Skip to content
BibleKenya

Biblica® Open Lao Contemporary Version

ພຣະນິມິດ 14

ລູກແກະ​ຂອງ​ພຣະເຈົ້າ ແລະ ພວກ 144.000 ຄົນ

ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ແນມເບິ່ງ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ແມ່ນ​ລູກແກະ​ຂອງ​ພຣະເຈົ້າ, ພຣະອົງ​ຢືນຢູ່​ເທິງ​ພູເຂົາ​ຊີໂອນ​ກັບ​ພວກ 144.000 ຄົນ ເຊິ່ງ​ມີ​ນາມ​ຂອງ​ພຣະອົງ ແລະ ນາມ​ຂອງ​ພຣະບິດາເຈົ້າ​ຂຽນ​ໄວ້​ເທິງ​ໜ້າຜາກ​ຂອງ​ພວກເຂົາ. ແລະ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ດັງ​ຈາກ​ສະຫວັນ​ເໝືອນ​ສຽງ​ນ້ຳ​ໄຫລແຮງ ແລະ ສຽງ​ຟ້າຮ້ອງ​ດັງ​ກ້ອງສະໜັ່ນ. ສຽງ​ທີ່​ຂ້າພະເຈົ້າ​ໄດ້​ຍິນ​ນັ້ນ​ເໝືອນ​ສຽງ​ທີ່​ບັນດາ​ນັກດີດ​ພິນ​ກຳລັງ​ບັນເລງ​ຢູ່. ແລະ ພວກເຂົາ​ໄດ້​ຮ້ອງ​ເພງ​ບົດ​ໃໝ່​ຕໍ່ໜ້າ​ບັນລັງ, ຕໍ່ໜ້າ​ສິ່ງທີ່ມີຊີວິດ​ທັງ​ສີ່ ແລະ ບັນດາ​ຜູ້ອາວຸໂສ. ບໍ່​ມີ​ຜູ້ໃດ​ສາມາດ​ຮຽນ​ຮ້ອງເພງ​ບົດ​ນັ້ນ​ໄດ້​ນອກ​ຈາກ​ພວກ 144.000 ຄົນ​ທີ່​ໄດ້​ໄຖ່​ໄວ້​ຈາກ​ແຜ່ນດິນໂລກ. ຄົນ​ເຫລົ່ານີ້​ຄື​ຜູ້​ທີ່​ບໍ່​ໄດ້​ເຮັດ​ໃຫ້​ຕົນ​ເອງ​ເປັນມົນທິນ​ຍ້ອນ​ຜູ້ຍິງ ເພາະ​ພວກເພິ່ນ​ຮັກສາ​ຕົນ​ເອງ​ໃຫ້​ບໍລິສຸດ​ຢູ່​ສະເໝີ. ພວກເຂົາ​ຕິດຕາມ​ລູກແກະ​ຂອງ​ພຣະເຈົ້າ​ໄປ​ທຸກບ່ອນ​ທີ່​ພຣະອົງ​ໄປ. ພວກເຂົາ​ເປັນ​ຜູ້​ທີ່​ໄດ້​ໄຖ່​ໄວ້​ຈາກ​ມວນມະນຸດ ແລະ ເພື່ອ​ເປັນ​ຜົນທຳອິດ​ຖວາຍ​ແກ່​ພຣະເຈົ້າ ແລະ ລູກແກະ​ຂອງ​ພຣະເຈົ້າ. ບໍ່​ມີ​ຄຳຕົວະ​ອອກ​ຈາກ​ປາກ​ຂອງ​ພວກເຂົາ, ພວກເຂົາ​ບໍ່ມີຕຳໜິ​ເລີຍ.

ເທວະດາ​ທັງ​ສາມ

ແລ້ວ​ຂ້າພະເຈົ້າ​ກໍ​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ​ກຳລັງ​ບິນ​ຢູ່​ໃນ​ກາງອາກາດ ແລະ ເທວະດາ​ຕົນ​ນັ້ນ​ມີ​ຂ່າວປະເສີດ​ນິລັນດອນ​ເພື່ອ​ປະກາດ​ແກ່​ຜູ້​ທີ່​ດຳເນີນຊີວິດ​ຢູ່​ເທິງ​ແຜ່ນດິນໂລກ, ແກ່​ທຸກ​ຊົນຊາດ, ທຸກ​ຊົນເຜົ່າ, ທຸກ​ພາສາ ແລະ ແກ່​ທຸກໆ​ຄົນ. ເທວະດາ​ນັ້ນ​ໄດ້​ປະກາດ​ດ້ວຍ​ສຽງ​ດັງ​ວ່າ, “ຈົ່ງ​ຢຳເກງ​ພຣະເຈົ້າ ແລະ ຖວາຍ​ກຽດຕິຍົດ​ແກ່​ພຣະອົງ ເພາະວ່າ​ເວລາ​ແຫ່ງ​ການພິພາກສາ​ຂອງ​ພຣະອົງ​ໄດ້​ມາ​ເຖິງ​ແລ້ວ. ຈົ່ງ​ນະມັດສະການ​ພຣະອົງ​ຜູ້​ໄດ້​ສ້າງ​ຟ້າສະຫວັນ, ແຜ່ນດິນໂລກ, ທະເລ ແລະ ບໍ່ນ້ຳພຸ​ທັງຫລາຍ”.

ເທວະດາ​ຕົນ​ທີ​ສອງ​ໄດ້​ຕິດຕາມ​ມາ ແລະ ປະກາດ​ວ່າ, “ຫລົ້ມຈົມ​ແລ້ວ! ບາບີໂລນ​ເມືອງ​ຍິ່ງໃຫຍ່,1 ເຊິ່ງ​ເຮັດ​ໃຫ້​ປະຊາຊາດ​ທັງໝົດ​ດື່ມ​ເຫລົ້າອະງຸ່ນ​ແຫ່ງ​ການຫລິ້ນຊູ້​ຂອງ​ນາງ”.

ເທວະດາ​ຕົນ​ທີສາມ​ໄດ້​ຕິດຕາມ​ມາ ແລະ ປະກາດ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ຖ້າ​ຜູ້ໃດ​ຂາບໄຫວ້​ສັດຮ້າຍ​ກັບ​ຮູບຈຳລອງ​ຂອງ​ມັນ ແລະ ຮັບ​ເຄື່ອງໝາຍ​ຂອງ​ມັນ​ໄວ້​ທີ່​ໜ້າຜາກ ຫລື ທີ່​ມື​ຂອງ​ຕົນ, ພວກເຂົາ​ຈະ​ຕ້ອງ​ດື່ມ​ເຫລົ້າອະງຸ່ນ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ, ເຊິ່ງ​ໄດ້​ຖອກລົງ​ໃນ​ຈອກ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະອົງ. ພວກເຂົາ​ຈະ​ຖືກ​ທໍລະມານ​ດ້ວຍ​ໄຟ​ກັບ​ມາດ​ຕໍ່ໜ້າ​ບັນດາ​ເທວະດາ​ຜູ້​ບໍລິສຸດ ແລະ ຕໍ່ໜ້າ​ລູກແກະ​ຂອງ​ພຣະເຈົ້າ. ແລະ ຄວັນ​ແຫ່ງ​ຄວາມທໍລະມານ​ຂອງ​ພວກເຂົາ​ຈະ​ພຸ່ງ​ຂຶ້ນ​ຕະຫລອດໄປ​ເປັນນິດ. ບັນດາ​ຄົນ​ເຫລົ່ານັ້ນ​ທີ່​ຂາບໄຫວ້​ສັດຮ້າຍ​ກັບ​ຮູບຈຳລອງ​ຂອງ​ມັນ ຫລື ຜູ້​ທີ່​ໄດ້ຮັບ​ເຄື່ອງໝາຍ​ຊື່​ຂອງ​ມັນ​ຈະ​ບໍ່​ໄດ້​ຢຸດ​ພັກ​ເລີຍ​ບໍ່​ວ່າ​ກາງເວັນ ຫລື ກາງຄືນ”. ໃນ​ເລື່ອງ​ນີ້​ຄົນ​ຂອງ​ພຣະເຈົ້າ​ຜູ້​ຖື​ຮັກສາ​ກົດບັນຍັດ​ຂອງ​ພຣະອົງ ແລະ ຍັງ​ສັດຊື່​ຕໍ່​ພຣະເຢຊູເຈົ້າ​ຈະ​ຕ້ອງ​ມີ​ມານະອົດທົນ.

ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ໜຶ່ງ​ຈາກ​ສະຫວັນ​ກ່າວ​ວ່າ, “ຈົ່ງ​ຂຽນ​ດັ່ງນີ້: ນັບ​ແຕ່​ນີ້​ໄປ​ຄວາມສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ຕາຍ​ແລ້ວ​ຄື​ຜູ້​ທີ່​ຕາຍ​ໃນ​ອົງພຣະຜູ້ເປັນເຈົ້າ”.

ພຣະວິນຍານບໍລິສຸດເຈົ້າ​ກ່າວ​ວ່າ, “ແມ່ນ​ແລ້ວ, ພວກເຂົາ​ຈະ​ພັກຜ່ອນ​ຈາກ​ການ​ເຮັດວຽກ​ຂອງ​ຕົນ ເພາະ​ຜົນງານ​ຂອງ​ພວກເຂົາ​ຈະ​ຕິດຕາມ​ພວກເຂົາ​ໄປ”.

ການເກັບກ່ຽວ​ໂລກ ແລະ ການຢຽບ​ນ້ຳໝາກອະງຸ່ນ

ຂ້າພະເຈົ້າ​ໄດ້​ແນມເບິ່ງ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ມີ​ເມກ​ສີຂາວ ແລະ ມີ​ຜູ້​ໜຶ່ງ “ເໝືອນ​ບຸດມະນຸດ”2 ນັ່ງ​ຢູ່​ເທິງ​ເມກ​ນັ້ນ ສວມ​ມົງກຸດ​ຄຳ​ເທິງ​ຫົວ ແລະ ໃນ​ມື​ຂອງ​ພຣະອົງ​ຖື​ກ່ຽວ​ດວງ​ຄົມ. ແລ້ວ​ເທວະດາ​ອີກ​ຕົນ​ໜຶ່ງ​ກໍ​ອອກມາ​ຈາກ​ວິຫານ ແລະ ຮ້ອງ​ບອກ​ຜູ້​ນັ່ງ​ຢູ່​ເທິງ​ເມກ​ນັ້ນ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ໃຊ້​ກ່ຽວ​ຂອງ​ພຣະອົງ ແລະ ກ່ຽວ​ສາ, ເພາະວ່າ​ເວລາ​ເກັບກ່ຽວ​ໄດ້​ມາ​ເຖິງ​ແລ້ວ, ເພາະ​ຜົນ​ທີ່​ຈະ​ເກັບກ່ຽວ​ຈາກ​ແຜ່ນດິນໂລກ​ກໍ​ສຸກ​ແລ້ວ”. ດັ່ງນັ້ນ ຜູ້​ທີ່​ນັ່ງ​ຢູ່​ເທິງ​ເມກ​ຈຶ່ງ​ແກ່ວງ​ກ່ຽວ​ລົງມາ​ເທິງ​ແຜ່ນດິນໂລກ ແລະ ແຜ່ນດິນໂລກ​ກໍ​ຖືກ​ເກັບກ່ຽວ.

ເທວະດາ​ອີກ​ຕົນ​ໜຶ່ງ​ກໍ​ໄດ້​ອອກມາ​ຈາກ​ວິຫານ​ໃນ​ສະຫວັນ ແລະ ຖື​ກ່ຽວ​ດວງ​ຄົມ​ເໝືອນ​ກັນ. ຍັງ​ມີ​ເທວະດາ​ອີກ​ຕົນ​ໜຶ່ງ​ທີ່​ມີ​ໜ້າທີ່​ກຳກັບ​ໄຟ ກໍ​ໄດ້​ອອກມາ​ຈາກ​ແທ່ນບູຊາ ແລະ ຮ້ອງ​ສຽງ​ດັງ​ບອກ​ເທວະດາ​ຜູ້​ຖື​ກ່ຽວ​ດວງ​ຄົມ​ນັ້ນ​ວ່າ, “ໃຊ້​ກ່ຽວ​ດວງ​ຄົມ​ຂອງ​ທ່ານ​ເກັບກ່ຽວ​ພວງ​ໝາກອະງຸ່ນ​ທີ່​ແຜ່ນດິນ​ໂລກ​ສາ ເພາະ​ໝາກອະງຸ່ນ​ກໍ​ສຸກ​ແລ້ວ”. ເທວະດາ​ຜູ້​ຖື​ກ່ຽວ​ຈຶ່ງ​ແກ່ວງ​ກ່ຽວ​ໄປ​ເທິງ​ແຜ່ນດິນໂລກ ເກັບກ່ຽວ​ໝາກອະງຸ່ນ ແລະ ຖິ້ມ​ລົງ​ໃນ​ອ່າງຢຽບໝາກອະງຸ່ນ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ. ພວກເຂົາ​ຖືກ​ຢຽບ​ໃນ​ອ່າງຢຽບໝາກອະງຸ່ນ​ຢູ່​ນອກ​ເມືອງ ເລືອດ​ໄຫລລົ້ນ​ອອກຈາກ​ອ່າງຢຽບໝາກອະງຸ່ນ​ນັ້ນ​ສູງ​ເຖິງ​ລະດັບ​ບັງຫງຽນ​ຂອງ​ມ້າ ແລະ ໄຫລ​ໄປ​ປະມານ 3.000 ກິໂລແມັດ.3

Source notes (3)
  1. Footnote ອຊຢ 21:9
  2. Footnote ດນອ 7:13
  3. Footnote ຫລື ປະມານ 1.600 ສະເຕເດຍ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.