Biblica® Open Lao Contemporary Version
ເພງສັນລະເສີນ 79
(ບົດເພງສັນລະເສີນຂອງອາສັບ)
ຂ້າແດ່ພຣະເຈົ້າ ຊົນຊາດທັງຫລາຍໄດ້ຮຸກຮານກຳມະສິດຂອງພຣະອົງ;
ພວກເຂົາເຮັດໃຫ້ວິຫານສັກສິດຂອງພຣະອົງເປັນມົນທິນ,
ພວກເຂົາເຮັດໃຫ້ເຢຣູຊາເລັມກາຍເປັນຊາກຫັກພັງ.
ພວກເຂົາປ່ອຍໃຫ້ສົບຂອງຜູ້ຮັບໃຊ້ຂອງພຣະອົງ
ເປັນອາຫານຂອງຝູງນົກໃນທ້ອງຟ້າ,
ໃຫ້ຊີ້ນປະຊາຊົນຂອງພຣະອົງຕົກເປັນອາຫານຂອງສັດຮ້າຍໃນແຜ່ນດິນ.
ພວກເຂົາເຮັດໃຫ້ເລືອດຫລັ່ງໄຫລໄປທົ່ວເຢຣູຊາເລັມ
ເໝືອນດັ່ງນ້ຳນອງ,
ບໍ່ມີຜູ້ໃດຈັກຄົນທີ່ຈະຈັດການຝັງສົບ.
ພວກຂ້ານ້ອຍຕົກເປັນເປົ້າຂອງການດູຖູກຂອງເພື່ອນບ້ານ
ເປັນທີ່ດູໜິ່ນ ແລະ ເຢາະເຢີ້ຍຂອງຄົນເຫລົ່ານັ້ນທີ່ຢູ່ອ້ອມຂ້າງພວກຂ້ານ້ອຍ.
ຂ້າແດ່ພຣະເຈົ້າຢາເວ ອີກດົນປານໃດ? ພຣະອົງຈະໃຈຮ້າຍຕະຫລອດໄປບໍ?
ອີກດົນປານໃດທີ່ຄວາມຫຶງຫວງຂອງພຣະອົງຈະເຜົາໄໝ້ເໝືອນດັ່ງໄຟ?
ຂໍຖອກຄວາມໂກດຮ້າຍຂອງພຣະອົງລົງເທິງຊົນຊາດທັງຫລາຍ
ທີ່ບໍ່ຍອມຮັບຮູ້ພຣະອົງ,
ລົງເທິງອານາຈັກຕ່າງໆ
ທີ່ບໍ່ຍອມຮ້ອງຂໍໂດຍອອກນາມຂອງພຣະອົງ;
ເພາະພວກເຂົາໄດ້ກືນກິນຢາໂຄບ
ແລະ ທຳລາຍລ້າງບ້ານເກີດຂອງພວກເຂົາ.
ຂໍຢ່າໃຫ້ໂທດບາບຂອງບັນພະບຸລຸດມາຕົກກັບພວກຂ້ານ້ອຍ;
ຂໍຄວາມເມດຕາຂອງພຣະອົງມາເຖິງພວກຂ້ານ້ອຍໂດຍໄວ,
ເພາະພວກຂ້ານ້ອຍຕົກຕ່ຳທີ່ສຸດ.
ຂ້າແດ່ພຣະເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນຂອງພວກຂ້ານ້ອຍ ຂໍໂຜດຊ່ວຍພວກຂ້ານ້ອຍດ້ວຍ.
ເພື່ອເຫັນແກ່ສະຫງ່າລາສີແຫ່ງນາມຂອງພຣະອົງ;
ໂຜດຊ່ວຍກອບກູ້ ແລະ ອະໄພຄວາມບາບຂອງພວກຂ້ານ້ອຍ
ເພື່ອເຫັນແກ່ນາມຂອງພຣະອົງ.
ດ້ວຍເຫດໃດຈະໃຫ້ຊົນຊາດຕ່າງໆເວົ້າໄດ້ວ່າ:
“ພຣະເຈົ້າຂອງພວກເຂົາຢູ່ໃສ?”
ຕໍ່ໜ້າຕໍ່ຕາຂອງພວກເຮົາ ຂໍໃຫ້ຊົນຊາດທັງຫລາຍຮັບຮູ້ໂດຍທົ່ວກັນວ່າ
ພຣະອົງແກ້ແຄ້ນແທນເລືອດທີ່ຫລັ່ງໄຫລຂອງຜູ້ຮັບໃຊ້ຂອງພຣະອົງ.
ຂໍໃຫ້ສຽງຄວນຄາງຂອງບັນດານັກໂທດມາເຖິງຕໍ່ໜ້າພຣະອົງ;
ໂດຍແຂນອັນເຂັ້ມແຂງຂອງພຣະອົງ ຂໍໂຜດໄວ້ຊີວິດບັນດາຜູ້ຖືກສັ່ງຂ້າ.
ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍໂຜດແກ້ແຄ້ນບັນດາຄົນທີ່ຢູ່ອ້ອມຂາງຂ້ານ້ອຍ
ເຊິ່ງກຳລັງດູຖູກພຣະອົງໃຫ້ຮັບໂທດໜັກເຖິງເຈັດເທົ່າ.
ແລ້ວພວກຂ້ານ້ອຍຜູ້ເປັນປະຊາຊົນຂອງພຣະອົງ, ເປັນແກະທີ່ຢູ່ໃນທົ່ງຫຍ້າຂອງພຣະອົງ,
ຈະສັນລະເສີນພຣະອົງຕະຫລອດໄປ;
ທຸກຊົ່ວອາຍຸຄົນ
ພວກຂ້ານ້ອຍຈະປະກາດການສັນລະເສີນພຣະອົງ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.