Biblica® Open Lao Contemporary Version
ເພງສັນລະເສີນ 76
(ເຖິງຫົວໜ້ານັກຮ້ອງ, ບັນເລງເຄື່ອງດົນຕີປະເພດສາຍ, ບົດເພງສັນລະເສີນຂອງອາສັບ, ບົດເພງ)
ພຣະເຈົ້າເປັນທີ່ຮູ້ຈັກໃນຢູດາ
ໃນອິດສະຣາເອນນາມຂອງພຣະອົງຍິ່ງໃຫຍ່
ຫໍເຕັນຂອງພຣະອົງແມ່ນຢູ່ໃນຊາເລັມ
ທີ່ສະຖິດຂອງພຣະອົງຢູ່ໃນຊີໂອນ.
ພຣະອົງໄດ້ທຳລາຍລູກສອນກະພິບ,
ໂລ່ ແລະ ດາບ, ອາວຸດສົງຄາມ.
ພຣະອົງງາມຮຸ່ງເຮືອງດ້ວຍຄວາມສະຫວ່າງ,
ມີບາລະມີຍິ່ງກວ່າພູເຂົາທັງຫລາຍທີ່ອຸດົມໄປດ້ວຍສັດປ່າ.
ບັນດາຊາຍຜູ້ກ້າຫານນອນໝົດເພາະຖືກປຸ້ນ
ພວກເຂົານອນຫລັບບໍ່ຕື່ນອີກເລີຍ
ບໍ່ມີນັກຮົບຈັກຄົນ
ທີ່ສາມາດຍົກມືຂຶ້ນໄດ້.
ຂ້າແດ່ພຣະເຈົ້າຂອງຢາໂຄບ ເມື່ອພຣະອົງຕຳໜິ
ທັງມ້າ ແລະ ລົດມ້າຮົບກໍບໍ່ເໜັງຕີງ
ພຣະອົງແຕ່ຜູ້ດຽວເປັນທີ່ຄວນຢຳເກງ
ເມື່ອພຣະອົງໃຈຮ້າຍ ຜູ້ໃດຈະສາມາດຢືນຢູ່ຕໍ່ໜ້າພຣະອົງໄດ້?
ພຣະອົງໄດ້ປະກາດຄຳພິພາກສາຈາກຟ້າສະຫວັນ
ແຜ່ນດິນໂລກກໍສະທ້ານສະເທືອນ ແລະ ມິດງຽບ
ຂ້າແດ່ພຣະເຈົ້າ ເມື່ອພຣະອົງລຸກຂຶ້ນພິພາກສາ
ເພື່ອຊ່ວຍບັນດາຜູ້ທຸກຍາກລຳບາກຂອງດິນແດນ.
ແນ່ນອນ ຄວາມໂກດຮ້າຍຂອງພຣະອົງຕໍ່ມະນຸດກໍນຳການສັນລະເສີນມາສູ່ພຣະອົງ,
ແລະ ຜູ້ທີ່ຢູ່ລອດຈາກຄວາມໂກດຮ້າຍຂອງພຣະອົງກໍຈະຖືກຢັບຢັ້ງ.1
ຈົ່ງປະຕິຍານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ແລະ ເຮັດໃຫ້ສຳເລັດຕາມທີ່ໄດ້ປະຕິຍານໄວ້ນັ້ນ;
ໃຫ້ດິນແດນຂອງເພື່ອນບ້ານທັງໝົດ
ນຳຂອງຂັວນມາຖວາຍແດ່ພຣະອົງ ຜູ້ເປັນທີ່ຢຳເກງ.
ພຣະອົງໄດ້ເຮັດໃຫ້ຜູ້ທີ່ປົກຄອງທັງຫລາຍຖ່ອມໃຈ
ພຣະອົງເປັນທີ່ຢຳເກງຂອງບັນດາກະສັດຂອງແຜ່ນດິນໂລກ.
Source notes (1)
- Footnote ຫລື ແນ່ນອນ ຄວາມຮ້ອນຮົນຂອງມະນຸດຈະນຳການສັນລະເສີນມາສູ່ພຣະອົງ ແລະ ພຣະອົງຄາດພຣະອົງດ້ວຍຄວາມໂກດຮ້າຍທີ່ເຫລືອຢູ່
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.