Biblica® Open Lao Contemporary Version
ເພງສັນລະເສີນ 35
(ບົດປະພັນຂອງດາວິດ)
ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຕໍ່ສູ້ກັບບັນດາຜູ້ທີ່ຕໍ່ສູ້ກັບຂ້ານ້ອຍ;
ຂໍໂຜດສູ້ຮົບກັບບັນດາຜູ້ທີ່ສູ້ຮົບກັບຂ້ານ້ອຍ.
ຂໍໂຜດຖືໂລ່ ແລະ ເສື້ອເກາະ,
ຂໍໂຜດລຸກຂຶ້ນ ແລະ ມາຊ່ວຍຂ້ານ້ອຍ.
ຂໍໂຜດຊູຫອກ ແລະ ຂວານຮົບ1
ຕໍ່ສູ້ບັນດາຜູ້ທີ່ໄລ່ຕາມຂ້ານ້ອຍ.
ໂຜດກ່າວຂ້ານ້ອຍວ່າ:
“ເຮົາຄືຄວາມພົ້ນຂອງເຈົ້າ”.
ຂໍໃຫ້ບັນດາຜູ້ທີ່ໝາຍເອົາຊີວິດຂອງຂ້ານ້ອຍນັ້ນ
ຕ້ອງຂາຍໜ້າ ແລະ ອັບອາຍ;
ຂໍໃຫ້ບັນດາຜູ້ທີ່ວາງແຜນທຳລາຍຂ້ານ້ອຍ
ກັບຄືນໄປດ້ວຍຄວາມຕົກໃຈຢ້ານ
ໃຫ້ພວກເຂົາເປັນເໝືອນແກບທີ່ຖືກລົມພັດ,
ມີເທວະດາຂອງພຣະເຈົ້າຢາເວຂັບໄລ່ພວກເຂົາໄປ,
ຂໍໃຫ້ທາງຂອງພວກເຂົາມື່ນ ແລະ ມືດມິດ,
ມີເທວະດາຂອງພຣະເຈົ້າຢາເວໄລ່ຕາມພວກເຂົາໄປ.
ເພາະພວກເຂົາໄດ້ຫ້າງແຮ້ວໃສ່ຂ້ານ້ອຍໂດຍບໍ່ມີສາເຫດ
ແລະ ຂຸດຂຸມດັກຈັບຂ້ານ້ອຍໂດຍບໍ່ມີສາເຫດ,
ຂໍໃຫ້ຄວາມຈິບຫາຍໂຈມຕີພວກເຂົາໂດຍບໍ່ໄດ້ຄາດຄິດ
ຂໍໃຫ້ພວກເຂົາຖືກແຮ້ວທີ່ພວກເຂົາໄດ້ຫ້າງໄວ້ເອງ
ຂໍໃຫ້ພວກເຂົາຕົກເຂົ້າໄປໃນຂຸມຂອງຕົນເອງຈິບຫາຍໄປ
ແລ້ວຈິດວິນຍານຂອງຂ້ານ້ອຍຈະຊື່ນຊົມຍິນດີໃນພຣະເຈົ້າຢາເວ
ແລະ ຍິນດີໃນການຊ່ວຍໃຫ້ພົ້ນຂອງພຣະອົງ.
ທັງຊີວິດຈິດໃຈຂອງຂ້ານ້ອຍຈະປະກາດວ່າ:
“ພຣະເຈົ້າຢາເວ ຜູ້ໃດຈະເໝືອນພຣະອົງ?
ພຣະອົງຊ່ວຍຄົນທຸກໃຫ້ພົ້ນຈາກຜູ້ທີ່ແຂງແຮງເກີນກຳລັງສຳລັບພວກເຂົາ,
ຊ່ວຍຄົນທຸກ ແລະ ຄົນຂັດສົນຈາກບັນດາຜູ້ທີ່ປຸ້ນພວກເຂົາ”.
ພະຍານທີ່ໂຫດຮ້າຍໄດ້ອອກມາຂ້າງໜ້າ
ພວກເຂົາໄດ້ຖາມຂ້ານ້ອຍກ່ຽວກັບສິ່ງທີ່ຂ້ານ້ອຍບໍ່ຮູ້.
ພວກເຂົາຕອບແທນການດີຂອງຂ້ານ້ອຍດ້ວຍການຊົ່ວ
ແລະ ປະຖິ້ມຂ້ານ້ອຍເໝືອນກັບຄົນທີ່ສູນສິ້ນ.
ແຕ່ເມື່ອພວກເຂົາເຈັບປ່ວຍ ຂ້ານ້ອຍກໍໃສ່ຊຸດຜ້າກະສອບເຂົ້າ
ແລະ ຖ່ອມຕົວເອງລົງດ້ວຍການອົດອາຫານ
ເມື່ອຄຳອະທິຖານຂອງຂ້ານ້ອຍບໍ່ໄດ້ຮັບຄຳຕອບ.
ຂ້ານ້ອຍຄ່ຳຄວນ
ເໝືອນກັບວ່າພວກເຂົາເປັນໝູ່ ຫລື ພີ່ນ້ອງຂອງຂ້ານ້ອຍ.
ຂ້ານ້ອຍກົ້ມຫົວລົງດ້ວຍຄວາມໂສກເສົ້າ
ເໝືອນກັບວ່າຮ້ອງໄຫ້ໃຫ້ກັບມານດາຂອງຂ້ານ້ອຍ.
ແຕ່ເມື່ອຂ້ານ້ອຍສະດຸດ ພວກເຂົາກັບພາກັນດີໃຈ
ຮວມຫົວກັນຕໍ່ສູ້ຂ້ານ້ອຍໂດຍທີ່ຂ້ານ້ອຍບໍ່ຮູ້.
ພວກເຂົາພາກັນນິນທາຂ້ານ້ອຍຢ່າງບໍ່ຢຸດຢັ້ງ.
ພວກເຂົາເຢາະເຢີ້ຍຖາກຖາງເໝືອນກັບຄົນອະທຳ2
ພວກເຂົາກັດແຂ້ວຂອງຕົນໃສ່ຂ້ານ້ອຍ.
ຂ້າແດ່ພຣະເຈົ້າຢາເວ ພຣະອົງຈະເບິ່ງຢູ່ດົນປານໃດ?
ຂໍກອບກູ້ຂ້ານ້ອຍໃຫ້ພົ້ນຈາກຄວາມຮ້າຍກາດຂອງພວກເຂົາ
ກອບກູ້ຊີວິດອັນມີຄ່າຂອງຂ້ານ້ອຍຈາກສິງເຫລົ່ານີ້.
ຂ້ານ້ອຍຈະຂອບຄຸນພຣະອົງໃນບ່ອນຊຸມນຸມໃຫຍ່
ຂ້ານ້ອຍຈະສັນລະເສີນພຣະອົງທ່າມກາງມະຫາຊົນ.
ຂໍຢ່າໃຫ້ຄົນເຫລົ່ານັ້ນທີ່ມາເປັນສັດຕູຂອງຂ້ານ້ອຍໂດຍບໍ່ມີສາເຫດ
ຍິ້ມເຢາະເຢີ້ຍຂ້ານ້ອຍ;
ຂໍຢ່າໃຫ້ຄົນເຫລົ່ານັ້ນທີ່ກຽດຊັງຂ້ານ້ອຍໂດຍບໍ່ມີເຫດຜົນ
ກະພິບຕາໃຫ້ກັນ.
ພວກເຂົາບໍ່ໄດ້ເວົ້າກັນຢ່າງສະຫງົບ,
ມີແຕ່ຄົບຄິດກັນໃສ່ຮ້າຍ
ຄົນທີ່ຢູ່ຢ່າງສະຫງົບໃນແຜ່ນດິນ
ພວກເຂົາເຢາະເຢີ້ຍຂ້ານ້ອຍ ແລະ ເວົ້າວ່າ: “ນັ້ນເດ! ນັ້ນເດ!
ພວກເຮົາໄດ້ເຫັນກັບຕາເລີຍ”.
ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ເຫັນຢ່າງນີ້ ຂໍຢ່າໄດ້ມິດງຽບຢູ່.
ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍຢ່າຢູ່ຫ່າງໄກຈາກຂ້ານ້ອຍ.
ຂໍໂຜດຕື່ນ ແລະ ລຸກຂຶ້ນມາປົກປ້ອງຂ້ານ້ອຍ!
ພຣະເຈົ້າ ແລະ ອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍ ຂໍໂຜດຕໍ່ສູ້ເພື່ອຂ້ານ້ອຍດ້ວຍ.
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ ຂໍພິສູດວ່າຂ້ານ້ອຍບໍ່ມີຄວາມຜິດຕາມຄວາມຊອບທຳຂອງພຣະອົງ.
ຂໍຢ່າໃຫ້ພວກເຂົາຍິ້ມເຢາະເຢີ້ຍຂ້ານ້ອຍ.
ຂໍຢ່າໃຫ້ພວກເຂົາຄິດວ່າ: “ນັ້ນເດ ໃນທີ່ສຸດກໍສົມໃຈພວກເຮົາ!”
ຫລື ເວົ້າວ່າ: “ພວກເຮົາໄດ້ກືນກິນລາວແລ້ວ”.
ຂໍໃຫ້ຜູ້ທີ່ຍິ້ມເຢາະເຢີ້ຍຄວາມທຸກຂອງຂ້ານ້ອຍ
ຖືກອັບອາຍ ແລະ ສັບສົນວຸ້ນວາຍ;
ຂໍໃຫ້ທຸກຄົນທີ່ຍົກຕົນເອງຂົ່ມຂ້ານ້ອຍ
ຖືກອັບອາຍ ແລະ ຂາຍໜ້າ.
ຂໍໃຫ້ບັນດາຄົນທີ່ຍິນດີເມື່ອຂ້ານ້ອຍພົ້ນຂໍ້ຫາ
ໂຫ່ຮ້ອງຢ່າງຊື່ນຊົມຍິນດີ ແລະ ດີໃຈ;
ຂໍໃຫ້ພວກເຂົາກ່າວຢູ່ສະເໝີວ່າ: “ຂໍສັນລະເສີນພຣະເຈົ້າຢາເວ,
ຜູ້ທີ່ຍິນດີໃນຄວາມຜາສຸກຂອງຜູ້ຮັບໃຊ້ຂອງພຣະອົງ”.
ລີ້ນຂອງຂ້ານ້ອຍຈະກ່າວເຖິງຄວາມຊອບທຳຂອງພຣະອົງ
ແລະ ສັນລະເສີນພຣະອົງຕະຫລອດທັງວັນ.
Source notes (2)
- Footnote ຫລື ແລະ ຂວາງທາງໄວ້
- Footnote ພາສາເຮັບເຣີອາດຈະມີຄວາມຫມາຍວ່າ ເໝືອນຢ່າງໝູ່ຄົນອະທຳທີ່ມັກເຢາະເຢີ້ຍ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.