Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 80

(ເຖິງ​ຫົວໜ້າ​ນັກຮ້ອງ, ທຳນອງ “ລີລາ​ແຫ່ງ​ຄຳໝັ້ນສັນຍາ”, ບົດ​ເພງສັນລະເສີນ​ຂອງ​ອາສັບ)

ຂ້າແດ່​ພຣະຜູ້ລ້ຽງ​ຂອງ​ອິດສະຣາເອນ ຂໍ​ໂຜດ​ຮັບ​ຟັງ,

ພຣະອົງ​ຜູ້​ນຳພາ​ໂຢເຊັບ​ເໝືອນດັ່ງ​ນຳ​ຝູງສັດ.

ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ​ລະຫວ່າງ​ເຄຣຸບ,

ຂໍ​ໂຜດ​ສະແດງ​ສະຫງ່າລາສີ​ຂອງ​ພຣະອົງ ຕໍ່ໜ້າ​ເອຟຣາອິມ, ເບັນຢາມິນ ແລະ ມານາເຊ.

ຂໍ​ສະແດງ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ;

ໂຜດ​ມາ ແລະ ຊ່ວຍ​ພວກຂ້ານ້ອຍ​ດ້ວຍ.

ຂ້າແດ່​ພຣະເຈົ້າ ຂໍ​ໃຫ້​ພວກຂ້ານ້ອຍ​ຄືນ​ສູ່​ສະພາບ​ດີ

ຂໍ​ໃຫ້​ໃບໜ້າ​ຂອງ​ພຣະອົງ​ສ່ອງແສງ​ເທິງ​ພວກຂ້ານ້ອຍ,

ເພື່ອ​ພວກຂ້ານ້ອຍ​ຈະ​ໄດ້​ພົ້ນ.

ຂ້າແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່,

ຄວາມ​ໃຈຮ້າຍ​ຂອງ​ພຣະອົງ​ຈະ​ອັດ​ອັ້ນ

ຕໍ່​ຄຳ​ອະທິຖານ​ຂອງ​ປະຊາຊົນ​ຂອງ​ພຣະອົງ​ໄປ​ອີກ​ດົນ​ເທົ່າ​ໃດ?

ພຣະອົງ​ໃຫ້​ພວກເຂົາ​ກິນ​ນ້ຳຕາ​ຕາງ​ອາຫານ;

ພຣະອົງ​ເຮັດ​ໃຫ້​ພວກເຂົາ​ດື່ມ​ນ້ຳຕາ​ເຕັມ​ຖ້ວຍ.

ພຣະອົງ​ໄດ້​ເຮັດ​ໃຫ້​ພວກຂ້ານ້ອຍ​ເປັນ​ທີ່​ດູໜິ່ນ​ຂອງ​ບັນດາ​ເພື່ອນບ້ານ​ຂອງ​ພວກຂ້ານ້ອຍ,

ແລະ ສັດຕູ​ທັງຫລາຍ​ຂອງ​ພວກຂ້ານ້ອຍ​ກໍ​ເຢາະເຢີ້ຍ​ພວກຂ້ານ້ອຍ.

ຂ້າແດ່​ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່, ຂໍ​ໃຫ້​ພວກຂ້ານ້ອຍ​ຄືນ​ສູ່​ສະພາບ​ດີ;

ຂໍ​ໃຫ້​ໃບໜ້າ​ຂອງ​ພຣະອົງ​ສ່ອງແສງ​ໃສ່​ພວກຂ້ານ້ອຍ,

ເພື່ອ​ພວກຂ້ານ້ອຍ​ຈະ​ໄດ້​ພົ້ນ.

ພຣະອົງ​ໄດ້​ນຳ​ເຄືອອະງຸ່ນ​ອອກ​ມາ​ຈາກ​ເອຢິບ

ພຣະອົງ​ໄດ້​ຂັບໄລ່​ຊົນຊາດ​ຕ່າງໆ​ອອກ​ໄປ ແລະ ປູກ​ເຄືອ​ອະງຸ່ນ​ນັ້ນ​ໄວ້.

ພຣະອົງ​ໄດ້​ໄຖ ແລະ ຄາດ​ດິນ​ສຳລັບ​ເຄືອ​ອະງຸ່ນ,

ແລ້ວ​ເຄືອ​ອະງຸ່ນ​ກໍ​ຢັ່ງ​ຮາກ ແລະ ງອກ​ຂຶ້ນ​ທົ່ວ​ແຜ່ນດິນ.

ບັນດາ​ພູເຂົາ​ທັງຫລາຍ​ກໍ​ປົກຄຸມ​ໄປ​ດ້ວຍ​ຮົ່ມ​ຂອງ​ເຄືອ​ອະງຸ່ນ,

ກົກແປກ​ທີ່​ສູງ​ໃຫຍ່​ກໍ​ປົກ​ຄຸມ​ໄປ​ດ້ວຍ​ງ່າ​ທັງຫລາຍ​ຂອງ​ເຄື່ອ​ອະງຸ່ນ.

ງ່າ​ຂອງ​ມັນ​ແຜ່​ໄປ​ໄກ​ຈົນ​ຮອດ​ທະເລ1

ຂະແໜງ​ຂອງ​ມັນ​ກໍ​ປົ່ງ​ໄປ​ໄກ​ຈົນ​ຮອດ​ແມ່ນ້ຳ.2

ດ້ວຍ​ເຫດ​ໃດ​ພຣະອົງ​ຈຶ່ງ​ໄດ້​ພັງ​ກຳແພງ​ຂອງ​ມັນ​ລົງ

ເພື່ອ​ໃຫ້​ທຸກຄົນ​ທີ່​ຜ່ານ​ໄປ​ມາ​ເກັບ​ໝາກອະງຸ່ນ?

ໝູປ່າ​ທີ່​ມາ​ຈາກ​ປ່າ​ກໍ​ມາ​ທຳລາຍ​ເຄືອ​ອະງຸ່ນ

ແລະ ແມງໄມ້​ທັງຫລາຍ​ທີ່​ມາ​ຈາກ​ທົ່ງນາ​ກໍ​ມາ​ກັດ​ກິນ​ເຄືອ​ອະງຸ່ນ.

ຂ້າແດ່​ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່! ຂໍ​ໂຜດ​ກັບ​ມາ​ຫາ​ພວກຂ້ານ້ອຍ​ດ້ວຍ,

ໂຜດ​ແນມ​ມາ​ຈາກ​ຟ້າ​ສະຫວັນ ແລະ ເບິ່ງ!

ມາ​ເບິ່ງແຍງ​ເຄືອອະງຸ່ນ​ນີ້​ດ້ວຍ,

ຮາກ​ທີ່​ມື​ຂວາ​ຂອງ​ພຣະອົງ​ໄດ້​ປູກ​ໄວ້

ບຸດ3​ທີ່​ພຣະອົງ​ໄດ້​ຍົກ​ຂຶ້ນ​ເພື່ອ​ພຣະອົງ​ເອງ.

ເຄືອ​ອະງຸ່ນ​ຂອງ​ພຣະອົງ​ຖືກ​ຕັດ​ລົງ, ມັນ​ຖືກ​ຈູດ​ດ້ວຍ​ໄຟ;

ເມື່ອ​ພຣະອົງ​ຕຳໜິ ບັນດາ​ປະຊາຊົນ​ຂອງ​ພຣະອົງ​ກໍ​ພິນາດ​ຈິບຫາຍ.

ຂໍ​ໃຫ້​ມື​ຂອງ​ພຣະອົງ​ຢູ່​ເໜືອ​ຜູ້​ນັ້ນ​ທີ່​ຢູ່​ເບື້ອງ​ຂວາ​ມື​ຂອງ​ພຣະອົງ,

ຜູ້​ເປັນ​ບຸດມະນຸດ​ທີ່​ພຣະອົງ​ໄດ້​ຍົກ​ຂຶ້ນ​ເພື່ອ​ພຣະອົງ​ເອງ.

ແລ້ວ​ພວກຂ້ານ້ອຍ​ຈະ​ບໍ່​ຫັນ​ໜີ​ໄປ​ຈາກ​ພຣະອົງ​ອີກ

ຂໍ​ຟື້ນຟູ​ພວກຂ້ານ້ອຍ ແລະ ພວກຂ້ານ້ອຍ​ຈະ​ຮ້ອງ​ອອກ​ນາມ​ຂອງ​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່ ຂໍ​ໃຫ້​ພວກຂ້ານ້ອຍ​ຄືນ​ສູ່​ສະພາບ​ດີ;

ຂໍ​ໃຫ້​ໃບໜ້າ​ຂອງ​ພຣະອົງ​ສ່ອງ​ແສງ​ໃສ່​ພວກຂ້ານ້ອຍ,

ເພື່ອ​ພວກຂ້ານ້ອຍ​ຈະ​ໄດ້​ພົ້ນ.

Source notes (3)
  1. Footnote ອາດ​ຈະ​ເປັນ ທະເລ​ເມດີແຕຣາເນ
  2. Footnote ຄື ແມ່ນ້ຳ​ເອີຟຣັດ
  3. Footnote ຫລື ກິ່ງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.