Biblica® Open Lao Contemporary Version
ເພງສັນລະເສີນ 78
(ມັດຄິນຂອງອາສັບ)
ປະຊາຊົນຂອງຂ້ານ້ອຍ ຈົ່ງຟັງຄຳສອນຂອງຂ້າພະເຈົ້າ;
ຈົ່ງຮັບຟັງຖ້ອຍຄຳທີ່ອອກມາຈາກປາກຂອງຂ້າພະເຈົ້າ.
ຂ້າພະເຈົ້າຈະເປີດປາກຂອງຂ້າພະເຈົ້າດ້ວຍຄຳອຸປະມາ
ຂ້າພະເຈົ້າຈະເຜີຍສິ່ງທີ່ເຊື່ອງໄວ້ຕັ້ງແຕ່ບູຮານນະການ
ສິ່ງທີ່ພວກເຮົາໄດ້ຍິນ ແລະ ໄດ້ຮູ້,
ສິ່ງທີ່ບັນພະບຸລຸດຂອງພວກເຮົາໄດ້ບອກພວກເຮົາ.
ພວກເຮົາຈະບໍ່ປິດບັງໄວ້ຈາກລູກຫລານຂອງພວກເຂົາ
ພວກເຮົາຈະບອກຄົນລຸ້ນຕໍ່ມາ
ເຖິງບັນດາການກະທຳອັນສົມຄວນແກ່ການສັນລະເສີນຂອງພຣະເຈົ້າຢາເວ,
ເຖິງລິດອຳນາດຂອງພຣະອົງ ແລະ ການອັດສະຈັນຕ່າງ ທີ່ພຣະອົງໄດ້ເຮັດ.
ພຣະອົງໄດ້ວາງກົດເກນໄວ້ສຳລັບຢາໂຄບ
ແລະ ຕັ້ງກົດບັນຍັດໃນອິດສະຣາເອນ,
ເຊິ່ງພຣະອົງໄດ້ສັ່ງບັນພະບຸລຸດຂອງພວກເຮົາ
ໃຫ້ສອນລູກຫລານຂອງພວກເຂົາ,
ເພື່ອຄົນລຸ້ນຫລັງຈະໄດ້ຮູ້
ແມ່ນແຕ່ລູກຫລານທີ່ຈະເກີດມາ,
ແລະ ເຖິງເວລາທີ່ພວກເຂົາຈະຕ້ອງບອກລູກຫລານຂອງຕົນຕໍ່ໄປ.
ເພື່ອພວກເຂົາຈະໄດ້ໄວ້ວາງໃຈໃນພຣະເຈົ້າ
ແລະ ບໍ່ລືມສິ່ງທີ່ພຣະອົງໄດ້ກະທຳ
ແລະ ຈະປະຕິບັດຕາມຄຳສັ່ງຂອງພຣະອົງ.
ພວກເຂົາຈະໄດ້ບໍ່ຕ້ອງເປັນເໝືອນບັນພະບຸລຸດຂອງພວກເຂົາ
ເຊິ່ງດື້ດ້ານ ແລະ ມັກກະບົດ
ຈິດໃຈບໍ່ຈົ່ງຮັກພັກດີຕໍ່ພຣະເຈົ້າ,
ຈິດວິນຍານບໍ່ສັດຊື່ຕໍ່ພຣະອົງ.
ເຖິງແມ່ນຊົນເຜົ່າເອຟຣາອິມມີທະນູເປັນອາວຸດຄົບ,
ກໍຍັງຫັນຫລັງແລ່ນໜີໄປໃນຍາມສົງຄາມ;
ເພາະພວກເຂົາບໍ່ຮັກສາຄຳໝັ້ນສັນຍາຂອງພຣະເຈົ້າ
ບໍ່ຍອມດຳເນີນຊີວິດຕາມກົດບັນຍັດຂອງພຣະອົງ.
ພວກເຂົາລືມສິ່ງທີ່ພຣະອົງໄດ້ເຮັດ
ລືມການອັດສະຈັນຕ່າງໆທີ່ພຣະອົງໄດ້ສະແດງແກ່ພວກເຂົາ.
ພຣະອົງເຮັດການອັດສະຈັນຕໍ່ໜ້າຕໍ່ຕາບັນພະບຸລຸດຂອງພວກເຂົາ
ໃນດິນແດນເອຢິບ, ໃນເຂດແດນໂຊອັນ.
ພຣະອົງໄດ້ແຍກທະເລ ແລະ ນຳພາພວກເຂົາຍ່າງຂ້າມໄປ
ພຣະອົງໄດ້ເຮັດໃຫ້ນ້ຳຕັ້ງຂຶ້ນເປັນເໝືອນກຳແພງ.
ພຣະອົງໄດ້ນຳພາພວກເຂົາໄປດ້ວຍເມກໃນຍາມກາງເວັນ
ແລະ ດ້ວຍແສງຈາກໄຟໃນເວລາກາງຄືນ.
ພຣະອົງໄດ້ແຍກສີລາອອກໃນຖິ່ນແຫ້ງແລ້ງກັນດານ
ແລະ ໃຫ້ນ້ຳພຸ່ງຂຶ້ນມາຢ່າງຫລວງຫລາຍເໝືອນກັບທະເລໃຫ້ແກ່ພວກເຂົາດື່ມ;
ພຣະອົງເຮັດໃຫ້ມີສາຍນ້ຳໄຫລອອກມາຈາກສີລາ
ແລະ ເຮັດໃຫ້ນ້ຳໄຫລໄປເໝືອນດັ່ງແມ່ນ້ຳ.
ເຖິງປານນັ້ນພວກເຂົາກໍຍັງຄົງເຮັດບາບຕໍ່ພຣະອົງ,
ກະບົດຕໍ່ອົງຜູ້ສູງສຸດໃນຖິ່ນແຫ້ງແລ້ງກັນດານ.
ພວກເຂົາຕັ້ງໃຈທົດລອງພຣະເຈົ້າ
ໂດຍຮຽກຮ້ອງອາຫານທີ່ພວກເຂົາຢາກກິນ.
ພວກເຂົາໄດ້ຕໍ່ວ່າພຣະເຈົ້າ;
ພວກເຂົາເວົ້າວ່າ “ພຣະເຈົ້າຈະສາມາດ
ຈັດຫາອາຫານໃນຖິ່ນແຫ້ງແລ້ງກັນດານໄດ້ແທ້ບໍ?
ເປັນຄວາມຈິງແທ້, ພຣະອົງໄດ້ຟາດຫີນ
ແລະ ນ້ຳກໍພຸ່ງອອກມາ,
ແມ່ນ້ຳໄຫລລົ້ນອອກມາຢ່າງຫລວງຫລາຍ,
ແຕ່ພຣະອົງຈະສາມາດໃຫ້ອາຫານແກ່ພວກເຮົາໄດ້ບໍ?
ພຣະອົງຈະສາມາດເອົາຊີ້ນໃຫ້ຄົນຂອງພຣະອົງໄດ້ດ້ວຍບໍ?”
ເມື່ອພຣະເຈົ້າຢາເວໄດ້ຍິນພວກເຂົາເວົ້າ, ພຣະອົງກໍໃຈຮ້າຍແຮງ;
ໄຟຂອງພຣະອົງໄດ້ພຸ່ງຂຶ້ນຕໍ່ສູ້ຢາໂຄບ,
ແລະ ຄວາມໂກດຮ້າຍຂອງພຣະອົງກໍພຸ່ງຂຶ້ນຕໍ່ສູ້ອິດສະຣາເອນ,
ເພາະພວກເຂົາບໍ່ໄດ້ເຊື່ອໃນພຣະເຈົ້າ
ຫລື ໄວ້ວາງໃຈໃນການກອບກູ້ຂອງພຣະອົງ.
ເຖິງປານນັ້ນພຣະອົງກໍຍັງສັ່ງຟ້າເບື້ອງເທິງ
ແລະ ເປີດປະຕູສະຫວັນ;
ພຣະອົງໃຫ້ມານາໂຮຍລົງມາເພື່ອໃຫ້ຄົນທັງຫລາຍກິນ,
ພຣະອົງໄດ້ໃຫ້ພືດຜົນຈາກຟ້າສະຫວັນແກ່ພວກເຂົາ.
ມະນຸດໄດ້ກິນອາຫານຂອງເທວະດາ
ພຣະອົງໄດ້ສົ່ງອາຫານໃຫ້ພວກເຂົາທັງໝົດ ເຊິ່ງພວກເຂົາສາມາດກິນຈົນອິ່ມ.
ພຣະອົງໄດ້ໃຫ້ລົມທາງທິດຕາເວັນອອກມາຈາກຟ້າສະຫວັນ
ແລະ ໃຫ້ລົມທາງທິດໃຕ້ພັດມາໂດຍອຳນາດຂອງພຣະອົງ.
ພຣະອົງໄດ້ໂຮຍຊີ້ນລົງມາເໝືອນດັ່ງຝຸ່ນ,
ຝູງນົກເໝືອນດັ່ງເມັດດິນຊາຍທີ່ຢູ່ແຄມທະເລ.
ພຣະອົງໄດ້ເຮັດໃຫ້ນົກເຫລົ່ານັ້ນລົງມາໃນຄ້າຍພັກຂອງພວກເຂົາ,
ອ້ອມເຕັນຂອງພວກເຂົາທັງໝົດ.
ພວກເຂົາໄດ້ກິນຈົນພວກເຂົາອິ່ມໜຳສຳລານ
ເພາະພຣະອົງໄດ້ໃຫ້ສິ່ງທີ່ພວກເຂົາຢາກກິນນັ້ນແກ່ພວກເຂົາ.
ແຕ່ກ່ອນທີ່ພວກເຂົາຈະຫັນຈາກສິ່ງທີ່ພວກເຂົາຢາກຈະກິນ
ແມ່ນແຕ່ຂະນະທີ່ອາຫານຍັງຄາຢູ່ປາກຂອງພວກເຂົາຢູ່,
ຄວາມໃຈຮ້າຍຂອງພຣະເຈົ້າກໍພຸ່ງຂຶ້ນຕໍ່ພວກເຂົາ
ພຣະອົງໄດ້ຂ້າຄົນທີ່ເຂັ້ມແຂງທີ່ສຸດໃນທ່າມກາງພວກເຂົາ
ແລະ ຂ້າຄົນໜຸ່ມຂອງອິດສະຣາເອນ.
ທັງທີ່ເຫັນທັງໝົດນີ້ແລ້ວ ພວກເຂົາກໍຍັງຄົງເຮັດບາບຕໍ່ໄປ
ທັງທີ່ເຫັນການອັດສະຈັນຕ່າງໆຂອງພຣະອົງ ພວກເຂົາກໍຍັງບໍ່ເຊື່ອ.
ດັ່ງນັ້ນ ພຣະອົງຈຶ່ງເຮັດໃຫ້ການເປັນຢູ່ຂອງພວກເຂົາຈົບລົງຢ່າງສູນເປົ່າ
ແລະ ເຮັດໃຫ້ປີເດືອນຂອງພວກເຂົາຈົບລົງດ້ວຍຄວາມຢ້ານກົວ.
ເມື່ອໃດກໍຕາມທີ່ພຣະເຈົ້າຂ້າພວກເຂົາ ພວກເຂົາຈະສະແຫວງຫາພຣະອົງ;
ພວກເຂົາຈະກະຕືລືລົ້ນຫັນກັບມາຫາພຣະອົງອີກຄັ້ງ.
ພວກເຂົາລະນຶກໄດ້ວ່າພຣະເຈົ້າເປັນສີລາຂອງພວກເຂົາ,
ລະນຶກໄດ້ວ່າພຣະເຈົ້າຜູ້ສູງສຸດເປັນພຣະຜູ້ໄຖ່ຂອງພວກເຂົາ.
ແຕ່ແລ້ວພວກເຂົາຈະຍົກຍໍພຣະອົງດ້ວຍປາກຂອງຕົນ,
ຕົວະຕໍ່ພຣະອົງດ້ວຍລີ້ນຂອງພວກເຂົາ.
ຈິດໃຈຂອງພວກເຂົາບໍ່ໄດ້ຈົ່ງຮັກພັກດີຕໍ່ພຣະອົງ,
ພວກເຂົາບໍ່ໄດ້ສັດຊື່ຕໍ່ຄຳໝັ້ນສັນຍາຂອງພຣະອົງ.
ເຖິງປານນັ້ນພຣະອົງກໍຍັງເມດຕາກະລຸນາ
ພຣະອົງໄດ້ອະໄພໃຫ້ຄວາມຊົ່ວຊ້າຂອງພວກເຂົາ
ແລະ ບໍ່ໄດ້ທຳລາຍພວກເຂົາ.
ຫລາຍຕໍ່ຫລາຍເທື່ອພຣະອົງໄດ້ຢັບຢັ້ງຄວາມໃຈຮ້າຍຂອງພຣະອົງ
ແລະ ບໍ່ໃຫ້ຄວາມໂກດຮ້າຍຂອງພຣະອົງນັ້ນພຸ່ງຂຶ້ນເຕັມທີ່.
ພຣະອົງລະນຶກວ່າພວກເຂົາເປັນພຽງມະນຸດ,
ເປັນພຽງແຕ່ລົມວູບໜຶ່ງ ເຊິ່ງຜ່ານໄປແລ້ວບໍ່ກັບມາ.
ພວກເຂົາກະບົດຕໍ່ພຣະອົງໃນຖິ່ນແຫ້ງແລ້ງກັນດານ
ແລະ ເຮັດໃຫ້ພຣະອົງເສຍໃຈຢູ່ໃນຖິ່ນກັນດານຫລາຍຄັ້ງ!
ພວກເຂົາໄດ້ທົດລອງພຣະເຈົ້າຫລາຍຄັ້ງ
ພວກເຂົາກໍ່ກວນອົງບໍລິສຸດແຫ່ງອິດສະຣາເອນ.
ພວກເຂົາບໍ່ໄດ້ນຶກເຖິງລິດອຳນາດຂອງພຣະອົງ
ໃນວັນທີ່ພຣະອົງໄດ້ຊ່ວຍພວກເຂົາໃຫ້ພົ້ນຈາກຜູ້ຂົ່ມເຫັງ.
ໃນວັນທີ່ພຣະອົງໄດ້ສະແດງໝາຍສຳຄັນຕ່າງໆໃນເອຢິບ,
ການອັດສະຈັນຕ່າງໆຂອງພຣະອົງໃນເຂດແດນໂຊອັນ.
ພຣະອົງໄດ້ປ່ຽນນ້ຳໃຫ້ກາຍເປັນເລືອດ;
ຈົນບໍ່ມີຜູ້ໃດສາມາດດື່ມນ້ຳຈາກແມ່ນ້ຳຂອງພວກເຂົາໄດ້.
ພຣະອົງໄດ້ສົ່ງຝູງຮີ້ນມາກັດພວກເຂົາ,
ແລະ ສົ່ງຝູງກົບມາທຳລາຍລ້າງພວກເຂົາ.
ພຣະອົງໄດ້ເອົາພືດຜົນຂອງພວກເຂົາໃຫ້ແກ່ຕັກແຕນ,
ຍົກຜົນຜະລິດຂອງພວກເຂົາໃຫ້ແກ່ຝູງຕັກແຕນ.
ພຣະອົງໄດ້ທຳລາຍເຄືອອະງຸ່ນຂອງພວກເຂົາດ້ວຍໝາກເຫັບ
ແລະ ທຳລາຍຕົ້ນໝາກເດື່ອຂອງພວກເຂົາດ້ວຍນ້ຳກ້າມ.
ພຣະອົງໄດ້ໃຫ້ໝາກເຫັບຈັດການກັບຝູງງົວຂອງພວກເຂົາ
ໃຫ້ຟ້າຜ່າຈັດການກັບສັດລ້ຽງຂອງພວກເຂົາ.
ພຣະອົງໄດ້ລະບາຍຄວາມໃຈຮ້າຍອັນຮ້ອນແຮງຂອງພຣະອົງ,
ລະບາຍຄວາມໂກດຮ້າຍ, ຄວາມຂຸ່ນເຄືອງໃຈ ແລະ ການເປັນສັດຕູຕໍ່ພວກເຂົາ
ໄດ້ສົ່ງບັນດາເທວະດາຜູ້ທຳລາຍລ້າງມາລົງໂທດພວກເຂົາ.
ພຣະອົງໄດ້ຈັດຕຽມທາງໄວ້ສຳລັບຄວາມໂກດຮ້າຍຂອງພຣະອົງ
ພຣະອົງບໍ່ໄດ້ໄວ້ຊີວິດພວກເຂົາ.
ແຕ່ໄດ້ມອບພວກເຂົາໃຫ້ແກ່ໂລກລະບາດ;
ພຣະອົງໄດ້ຂ້າລູກກົກທັງໝົດໃນເອຢິບ,
ຄືຜົນທຳອິດແຫ່ງໄວໜຸ່ມໃນເຕັນຂອງຮາມ.
ແຕ່ພຣະອົງໄດ້ນຳປະຊາຊົນຂອງພຣະອົງອອກມາຢ່າງຝູງສັດ;
ພຣະອົງນຳພາພວກເຂົາເໝືອນດັ່ງນຳພາແກະຜ່ານຖິ່ນແຫ້ງແລ້ງກັນດານ.
ພຣະອົງໄດ້ນຳພາພວກເຂົາມາຢ່າງປອດໄພ, ພວກເຂົາຈຶ່ງບໍ່ຢ້ານກົວ;
ແຕ່ນ້ຳທະເລໄດ້ຊັດຖ້ວມສັດຕູຂອງພວກເຂົາ.
ແລະ ດັ່ງນັ້ນ ພຣະອົງໄດ້ນຳພວກເຂົາມາເຖິງເຂດແດນຂອງແຜ່ນດິນບໍລິສຸດຂອງພຣະອົງ
ມາຍັງດິນແດນໂນນພູທີ່ໄດ້ມາໂດຍມືຂວາຂອງພຣະອົງ.
ພຣະອົງໄດ້ຂັບໄລ່ຊົນຊາດຕ່າງໆອອກໄປຕໍ່ໜ້າຕໍ່ຕາພວກເຂົາ
ແລະ ໄດ້ແບ່ງປັນດິນແດນຂອງຄົນເຫລົ່ານັ້ນໃຫ້ພວກເຂົາເປັນມໍລະດົກ;
ພຣະອົງໃຫ້ເຜົ່າຕ່າງໆຂອງອິດສະຣາເອນຕັ້ງຖິ່ນຖານໃນບ້ານຂອງຄົນເຫລົ່ານັ້ນ.
ແຕ່ພວກເຂົາກໍຍັງທົດລອງພຣະເຈົ້າ
ແລະ ກະບົດຕໍ່ອົງຜູ້ສູງສຸດ
ພວກເຂົາບໍ່ຍອມປະຕິບັດຕາມກົດເກນຂອງພຣະອົງ.
ຄືກັນກັບບັນພະບຸລຸດຂອງພວກເຂົາ, ພວກເຂົາບໍ່ມີຄວາມຈົ່ງຮັກພັກດີ ແລະ ບໍ່ມີຄວາມສັດຊື່,
ເໝືອນກັບຄັນທະນູບິດທີ່ໄວ້ໃຈບໍ່ໄດ້.
ພວກເຂົາຍຸພຣະອົງໃຫ້ໃຈຮ້າຍດ້ວຍບ່ອນບູຊາເທິງທີ່ສູງທັງຫລາຍຂອງພວກເຂົາ;
ພວກເຂົາກະຕຸ້ນຄວາມຫຶງຫວງຂອງພຣະອົງດ້ວຍຮູບເຄົາລົບຕ່າງໆ.
ເມື່ອພຣະເຈົ້າໄດ້ຍິນ ພຣະອົງກໍໂກດຮ້າຍແຮງ
ພຣະອົງໄດ້ປະຕິເສດອິດສະຣາເອນເລີຍ.
ພຣະອົງໄດ້ປະຖິ້ມຫໍເຕັນແຫ່ງຊີໂລ
ເປັນເຕັນທີ່ພຣະອົງຢູ່ ທ່າມກາງມະນຸດ.
ພຣະອົງສົ່ງຫີບຄຳໝັ້ນສັນຍາຂອງພຣະອົງໃຫ້ໄປເປັນຊະເລີຍ,
ສະຫງ່າລາສີຂອງພຣະອົງກໍໃຫ້ຕົກຢູ່ໃນມືຂອງສັດຕູ.
ພຣະອົງໄດ້ກະທຳໃຫ້ປະຊາຊົນຂອງພຣະອົງຕົກເປັນເຫຍື່ອຂອງຄົມດາບ;
ພຣະອົງໂກດຮ້າຍຫລາຍຕໍ່ຜູ້ທີ່ເປັນກຳມະສິດຂອງພຣະອົງ.
ໄຟໄດ້ເຜົາໄໝ້ຊາຍໜຸ່ມຂອງພວກເຂົາ
ແລະ ຍິງໜຸ່ມຂອງພວກເຂົາບໍ່ມີເພງສົມລົດ;
ບັນດາປະໂລຫິດຂອງພວກເຂົາຖືກຂ້າດ້ວຍດາບ,
ແລະ ແມ່ໝ້າຍຂອງພວກເຂົາກໍບໍ່ສາມາດຮ້ອງໄຫ້ໄວ້ທຸກ.
ແລ້ວອົງພຣະຜູ້ເປັນເຈົ້າໄດ້ລຸກຂຶ້ນເໝືອນດັ່ງຕື່ນຈາກນອນ,
ເໝືອນນັກຮົບທີ່ຊ່ວງຈາກລິດຂອງເຫລົ້າອະງຸ່ນ.
ພຣະອົງໄດ້ຕີສັດຕູຂອງພຣະອົງໃຫ້ຖອຍຄືນໄປ
ພຣະອົງໄດ້ເຮັດພວກເຂົາຮັບຄວາມອັບອາຍຕະຫລອດໄປ.
ແລ້ວພຣະອົງກໍໄດ້ປະຕິເສດເຕັນຂອງໂຢເຊັບ,
ພຣະອົງບໍ່ໄດ້ເລືອກຊົນເຜົ່າເອຟຣາອິມ
ແຕ່ພຣະອົງເລືອກເຜົ່າຢູດາ,
ແລະ ພູເຂົາຊີໂອນທີ່ພຣະອົງຮັກ.
ພຣະອົງໄດ້ສ້າງບ່ອນນະມັດສະການຂອງພຣະອົງໃຫ້ສູງ
ເໝືອນດັ່ງພື້ນໂລກທີ່ພຣະອົງໄດ້ຕັ້ງໄວ້ຕະຫລອດໄປ.
ພຣະອົງໄດ້ເລືອກດາວິດຜູ້ຮັບໃຊ້ຂອງພຣະອົງ
ແລະ ເອົາເພິ່ນອອກມາຈາກຄອກແກະ;
ນຳເພິ່ນອອກມາຈາກການລ້ຽງດູຝູງແກະ
ມາເປັນຜູ້ລ້ຽງດູຢາໂຄບ ຄົນຂອງພຣະອົງ
ລ້ຽງດູອິດສະຣາເອນຜູ້ເປັນກຳມະສິດຂອງພຣະອົງ.
ແລະ ດາວິດໄດ້ລ້ຽງດູພວກເຂົາດ້ວຍໃຈທີ່ສັດຊື່;
ເພິ່ນໄດ້ນຳພວກເຂົາໄປດ້ວຍມືອັນຊຳນານ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.