Biblica® Open Lao Contemporary Version
ເພງສັນລະເສີນ 82
(ບົດເພງສັນລະເສີນຂອງອາສັບ)
ພຣະເຈົ້າເປັນປະທານໃນການປະຊຸມໃຫຍ່;
ພຣະອົງໄດ້ປະກາດຄຳຕັດສິນທ່າມກາງ “ພະທັງຫລາຍ” ວ່າ:
“ພວກເຈົ້າຈະຕັດສິນຢ່າງບໍ່ຍຸຕິທຳ
ແລະ ເຂົ້າຂ້າງຄົນຊົ່ວຮ້າຍໄປອີກດົນປານໃດ?
ຈົ່ງໃຫ້ຄວາມຍຸຕິທຳແກ່ຜູ້ທີ່ອ່ອນແອ ແລະ ລູກກຳພ້າພໍ່;
ຈົ່ງປ້ອງກັນສິດທິຂອງຜູ້ທຸກຍາກ ແລະ ຜູ້ທີ່ຖືກກົດຂີ່ຂົ່ມເຫັງ.
ຈົ່ງຊ່ວຍກອບກູ້ເອົາຜູ້ທີ່ອ່ອນແອ ແລະ ຜູ້ທີ່ຂັດສົນ
ປົດປ່ອຍພວກເຂົາໃຫ້ອອກຈາກມືຂອງຄົນຊົ່ວຮ້າຍ.
“ພວກເຂົາບໍ່ຮູ້ບໍ່ເຂົ້າໃຈສິ່ງໃດເລີຍ.
ພວກເຂົາຕ່າງເດີນວົນວຽນຢູ່ໃນຄວາມມືດ
ຮາກຖານທັງໝົດຂອງໂລກຈຶ່ງສັ່ນຄອນ.
“ເຮົາໄດ້ເວົ້າວ່າ ‘ພວກເຈົ້າຄືບັນດາ “ພະທັງຫລາຍ”
ແລະ ພວກເຈົ້າລ້ວນແຕ່ເປັນລູກຊາຍຂອງອົງຜູ້ສູງສຸດ’.
ແຕ່ພວກເຈົ້າຈະຕາຍຄືກັບມະນຸດທຳມະດາ
ພວກເຈົ້າຈະລົ້ມລົງເໝືອນຜູ້ທີ່ປົກຄອງຄົນອື່ນໆທຸກຄົນ”.
ຂ້າແດ່ພຣະເຈົ້າ ຂໍໂຜດລຸກຂຶ້ນພິພາກສາໂລກ
ເພາະທຸກຊົນຊາດນັ້ນເປັນກຳມະສິດຂອງພຣະອົງ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.