດ
ທຸກຄົນທີ່ບໍ່ຢຽບຂອບປະຕູເຮືອນ,3
ຜູ້ທີ່ເຮັດໃຫ້ວິຫານຂອງບັນດາພະຂອງຕົນ
ເຕັມໄປດ້ວຍຄວາມຮຸນແຮງ ແລະ ການຫລອກລວງ.
“ໃນມື້ນັ້ນ,”
ພຣະເຈົ້າຢາເວໄດ້ປະກາດໄວ້ວ່າ,
“ຈະມີສຽງຮ້ອງດັງຂຶ້ນມາຈາກປະຕູປາ,
ມີສຽງຮ້ອງໄຫ້ຈາກເຂດທີ່ສ້າງໃໝ່ຂອງຕົວເມືອງ,
ແລະ ມີສຽງກະແທກດັງມາຈາກເນີນພູຕ່າງໆ.
ຈົ່ງຮ້ອງໄຫ້, ເຈົ້າຜູ້ທີ່ອາໄສຢູ່ໃນເຂດຕະຫລາດ;
ພໍ່ຄ້າທັງໝົດຂອງເຈົ້າຈະຖືກກວາດລ້າງໄປ,
ບັນດາພໍ່ຄ້າເຄື່ອງເງິນກໍຈະຖືກທຳລາຍ.
ໃນເວລານັ້ນ ເຮົາຈະຖືຕະກຽງສ່ອງຫາເຢຣູຊາເລັມ
ແລະ ລົງໂທດບັນດາຄົນທີ່ອິ່ມໃຈ,
ຜູ້ທີ່ເປັນຄືເຫລົ້າອະງຸ່ນທີ່ເຫລືອຢູ່ໃນກາກຂອງມັນ,
ຜູ້ທີ່ຄິດວ່າ, ‘ພຣະເຈົ້າຢາເວຈະບໍ່ເຮັດຫຍັງ,
ບໍ່ວ່າດີ ຫລື ຮ້າຍ’.
ຊັບສົມບັດຂອງພວກເຂົາຈະຖືກປຸ້ນ,
ເຮືອນຂອງພວກເຂົາຈະຖືກພັງລົງ,
ເຖິງວ່າພວກເຂົາຈະສ້າງເຮືອນ,
ແຕ່ພວກເຂົາກໍບໍ່ໄດ້ອາໄສຢູ່ໃນນັ້ນ;
ເຖິງວ່າພວກເຂົາຈະປູກສວນອະງຸ່ນ
ແຕ່ພວກເຂົາກໍຈະບໍ່ໄດ້ດື່ມເຫລົ້າອະງຸ່ນ.
ວັນຍິ່ງໃຫຍ່ຂອງພຣະເຈົ້າຢາເວ
“ວັນຍິ່ງໃຫຍ່ຂອງພຣະເຈົ້າຢາເວນັ້ນມາໃກ້ແລ້ວ
ມາໃກ້ ແລະ ຈະມາເຖິງໃນໄວໆນີ້.
ສຽງຮ້ອງໃນວັນຂອງພຣະເຈົ້າຢາເວກໍຂົມຂື່ນ;
ນັກຮົບຜູ້ຍິ່ງໃຫຍ່ຈະສົ່ງສຽງຮ້ອງຕໍ່ສູ້.
ວັນນັ້ນຈະເປັນວັນແຫ່ງຄວາມໂກດຮ້າຍ
ວັນແຫ່ງຄວາມທຸກຍາກ ແລະ ທຸກທໍລະມານ,
ວັນແຫ່ງຄວາມຫຍຸ້ງຍາກ ແລະ ພິນາດ,
ວັນແຫ່ງຄວາມມືດມິດ ແລະ ເສົ້າໝອງ
ວັນທີ່ມີເມກ ແລະ ຄວາມມືດມິດ
ວັນແຫ່ງສຽງແກ ແລະ ສຽງໂຫ່ຮ້ອງ
ສູ້ຮົບກັບບັນດາເມືອງທີ່ມີປ້ອມປ້ອງກັນ
ແລະ ສູ້ຮົບກັບຫໍຄອຍທຸກມຸມຂອງເມືອງ.
“ເຮົາຈະນຳຄວາມທຸກຍາກມາສູ່ປະຊາຊົນທັງໝົດ
ເພື່ອວ່າພວກເຂົາຈະງົມທາວໄປມາເໝືອນດັ່ງຄົນຕາບອດ,
ເພາະພວກເຂົາໄດ້ເຮັດບາບຕໍ່ພຣະເຈົ້າຢາເວ.
ເລືອດຂອງພວກເຂົາຈະໄຫລອອກມາເໝືອນກັບຂີ້ຝຸ່ນ
ແລະ ອະໄວຍະວະພາຍໃນຂອງພວກເຂົາກໍເປັນເໝືອນຂີ້ສັດ
ບໍ່ວ່າຈະເປັນເງິນ ແລະ ຄຳຂອງພວກເຂົາ
ກໍບໍ່ສາມາດຊ່ວຍພວກເຂົາໄດ້
ໃນວັນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າຢາເວ”.
ດ້ວຍໄຟແຫ່ງຄວາມຫຶງຫວງຂອງພຣະອົງ
ໂລກທັງໝົດຈະຖືກເຜົາໄໝ້,
ເພາະພຣະອົງຈະເຮັດໃຫ້ສິ່ງມີຊີວິດທຸກຢ່າງໃນໂລກນີ້
ເຖິງຈຸດຈົບຢ່າງວ່ອງໄວທີ່ສຸດ.
Source notes (3)
- Footnote ໃນພາສາເຮັບເຣີວັກນີ້ ມີຄວາມຫມາຍບໍ່ຊັດເຈນ
- Footnote ພາສາເຮັບເຣີວ່າ ມັນຄຳ ນັ້ນຄື ມິນໂກນ
- Footnote 1ຊມອ 5:5
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.