Biblica® Open Lao Contemporary Version
ເພງສັນລະເສີນ 34
(ບົດປະພັນຂອງດາວິດ ເມື່ອພຣະອົງເພິ່ນເຮັດຄືເປັນບ້າຕໍ່ໜ້າອາບີເມເຫລັກ, ຜູ້ທີ່ຂັບໄລ່ດາວິດໄປ)
ຂ້ານ້ອຍຈະຍົກຍ້ອງເທີດທູນພຣະເຈົ້າຢາເວຕະຫລອດເວລາ,
ຮິມສົບຂອງຂ້ານ້ອຍຈະສັນລະເສີນພຣະອົງຢູ່ສະເໝີ.
ຂ້ານ້ອຍຈະສັນລະເສີນພຣະເຈົ້າຢາເວ
ໃຫ້ຄົນທຸກຍາກໄດ້ຍິນ ແລະ ຊື່ນຊົມຍິນດີ.
ເຊີນມາຖວາຍກຽດແດ່ພຣະເຈົ້າຢາເວຮ່ວມກັບຂ້ານ້ອຍ
ໃຫ້ພວກເຮົາຍົກຍ້ອງເທີດທູນນາມຂອງພຣະອົງດ້ວຍກັນ.
ຂ້ານ້ອຍໄດ້ສະແຫວງຫາພຣະເຈົ້າຢາເວ ແລະ ພຣະອົງໄດ້ຕອບຂ້ານ້ອຍ,
ພຣະອົງໄດ້ກອບກູ້ຂ້ານ້ອຍໃຫ້ພົ້ນຈາກຄວາມຢ້ານກົວທັງໝົດຂອງຂ້ານ້ອຍ.
ບັນດາຜູ້ທີ່ຫວັງເພິ່ງພາພຣະອົງກໍສົດໃສ
ໃບໜ້າຂອງພວກເຂົາບໍ່ເຄີຍມີຄວາມອັບອາຍ.
ຄົນທຸກຍາກຄົນນີ້ໄດ້ຮ້ອງຫາ ແລະ ພຣະເຈົ້າຢາເວໄດ້ຟັງລາວ,
ພຣະອົງໄດ້ຊ່ວຍລາວໃຫ້ພົ້ນຈາກຄວາມເດືອດຮ້ອນທັງໝົດຂອງລາວ.
ເທວະດາຂອງພຣະເຈົ້າຢາເວໄດ້ຕັ້ງຄ້າຍອ້ອມບັນດາຜູ້ທີ່ຢຳເກງພຣະອົງ
ແລະ ພຣະອົງໄດ້ຊ່ວຍພວກເຂົາໃຫ້ພົ້ນ.
ເຊີນຊິມເບິ່ງແລ້ວຈະຮູ້ວ່າພຣະເຈົ້າຢາເວນັ້ນແສນດີ;
ຄວາມສຸກມີແກ່ຜູ້ທີ່ລີ້ໄພຢູ່ໃນພຣະອົງ.
ທ່ານທັງຫລາຍຜູ້ເປັນຄົນຂອງພຣະເຈົ້າຢາເວ ຈົ່ງຢຳເກງພຣະອົງ,
ເພາະບັນດາຜູ້ທີ່ຢຳເກງພຣະອົງຈະບໍ່ຂາດສິ່ງໃດ.
ສິງອາດຈະອ່ອນແຮງ ແລະ ຫິວໂຫຍ
ແຕ່ບັນດາຜູ້ທີ່ສະແຫວງຫາພຣະເຈົ້າຢາເວບໍ່ເຄີຍຂາດສິ່ງທີ່ດີເລີຍ.
ບຸດທັງຫລາຍຂອງເຮົາ ຈົ່ງມາຟັງເຮົາ;
ເຮົາຈະສອນພວກເຈົ້າໃຫ້ຮູ້ເຖິງຄວາມຢຳເກງພຣະເຈົ້າຢາເວ.
ຜູ້ໃດກໍຕາມໃນພວກເຈົ້າທີ່ຮັກຊີວິດ
ແລະ ປາຖະໜາທີ່ຈະເຫັນວັນອັນຜາສຸກຍືນຍາວ,
ກໍຈົ່ງຮັກສາລີ້ນຂອງພວກເຈົ້າໃຫ້ພົ້ນຈາກຄວາມຊົ່ວ
ແລະ ຮັກສາຮີມສົບຂອງພວກເຈົ້າໃຫ້ພົ້ນຈາກການເວົ້າຕົວະ.
ຈົ່ງຫັນໜີຈາກຄວາມຊົ່ວຮ້າຍ ແລະ ເຮັດຄວາມດີ;
ຈົ່ງສະແຫວງຫາສັນຕິພາບ ແລະ ຕິດຕາມສັນຕິພາບນັ້ນ.
ຕາຂອງພຣະເຈົ້າຢາເວເຝົ້າເບິ່ງຄົນຊອບທຳ
ແລະ ຫູຂອງພຣະອົງກໍຟັງຄຳຮ້ອງຂໍຂອງພວກເຂົາ;
ແຕ່ໃບໜ້າຂອງພຣະເຈົ້າຢາເວນັ້ນຕໍ່ຕ້ານຄົນເຮັດຊົ່ວ,
ເພື່ອລຶບຊື່ຂອງພວກເຂົາອອກຈາກແຜ່ນດິນໂລກ.
ຄົນຊອບທຳຮ້ອງຂໍ ແລະ ພຣະເຈົ້າຢາເວໄດ້ຟັງພວກເຂົາ
ພຣະອົງໄດ້ຊ່ວຍພວກເຂົາໃຫ້ພົ້ນຈາກຄວາມເດືອດຮ້ອນທັງຫລາຍຂອງພວກເຂົາ.
ພຣະເຈົ້າຢາເວນັ້ນຢູ່ໃກ້ຜູ້ທີ່ຫົວໃຈແຕກສະຫລາຍ
ແລະ ຊ່ວຍບັນດາຜູ້ທີ່ທໍ້ຖອຍໝົດຫວັງ.
ຄົນຊອບທຳອາດພົບຄວາມທຸກຍາກຫລາຍຢ່າງ
ແຕ່ພຣະເຈົ້າຢາເວໄດ້ຊ່ວຍລາວໃຫ້ຜ່ານພົ້ນທຸກຢ່າງໄປໄດ້;
ພຣະອົງປົກປ້ອງກະດູກຂອງລາວທຸກຊີກ
ບໍ່ໃຫ້ຫັກແມ່ນແຕ່ຊີກດຽວ.
ຄວາມຊົ່ວຈະຂ້າຄົນອະທຳ
ສັດຕູຂອງຄົນຊອບທຳຈະຖືກລົງໂທດ.
ພຣະເຈົ້າຢາເວຈະກອບກູ້ເອົາຜູ້ຮັບໃຊ້ຂອງພຣະອົງ
ບໍ່ມີຈັກຄົນທີ່ລີ້ໄພຢູ່ໃນພຣະອົງຈະຖືກລົງໂທດ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.