Biblica® Open Lao Contemporary Version
ເຊກາຣີຢາ 14
ພຣະເຈົ້າຢາເວມາຄອງບັນລັງ
ວັນແຫ່ງພຣະເຈົ້າຢາເວໃກ້ຈະມາເຖິງແລ້ວ, ເຢຣູຊາເລັມ, ເມື່ອຊັບສົມບັດຂອງພວກເຈົ້າຈະຖືກປຸ້ນ ແລະ ຖືກແບ່ງປັນພາຍໃນກໍາແພງຂອງພວກເຈົ້າ.
ເຮົາຈະຮວບຮວມປະຊາຊາດທັງໝົດມາສູ້ຮົບກັບເຢຣູຊາເລັມ; ນະຄອນນັ້ນຈະຖືກຢຶດ, ບ້ານເຮືອນຖືກປຸ້ນ, ພວກແມ່ຍິງຖືກຂົ່ມຂືນ. ປະຊາຊົນເຄິ່ງເມືອງຖືກຈັບໄປເປັນຊະເລີຍ, ສ່ວນທີ່ເຫລືອຈະບໍ່ຖືກຈັບໄປຈາກເມືອງນັ້ນ. ແລ້ວພຣະເຈົ້າຢາເວຈະມາຕໍ່ສູ້ກັບຊົນຊາດເຫລົ່ານັ້ນດັ່ງໃນວັນແຫ່ງການສູ້ຮົບ. ໃນວັນນັ້ນພຣະອົງຈະວາງຕີນເທິງພູເຂົາໝາກກອກ, ທາງຕາເວັນອອກຂອງນະຄອນເຢຣູຊາເລັມ, ແລະ ພູເຂົາໝາກກອກຈະແຍກອອກເປັນສອງສ່ວນ, ຈາກຕາເວັນອອກເຖິງຕາເວັນຕົກ, ເຮັດໃຫ້ເກີດຮ່ອມພູທີ່ກວ້າງໃຫຍ່, ໂດຍເຄິ່ງໜຶ່ງຂອງພູເຂົາຈະເຄື່ອນໄປທາງທິດເໜືອ ອີກເຄິ່ງໜຶ່ງເຄື່ອນໄປທາງໃຕ້. ເຈົ້າຈະໜີໄປທາງຮ່ອມພູຂອງເຮົາ, ເພາະມັນຈະຂະຫຍາຍຍາວໄປເຖິງອາເຊນ. ເຈົ້າຈະໜີເໝືອນໜີຈາກແຜ່ນດິນໄຫວ1ໃນສະໄໝກະສັດອຸດຊີຢາແຫ່ງຢູດາ. ແລ້ວພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າຈະມາພ້ອມຜູ້ບໍລິສຸດທັງໝົດທີ່ຢູ່ກັບພຣະອົງ.
ໃນວັນນັ້ນຈະບໍ່ມີຄວາມສະຫວ່າງ ຫລື ຄວາມໜາວເຢັນ, ຄວາມມືດທີ່ໜາວຈັດ. ມັນຈະເປັນວັນພິເສດ ເປັນວັນທີ່ມີພຽງພຣະເຈົ້າຢາເວເທົ່ານັ້ນທີ່ຮູ້ ເຊິ່ງບໍ່ມີຄວາມແຕກຕ່າງລະຫວ່າງກາງເວັນ ແລະ ກາງຄືນ. ເມື່ອຮອດຍາມແລງ, ຍັງຈະແຈ້ງຄືກາງເວັນ.
ໃນວັນນັ້ນນ້ຳແຫ່ງຊີວິດຈະໄຫລອອກມາຈາກເຢຣູຊາເລັມ, ເຄິ່ງໜຶ່ງໄຫລລົງທະເລຕາຍທາງຕາເວັນອອກ ແລະ ອີກເຄິ່ງໜຶ່ງໄຫລລົງທະເລເມດິແຕຣາເນທາງຕາເວັນຕົກ, ໄຫລຕະຫລອດທັງໃນລະດູຮ້ອນ ແລະ ລະດູໜາວ.
ພຣະເຈົ້າຢາເວຈະເປັນກະສັດປົກຄອງໂລກທັງໝົດ. ໃນວັນນັ້ນຈະມີພຣະເຈົ້າຢາເວພຽງພຣະອົງດຽວ, ແລະ ມີນາມຂອງພຣະອົງພຽງນາມດຽວເທົ່ານັ້ນ.
ທົ່ວທັງແຜ່ນດິນ, ຈາກເກບາເຖິງຣິມໂມນທາງໃຕ້ຂອງເຢຣູຊາເລັມ, ຈະເປັນເໝືອນອາຣາບາ. ສ່ວນເຢຣູຊາເລັມຈະສູງເດັ່ນ ຈາກປະຕູເບັນຢາມິນເຖິງບໍລິເວນປະຕູທີໜຶ່ງ, ເຖິງປະຕູມູມ ແລະ ຈາກຫໍຄອຍຮານາເນນເຖິງບ່ອນຢຽບເຫລົ້າອະງຸ່ນຫລວງ ແລະ ມັນຈະຄົງຢູ່ໃນບ່ອນຂອງມັນ. ເຢຣູຊາເລັມຈະມີຜູ້ຄົນອາໄສຢູ່; ມັນຈະໝັ້ນຄົງປອດໄພ ແລະ ບໍ່ຖືກທຳລາຍອີກຕໍ່ໄປ.
ໄພພິບັດທີ່ພຣະເຈົ້າຢາເວຈະໃຫ້ເກີດແກ່ບັນດາປະຊາຊາດທີ່ມາສູ້ຮົບກັບເຢຣູຊາເລັມມີດັ່ງນີ້ຄື: ຊີ້ນຂອງເຂົາຈະເປື່ອຍເນົ່າທັງທີ່ຍັງຢືນຢູ່, ຕາຂອງເຂົາເນົ່າຄາກະບອກຕາ ແລະ ລິ້ນເປື່ອຍເນົ່າຢູ່ໃນປາກ. ໃນວັນນັ້ນພຣະເຈົ້າຢາເວຈະບັນດານໃຫ້ຄົນທັງຫລາຍກະວົນກະວາຍຢ່າງໃຫຍ່ ແຕ່ລະຄົນຈະຈັບມືຂອງກັນແລ້ວຕໍ່ສູ້ກັນ. ຊາວຢູດາກໍຈະໄປສູ້ຮົບທີ່ເຢຣູຊາເລັມ. ພວກເຂົາຈະເກັບຮວບຮວມຊັບສົມບັດຂອງທຸກຊົນຊາດທີ່ຢູ່ອ້ອມຂ້າງ ໄດ້ທັງເງິນຄໍາ ແລະ ເສື້ອຜ້າຫລວງຫລາຍ. ໄພພິບັດຄ້າຍຄືກັນຈະເກີດກັບມ້າ ແລະ ລໍ, ອູດ ແລະ ລາ, ແລະ ສັດທັງໝົດໃນຄ້າຍເຫລົ່ານັ້ນ.
ແລ້ວບັນດາຜູ້ລອດຊີວິດຈາກປະຊາຊາດທັງໝົດທີ່ມາໂຈມຕີເຢຣູຊາເລັມຈະຂຶ້ນໄປເຢຣູຊາເລັມທຸກປີ ເພື່ອນະມັດສະການອົງຈອມກະສັດພຣະເຈົ້າຢາເວຜູ້ມີອຳນາດຍິ່ງໃຫຍ່ອໍານາດຍິ່ງໃຫຍ່ ແລະ ເພື່ອສະຫລອງເທດສະການປຸກຕູບຢູ່. ຊົນຊາດໃດໆທົ່ວໂລກທີ່ບໍ່ໄປນະມັດສະການອົງຈອມກະສັດ ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່, ພວກເຂົາຈະບໍ່ໄດ້ຮັບຝົນ. ຖ້າຊາວເອຢິບບໍ່ຍອມຂຶ້ນມາຮ່ວມ, ພວກເຂົາຈະບໍ່ໄດ້ຮັບຝົນ. ພຣະເຈົ້າຢາເວ2ຈະບັນດານໄພພິບັດໃຫ້ເກີດແກ່ເອຢິບ ເປັນໄພພິບັດຢ່າງດຽວກັບທີ່ເຮັດໃຫ້ເກີດແກ່ປະຊາຊາດທີ່ບໍ່ຂຶ້ນໄປຮ່ວມສະຫລອງເທດສະການປຸກຕູບຢູ່. ນີ້ເປັນການລົງໂທດເອຢິບ ແລະ ປະຊາຊາດທັງໝົດເຊິ່ງບໍ່ຂຶ້ນໄປຮ່ວມສະຫລອງເທດສະການປຸກຕູບຢູ່.
ໃນວັນນັ້ນ ກະດິງທີ່ມັດຢູ່ຄໍມ້າຈະມີຂໍ້ຄວາມຈາລຶກວ່າ “ບໍລິສຸດແດ່ພຣະເຈົ້າຢາເວ” ແລະ ໝໍ້ຫຸງຕົ້ມໃນວິຫານຂອງພຣະເຈົ້າຢາເວຈະເປັນເໝືອນພາຊະນະສັກສິດໜ້າແທ່ນບູຊາ ໝໍ້ທຸກໜ່ວຍໃນເຢຣູຊາເລັມ ແລະ ຢູດາຈະບໍລິສຸດແດ່ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ ແລະ ຄົນທັງໝົດທີ່ມາຖວາຍເຄື່ອງບູຊາຈະຈັບໝໍ້ບາງໜ່ວຍໄປໃຊ້ໃນການຕົ້ມເຄື່ອງບູຊາໄດ້. ແລະ ໃນວັນນັ້ນຈະບໍ່ມີຊາວການາອານ3ໃນວິຫານຂອງພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ອີກຕໍ່ໄປ.
Source notes (3)
- Footnote ຫລື 5 ຮ່ອມພູຂອງເຮົາຈະຖືກປິດກັ້ນ ແລະ ຈະຍາວໄປເຖິງອາເຊນ ມັນຈະຖືກປິດກັ້ນເໝືອນຢ່າງທີ່ມັນເຄີຍຖືກປິດກັ້ນເພາະແຜ່ນດິນໄຫວ
- Footnote ຫລື ມາຮ່ວມແລ້ວພຣະເຈົ້າຢາເວ
- Footnote ຫລື ພໍ່ຄ້າ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.