Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 84:11

Verse 11 is marked below, with the whole chapter around it. Read from the start

(ເຖິງ​ຫົວໜ້າ​ນັກຮ້ອງ, ທຳນອງ​ກິດທີດ​ບົດ​ເພງສັນລະເສີນ​ຂອງ​ລູກຊາຍ​ຂອງ​ໂກຣາ)

ຂ້າແດ່​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່,

ທີ່​ຢູ່​ຂອງ​ພຣະອົງ​ງົດງາມ​ຫລາຍ!

ຈິດໃຈ​ຂອງ​ຂ້ານ້ອຍ​ກະຫາຍ​ຫາ ເຖິງ​ວ່າ​ຈະ​ໝົດ​ແຮງ,

ປາຖະໜາ​ທີ່​ຈະ​ເຂົ້າ​ມາ​ຍັງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ

ຫົວໃຈ​ຂອງ​ຂ້ານ້ອຍ ແລະ ຮ່າງກາຍ​ຂອງ​ຂ້ານ້ອຍ

ຮ້ອງ​ຫາ​ພຣະເຈົ້າ​ຜູ້​ມີ​ຊີວິດ​ຢູ່.

ແມ່ນ​ແຕ່​ນົກຈອກ​ກໍ​ຍັງ​ຫາ​ບ້ານ​ໄດ້,

ແລະ ນົກແອ່ນ​ຍັງ​ພົບ​ບ່ອນ​ທີ່​ຈະ​ເຮັດ​ຮັງ​ສຳລັບ​ຕົນ​ເອງ

ບ່ອນ​ທີ່​ມັນ​ຈະ​ຮັກສາ​ລູກ​ນ້ອຍ​ຂອງ​ຕົນ​ໄວ້

ຄື​ບ່ອນ​ທີ່​ໃກ້​ແທ່ນບູຊາ​ຂອງ​ພຣະອົງ,

ຂ້າແດ່​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່, ກະສັດ​ຂອງ​ຂ້ານ້ອຍ ແລະ ພຣະເຈົ້າ​ຂອງ​ຂ້ານ້ອຍ.

ຄວາມ​ສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ອາໄສ​ຢູ່​ໃນ​ວິຫານ​ຂອງ​ພຣະອົງ,

ພວກເຂົາ​ສັນລະເສີນ​ພຣະອົງ​ຕະຫລອດ​ເວລາ.

ຄວາມ​ສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ກຳລັງ​ຂອງ​ພວກເຂົາ​ຢູ່​ໃນ​ພຣະອົງ,

ຜູ້​ທີ່​ມີ​ໃຈ​ຮ້ອນຮົນ​ໄປ​ຍັງ​ເຢຣູຊາເລັມ.

ເມື່ອ​ພວກເຂົາ​ເດີນ​ຜ່ານ​ຮ່ອມພູ​ແຫ່ງ​ເບກາ,

ພວກເຂົາ​ເຮັດ​ໃຫ້​ບ່ອນ​ນັ້ນ​ກາຍເປັນ​ແຫລ່ງ​ນ້ຳພຸ

ແລະ ຝົນ​ລະດູ​ໃບ​ໄມ້​ຫລົ່ນ​ກໍ​ເຮັດ​ໃຫ້​ເຕັມ​ໄປ​ດ້ວຍ​ສະ​ນ້ຳ.1

ພວກເຂົາ​ມີ​ກຳລັງ​ເພີ່ມ​ຂຶ້ນ​ເລື້ອຍໆ

ຈົນ​ແຕ່ລະຄົນ​ໄດ້​ມາ​ເຂົ້າ​ພົບ​ພຣະເຈົ້າ​ຢູ່​ທີ່​ຊີໂອນ.

ຂ້າແດ່​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່ ໂຜດ​ຮັບ​ຟັງ​ຄຳ​ອະທິຖານ​ຂອງ​ຂ້ານ້ອຍ;

ຂ້າແດ່​ພຣະເຈົ້າ​ຂອງ​ຢາໂຄບ ຂໍ​ໂຜດ​ຮັບ​ຟັງ​ຂ້ານ້ອຍ.

ຂ້າແດ່​ພຣະເຈົ້າ ໂຜດ​ເບິ່ງ​ທີ່​ໂລ່2​ຂອງ​ພວກຂ້ານ້ອຍ

ຂໍ​ເບິ່ງ​ຜູ້​ທີ່​ເຈີມ​ຕັ້ງ​ໄວ້​ດ້ວຍ​ຄວາມ​ພໍໃຈ​ຂອງ​ພຣະອົງ.

ວັນ​ດຽວ​ໃນ​ວິຫານ​ຂອງ​ພຣະອົງ

ກໍ​ດີ​ກວ່າ​ພັນ​ວັນ​ໃນ​ທີ່​ອື່ນ​ໃດ;

ຂ້ານ້ອຍ​ຂໍ​ເປັນ​ຄົນ​ເຝົ້າ​ປະຕູ​ປະຈຳ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ຂ້ານ້ອຍ

ດີ​ກວ່າ​ຢູ່​ໃນ​ເຕັນ​ຂອງ​ຄົນ​ຊົ່ວຮ້າຍ.

ເພາະ​ພຣະເຈົ້າ​ຢາເວ ພຣະເຈົ້າ​ເປັນ​ດວງ​ຕາເວັນ ແລະ ໂລ່​ກຳບັງ;

ພຣະເຈົ້າ​ຢາເວ​ໃຫ້​ຄວາມ​ພໍໃຈ ແລະ ກຽດ​ຕິຍົດ

ບໍ່​ມີ​ສິ່ງ​ດີ​ອັນ​ໃດ​ທີ່​ພຣະອົງ​ໜ່ວງໜ່ຽວ​ໄວ້

ຈາກ​ບັນດາ​ຜູ້​ທີ່​ດຳເນີນຊີວິດ​ຢ່າງ​ບໍ່​ມີ​ຕຳໜິ.

ຂ້າແດ່​ພຣະເຈົ້າ​ຢາເວ ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່,

ຄວາມ​ສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ໄວ້​ວາງໃຈ​ໃນ​ພຣະອົງ.

Source notes (2)
  1. Footnote ຫລື ພຣະພອນ
  2. Footnote ຫລື ກະສັດ​ຜູ້​ຄອບຄອງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.