Biblica® Open Lao Contemporary Version
ພຣະນິມິດ 13
ສັດຮ້າຍຈາກທະເລ
ສ່ວນພະຍານາກ1ຢືນຢູ່ແຄມທະເລ. ແລະ ຂ້າພະເຈົ້າໄດ້ເຫັນສັດຮ້າຍໂຕໜຶ່ງຂຶ້ນມາຈາກທະເລ. ມັນມີສິບເຂົາ ແລະ ເຈັດຫົວ, ທັງເຈັດເຂົາສວມມົງກຸດສວມ ແລະ ຢູ່ເທິງແຕ່ລະຫົວມີຊື່ທີ່ເປັນຄຳໝິ່ນປະໝາດ. ສັດຮ້າຍທີ່ຂ້າພະເຈົ້າໄດ້ເຫັນນັ້ນຄ້າຍຄືກັບເສືອດາວ, ແຕ່ມີຕີນເໝືອນຕີນໝີ ແລະ ມີປາກເໝືອນປາກສິງ. ພະຍານາກໄດ້ໃຫ້ອຳນາດ ແລະ ບັນລັງກັບສິດອຳນາດອັນຍິ່ງໃຫຍ່ຂອງມັນແກ່ສັດຮ້າຍນັ້ນ. ຫົວໜຶ່ງໃນບັນດາຫົວຂອງສັດຮ້າຍນັ້ນເບິ່ງຄືວ່າມີບາດແຜທີ່ເຮັດໃຫ້ເຖິງຕາຍ, ແຕ່ບາດແຜທີ່ເຮັດໃຫ້ເຖິງຕາຍນັ້ນຫາຍດີແລ້ວ. ຄົນທັງໂລກກໍເຕັມໄປດ້ວຍຄວາມອັດສະຈັນໃຈ ແລະ ໄດ້ຕິດຕາມມານຮ້າຍນັ້ນ. ປະຊາຊົນໄດ້ຂາບໄຫວ້ພະຍານາກເພາະມັນໃຫ້ສິດອຳນາດແກ່ສັດຮ້າຍນັ້ນ ແລະ ພວກເຂົາໄດ້ຂາບໄຫວ້ສັດຮ້າຍເໝືອນກັນ ແລະ ພວກເຂົາຖາມກັນວ່າ, “ຜູ້ໃດຈະເປັນເໝືອນສັດຮ້າຍນີ້? ຜູ້ໃດສາມາດສູ້ຮົບກັບມັນໄດ້?”
ສັດຮ້າຍນັ້ນໄດ້ຮັບອະນຸຍາດໃຫ້ມີປາກເພື່ອເວົ້າຄຳເວົ້າທີ່ອວດອ້າງ ແລະ ໝິ່ນປະໝາດ ແລະ ເພື່ອໃຊ້ສິດອຳນາດຂອງມັນເປັນເວລາສີ່ສິບສອງເດືອນ. ມັນອ້າປາກກ່າວໝິ່ນປະໝາດພຣະເຈົ້າ ແລະ ກ່າວຮ້າຍຕໍ່ນາມຂອງພຣະອົງ, ຕໍ່ທີ່ສະຖິດຂອງພຣະອົງ ແລະ ຕໍ່ບັນດາຜູ້ທີ່ຢູ່ໃນສະຫວັນ. ມັນໄດ້ຮັບອຳນາດທີ່ຈະສູ້ຮົບກັບບັນດາຜູ້ບໍລິສຸດຂອງພຣະເຈົ້າ ແລະ ຊະນະພວກເຂົາ. ມັນໄດ້ຮັບສິດອຳນາດເໜືອທຸກຊົນເຜົ່າ, ທຸກຄົນ, ທຸກພາສາ ແລະ ທຸກຊົນຊາດ. ບັນດາຄົນທີ່ຢູ່ໃນແຜ່ນດິນໂລກຈະຂາບໄຫວ້ສັດຮ້າຍນັ້ນ ຄືທຸກຄົນທີ່ບໍ່ໄດ້ມີຊື່ຈົດໄວ້ໃນໜັງສືແຫ່ງຊີວິດຂອງລູກແກະຂອງພຣະເຈົ້າ, ລູກແກະຂອງພຣະເຈົ້າຜູ້ຖືກຂ້າຕາຍຕັ້ງແຕ່ການສ້າງໂລກ.2
“ຜູ້ໃດກໍຕາມມີຫູ ກໍຈົ່ງຟັງສາ.
“ຖ້າຜູ້ໃດຖືກກຳນົດໃຫ້ເປັນຊະເລີຍ,
ພວກເຂົາກໍຈະຕ້ອງໄປເປັນຊະເລີຍ.
ຖ້າຜູ້ໃດຖືກກຳນົດໃຫ້ຖືກຂ້າ3ດ້ວຍດາບ
ພວກເຂົາກໍຈະຕ້ອງຖືກຂ້າດ້ວຍດາບ”.4
ໃນເລື່ອງນີ້ບັນດາຄົນຂອງພຣະເຈົ້າຈະຕ້ອງມີຄວາມອົດທົນ ແລະ ຄວາມສັດຊື່.
ສັດຮ້າຍຈາກແຜ່ນດິນໂລກ
ແລ້ວຂ້າພະເຈົ້າໄດ້ເຫັນສັດຮ້າຍໂຕທີສອງຂຶ້ນມາຈາກແຜ່ນດິນໂລກ. ມັນມີສອງເຂົາເໝືອນເຂົາແກະນ້ອຍ, ແຕ່ມັນເວົ້າເໝືອນກັບພະຍານາກ. ມັນເປັນໂຕແທນຂອງການໃຊ້ສິດອຳນາດທັງຫມົດຂອງສັດຮ້າຍໂຕທຳອິດ ແລະ ເຮັດໃຫ້ໂລກກັບຄົນທັງຫລາຍທີ່ຢູ່ໃນແຜ່ນດິນໂລກຂາບໄຫວ້ສັດຮ້າຍໂຕທຳອິດ ເຊິ່ງເຄີຍມີບາດແຜທີ່ເຮັດໃຫ້ເຖິງຕາຍແຕ່ຫາຍດີແລ້ວ. ແລະ ມັນສະແດງໝາຍສຳຄັນທີ່ຍິ່ງໃຫຍ່, ແມ່ນແຕ່ເຮັດໃຫ້ໄຟຕົກຈາກສະຫວັນລົງມາສູ່ໂລກຕໍ່ໜ້າຕໍ່ຕາມະນຸດ. ເພາະໝາຍສຳຄັນເຫລົ່ານີ້ມັນຈຶ່ງໄດ້ຮັບອຳນາດໃຫ້ກະທຳການແທນສັດຮ້າຍໂຕທຳອິດ, ມັນຫລອກລວງຄົນທັງຫລາຍທີ່ຢູ່ໃນແຜ່ນດິນໂລກ. ມັນສັ່ງໃຫ້ພວກເຂົາສ້າງຮູບຈຳລອງຂຶ້ນເພື່ອເປັນກຽດແກ່ສັດຮ້າຍທີ່ຖືກບາດເຈັບດ້ວຍດາບແຕ່ຍັງບໍ່ຕາຍນັ້ນ. ສັດຮ້າຍໂຕທີສອງໄດ້ຮັບອຳນາດທີ່ຈະໃຫ້ລົມຫາຍໃຈແກ່ຮູບຈໍາລອງຂອງສັດຮ້າຍໂຕທຳອິດ, ເພື່ອວ່າຮູບຈຳລອງນັ້ນຈະສາມາດເວົ້າໄດ້ ແລະ ເຮັດໃຫ້ທຸກຄົນທີ່ບໍ່ຍອມຂາບໄຫວ້ຮູບຈຳລອງຖືກຂ້າຕາຍ. ມັນຍັງບັງຄັບທຸກຄົນທັງຜູ້ໃຫຍ່ ແລະ ຜູ້ນ້ອຍ, ຄົນຮັ່ງມີ ແລະ ຄົນຍາກຈົນ, ຂ້າທາດ ຫລື ອິດສະຫລະ ໃຫ້ຮັບເຄື່ອງໝາຍໄວ້ທີ່ມືຂວາ ຫລື ທີ່ໜ້າຜາກຂອງພວກເຂົາ, ເພື່ອບໍ່ໃຫ້ຜູ້ໃດເຮັດການຊື້ ຫລື ຂາຍໄດ້ ເວັ້ນໄວ້ແຕ່ພວກເຂົາຈະມີເຄື່ອງໝາຍ, ເຊິ່ງເປັນຊື່ຂອງສັດຮ້າຍ ຫລື ໂຕເລກປະຈຳຊື່ຂອງສັດຮ້າຍນັ້ນ.
ໃນເລື່ອງນີ້ຕ້ອງໃຊ້ສະຕິປັນຍາ. ຜູ້ໃດມີຄວາມເຂົ້າໃຈກໍໃຫ້ຄິດໄລ່ໂຕເລກຂອງສັດຮ້າຍນັ້ນ ເພາະໂຕເລກນັ້ນແທນຊື່ບຸກຄົນ5ໜຶ່ງ. ໂຕເລກນັ້ນແມ່ນ 666.
Source notes (5)
- Footnote ສຳເນົາຕົ້ນສະບັບຍຸກຫລັງບາງສຳເນົາວ່າ ສ່ວນຂ້າພະເຈົ້າ
- Footnote ຫລື ໄດ້ຈົດໄວ້ຕັ້ງແຕ່ສ້າງໂລກໃນໜັງສືແຫ່ງຊີວິດຂອງລູກແກະຂອງພຣະເຈົ້າຜູ້ຖືກຂ້າ
- Footnote ສຳເນົາຕົ້ນສະບັບບາງສຳເນົາວ່າ ຜູ້ໃດຂ້າພວກເຂົາ
- Footnote ຢມຢ 15:2
- Footnote ຫລື ໂຕເລກຂອງມະນຸດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.