Skip to content
BibleKenya

Biblica® Open Lao Contemporary Version

ເຊກາຣີຢາ 13

ຊຳລະ​ບາບ

“ໃນ​ວັນ​ນັ້ນ​ຈະ​ມີ​ນ້ຳພຸ​ພຸ່ງ​ຂຶ້ນ​ມາ​ສຳລັບ​ເຊື້ອສາຍ​ຂອງ​ດາວິດ ແລະ ປະຊາຊົນ​ເຢຣູຊາເລັມ, ເພື່ອ​ຊຳລະ​ພວກເຂົາ​ທັງໝົດ​ຈາກ​ບາບ ແລະ ມົນທິນ​ຂອງ​ພວກເຂົາ.

“ໃນ​ວັນ​ນັ້ນ, ເຮົາ​ຈະ​ທຳລາຍ​ຮູບເຄົາລົບ​ທັງໝົດ​ໃຫ້​ສິ້ນ​ຊື່​ຈາກ​ທົ່ວ​ດິນແດນ​ນັ້ນ, ແລະ ຈະ​ບໍ່​ມີ​ຜູ້ໃດ​ລະນຶກ​ເຖິງ​ຮູບເຄົາລົບ​ເຫລົ່ານັ້ນ​ອີກ,” ພຣະເຈົ້າ​ຜູ້​ມີ​ລິດອໍານາດ​ຍິ່ງໃຫຍ່​ປະກາດ​ດັ່ງນັ້ນ. “ເຮົາ​ຈະ​ກຳຈັດ​ທັງ​ຜູ້​ທໍານວາຍ​ປອມ ແລະ ວິນຍານ​ສົກກະປົກ​ອອກໄປ​ຈາກ​ແຜ່ນດິນ. ແລະ ຖ້າ​ຜູ້ໃດ​ຍັງ​ຝືນ​ທໍານວາຍ, ພໍ່​ແມ່​ຜູ້​ໃຫ້​ກຳເນີດ​ພວກເຂົາ​ເອງ, ຈະ​ກ່າວ​ກັບ​ພວກເຂົາ​ວ່າ, ‘ເຈົ້າ​ຕ້ອງ​ຕາຍ​ເພາະ​ເຈົ້າ​ເວົ້າ​ຄວາມ​ບໍ່​ຈິງ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ’. ຫລັງ​ຈາກ​ນັ້ນ ພໍ່​ແມ່​ຂອງ​ພວກເຂົາ​ເອງ​ຈະ​ແທງ​ຜູ້​ທີ່​ທໍານວາຍ.

“ໃນ​ວັນ​ນັ້ນ​ຜູ້ທຳນວາຍ​ທຸກຄົນ​ຈະ​ອັບອາຍ​ທີ່​ເຫັນ​ນິມິດ. ພວກເຂົາ​ຈະ​ບໍ່​ໃສ​ເຄື່ອງນຸ່ງ​ຂົນ​ສັດ​ແບບ​ຜູ້ທຳນວາຍ​ເພື່ອ​ຕົບ​ຕາ​ປະຊາຊົນ​ອີກ. ແຕ່​ລະ​ຄົນ​ຈະ​ເວົ້າ​ວ່າ, ‘ຂ້າພະເຈົ້າ​ບໍ່​ແມ່ນ​ຜູ້ທຳນວາຍ. ແຕ່​ເປັນ​ຊາວ​ນາ; ອາໄສ​ແຜ່ນດິນ​ເປັນ​ບ່ອນ​ເຮັດ​ກິນ​ມາ​ຕັ້ງ​ແຕ່​ເປັນ​ບ່າວ1’. ຖ້າ​ມີ​ຜູ້ໃດ​ຖາມ​ພວກເຂົາ​ວ່າ, ‘ແລ້ວ​ຮອຍ​ແປ້ວ​ເຫລົ່ານີ້​ເທິງ​ໂຕ​ເຈົ້າ2 ໝາຍ​ຄວາມ​ວ່າແນວໃດ’ ເຂົາ​ຈະ​ຕອບ​ວ່າ, ‘ເປັນ​ຮອຍ​ແປ້ວ​ທີ່​ໄດ້​ມາ​ຈາກ​ບ້ານ​ໝູ່’.

ຄົນລ້ຽງ​ແກະ​ຫລັງ, ຝູງແກະ​ກະຈັດກະຈາຍ

“ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ປະກາດ​ວ່າ,

ດາບ, ຈົ່ງ​ຕື່ນ​ຂຶ້ນ, ຈົ່ງ​ຂ້າ​ຜູ້ລ້ຽງແກະ​ຂອງ​ເຮົາ,

ແລະ ຄົນ​ໃກ້ຊິດ​ຂອງ​ເຮົາ!”

“ຈົ່ງ​ຟາດ​ຜູ້ລ້ຽງແກະ,

ແລະ ແກະ​ຈະ​ກະຈັດກະຈາຍ​ໄປ,

ແລະ ເຮົາ​ຈະ​ຍົກ​ມື​ຂອງ​ເຮົາ​ຕໍ່ສູ້​ຜູ້​ເລັກນ້ອຍ”.

ພຣະເຈົ້າ​ຢາເວ​ປະກາດ​ວ່າ,

“ສອງ​ສ່ວນ​ສາມ​ຂອງ​ດິນແດນ​ຈະ​ຖືກ​ຂ້າ​ໃຫ້​ພິນາດຈິບຫາຍ​ໄປ;

ເຫລືອ​ໄວ້​ພຽງ​ໜຶ່ງ​ສ່ວນ​ສາມ.

ໜຶ່ງ​ສ່ວນ​ສາມ​ນີ້​ເຮົາ​ຈະ​ເອົາ​ໄປ​ໃສ່​ໃນ​ໄຟ;

ເຮົາ​ຈະ​ຫລອມ​ພວກເຂົາ​ດັ່ງ​ເງິນ

ແລະ ທົດສອບ​ພວກເຂົາ​ດັ່ງ່​ຄຳ

ພວກເຂົາ​ຈະ​ຮ້ອງ​ຫາ​ນາມ​ຂອງ​ເຮົາ

ແລະ ເຮົາ​ຈະ​ຕອບ​ພວກເຂົາ;

ເຮົາ​ຈະ​ກ່າວວ່າ, ‘ພວກເຂົາ​ເປັນ​ປະຊາຊົນ​ຂອງ​ເຮົາ,’

ແລະ ພວກເຂົາ​ຈະ​ກ່າວ​ວ່າ, ‘ພຣະເຈົ້າ​ຢາເວ​ເປັນ​ພຣະເຈົ້າ​ຂອງ​ພວກເຮົາ’ ”.

Source notes (2)
  1. Footnote ຫລື ຊາວ​ນາ ຊາຍ​ຄົນ​ໜຶ່ງ​ຂາຍ​ຂ້າພະເຈົ້າ​ມາ​ຕັ້ງ​ແຕ່​ໜຸ່ມ
  2. Footnote ຫລື ຮອຍ​ແຜ​ລະຫວ່າງ​ມື​ທັງ​ສອງ​ຂອງ​ເຈົ້າ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.