Biblica® Open Lao Contemporary Version
ເພງສັນລະເສີນ 77
(ເຖິງຫົວໜ້ານັກຮ້ອງ, ເຖິງເຢດູທູນ, ບົດເພງສັນລະເສີນຂອງອາສັບ)
ຂ້ານ້ອຍຮ້ອງຂໍໃຫ້ພຣະເຈົ້າຊ່ວຍ
ຂ້ານ້ອຍຮ້ອງຂໍໃຫ້ພຣະເຈົ້າຮັບຟັງຂ້ານ້ອຍ.
ຍາມທີ່ຂ້ານ້ອຍທຸກໃຈ ຂ້ານ້ອຍກໍສະແຫວງຫາອົງພຣະຜູ້ເປັນເຈົ້າ
ໃນເວລາກາງຄືນຂ້ານ້ອຍໄດ້ຢຽດມືທີ່ບໍ່ໄດ້ອ່ອນແຮງອອກ,
ແລະ ຂ້ານ້ອຍບໍ່ຍອມຮັບການປອບໃຈ.
ຂ້າແດ່ພຣະເຈົ້າ ຂ້ານ້ອຍລະນຶກເຖິງພຣະອົງ ແລະ ຮ້ອງຄ່ຳຄວນ
ຂ້ານ້ອຍຄິດຕຶກຕອງ ແລະ ຈິດວິນຍານຂອງຂ້ານ້ອຍອ່ອນແຮງ.
ພຣະອົງເຮັດໃຫ້ຕາຂອງຂ້ານ້ອຍບໍ່ອາດປິດລົງໄດ້
ຂ້ານ້ອຍທົນທຸກຈົນເວົ້າບໍ່ອອກ.
ຂ້ານ້ອຍຄິດເຖິງເວັນຄືນທີ່ຜ່ານມາ
ປີເດືອນທີ່ລ່ວງເລີຍມາດົນນານແລ້ວ;
ຂ້ານ້ອຍລະນຶກເຖິງບົດເພງທີ່ຮ້ອງໃນເວລາກາງຄືນ.
ຈິດໃຈຂອງຂ້ານ້ອຍຄິດຕຶກຕອງ ແລະ ຈິດວິນຍານຂອງຂ້ານ້ອຍກໍໄດ້ຖາມວ່າ:
“ອົງພຣະຜູ້ເປັນເຈົ້າຈະປະຖິ້ມຕະຫລອດໄປບໍ?
ພຣະອົງຈະບໍ່ສະແດງຄວາມພໍໃຈຂອງພຣະອົງອີກເລີຍບໍ?
ຄວາມຮັກໝັ້ນຄົງຂອງພຣະອົງສູນຫາຍຕະຫລອດໄປແລ້ວບໍ?
ສັນຍາຂອງພຣະອົງລົ້ມເລີກໄປຕະຫລອດການບໍ?
ພຣະເຈົ້າລືມທີ່ຈະເມດຕາກະລຸນາແລ້ວບໍ?
ພຣະອົງລະງັບຄວາມສົງສານເພາະຄວາມໂກດຮ້າຍຂອງພຣະອົງແລ້ວບໍ?”
ແລ້ວຂ້ານ້ອຍກໍຄິດວ່າ “ຂ້ານ້ອຍຈະອຸທອນໃນເລື່ອງນີ້
ຄືເລື່ອງປີເດືອນທີ່ອົງຜູ້ສູງສຸດໄດ້ຢຽດມືຂວາຂອງພຣະອົງອອກ”.1
ຂ້ານ້ອຍຈະຈົດຈຳເຖິງການກະທຳທັງຫລາຍຂອງພຣະເຈົ້າຢາເວ;
ແລ້ວຂ້ານ້ອຍຈະຈົດຈຳເຖິງການອັດສະຈັນຕ່າງໆຂອງພຣະອົງໃນຄັ້ງທີ່ດົນນານ.
ຂ້ານ້ອຍຈະສຳນຶກເຖິງພາລະກິດທັງໝົດຂອງພຣະອົງ
ແລະ ຄິດຕຶກຕອງກິດຈະການອັນຍິ່ງໃຫຍ່ທັງໝົດຂອງພຣະອົງ.
ຂ້າແດ່ພຣະເຈົ້າ ທາງຂອງພຣະອົງນັ້ນບໍລິສຸດ
ຈະມີພະໃດທີ່ຍິ່ງໃຫຍ່ເໝືອນກັບພຣະເຈົ້າຂອງພວກເຮົາ?
ພຣະອົງເປັນພຣະເຈົ້າຜູ້ສະແດງການອັດສະຈັນທັງຫລາຍ
ພຣະອົງສະແດງອຳນາດຢູ່ທ່າມກາງຄົນທັງຫລາຍ.
ໂດຍແຂນອັນຍິ່ງໃຫຍ່ຂອງພຣະອົງ ພຣະອົງໄດ້ໄຖ່ຄົນຂອງພຣະອົງ,
ຄືເຊື້ອສາຍຂອງຢາໂຄບ ແລະ ໂຢເຊັບ.
ຂ້າແດ່ພຣະເຈົ້າ ເມື່ອນ້ຳໄດ້ເຫັນພຣະອົງ,
ນ້ຳໄດ້ເຫັນພຣະອົງ ແລະ ກໍຢ້ານ
ນ້ຳເລິກກໍສັ່ນສະທ້ານ.
ເມກກໍໄດ້ເທນ້ຳລົງມາ
ຟ້າສະຫວັນກໍສົ່ງສຽງຟ້າຮ້ອງ;
ລູກທະນູຂອງພຣະອົງກໍແມບເຫລື້ອມໄປມາ.
ສຽງຟ້າຮ້ອງຂອງພຣະອົງດັງມາຈາກພະຍຸໝຸນ,
ຟ້າແມບຂອງພຣະອົງໄດ້ຈຸດແສງສະຫວ່າງໃຫ້ແກ່ໂລກ
ໂລກກໍສັ່ນສະເທືອນ ແລະ ຫວັ່ນໄຫວ.
ເສັ້ນທາງຂອງພຣະອົງຜ່ານທະເລ,
ທາງຂອງພຣະອົງກໍຜ່ານນ້ຳຫລາກ
ເຖິງຈະບໍ່ເຫັນຮອຍຕີນຂອງພຣະອົງ.
ພຣະອົງໄດ້ນຳພາປະຊາຊົນຂອງພຣະອົງໄປດັ່ງຝູງແກະ
ໂດຍມືຂອງໂມເຊ ແລະ ອາໂຣນ.
Source notes (1)
- Footnote ຫລື ແລ້ວຂ້ານ້ອຍກໍຄິດວ່າ “ສິ່ງນີ້ແຫລະທີ່ເຮັດໃຫ້ຂ້ານ້ອຍເຈັບປວດ ຄືອົງຜູ້ສູງສຸດບໍ່ສະແດງລິດອຳນາດແຫ່ງມືຂວາຂອງພຣະອົງອີກແລ້ວ”
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.