Biblica® Open Lao Contemporary Version
ເຊກາຣີຢາ 12
ສັດຕູຂອງເຢຣູຊາເລັມຈະຖືກທຳລາຍ
ຄໍາທໍານວາຍ: ຖ້ອຍຄໍາຂອງພຣະເຈົ້າຢາເວກ່ຽວກັບອິດສະຣາເອນ.
ພຣະເຈົ້າຢາເວ, ຜູ້ຄຶງຟ້າສະຫວັນ, ຜູ້ວາງຮາກຖານຂອງໂລກ, ຜູ້ສ້າງຈິດວິນຍານໃນຕົວມະນຸດ, ປະກາດວ່າ: “ເຮົາກໍາລັງຈະເຮັດໃຫ້ເຢຣູຊາເລັມເປັນຈອກທີ່ເຮັດໃຫ້ຊົນຊາດທັງໝົດອ້ອມຮອບໝູນໄປ. ຢູດາຈະຖືກປິດລ້ອມເມືອງຄືກັນກັບເຢຣູຊາເລັມ. ໃນວັນນັ້ນ, ເມື່ອປະຊາຊາດໃນໂລກຮວມຕົວກັນມາສູ້ກັບເຢຣູຊາເລັມ, ເຮົາຈະເຮັດໃຫ້ເຢຣູຊາເລັມເປັນສີລາທີ່ຊົນຊາດທັງໝົດບໍ່ອາດຈັບຍົກຂຶ້ນໄດ້ຜູ້ໃດທີ່ພະຍາຍາມຈະເຄື່ອນຍ້າຍກໍຈະໄດ້ຮັບບາດເຈັບ. ໃນວັນນັ້ນເຮົາຈະເຮັດໃຫ້ມ້າທຸກໂຕກະວົນກະວາຍຢ້ານ ແລະ ຜູ້ຂີ່ບ້າຄັ້ງ”. ພຣະເຈົ້າຢາເວປະກາດດັ່ງນີ້. “ເຮົາຈະຈັບຕາເບິ່ງເຊື້ອສາຍຂອງຢູດາ, ແຕ່ເຮົາຈະເຮັດໃຫ້ມ້າທັງໝົດຂອງຊົນຊາດຕ່າງໆຕາບອດ. ແລ້ວບັນດາຜູ້ນຳຢູດາຈະກ່າວໃນໃຈວ່າ, ‘ປະຊາຊົນເຢຣູຊາເລັມເຂັ້ມແຂງ, ເພາະມີພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ເປັນພຣະເຈົ້າຂອງພວກເຂົາ’.
“ໃນວັນນັ້ນ ເຮົາຈະເຮັດໃຫ້ພວກຜູ້ນຳຢູດາເປັນດັ່ງໄຟຮ້ອນແດງທ່າມກາງກອງຟືນ, ດັ່ງຄົບໄຟລຸກໄໝ້ທ່າມກາງຟ່ອນເຂົ້າ. ພວກມັນຈະເຜົາຜານຊົນຊາດທັງປວງທີ່ຢູ່ອ້ອມຮອບທັງຂ້າງຊ້າຍ ແລະ ຂ້າງຂວາ, ສ່ວນເຢຣູຊາເລັມຈະຕັ້ງໝັ້ນຄົງຢູ່ໃນບ່ອນຂອງມັນ.
“ພຣະເຈົ້າຢາເວຈະຊ່ວຍກອງທັບຢູດາກ່ອນ, ເພື່ອກຽດຂອງເຊື້ອສາຍດາວິດ ແລະ ຊາວເຢຣູຊາເລັມຈະບໍ່ເກີນໜ້າຢູດາ. ໃນວັນນັ້ນພຣະເຈົ້າຢາເວຈະປົກປ້ອງປະຊາຊົນເຢຣູຊາເລັມເພື່ອຜູ້ອ່ອນແອທີ່ສຸດໃນພວກເຂົາຈະເປັນເໝືອນດາວິດ ແລະ ເຊື້ອສາຍຂອງດາວິດຈະເປັນດັ່ງພຣະເຈົ້າ, ດັ່ງທູດຂອງພຣະເຈົ້າຢາເວໄດ້ນຳໜ້າພວກເຂົາໄປ. ໃນວັນນັ້ນເຮົາຈະທຳລາຍຊົນຊາດທັງໝົດທີ່ມາໂຈມຕີເຢຣູຊາເລັມ.
ບົດຄ່ຳຄວນແດ່ຜູ້ຖືກແທງ
“ແລະ ເຮົາຈະໃຫ້ເຊື້ອສາຍຂອງດາວິດກັບປະຊາຊົນເຢຣູຊາເລັມມີວິນຍານ1ແຫ່ງພຣະຄຸນ ແລະ ການອະທິຖານ. ພວກເຂົາຈະເບິ່ງ2ຜູ້ທີ່ພວກເຂົາໄດ້ແທງ, ແລະ ພວກເຂົາຈະໄວ້ທຸກໃຫ້ດັ່ງຄົນທີ່ໄວ້ທຸກໃຫ້ລູກຄົນດຽວຂອງຕົນ, ແລະ ຮ້ອງໄຫ້ຢ່າງຂົມຂື່ນອາໄລຫາລູກຊາຍຫົວປີຂອງຕົນ. ໃນວັນນັ້ນຈະມີການຮ້ອງໄຫ້ຄັ້ງໃຫຍ່ໃນເຢຣູຊາເລັມ ເໝືອນການຮ້ອງໄຫ້ໄວ້ທຸກແກ່ຮາດັດຮິມໂມນຢູ່ໃນທົ່ງພຽງເມກິດໂດ. ດິນແດນຈະໄວ້ທຸກ, ແຍກໄປຕາມແຕ່ລະຕະກຸນ, ໄດ້ແກ່ຄອບຄົວທີ່ສືບເຊື້ອສາຍມາຈາກກະສັດດາວິດ ແລະ ພັນລະຍາຂອງພວກເຂົາ: ຄອບຄົວນາທານ ແລະ ພັນລະຍາຂອງພວກເຂົາ ຄອບຄົວເລວີ ແລະ ພັນລະຍາຂອງພວກເຂົາ, ຄອບຄົວຊີເມອີ ແລະ ພັນລະຍາຂອງພວກເຂົາ ແລະ ຕະກູນທັງໝົດທີ່ເຫລືອ ແລະ ພັນລະຍາຂອງພວກເຂົາ.
Source notes (2)
- Footnote ຫລື ພຣະວິນຍານ
- Footnote ຫລື ຫວັງເພິ່ງພາ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.