Skip to content
BibleKenya

Biblica® Open Lao Contemporary Version

ເຊກາຣີຢາ 9

ການ​ພິພາກສາ​ສັດຕູ​ຂອງ​ອິດສະຣາເອນ

ຄໍາທໍານວາຍ ມີ​ດັ່ງນີ້:

ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ ຕໍ່ສູ້​ດິນແດນ​ຮັດຮັກ

ແລະ ດາມັສກັດ

ເພາະ​ຕາ​ຂອງ​ປະຊາຊົນ​ທັງ​ໝົດ

ແລະ ອິດສະຣາເອນ​ທຸກ​ເຜົ່າ​ຈັບ​ຈ້ອງ​ທີ່​ພຣະເຈົ້າ​ຢາເວ1

ແລະ ຕໍ່ສູ້​ຮາມັດ​ເຊັ່ນກັນ, ທີ່​ຢູ່​ໃກ້​ຊາຍແດນ​ຮັດຮັກ,

ແລະ ຕໍ່ສູ້​ຕີເຣ ແລະ ຊີໂດນ​ດ້ວຍ, ເຖິງແມ່ນວ່າ​ພວກເຂົາ​ມີ​ຄວາມ​ຊໍານານ​ຫລາຍ.

ຕີເຣ​ໄດ້​ສ້າງ​ປ້ອມ​ປ້ອງ​ກັນ​ເມືອງ;

ສະ​ສົມ​ເງິນ​ໄວ້​ຫລວງຫລາຍ​ດັ່ງ​ຂີ້ຝຸ່ນດິນ,

ແລະ ມີ​ຄໍາ​ຫລວງຫລາຍ​ດັ່ງ​ຂີ້ຝຸ່ນ​ຕາມ​ຖະໜົນ,

ແຕ່​ອົງພຣະຜູ້ເປັນເຈົ້າ​ຈະ​ປຸ້ນ​ຊັບສົມບັດ​ຂອງ​ເມືອງ​ນັ້ນ​ໄປ

ແລະ ທຳລາຍ​ອຳນາດ​ທາງ​ທະເລ​ຂອງ​ມັນ,

ແລະ ເຜົາ​ຜານ​ມັນ​ດ້ວຍ​ໄຟ.

ອາຊະເກໂລນ​ຈະ​ເຫັນ ແລະ ຢ້ານກົວ.

ກາຊາ​ຈະ​ທໍລະມານ​ດ້ວຍ​ຄວາມ​ເຈັບ​ປວດ​ແສນ​ສາ​ຫັດ,

ເອັກໂຣນ​ກໍ​ເຊັ່ນ​ກັນ, ເພາະ​ຄວາມ​ຫວັງ​ຂອງ​ມັນ​ຮ່ຽວ​ແຫ້ງ​ໄປ.

ກາຊາ​ຈະ​ສູນ​ເສຍ​ກະສັດ

ແລະ ອາສະເກໂລນ​ຈະ​ຖືກ​ຖິ້ມ​ຮ້າງ.

ຄົນ​ຕ່າງຊາດ​ຈະ​ຄອບຄອງ​ອາຊະໂດດ,

ແລະ ເຮົາ​ຈະ​ກຳຈັດ​ຄວາມ​ຍິ່ງ​ອວດອົ່ງຈອງຫອງ​ຂອງ​ຊາວ​ຟີລິດສະຕິນ.

ເຮົາ​ຈະ​ເອົາ​ເລືອດ​ອອກຈາກ​ປາກ​ຂອງ​ພວກເຂົາ,

ແລະ ເອົາ​ອາຫານ​ຕ້ອງ​ຫ້າມ​ອອກຈາກ​ວ່າງ​ແຂ້ວ​ຂອງ​ພວກເຂົາ.

ບັນດາ​ຜູ້​ເຫລືອ​ຢູ່​ຈະ​ເປັນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ

ແລະ ຈະ​ກາຍເປັນ​ຜູ້ນຳ​ໃນ​ຢູດາ,

ແລະ ເອັກໂຣນ​ຈະ​ເປັນ​ດັ່ງ​ຊາວ​ເຢບຸດ.

ແຕ່​ເຮົາ​ຈະ​ປົກປ້ອງ​ວິຫານ​ຂອງ​ເຮົາ

ຈາກ​ກອງ​ກຳລັງ​ທີ່​ມາ​ປຸ້ນ​ຊິງ.

ຜູ້​ກົດ​ຂີ່​ຈະ​ບໍ່​ມາ​ກົດຂີ່ຂົ່ມເຫັງ​ປະຊາຊົນ​ຂອງ​ເຮົາ​ອີກ,

ເພາະ​ບັດນີ້​ເຮົາ​ກຳລັງ​ຈັບ​ຕາ​ເບິ່ງ​ຢູ່.

ການ​ມາ​ຂອງ​ກະສັດ​ຊີໂອນ

ລູກສາວ​ແຫ່ງ​ຊີໂອນ2! ຈົ່ງ​ຊື່ນຊົມຍິນດີ​ຢ່າງ​ເຫລືອລົ້ນ,

ລູກສາວ​ແຫ່ງ​ເຢຣູຊາເລັມ3! ຈົ່ງ​ໂຫ່​ຮ້ອງ,

ຈົ່ງ​ເບິ່ງ, ກະສັດ​ຂອງ​ພວກເຈົ້າ​ມາ​ຫາ​ພວກເຈົ້າ,

ຊອບທຳ ແລະ ມີ​ໄຊຊະນະ

ຖ່ອມຕົວ ແລະ ນັ່ງເທິງ​ຫລັງ​ລໍ,

ຂີ່​ລູກ​ມ້າ, ຂີ່​ລູກ​ລໍ,

ເຮົາ​ຈະ​ກຳຈັດ​ລົດມ້າ​ຈາກ​ເອຟຣາອິມ

ແລະ ມ້າ​ເສິກ​ຈາກ​ເຢຣູຊາເລັມ,

ລູກ​ທະນູ​ໃນ​ການ​ຮົບ​ຈະ​ຖືກ​ຫັກ​ຖິ້ມ.

ພຣະອົງ​ຈະ​ປະກາດ​ສັນ​ຕິ​ພາບ​ແກ່​ນານາ​ປະຊາຊາດ.

ການປົກຄອງ​ຂອງ​ພຣະອົງ​ຈະ​ຂະຫຍາຍ​ຈາກ​ທະເລ​ສູ່​ທະເລ

ແລະ ຈາກ​ແມ່ນ້ຳ​ຈົນ​ເຖິງ​ສຸດ​ປາຍ​ແຜ່ນດິນ​ໂລກ.4

ສໍາລັບ​ເຈົ້າ, ເພາະ​ເລືອດ​ແຫ່ງ​ພັນທະສັນຍາ​ຂອງ​ເຮົາ​ຢູ່​ກັບ​ເຈົ້າ,

ເຮົາ​ຈະ​ປົດປ່ອຍ​ນັກ​ໂທດ​ຂອງ​ເຈົ້າ​ຈາກ​ເຫວ​ເລິກ​ທີ່​ບໍ່ມີ​ນ້ຳ.

ນັກ​ໂທດ​ຜູ້​ມີ​ຄວາມ​ຫວັງ; ຈົ່ງ​ກັບ​ມາຍັງ​ປ້ອມ​ປະ​ການ​ຂອງ​ເຈົ້າ,

ບັດນີ້​ເຮົາ​ປະກາດ​ວ່າ​ເຮົາ​ຈະ​ຟື້ນຟູ​ເຈົ້າ​ຂຶ້ນ​ມາ​ເປັນ​ສອງ​ເທົ່າ.

ເຮົາ​ຈະ​ກົ່ງ​ຢູດາ​ດັ່ງ​ກົ່ງ​ທະນູ

ແລະ ກົ່ງ​ລູກທະນູ​ໃສ່​ເອຟຣາອິມ​ໃຫ້​ເຕັມ.

ຊີໂອນ, ເຮົາ​ຈະ​ກະຕຸ້ນ​ພວກລູກ​ຂອງ​ເຈົ້າ,

ມາ​ສູ້​ກັບ​ພວກລູກ​ຂອງ, ກຣີກ,

ແລະ ເຮັດ​ໃຫ້​ພວກເຈົ້າ​ເປັນ​ດັ່ງ​ດາບ​ໃນ​ມື​ນັກຮົບ.

ພຣະເຈົ້າ​ຢາເວ​ຈະ​ປາກົດ

ແລ້ວ​ພຣະເຈົ້າ​ຢາເວ​ຈະ​ປາກົດ​ເໜືອ​ພວກເຂົາ;

ລູກທະນູ​ຂອງ​ພຣະອົງ​ຈະ​ເປັ່ງ​ປະ​ກາຍ​ດັ່ງ​ຟ້າແມບເຫຼື້ອມ.

ພຣະເຈົ້າ​ຢາເວ​ອົງ​ຜູ້ຄອບຄອງ​ຈະ​ເປົ່າ​ແກ;

ພຣະອົງ​ຈະ​ປາກົດ​ໃນ​ພາຍຸ​ແຫ່ງ​ທິດ​ໃຕ້,

ແລະ ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ຈະ​ປົກປ້ອງ​ພວກເຂົາ​ໄວ້.

ພວກເຂົາ​ຈະ​ຖືກ​ທຳລາຍ

ແລະ ຖືກ​ເອົາ​ຊະນະ​ດ້ວຍ​ສະລິງ.

ພວກເຂົາ​ຈະ​ດື່ມ ແລະ ໂຫ່​ຮ້ອງ​ເໝືອນ​ດື່ມ​ເຫລົ້າ​ອະງຸ່ນ,

ພວກເຂົາ​ຈະ​ເຕັມ​ລົ້ນ​ດັ່ງ​ຊາມ

ທີ່​ໃຊ້​ໃນ​ການ​ຖອກ​ເລືອດ5​ໃສ່ແຈ​ແທ່ນບູຊາ.

ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ຈະ​ຊ່ວຍ​ຄົນ​ຂອງ​ພຣະອົງ​ໃນ​ວັນ​ນັ້ນ

ດັ່ງ​ຜູ້ລ້ຽງ​ແກະ​ຊ່ວຍ​ແກະ​ຂອງ​ຕົນ.

ພວກເຂົາ​ຈະ​ຮຸ່ງເຮືອງ​ໃນ​ແຜ່ນດິນ​ຂອງ​ພຣະອົງ

ດັ່ງ​ເພັດ​ໃນ​ມົງກຸດ.

ພວກເຂົາ​ຈະ​ງົດ​ງາມ ແລະ ໜ້າ​ດຶງ​ດູດ​ຫລາຍ!

ທັນ​ຍາ​ພືດ​ຈະ​ເຮັດ​ໃຫ້​ຄົນ​ໜຸ່ມ​ເຕີບໂຕ,

ແລະ ເຫລົ້າ​ອະງຸ່ນ​ໃໝ່​ຈະ​ເຮັດ​ໃຫ້​ຍິງ​ສາວ​ຈະເລີນ​ໄວ.

Source notes (5)
  1. Footnote ຫລື ດາມາເຊ ເພາະ​ອົງພຣະຜູ້ເປັນເຈົ້າ​ຈັບ​ຕາ​ເບິ່ງ​ມວນ​ມະນຸດ ເຊັ່ນ​ດຽວ​ກັບ​ທີ່​ຈັບ​ຕາ​ເບິ່ງ​ເຜົ່າ​ຕ່າງໆ ຂອງ​ອິດສະຣາເອນ
  2. Footnote ຄື ຊາວ​ເຢຣູຊາເລັມ
  3. Footnote ຄື ຊາວ​ເຢຣູຊາເລັມ
  4. Footnote ຫລື ສຸດ​ເຂດ​ແດນ
  5. Footnote ຫລື ຊາມ ເໝືອນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.