Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 33

ບັນດາ​ຜູ້​ຊອບທຳ ຈົ່ງ​ຮ້ອງເພງ​ຊື່ນຊົມຍິນດີ​ແດ່​ພຣະເຈົ້າ​ຢາເວ;

ເປັນ​ການ​ສົມຄວນ​ແລ້ວ​ທີ່​ຜູ້​ຊອບທຳ​ຈະ​ສັນລະເສີນ​ພຣະອົງ.

ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ​ດ້ວຍ​ສຽງ​ພິນ;

ຈົ່ງ​ບັນເລງ​ເພງ​ແດ່​ພຣະອົງ​ດ້ວຍ​ພິນ​ສິບ​ສາຍ.

ຈົ່ງ​ຂັບ​ຮ້ອງເພງ​ບົດ​ໃໝ່​ຖວາຍ​ພຣະອົງ

ຫລິ້ນ​ດົນຕີ​ຢ່າງ​ຊຳນານ ແລະ ໂຫ່​ຮ້ອງ​ຊື່ນຊົມຍິນດີ.

ເພາະ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ນັ້ນ​ຖືກຕ້ອງ ແລະ ເປັນ​ຈິງ;

ພຣະອົງ​ສັດຊື່​ໃນ​ທຸກສິ່ງ​ທີ່​ເຮັດ.

ພຣະເຈົ້າ​ຢາເວ​ຮັກ​ຄວາມ​ຊອບທຳ ແລະ ຄວາມ​ຍຸຕິທຳ;

ແຜ່ນດິນ​ໂລກ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ.

ໂດຍ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ ຟ້າ​ສະຫວັນ​ກໍ​ຖືກ​ສ້າງ​ຂຶ້ນ,

ດວງດາວ​ທັງຫລາຍ​ມີ​ຂຶ້ນ​ໂດຍ​ລົມ​ປາກ​ຂອງ​ພຣະອົງ.

ພຣະອົງ​ຮວບຮວມ​ຫ້ວງ​ນ້ຳ​ທະເລ​ໄວ້​ໃນ​ໄຫ1

ພຣະອົງ​ເກັບ​ຫ້ວງ​ນ້ຳ​ເລິກ​ໄວ້​ໃນ​ຄັງ.

ໃຫ້​ທົ່ວ​ທັງ​ໂລກ​ຢຳເກງ​ພຣະເຈົ້າ​ຢາເວ

ໃຫ້​ຄົນ​ທົ່ວ​ໂລກ​ເຄົາລົບ​ນັບຖື​ພຣະອົງ.

ເພາະ​ພຣະອົງ​ກ່າວ ໂລກ​ກໍ​ຖືກ​ສ້າງ​ຂຶ້ນ

ພຣະອົງ​ສັ່ງ ມັນ​ກໍ​ຄົງ​ຢູ່.

ພຣະເຈົ້າ​ຢາເວ​ໄດ້​ທຳລາຍ​ແຜນການ​ຂອງ​ຊົນຊາດ​ທັງຫລາຍ,

ພຣະອົງ​ຂັດຂວາງ​ເປົ້າໝາຍ​ຂອງ​ຄົນ​ທັງຫລາຍ.

ແຕ່​ແຜນການ​ຂອງ​ພຣະເຈົ້າ​ຢາເວ​ໝັ້ນຄົງ​ຕະຫລອດ​ໄປ,

ຄວາມ​ປະສົງ​ໃນ​ໃຈ​ຂອງ​ພຣະອົງ​ດຳລົງ​ຢູ່​ທຸກ​ຊົ່ວ​ອາຍຸ.

ຄວາມ​ສຸກ​ມີ​ແກ່​ຊົນຊາດ​ທີ່​ມີ​ພຣະເຈົ້າ​ຢາເວ​ເປັນ​ພຣະເຈົ້າ

ຄື​ປະຊາຊົນ​ທີ່​ພຣະອົງ​ໄດ້​ເລືອກ​ເປັນ​ມໍລະດົກ​ຂອງ​ພຣະອົງ.

ພຣະເຈົ້າ​ຢາເວ​ໄດ້​ເບິ່ງ​ລົງ​ມາ​ຈາກ​ຟ້າ​ສະຫວັນ

ແລະ ເຫັນ​ມວນ​ມະນຸດ​ທຸກຄົນ;

ຈາກ​ທີ່​ຢູ່​ຂອງ​ພຣະອົງ ພຣະອົງ​ໄດ້​ຈັບ​ຕາ​ເບິ່ງ

ທຸກ​ຄົນ​ທີ່​ອາໄສ​ຢູ່​ໃນ​ໂລກ

ພຣະອົງ​ຜູ້​ສ້າງ​ຈິດໃຈ​ຂອງ​ທຸກຄົນ

ຜູ້​ພິຈາລະນາ​ທຸກສິ່ງ​ທີ່​ພວກເຂົາ​ເຮັດ.

ກະສັດ​ລອດ​ຊີວິດ​ໄດ້​ບໍ່​ແມ່ນ​ເພາະ​ຂະໜາດ​ຂອງ​ກອງທັບ;

ນັກຮົບ​ລອດ​ຊີວິດ​ໄດ້​ບໍ່​ແມ່ນ​ເພາະ​ກຳລັງ​ອັນ​ຫລວງຫລາຍ​ຂອງ​ຕົນ.

ຫວັງ​ໃຫ້​ມ້າ​ຮົບ​ຊ່ວຍ​ກອບກູ້​ກໍ​ບໍ່​ມີ​ປະໂຫຍດ

ເຖິງ​ວ່າ​ມັນ​ແຂງແຮງ ມັນ​ກໍ​ບໍ່​ສາມາດ​ຊ່ວຍ​ໃຫ້​ປອດໄພ,

ແຕ່​ຕາ​ຂອງ​ພຣະເຈົ້າ​ຢາເວ​ນັ້ນ​ເຝົ້າ​ເບິ່ງ​ບັນດາ​ຜູ້​ທີ່​ຢຳເກງ​ພຣະອົງ,

ເບິ່ງ​ບັນດາ​ຜູ້​ທີ່​ຫວັງ​ໃນ​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ,

ເພື່ອຈະ​ກອບກູ້​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ

ແລະ ຮັກສາ​ພວກເຂົາ​ໃຫ້​ມີ​ຊີວິດ​ຢູ່​ໃນ​ຍາມ​ອຶດຢາກ​ອາຫານ.

ພວກເຮົາ​ຄອຍຖ້າ​ພຣະເຈົ້າ​ຢາເວ​ດ້ວຍ​ຄວາມ​ຫວັງ

ພຣະອົງ​ເປັນ​ຄວາມ​ຊ່ວຍເຫລືອ​ຂອງ​ພວກເຮົາ ແລະ ເປັນ​ໂລ່​ຂອງ​ພວກເຮົາ.

ຈິດໃຈ​ຂອງ​ພວກເຮົາ​ຊື່ນຊົມຍິນດີ​ໃນ​ພຣະອົງ

ເພາະ​ເຮົາ​ໄວ້ໃຈ​ໃນ​ນາມ​ບໍລິສຸດ​ຂອງ​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ກັບ​ພວກຂ້ານ້ອຍ​ທັງຫລາຍ,

ແມ່ນ​ແຕ່​ໃນ​ຂະນະ​ທີ່​ພວກຂ້ານ້ອຍ​ທັງຫລາຍ​ຝາກ​ຄວາມ​ຫວັງ​ໄວ້​ໃນ​ພຣະອົງ.

Source notes (1)
  1. Footnote ຫລື ຮວບຮວມ​ນ້ຳ​ທະເລ​ທັງຫລາຍ​ໄວ້​ດ້ວຍ​ກັນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.