Biblica® Open Lao Contemporary Version
ເຊກາຣີຢາ 11
ເລບານອນ, ຈົ່ງເປີດປະຕູທັງຫລາຍຂອງເຈົ້າ,
ເພື່ອໄຟຈະໄດ້ເຜົາໄໝ້ຕົ້ນສົນສີດາຂອງເຈົ້າ!
ຕົ້ນສົນ, ຈົ່ງຮ້ອງໄຫ້ ເພາະຕົ້ນສົນສີດາໄດ້ລົ້ມລົງແລ້ວ!
ຕົ້ນໄມ້ງາມສະຫງ່ານັ້ນຈິບຫາຍເສຍແລ້ວ!
ຕົ້ນໂອກແຫ່ງບາຊານ ຈົ່ງຮ້ອງໄຫ້;
ເພາະປ່າໄມ້ດົກໜາຖືກຕັດແລ້ວ!
ຈົ່ງຟັງສຽງຮ້ອງໄຫ້ຂອງບັນດາຄົນລ້ຽງແກະ;
ທົ່ງຫຍ້າອັນອຸດົມສົມບູນຂອງພວກເຂົາຖືກທຳລາຍໄປ!
ຈົ່ງຟັງສຽງຄຳລາມຂອງພວກສິງ;
ປ່າອັນຂຽວອຸ່ມທຸມຂອງຈໍແດນຖືກທຳລາຍແລ້ວ!
ຄົນລ້ຽງແກະສອງຄົນ
ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍກ່າວວ່າ: “ຈົ່ງລ້ຽງຝູງແກະທີ່ຈະຕ້ອງຖືກຂ້າ. ຜູ້ຊື້ຂ້າແກະເຫລົ່ານັ້ນ ແລະ ບໍ່ຖືກລົງໂທດແຕ່ຢ່າງໃດ. ບັນດາຄົນຂາຍກໍເວົ້າວ່າ, ‘ສັນລະເສີນພຣະເຈົ້າຢາເວ, ເຮົາລວຍແລ້ວ!’ ຄົນລ້ຽງແກະເອງຂາຍມັນໄປໂດຍບໍ່ປານີຝູງແກະເລີຍ. ເພາະເຮົາຈະບໍ່ສົງສານປະຊາຊົນໃນແຜ່ນດິນນີ້ອີກ,” ພຣະເຈົ້າຢາເວປະກາດດັ່ງນີ້. “ເຮົາຈະມອບທຸກຄົນໄວ້ໃນມືເພື່ອນບ້ານ ແລະ ກະສັດຂອງພວກເຂົາ. ເຊິ່ງຈະຂົ່ມເຫັງບຽດບຽນແຜ່ນດິນນີ້, ແລະ ເຮົາຈະບໍ່ຊ່ວຍພວກເຂົາຈາກມືຂອງຄົນເຫລົ່ານັ້ນ”.
ດັ່ງນັ້ນຂ້າພະເຈົ້າຈຶ່ງລ້ຽງແກະທີ່ຖືກໝາຍໄວ້ວ່າຈະຕ້ອງຖືກຂ້າ, ໂດຍສະເພາະໂຕທີ່ຖືກຂົ່ມເຫັງ ແລ້ວຂ້າພະເຈົ້າເອົາໄມ້ຄ້ອນເທົ້າຄົນລ້ຽງແກະມາສອງອັນ ແລະ ຕັ້ງຊື່ວ່າ “ພຣະຄຸນ” ແລະ ອີກອັນໜຶ່ງຕັ້ງຊື່ວ່າ “ສາມັກຄີ” ແລ້ວຂ້າພະເຈົ້າກໍລ້ຽງດູຝູງແກະ. ພາຍໃນເດືອນດຽວຂ້າພະເຈົ້າໄດ້ກຳຈັດຄົນລ້ຽງແກະສາມຄົນອອກໄປ.
ຝູງສັດກຽດຊັງຂ້າພະເຈົ້າ ແລະ ຂ້າພະເຈົ້າກໍເບື່ອພວກມັນ. ຂ້າພະເຈົ້າຈຶ່ງກ່າວວ່າ, “ເຮົາຈະບໍ່ເປັນຄົນລ້ຽງຂອງພວກເຈົ້າອີກແລ້ວ. ຜູ້ໃດຈະຕາຍກໍໃຫ້ຕາຍໄປ, ຜູ້ໃດຈະພິນາດຈິບຫາຍກໍໃຫ້ພິນາດຈິບຫາຍໄປ. ທີ່ເຫລືອກໍໃຫ້ກິນເລືອດເນື້ອກັນເອງ”.
ແລ້ວຂ້າພະເຈົ້າເອົາໄມ້ຄ້ອນເທົ້າທີ່ຊື່ວ່າ “ພຣະຄຸນ” ມາຫັກເສຍ, ເປັນການຍົກເລີກພັນທະສັນຍາທີ່ຂ້າພະເຈົ້າເຮັດໄວ້ກັບປະຊາຊາດທັງໝົດ. ເປັນອັນຍົກເລີກສັນຍາໃນວັນນັ້ນ, ແລ້ວຜູ້ຕົກທຸກໄດ້ຍາກໃນຝູງແກະເຊິ່ງເບິ່ງຂ້າພະເຈົ້າຢູ່ ກໍຮູ້ວ່າເປັນຖ້ອຍຄໍາຂອງພຣະເຈົ້າຢາເວ.
ຂ້າພະເຈົ້າກ່າວກັບພວກເຂົາວ່າ, “ຖ້າທ່ານເຫັນສົມຄວນ, ກໍຈົ່ງຈ່າຍຄ່າຈ້າງໃຫ້ເຮົາ; ຖ້າບໍ່ເຫັນດີ, ກໍເກັບຄ່າຈ້າງນັ້ນໄວ້”. ສະນັ້ນພວກເຂົາຈຶ່ງຈ່າຍເງິນໃຫ້ຂ້າພະເຈົ້າເປັນເງິນສາມສິບແຜ່ນ.
ແລະ ພຣະເຈົ້າຢາເວກ່າວກັບຂ້າພະເຈົ້າວ່າ, “ຈົ່ງຖິ້ມເງິນນີ້ໃຫ້ແກ່ຊ່າງປັ້ນໝໍ້. ຄືເງິນຄ່າຈ້າງຢ່າງງາມທີ່ພວກເຂົາຈ່າຍໃຫ້” ຂ້າພະເຈົ້າກໍນຳເງິນສາມສິບແຜ່ນນັ້ນຖິ້ມເຂົ້າໄປໃນວິຫານຂອງພຣະເຈົ້າຢາເວສຳລັບຊ່າງປັ້ນໝໍ້.
ແລ້ວຂ້າພະເຈົ້າຫັກໄມ້ຄ້ອນເທົ້າອັນທີສອງທີ່ມີຊື່ວ່າ “ສາມັກຄີ,” ເພື່ອສະແດງວ່າຢູດາກັບອິດສະຣາເອນເລີກເປັນພີ່ນ້ອງກັນແລ້ວ.
ຈາກນັ້ນພຣະເຈົ້າຢາເວກ່າວກັບຂ້າພະເຈົ້າວ່າດ “ຈົ່ງຈັບເຄື່ອງໃຊ້ຂອງຄົນລ້ຽງແກະໂງ່ຂຶ້ນມາອີກ. ເພາະເຮົາກຳລັງຈະຕັ້ງຄົນລ້ຽງແກະຂຶ້ນມາຄົນໜຶ່ງສຳລັບດິນແດນນີ້ ເຊິ່ງຈະບໍ່ເອົາໃຈໃສ່ແກະທີ່ຫລົງຫາຍ, ບໍ່ເບິ່ງແຍງລູກແກະ, ບໍ່ປິ່ນປົວຍຽວຢາໂຕທີ່ບາດເຈັບ, ຫລື ລ້ຽງດູໂຕທີ່ແຂງແຮງ ແຕ່ຈະກິນຊີ້ນແກະໂຕທີ່ອ້ວນພີ, ຈີກກີບຕີນຂອງມັນອອກ.
“ວິບັດແກ່ຄົນລ້ຽງແກະທີ່ໄຮ້ຄ່າ,
ຜູ້ທີ່ປະຖິ້ມຝູງແກະ!
ຂໍໃຫ້ດາບຟັນແຂນຂອງລາວ ແລະ ຕາເບື້ອງຂວາຂອງລາວ!
ຂໍໃຫ້ແຂນຂອງລາວລີບໄປ
ແລະ ໃຫ້ຕາຂວາຂອງລາວບອດສະໜິດ!”
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.