Biblica® Open Lao Contemporary Version
ເພງສັນລະເສີນ 36
(ເຖິງຫົວໜ້ານັກຮ້ອງ ບົດປະພັນຂອງດາວິດຜູ້ຮັບໃຊ້ຂອງພຣະເຈົ້າຢາເວ)
ຂ້ານ້ອຍມີຂໍ້ຄວາມຢູ່ໃນໃຈຂອງຂ້ານ້ອຍ
ກ່ຽວກັບຄວາມບາບຂອງຄົນຊົ່ວວ່າ:1
ບໍ່ມີຄວາມຢຳເກງພຣະເຈົ້າ
ໃນສາຍຕາຂອງພວກເຂົາ.
ເພາະວ່າໃນສາຍຕາຂອງພວກເຂົາ ພວກເຂົາຍົກຍ້ອງຕົນເອງ
ຫລາຍກວ່າທີ່ຈະເຫັນ ຫລື ກຽດຊັງຄວາມບາບຂອງຕົນ.
ວາຈາຂອງພວກເຂົາຊົ່ວຮ້າຍ ແລະ ຫລອກລວງ
ພວກເຂົາລົ້ມເຫລວໃນການກະທຳຢ່າງສະຫລາດ ຫລື ເຮັດຄວາມດີ.
ເຖິງວ່າຍັງນອນຢູ່ເທິງຕຽງ ພວກເຂົາກໍຍັງຄິດແຜນຊົ່ວ
ພວກເຂົາມຸ່ງສູ່ແນວທາງບາບ
ແລະ ບໍ່ຍອມປະຕິເສດສິ່ງຜິດ.
ຂ້າແດ່ພຣະເຈົ້າຢາເວ ຄວາມຮັກໝັ້ນຄົງຂອງພຣະອົງຍິ່ງໃຫຍ່ຈຸຟ້າສະຫວັນ,
ຄວາມສັດຊື່ຂອງພຣະອົງສູງເຖິງທ້ອງຟ້າ.
ຄວາມຊອບທຳຂອງພຣະອົງສູງເໝືອນດັ່ງພູເຂົາ,
ຄວາມຍຸຕິທຳຂອງພຣະອົງເໝືອນດັ່ງທະເລເລິກ.
ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ປົກປ້ອງເບິ່ງແຍງທັງຄົນ ແລະ ສັດ.
ໂອ ພຣະເຈົ້າ! ຄວາມຮັກໝັ້ນຄົງຂອງພຣະອົງນັ້ນແມ່ນປະເມີນຄ່າບໍ່ໄດ້!
ຄົນທັງຫລາຍຕ່າງກໍລີ້ໄພຢູ່ໃຕ້ຮົ່ມປີກຂອງພຣະອົງ.
ພຣະອົງໄດ້ລ້ຽງດູພວກເຂົາດ້ວຍຄວາມອຸດົມສົມບູນຈາກວິຫານຂອງພຣະອົງ;
ພຣະອົງໃຫ້ພວກເຂົາດື່ມຈາກແມ່ນ້ຳແຫ່ງຄວາມຍິນດີຂອງພຣະອົງ.
ເພາະພຣະອົງເປັນນ້ຳພຸແຫ່ງຊີວິດ;
ພວກຂ້ານ້ອຍໄດ້ເຫັນແສງສະຫວ່າງໃນຄວາມສະຫວ່າງຂອງພຣະອົງ.
ໂຜດສະແດງຄວາມຮັກໝັ້ນຄົງຂອງພຣະອົງແກ່ບັນດາຜູ້ທີ່ຮູ້ຈັກພຣະອົງ.
ແລະ ສະແດງຄວາມຊອບທຳຂອງພຣະອົງແກ່ບັນດາຜູ້ມີໃຈທ່ຽງທຳຕໍ່ໄປ.
ຂໍຢ່າໃຫ້ຕີນຂອງຄົນຈອງຫອງມາຕໍ່ສູ້ຂ້ານ້ອຍ
ຫລື ຢ່າໃຫ້ມືຂອງຄົນຊົ່ວຂັບໄລ່ຂ້ານ້ອຍໄປ!
ເບິ່ງແມ ບັນດາຄົນເຮັດຊົ່ວໄດ້ລົ້ມລົງແລ້ວ
ພວກເຂົາຖືກໂຍນລົງ ແລະ ລຸກຂຶ້ນບໍ່ໄດ້ອີກ.
Source notes (1)
- Footnote ຫລື ໃນໃຈຂອງຂ້ານ້ອຍວ່າ ບາບອອກມາຈາກຄົນຊົ່ວ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.