Biblica® Open Lao Contemporary Version
ເພງສັນລະເສີນ 81
(ເຖິງຫົວໜ້ານັກຮ້ອງ, ຕາມທຳນອງກິດທີດຂອງອາສັບ)
ຈົ່ງຮ້ອງເພງຊື່ນຊົມຍິນດີແດ່ພຣະເຈົ້າຜູ້ເປັນກຳລັງຂອງພວກເຮົາ
ຈົ່ງໂຫ່ຮ້ອງເພງສັນລະເສີນແດ່ພຣະເຈົ້າຂອງຢາໂຄບ!
ຈົ່ງບັນເລງດົນຕີ, ຈົ່ງຫລິ້ນກອງແຊັກ
ບັນເລງພິນໃຫຍ່ ແລະ ພິນເຂົາຄູ່.
ຈົ່ງເປົ່າແກເຂົາແກະໃນວັນຂຶ້ນໃໝ່ໜຶ່ງຄ່ຳ
ແລະ ເມື່ອເຖິງວັນເດືອນເພັງເຕັມດວງ, ວັນເທດສະການຂອງພວກເຮົາ.
ນີ້ຄືດຳລັດສຳລັບອິດສະຣາເອນ,
ຄືຂໍ້ປະຕິບັດຈາກພຣະເຈົ້າຂອງຢາໂຄບ.
ເມື່ອພຣະອົງໄດ້ອອກໄປຈັດການກັບເອຢິບ,
ພຣະອົງໄດ້ຕັ້ງມັນໄວ້ໃຫ້ເປັນກົດເກນສຳລັບໂຢເຊັບ.
ເຮົາໄດ້ຍິນສຽງທີ່ເຮົາບໍ່ເຄີຍຮູ້ຈັກມາກ່ອນກ່າວວ່າ:
“ເຮົາໄດ້ເອົາພາລະອອກຈາກບ່າຂອງພວກເຂົາ
ມືທັງຫລາຍຂອງພວກເຂົາໄດ້ຖືກປົດປ່ອຍໃຫ້ເປັນອິດສະຫລະຈາກກະຕ່າ.
ໃນຍາມທີ່ພວກເຈົ້າຫຍຸ້ງຍາກ ພວກເຈົ້າກໍໄດ້ຮ້ອງຫາເຮົາ ແລະ ເຮົາກໍໄດ້ຊ່ວຍກອບກູ້ພວກເຈົ້າ,
ເຮົາໄດ້ຕອບພວກເຈົ້າຈາກດ້ວຍສຽງຟ້າຮ້ອງ
ເຮົາໄດ້ທົດສອບພວກເຈົ້າຢູ່ທີ່ແຫລ່ງນ້ຳແຫ່ງເມຣີບາ.
ຈົ່ງຟັງເຮົາ ປະຊາຊົນຂອງເຮົາ ແລະ ເຮົາຈະເຕືອນພວກເຈົ້າ
ອິດສະຣາເອນ, ຖ້າເຈົ້າພຽງແຕ່ຟັງເຮົາເທົ່ານັ້ນ!
ເຈົ້າຢ່າມີພະຕ່າງດ້າວໃນທ່າມກາງເຈົ້າ
ເຈົ້າຢ່າຂາບໄຫວ້ພະອື່ນໃດນອກຈາກເຮົາ.
ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ,
ຜູ້ໄດ້ນຳເຈົ້າອອກມາຈາກເອຢິບ.
ຈົ່ງອ້າປາກຂອງເຈົ້າໃຫ້ກວ້າງ ແລະ ເຮົາຈະປ້ອນເຈົ້າໃຫ້ອິ່ມ.
“ແຕ່ປະຊາຊົນຂອງເຮົາບໍ່ຍອມຟັງເຮົາ;
ອິດສະຣາເອນບໍ່ຍອມຈຳນົນຕໍ່ເຮົາ.
ເຮົາຈຶ່ງປ່ອຍພວກເຂົາໄປຕາມໃຈອັນດື້ດ້ານຂອງພວກເຂົາ
ໄປຕາມແຜນການຂອງພວກເຂົາ.
“ຖ້າປະຊາຊົນຂອງເຮົາພຽງແຕ່ຟັງເຮົາເທົ່ານັ້ນ,
ຖ້າອິດສະຣາເອນຈະດຳເນີນຕາມທາງຂອງເຮົາເທົ່ານັ້ນ,
ເຮົາກໍຄົງໄດ້ປາບບັນດາສັດຕູຂອງພວກເຂົາໄປໂດຍໄວ
ແລະ ຫັນມືຂອງເຮົາສູ້ກັບສັດຕູຂອງພວກເຂົາ!
ບັນດາຜູ້ທີ່ກຽດຊັງພຣະເຈົ້າຢາເວຈະກົ້ມລົງຕໍ່ໜ້າພຣະອົງ
ແລະ ໂທດຂອງພວກເຂົາຈະມີຢູ່ຕະຫລອດໄປ.
ແຕ່ເຈົ້າຈະໄດ້ຮັບການລ້ຽງດູດ້ວຍເຂົ້າຫວີດທີ່ດີທີ່ສຸດ
ເຮົາຈະໃຫ້ເຈົ້າອິ່ມເຕັມດ້ວຍນ້ຳເຜິ້ງຈາກສີລາ”.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.