Skip to content
BibleKenya

Biblica® Open Lao Contemporary Version

ເຊກາຣີຢາ 10

ພຣະເຈົ້າ​ຢາເວ​ຈະ​ເບິ່ງແຍງ​ຢູດາ

ຈົ່ງ​ຂໍ​ຝົນ​ໃນ​ລະດູ​ໃບໄມ້ປົ່ງ​ຈາກ​ພຣະເຈົ້າ​ຢາເວ;

ພຣະເຈົ້າ​ຢາເວ​ນີ້​ແຫຼະ​ຄື​ຜູ້​ສົ່ງ​ພະຍຸ​ມາ.

ພຣະອົງ​ໂຜດປະທານ​ສາຍ​ຝົນ​ແກ່​ມະນຸດ​ທຸກຄົນ.

ແລະ ພືດພັນ​ທັນຍາຫານ​ແກ່​ທຸກຄົນ.

ຮູບເຄົາລົບ​ຕ່າງ​ໆ​ໃຫ້​ຄຳ​ຕອບ​ຫລອກລວງ,

ໝໍດູ​ເຫັນ​ນິມິດ​ຈອມ​ປອມ;

ພວກເຂົາ​ເລົ່າ​ຄວາມ​ຝັນ​ຫລອກລວງ

ແລະ ໃຫ້​ຄຳ​ປອບໃຈ​ອັນ​ບໍ່​ມີ​ປະໂຫຍດ.

ດັ່ງນັ້ນ ປະຊາຊົນ​ຈຶ່ງ​ຫລົງ​ໄປ​ເໝືອນ​ແກະ

ຖືກ​ຂົ່ມເຫັງ​ເພາະ​ບໍ່​ມີ​ຜູ້ລ້ຽງ.

“ເຮົາ​ໂກດຮ້າຍ​ບັນດາ​ຄົນລ້ຽງແກະ,

ແລະ ຈະ​ລົງໂທດ​ພວກ​ຜູ້ນຳ;

ເພາະ​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ຈະ​ເບິ່ງແຍງ

ຝູງແກະ​ຂອງ​ພຣະອົງ, ຄື​ປະຊາຊົນ​ຢູດາ,

ແລະ ເຮັດ​ໃຫ້​ພວກເຂົາ​ເປັນ​ເໝືອນ​ມ້າ​ທີ່​ອົງ​ອາດ​ໃນ​ສະໜາມຮົບ.

ຫີນເສົາເອກ​ຈະ​ມາ​ຈາກ​ຢູດາ,

ທັງ​ເຂັມ​ໝຸດ​ປັກ​ເຕັນ,

ທະນູ​ສົງຄາມ

ແລະ ຜູ້​ປົກຄອງ​ທຸກຄົນ.

ພວກເຂົາ1​ຈະ​ຮວມ​ກັນ​ເປັນ​ນັກຮົບ​ໃນ​ສົງຄາມ

ຢຽບຢໍ່າ​ສັດຕູ​ຂອງ​ພວກເຂົາ​ໃຫ້​ເປັນ​ດັ່ງ​ຂີ້ຕົມ​ໃນ​ຫົນທາງ.

ພວກເຂົາ​ຈະ​ຕໍ່ສູ້​ເພາະ​ພຣະເຈົ້າ​ຢາເວ​ຢູ່​ກັບ​ພວກເຂົາ,

ແລະ ພວກເຂົາ​ຈະ​ເຮັດ​ໃຫ້​ທະຫານ​ມ້າ​ອັບອາຍ.

“ເຮົາ​ຈະ​ເຮັດ​ໃຫ້​ຢູດາ​ເຂັ້ມແຂງ​ຂຶ້ນ

ແລະ ຊ່ວຍເຫລືອ​ເຊື້ອສາຍ​ຂອງ​ໂຢເຊັບ.

ເຮົາ​ຈະ​ສ້າງ​ພວກເຂົາ​ຂຶ້ນ​ໃໝ່

ເພາະ​ເຮົາ​ສົງສານ​ພວກເຂົາ.

ພວກເຂົາ​ຈະ​ເປັນ​ເໝືອນ

ຄົນ​ທີ່​ບໍ່​ເຄີຍ​ຖືກ​ເຮົາ​ປະຖິ້ມ,

ເພາະ​ເຮົາ​ເປັນ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ

ແລະ ເຮົາ​ຈະ​ຕອບ​ພວກເຂົາ.

ຊາວ​ເອຟຣາອິມ​ຈະ​ເປັນ​ດັ່ງ​ນັກຮົບ​ຍິ່ງໃຫຍ່,

ຈິດໃຈ​ຂອງ​ພວກເຂົາ​ຈະ​ຊື່ນຊົມຍິນດີ​ເໝືອນ​ໄດ້​ດື່ມ​ເຫລົ້າ​ອະງຸ່ນ.

ລູກ​ຫລານ​ຂອງ​ພວກເຂົາ​ຈະ​ເຫັນ​ແລ້ວ​ຊື່ນຊົມຍິນດີ;

ຈິດໃຈ​ຂອງ​ພວກເຂົາ​ຈະ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າ​ຢາເວ.

ເຮົາ​ຈະ​ໃຫ້​ສັນຍານ

ແລະ ຮວບຮວມ​ພວກເຂົາ​ມາ.

ແນ່ນອນ​ເຮົາ​ຈະ​ໄຖ່​ພວກເຂົາ;

ພວກເຂົາ​ຈະ​ມີ​ຈຳນວນ​ຫລວງຫລາຍ​ດັ່ງ​ແຕ່​ກ່ອນ.

ເຖິງວ່າ​ເຮົາ​ເຮັດ​ໃຫ້​ພວກເຂົາ​ກະຈັດກະຈາຍ​ໄປ​ໃນ​ທ່າມກາງ​ຊົນຊາດ​ຕ່າງໆ,

ແຕ່​ໃນ​ແດນ​ໄກ​ພຸ້ນ​ພວກເຂົາ​ຈະ​ລະນຶກ​ເຖິງ​ເຮົາ.

ພວກເຂົາ​ກັບ​ລູກ​ຫລານ​ຈະ​ຢູ່​ລອດ,

ແລະ ພວກເຂົາ​ຈະ​ກັບ​ມາ.

ເຮົາ​ຈະ​ພາ​ພວກເຂົາ​ກັບ​ມາ​ຈາກ​ເອຢິບ

ແລະ ຮວບຮວມ​ພວກເຂົາ​ກັບ​ມາ​ຈາກ​ອັດຊີເຣຍ.

ເຮົາ​ຈະ​ນຳ​ພວກເຂົາ​ມາຍັງ​ກີເລອາດ ແລະ ເລບານອນ

ແລະ ຈະ​ບໍ່​ມີ​ຫ້ອງ​ພຽງ​ພໍ​ສຳລັບ​ພວກເຂົາ.

ພວກເຂົາ​ຈະ​ຂ້າມ​ທະເລ​ແຫ່ງ​ຄວາມ​ເດືອດຮ້ອນ;

ທະເລ​ອັນ​ປັ່ນ​ປ່ວນ​ຈະ​ຍອມ​ສະ​ຫງົບ

ແລະ ບັນດາ​ບ່ອນ​ເລິກ​ແຫ່ງ​ແມ່ນ້ຳ​ນິນ​ຈະ​ເຫືອດ​ແຫ້ງ.

ຄວາມ​ຍິ່ງ​ອວດອົ່ງຈອງຫອງ​ຂອງ​ອັດຊີເຣຍ​ຈະ​ຖືກ​ປາບ​ລົງ

ແລະ ຄາຖາ​ແຫ່ງ​ເອຢິບ​ຈະ​ສູນ​ສິ້ນ​ໄປ.

ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເຂັ້ມແຂງ​ຂຶ້ນ​ໃນ​ພຣະເຈົ້າ​ຢາເວ

ແລະ ດ້ວຍ​ນາມ​ຊື່​ຂອງ​ພຣະອົງ​ພວກເຂົາ​ຈະ​ດຳເນີນ​ຊີວິດ​ຢູ່ຢ່າງ​ປອດໄພ,”

ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.

Source notes (1)
  1. Footnote ຫລື ພວກເຂົາ​ທັງ​ໝົດ​ຈະ​ຮວມ​ໂຕ​ກັນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.