Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 32

(ມັດຄິນ​ບົດ​ໜຶ່ງ​ຂອງ​ດາວິດ)

ຄວາມ​ສຸກ​ມີ​ແກ່​ຜູ້​ທີ່

ການ​ລ່ວງລະເມີດ​ຂອງ​ລາວ​ໄດ້​ຮັບ​ການ​ອະໄພ

ບາບ​ຂອງ​ລາວ​ກໍ​ໄດ້​ຮັບ​ການ​ປົກປິດ.

ຄວາມ​ສຸກ​ມີ​ແກ່​ຜູ້​ທີ່

ພຣະເຈົ້າ​ຢາເວ​ບໍ່​ຖື​ໂທດ​ບາບ​ຂອງ​ພວກເຂົາ

ແລະ ຜູ້​ທີ່​ຈິດວິນຍານ​ບໍ່​ມີ​ການ​ຫລອກລວງ

ເມື່ອ​ຂ້ານ້ອຍ​ມິດງຽບ​ຢູ່

ກະດູກ​ຂອງ​ຂ້ານ້ອຍ​ກໍ​ຊຸດໂຊມ​ໄປ

ໂດຍ​ການ​ຄ່ຳຄວນ​ຂອງ​ຂ້ານ້ອຍ​ຕະຫລອດ​ທັງ​ວັນ.

ເພາະ​ທັງ​ກາງເວັນ ແລະ ກາງຄືນ

ມື​ຂອງ​ພຣະອົງ​ໜັກ​ຢູ່​ເທິງ​ຂ້ານ້ອຍ;

ກຳລັງ​ຂອງ​ຂ້ານ້ອຍ​ກໍ​ອ່ອນແຮງ​ລົງ

ເໝືອນ​ຢູ່​ໃນ​ກາງ​ແດດ​ລະດູ​ຮ້ອນ.

ແລ້ວ​ຂ້ານ້ອຍ​ກໍ​ສາລະພາບ​ຄວາມ​ບາບ​ຕໍ່​ພຣະອົງ

ແລະ ບໍ່​ປິດບັງ​ຄວາມ​ຊົ່ວຊ້າ​ຂອງ​ຕົນ​ໄວ້

ຂ້ານ້ອຍ​ກ່າວ​ວ່າ: “ຂ້ານ້ອຍ​ຈະ​ສາລະພາບ

ການ​ລ່ວງລະເມີດ​ທັງຫລາຍ​ຂອງ​ຂ້ານ້ອຍ​ຕໍ່​ພຣະເຈົ້າ​ຢາເວ”

ແລະ ພຣະອົງ​ກໍ​ໄດ້​ໃຫ້​ອະໄພ

ຄວາມ​ຜິດ​ບາບ​ຂອງ​ຂ້ານ້ອຍ.

ເຫດສະນັ້ນ ໃຫ້​ຜູ້​ທີ່​ສັດຊື່​ທຸກຄົນ​ອະທິຖານ​ຕໍ່​ພຣະອົງ

ໃນ​ຂະນະ​ທີ່​ຍັງ​ມີ​ໂອກາດ​ພົບ​ພຣະອົງ​ໄດ້;

ເມື່ອ​ກະແສ​ນ້ຳ​ມາກ​ພັດ​ຊັດ​ເຂົ້າ​ມາ

ນ້ຳ​ນັ້ນ​ກໍ​ຈະ​ບໍ່​ຖ້ວມ​ເຖິງ​ພວກເຂົາ​ຢ່າງ​ແນ່ນອນ.

ພຣະອົງ​ເປັນ​ທີ່​ລີ້ໄພ​ຂອງ​ຂ້ານ້ອຍ;

ພຣະອົງ​ປົກປ້ອງ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄວາມ​ເດືອດຮ້ອນ

ແລະ ໂອບ​ອ້ອມ​ຂ້ານ້ອຍ​ດ້ວຍ​ບົດເພງ​ແຫ່ງ​ການ​ກອບກູ້.

ເຮົາ​ຈະ​ໃຫ້​ຄຳ​ແນະນຳ​ເຈົ້າ ແລະ ສອນ​ເຈົ້າ​ໃນ​ທາງ​ທີ່​ເຈົ້າ​ຄວນ​ໄປ;

ເຮົາ​ຈະ​ໃຫ້​ຄຳ​ປຶກສາ​ແກ່​ເຈົ້າ​ດ້ວຍ​ສາຍ​ຕາ​ແຫ່ງ​ຄວາມ​ຮັກ​ຂອງ​ເຮົາ.

ຢ່າ​ເປັນ​ເໝືອນ​ມ້າ ຫລື ລໍ

ທີ່​ບໍ​ເຂົ້າໃຈ​ຫຍັງ

ແຕ່​ຈະ​ຕ້ອງ​ໃຊ້​ບັງຫຽນ​ບັງຄັບ​ຄວບຄຸມ

ບໍ່​ດັ່ງນັ້ນ​ພວກມັນ​ກໍ​ຈະ​ບໍ່​ຍອມ​ມາ​ນຳ​ເຈົ້າ.

ຄົນ​ຊົ່ວຮ້າຍ​ນັ້ນ​ພະເຊີນ​ກັບ​ວິບັດ​ຫລວງຫລາຍ

ແຕ່​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະເຈົ້າ​ຢາເວ

ໂອບ​ອ້ອມ​ບັນດາ​ຜູ້​ທີ່​ໄວ້ໃຈ​ໃນ​ພຣະອົງ.

ພວກທ່ານ​ຜູ້​ຊອບທຳ ຈົ່ງ​ຊື່ນຊົມຍິນດີ ແລະ ຍິນດີ​ໃນ​ພຣະເຈົ້າ​ຢາເວ

ພວກທ່ານ​ທຸກຄົນ​ຜູ້​ມີ​ຈິດໃຈ​ທ່ຽງທຳ ຈົ່ງ​ຮ້ອງເພງ!

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.