Biblica® Open Lao Contemporary Version
ເພງສັນລະເສີນ 37:5
Verse 5 is marked below, with the whole chapter around it. Read from the start
(ບົດປະພັນຂອງດາວິດ)
ຢ່າຮ້ອນໃຈເພາະບັນດາຄົນຊົ່ວ
ຫລື ຢ່າອິດສາບັນດາຄົນທີ່ເຮັດຜິດ;
ເພາະວ່າອີກບໍ່ດົນພວກເຂົາກໍຈະຫ່ຽວແຫ້ງໄປເໝືອນຕົ້ນຫຍ້າ
ແລະ ພວກເຂົາຈະຕາຍໄປເໝືອນພືດພັນ.
ຈົ່ງໄວ້ວາງໃຈໃນພຣະເຈົ້າຢາເວ ແລະ ເຮັດຄວາມດີ;
ຈົ່ງອາໄສຢູ່ໃນແຜ່ນດິນນັ້ນ ແລະ ມ່ວນຊື່ນຢູ່ໃນທົ່ງຫຍ້າຢ່າງປອດໄພ.
ຈົ່ງຍິນດີໃນພຣະເຈົ້າຢາເວ,
ແລະ ພຣະອົງຈະໃຫ້ສິ່ງທີ່ໃຈຂອງເຈົ້າປາຖະໜາ.
ຈົ່ງມອບທາງຂອງເຈົ້າໄວ້ກັບພຣະເຈົ້າຢາເວ
ຈົ່ງໄວ້ວາງໃຈໃນພຣະອົງ ແລະ ພຣະອົງຈະເຮັດສິ່ງເຫລົ່ານີ້ ຄື:
ພຣະອົງຈະໃຫ້ບຳເໜັດຄວາມຊອບທຳຂອງເຈົ້າເໝືອນດັ່ງແສງອາລຸນ,
ໃຫ້ຄວາມທ່ຽງທຳຂອງເຈົ້າເໝືອນດັ່ງແສງອາທິດໃນຍາມທ່ຽງ.
ຈົ່ງສະຫງົບຢູ່ຕໍ່ໜ້າພຣະເຈົ້າຢາເວ
ແລະ ອົດທົນລໍຖ້າພຣະອົງ;
ຢ່າຮ້ອນໃຈເມື່ອຄົນທັງຫລາຍປະສົບຄວາມສຳເລັດໃນທາງຂອງພວກເຂົາ
ເມື່ອແຜນຊົ່ວຂອງພວກເຂົາລຸລ່ວງໄປດ້ວຍດີ.
ຈົ່ງລະເວັ້ນຈາກຄວາມໃຈຮ້າຍ ແລະ ຫັນຈາກຄວາມໂກດຮ້າຍ;
ຢ່າຮ້ອນໃຈ ເຊິ່ງມັນມີແຕ່ຈະນຳໄປສູ່ຄວາມຊົ່ວຮ້າຍ.
ເພາະບັນດາຄົນຊົ່ວຮ້າຍຈະຖືກທຳລາຍ
ແຕ່ບັນດາຜູ້ທີ່ຫວັງໃນພຣະເຈົ້າຢາເວ ກໍຈະໄດ້ແຜ່ນດິນນັ້ນເປັນມໍລະດົກ.
ອີກຊົ່ວຂະນະໜຶ່ງ, ຄົນຊົ່ວກໍຈະໝົດໄປ
ເຖິງວ່າເຈົ້າຈະຊອກຫາພວກເຂົາ ແຕ່ກໍຈະບໍ່ພົບພວກເຂົາ.
ສ່ວນຄົນທີ່ຖ່ອມຕົວຈະໄດ້ຮັບແຜ່ນດິນນັ້ນເປັນມໍລະດົກ
ແລະ ຊື່ນຊົມຍິນດີກັບສັນຕິສຸກ ແລະ ຄວາມຈະເລີນຮຸ່ງເຮືອງ.
ຄົນຊົ່ວຮ້າຍວາງແຜນປອງຮ້າຍຜູ້ຊອບທຳ
ແລະ ກັດແຂ້ວຂອງຕົນໃສ່ພວກເຂົາ;
ແຕ່ອົງພຣະຜູ້ເປັນເຈົ້າຫົວຂັວນໃສ່ຄົນຊົ່ວຮ້າຍ,
ເພາະພຣະອົງຮູ້ວ່າວັນເວລາຂອງພວກເຂົານັ້ນໃກ້ຈະມາເຖິງແລ້ວ.
ຄົນຊົ່ວຮ້າຍຖອດດາບ
ແລະ ກົ່ງຄັນທະນູ
ເພື່ອໂຄ່ນລົ້ມຄົນທຸກຍາກ ແລະ ຂັດສົນ,
ເພື່ອຂ້າຄົນທີ່ດຳເນີນໃນທາງທ່ຽງທຳ.
ແຕ່ດາບຂອງພວກເຂົາເອງຈະແທງທະລຸຫົວໃຈຂອງພວກເຂົາເອງ,
ແລະ ທະນູຂອງພວກເຂົາຈະຖືກຫັກທຳລາຍ.
ສິ່ງເລັກນ້ອຍທີ່ຄົນຊອບທຳມີຢູ່ນັ້ນ
ກໍດີກວ່າຄວາມຮັ່ງມີຂອງຄົນຊົ່ວຮ້າຍ;
ເພາະອຳນາດຂອງຄົນຊົ່ວຮ້າຍຈະຖືກກຳຈັດໄປ
ແຕ່ພຣະເຈົ້າຢາເວ ຈະຊູຜູ້ຊອບທຳໄວ້.
ຄົນທີ່ບໍ່ມີຕຳໜິກໍໃຊ້ຊີວິດຢູ່ພາຍໃຕ້ການເບິ່ງແຍງຂອງພຣະເຈົ້າຢາເວ,
ມໍລະດົກຂອງພວກເຂົາຈະຍືນຍົງຕະຫລອດໄປ.
ໃນຍາມເກີດໄພພິບັດ ພວກເຂົາຈະບໍ່ອັບອາຍ
ໃນຍາມກັນອຶດຢາກອາຫານ ພວກເຂົາກໍຈະຊື່ນຊົມໃນຄວາມອຸດົມສົມບູນ.
ສ່ວນຄົນຊົ່ວຮ້າຍກໍຈະຈິບຫາຍ
ເຖິງວ່າສັດຕູຂອງພຣະເຈົ້າຢາເວຈະເປັນເໝືອນດອກໄມ້ໃນທົ່ງຫຍ້າ,
ພວກເຂົາກໍຈະສູນສິ້ນໄປເໝືອນຄວັນ.
ຄົນຊົ່ວຮ້າຍຂໍຢືມແລ້ວບໍ່ໃຊ້ຄືນ
ສ່ວນຄົນຊອບທຳໃຫ້ດ້ວຍໃຈກວ້າງຂວາງ;
ບັນດາຜູ້ທີ່ພຣະເຈົ້າຢາເວອວຍພອນຈະໄດ້ແຜ່ນດິນນັ້ນເປັນມໍລະດົກ,
ແຕ່ບັນດາຜູ້ທີ່ພຣະອົງສາບແຊ່ງນັ້ນຈະຕ້ອງຖືກທຳລາຍ.
ຖ້າພຣະເຈົ້າຢາເວເຮັດໃຫ້ບາດກ້າວ
ຂອງຄົນທີ່ຍິນດີໃນພຣະອົງນັ້ນໝັ້ນຄົງ;
ເຖິງວ່າລາວສະດຸດ ລາວກໍຈະບໍ່ລົ້ມລົງ
ເພາະມືຂອງພຣະເຈົ້າຢາເວຄ້ຳຊູລາວໄວ້.
ຂ້ານ້ອຍເຄີຍເປັນຊາຍໜຸ່ມ ແລະ ດຽວນີ້ກໍເຖົ້າແກ່ແລ້ວ,
ແຕ່ຍັງບໍ່ເຄີຍເຫັນຄົນຊອບທຳຖືກປະຖິ້ມ
ຫລື ລູກຫລານຂອງພວກເຂົາຕ້ອງຂໍທານເພື່ອລ້ຽງຊີວິດ.
ພວກເຂົາເອື້ອເຟື້ອເພື່ອແຜ່ສະເໝີ ແລະ ໃຫ້ຢືມຢ່າງບໍ່ຂີ້ຖີ່;
ລູກຫລານຂອງພວກເຂົາກໍໄດ້ຮັບພອນ.
ຈົ່ງປະຖິ້ມຄວາມຊົ່ວ ແລະ ເຮັດຄວາມດີ
ແລ້ວທ່ານຈະອາໄສຢູ່ໃນແຜ່ນດິນນັ້ນຕະຫລອດໄປເປັນນິດ.
ເພາະພຣະເຈົ້າຢາເວຮັກຄົນທ່ຽງທຳ
ແລະ ຈະບໍ່ປະຖິ້ມຄົນສັດຊື່ຂອງພຣະອົງ.
ຄົນທີ່ເຮັດຊົ່ວຈະຖືກທຳລາຍລົງຈົນໝົດສິ້ນ
ແຕ່ລູກຫລານຂອງຄົນຊົ່ວຮ້າຍຈະພິນາດ.
ຄົນຊອບທຳຈະໄດ້ແຜ່ນດິນນັ້ນເປັນມໍລະດົກ
ແລະ ຈະອາໄສຢູ່ທີ່ນັ້ນຕະຫລອດໄປ.
ປາກຂອງບັນດາຜູ້ຊອບທຳເວົ້າເຖິງສະຕິປັນຍາ
ແລະ ລິ້ນຂອງພວກເຂົາກໍເວົ້າສິ່ງທີ່ຍຸຕິທຳ.
ກົດບັນຍັດຂອງພຣະເຈົ້ານັ້ນຢູ່ໃນໃຈຂອງພວກເຂົາ
ຕີນຂອງພວກເຂົາຈະບໍ່ພາດພັ້ງ.
ຄົນຊົ່ວຮ້າຍໝອບຄອຍຖ້າຄົນຊອບທຳ
ເຈດຕະນາເອົາຊີວິດຂອງພວກເຂົາ,
ແຕ່ພຣະເຈົ້າຢາເວຈະບໍ່ປ່ອຍພວກເຂົາໃຫ້ຢູ່ໃນກຳມືຂອງຄົນຊົ່ວຮ້າຍ
ຫລື ໃຫ້ຄົນຊອບທຳຖືກຕັດສິນລົງໂທດເມື່ອຂຶ້ນສານ.
ຈົ່ງມີຄວາມຫວັງໃນພຣະເຈົ້າຢາເວ
ແລະ ເດີນຕາມທາງຂອງພຣະອົງ.
ພຣະອົງຈະຍົກເຈົ້າໃຫ້ໄດ້ແຜ່ນດິນນັ້ນເປັນມໍລະດົກ
ທ່ານຈະເຫັນຄົນຊົ່ວຮ້າຍຖືກທຳລາຍ.
ຂ້ານ້ອຍເຫັນຄົນຊົ່ວຮ້າຍ ແລະ ໂຫດຮ້າຍ
ຈະເລີນຮຸ່ງເຮືອງເໝືອນດັ່ງຕົ້ນໄມ້ພື້ນເມືອງທີ່ອຸດົມສົມບູນ,
ແຕ່ບໍ່ດົນລາວກໍຈາກໄປ ແລະ ດັບສູນ
ເຖິງວ່າຂ້ານ້ອຍໄດ້ຊອກຫາລາວ ແຕ່ກໍບໍ່ພົບລາວອີກເລີຍ.
ຈົ່ງພິຈາລະນາຄົນທີ່ບໍ່ມີທີ່ຕິ, ສັງເກດເບິ່ງຄົນທ່ຽງທຳ;
ບັນດາຄົນທີ່ສະແຫວງຫາສັນຕິກໍຈະມີອະນາຄົດ.1
ແຕ່ຄົນບາບທຸກຄົນຈະຖືກທຳລາຍໄປ;
ຄົນຊົ່ວຈະບໍ່ມີອະນາຄົດ.
ຄວາມພົ້ນຂອງຄົນຊອບທຳມານັ້ນຈາກພຣະເຈົ້າຢາເວ;
ພຣະອົງເປັນປ້ອມປ້ອງກັນຂອງພວກເຂົາໃນຍາມເດືອດຮ້ອນ.
ພຣະເຈົ້າຢາເວຊ່ວຍພວກເຂົາ ແລະ ກອບກູ້ພວກເຂົາ;
ພຣະອົງຈະກອບກູ້ພວກເຂົາຈາກຄົນຊົ່ວຮ້າຍ ແລະ ຊ່ວຍພວກເຂົາໃຫ້ປອດໄພ,
ເພາະພວກເຂົາລີ້ໄພຢູ່ໃນພຣະອົງ.
Source notes (1)
- Footnote ຫລື ລູກຫລານ ເຊັ່ນດຽວກັບຂໍ້ 38
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.