Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 83

(ບົດເພງ ບົດ​ເພງສັນລະເສີນ​ຂອງ​ອາສັບ)

ຂ້າແດ່​ພຣະເຈົ້າ ຂໍ​ຢ່າ​ມິດງຽບ​ຢູ່

ຂໍ​ຢ່າ​ເຮັດ​ຄື​ຫູ​ໜວກ,

ຂ້າແດ່​ພຣະເຈົ້າ ຂໍ​ຢ່າ​ຢືນ​ຢູ່​ຫ່າງ​ເລີຍ.

ໂຜດ​ເບິ່ງ​ວ່າ​ສັດຕູ​ຂອງ​ພຣະອົງ​ນັ້ນ​ແຜດສຽງ​ຢ່າງ​ໃດ

ບັນດາ​ສັດຕູ​ຂອງ​ພຣະອົງ​ເຊີດ​ໜ້າ​ຊູ​ຄໍ​ຂອງ​ຕົນ​ຢ່າງ​ໃດ.

ພວກເຂົາ​ສົມ​ຮູ້​ຮ່ວມ​ຄິດ​ກັນ​ຕໍ່ສູ້​ຄົນ​ຂອງ​ພຣະອົງ​ດ້ວຍ​ອຸບາຍ;

ພວກເຂົາ​ວາງ​ແຜນ​ຈັດການ​ກັບ​ບັນດາ​ຜູ້​ທີ່​ພຣະອົງ​ທະນຸຖະໜອມ.

ພວກເຂົາ​ເວົ້າ​ກັນ​ວ່າ “ມາ​ແມ, ໃຫ້​ພວກເຮົາ​ທຳລາຍ​ຊົນຊາດ​ອິດສະຣາເອນ,

ເພື່ອ​ບໍ່​ໃຫ້​ຊື່​ຂອງ​ອິດສະຣາເອນ​ເປັນ​ທີ່​ຈົດຈຳ​ອີກ​ຕໍ່​ໄປ”.

ພວກເຂົາ​ໄດ້​ພ້ອມ​ໃຈ​ກັນ​ວາງ​ແຜນ

ພວກເຂົາ​ໄດ້​ລວມ​ໂຕ​ກັນ​ເປັນ​ພັນທະມິດ​ຕໍ່ຕ້ານ​ພຣະອົງ

ໄດ້​ແກ່​ເຕັນ​ຂອງ​ຊາວ​ເອໂດມ ແລະ ອິດຊະມາເອນ,

ຂອງ​ຊາວ​ໂມອາບ ແລະ ຊາວ​ຮັກກິດ,

ຂອງ​ຊາວ​ເກບານ,1 ຊາວ​ອຳໂມນ ແລະ ຊາວ​ອາມາເຫລັກ,

ຂອງ​ຊາວ​ຟີລິດສະຕິນ ແລະ ຊາວ​ຕີເຣ.

ແມ່ນ​ແຕ່​ອັດຊີເຣຍ​ກໍ​ຍັງ​ເຂົ້າ​ມາ​ສົມທົບ​ກັບ​ພວກເຂົາ

ເພື່ອ​ເສີມ​ກຳລັງ​ລູກ​ຫລານ​ຂອງ​ໂລດ.

ຂໍ​ໃຫ້​ເຮດ​ກັບ​ພວກເຂົາ​ເໝືອນ​ກັບ​ທີ່​ເຮັດ​ກັບ​ຊາວ​ມີດີອານ,

ເໝືອນ​ຢ່າງ​ທີ່​ເຮັດ​ກັບ​ສີເສຣາ ແລະ ຢາບິນ​ທີ່​ແມ່ນ້ຳ​ກີໂຊນ​ນັ້ນ,

ຜູ້​ທີ່​ພິນາດ​ຈິບຫາຍ​ທີ່​ເອນໂດເຣ

ແລະ ກາຍເປັນ​ເໝືອນ​ຂີ້ເຫຍື້ອ​ທີ່​ຢູ່​ເທິງ​ພື້ນດິນ.

ຂໍ​ເຮັດ​ໃຫ້​ຂຸນນາງ​ທັງຫລາຍ​ຂອງ​ພວກເຂົາ​ເປັນ​ເໝືອນ​ໂອເຣັບ ແລະ ເຊເອັບ,

ໃຫ້​ບັນດາ​ເຈົ້ານາຍ​ຂອງ​ພວກເຂົາ​ເປັນ​ເໝືອນ​ເຊບາ ແລະ ຊັນມູນນາ,

ເປັນ​ຜູ້​ທີ່​ເວົ້າ​ວ່າ “ໃຫ້​ພວກເຮົາ​ຢຶດ​ເອົາ​ທົ່ງຫຍ້າ​ຂອງ​ພຣະເຈົ້າ

ມາ​ເປັນ​ກຳມະສິດ”.

ພຣະເຈົ້າ​ຂອງ​ຂ້ານ້ອຍ ຂໍ​ໂຜດ​ເຮັດ​ໃຫ້​ພວກເຂົາ​ເປັນ​ເໝືອນ​ສັດຕູ​ພືດ,

ເປັນ​ເໝືອນ​ແກບ​ທີ່​ປິວ​ໄປ​ຕາມ​ລົມ.

ເໝືອນ​ໄຟ​ໄໝ້​ປ່າ​ໄມ້

ຫລື ເປັນ​ເໝືອນ​ແປວໄຟ​ທີ່​ເຮັດ​ໃຫ້​ພູເຂົາ​ລຸກ​ໄໝ້,

ດັ່ງນັ້ນ ຂໍ​ໂຜດ​ໄລ່ຕາມ​ພວກເຂົາ​ໄປ​ດ້ວຍ​ລົມ​ພະຍຸ​ຂອງ​ພຣະອົງ

ແລະ ເຮັດ​ໃຫ້​ພວກເຂົາ​ຢໍາເກງ​ດ້ວຍ​ພະຍຸ​ຂອງ​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ປົກປິດ​ໜ້າ​ຂອງ​ພວກເຂົາ​ດ້ວຍ​ຄວາມ​ອັບອາຍ,

ເພື່ອ​ພວກເຂົາ​ຈະ​ໄດ້​ສະແຫວງຫາ​ນາມ​ຂອງ​ພຣະອົງ,

ຂໍ​ໃຫ້​ພວກເຂົາ​ອັບອາຍ ແລະ ທໍ້ຖອຍ​ຕະຫລອດ​ໄປ;

ຂໍ​ໃຫ້​ພວກເຂົາ​ຈິບຫາຍ​ໄປ​ດ້ວຍ​ຄວາມ​ອັບອາຍ.

ໃຫ້​ພວກເຂົາ​ຮູ້​ວ່າ ພຣະອົງ​ຜູ້​ມີ​ນາມ​ວ່າ​ພຣະເຈົ້າ​ຢາເວ

ພຣະອົງ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ເປັນ​ອົງ​ຜູ້​ສູງສຸດ​ເໜືອ​ໂລກ​ນີ້.

Source notes (1)
  1. Footnote ຄື ໄບບະຫລອດ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.