Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 31

(ພສສ 71:1-3)

ເຖິງ​ຫົວໜ້າ​ນັກຮ້ອງ ບົດ​ເພງສັນລະເສີນ​ຂອງ​ດາວິດ

ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ໄດ້​ລີ້ໄພ​ຢູ່​ໃນ​ພຣະອົງ

ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ອັບອາຍ​ເລີຍ;

ຂໍ​ກອບກູ້​ຂ້ານ້ອຍ​ໃນ​ຄວາມ​ຊອບທຳ​ຂອງ​ພຣະອົງ.

ຂໍ​ພຣະອົງ​ໄດ້​ງ່ຽງ​ຫູ​ຟັງ​ຂ້ານ້ອຍ,

ມາ​ຊ່ວຍ​ຂ້ານ້ອຍ​ໂດຍ​ໄວ;

ຂໍ​ເປັນ​ສີລາ​ລີ້ໄພ​ໃຫ້​ຂ້ານ້ອຍ,

ເປັນ​ປ້ອມ​ປ້ອງກັນ​ອັນ​ໝັ້ນຄົງ​ເພື່ອ​ຊ່ວຍ​ຂ້ານ້ອຍ​ໃຫ້​ປອດໄພ.

ເພາະ​ພຣະອົງ​ເປັນ​ສີລາ ແລະ ເປັນ​ປ້ອມ​ປ້ອງກັນ​ຂອງ​ຂ້ານ້ອຍ,

ຂໍ​ໂຜດ​ນຳພາ ແລະ ຊີ້​ທາງ​ໃຫ້​ແກ່​ຂ້ານ້ອຍ ໂດຍ​ເຫັນ​ແກ່​ນາມ​ຂອງ​ພຣະອົງ.

ຂໍ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ບ້ວງແຮ້ວ​ທີ່​ດັກ​ຈັບ​ຂ້ານ້ອຍ​ໄວ້,

ເພາະ​ພຣະອົງ​ເປັນ​ທີ່​ລີ້ໄພ​ຂອງ​ຂ້ານ້ອຍ.

ຂ້ານ້ອຍ​ມອບ​ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ໄວ້​ໃນ​ມື​ຂອງ​ພຣະອົງ;

ຂ້າແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຜູ້​ສັດຊື່​ຂອງ​ຂ້ານ້ອຍ ຂໍ​ໂຜດ​ໄຖ່​ຂ້ານ້ອຍ​ດ້ວຍ.

ຂ້ານ້ອຍ​ກຽດຊັງ​ຜູ້​ທີ່​ຢຶດ​ຕິດ​ໃນ​ຮູບເຄົາລົບ​ທີ່​ໄຮ້​ຄ່າ;

ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຢາເວ.

ຂ້ານ້ອຍ​ຈະ​ຍິນດີ ແລະ ຊື່ນຊົມຍິນດີ​ໃນ​ຄວາມ​ຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ.

ເພາະ​ພຣະອົງ​ເຫັນ​ຄວາມ​ທຸກຍາກລຳບາກ​ຂອງ​ຂ້ານ້ອຍ

ແລະ ໄດ້​ຮູ້​ຄວາມ​ເຈັບປວດ​ໃນ​ຈິດໃຈ​ຂອງ​ຂ້ານ້ອຍ.

ພຣະອົງ​ບໍ່​ໄດ້​ມອບ​ຂ້ານ້ອຍ​ໄວ້​ໃນ​ມື​ຂອງ​ສັດຕູ

ແຕ່​ໄດ້​ວາງ​ຕີນ​ຂອງ​ຂ້ານ້ອຍ​ໄວ້​ໃນ​ທີ່​ກວ້າງຂວາງ.

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ເມດຕາ​ຂ້ານ້ອຍ ເພາະ​ຂ້ານ້ອຍ​ກຳລັງ​ທຸກໃຈ;

ຕາ​ຂອງ​ຂ້ານ້ອຍ​ອິດເມື່ອຍ​ເພາະ​ຄວາມ​ໂສກເສົ້າ,

ທັງ​ຈິດວິນຍານ ແລະ ຮ່າງກາຍ​ຂອງ​ຂ້ານ້ອຍ​ກໍ​ໂສກເສົ້າ.

ຊີວິດ​ຂອງ​ຂ້ານ້ອຍ​ສູນ​ໄປ​ກັບ​ຄວາມ​ເຈັບປວດ

ແລະ ປີ​ເດືອນ​ຂອງ​ຂ້ານ້ອຍ​ກໍ​ສູນ​ໄປ​ກັບ​ການ​ຄ່ຳຄວນ;

ກຳລັງ​ຂອງ​ຂ້ານ້ອຍ​ກໍ​ອ່ອນ​ລົງ​ເພາະ​ຄວາມ​ທຸກຍາກ1​ຂອງ​ຂ້ານ້ອຍ

ກະດູກ​ຂອງ​ຂ້ານ້ອຍ​ກໍ​ເສື່ອມ​ໄປ.

ເນື່ອງ​ຈາກ​ສັດຕູ​ທັງໝົດ​ຂອງ​ຂ້ານ້ອຍ

ຂ້ານ້ອຍ​ຕົກ​ເປັນ​ຂີ້​ປາກ​ໃຫ້​ເພື່ອນບ້ານ​ເຢາະເຢີ້ຍ

ແລະ ເປັນ​ທີ່​ໜ້າ​ລັງກຽດ​ຂອງ​ເພື່ອນ​ສະໜິດ

ບັນດາ​ຄົນ​ທີ່​ພົບ​ເຫັນ​ຂ້ານ້ອຍ​ເທິງ​ຖະໜົນ​ກໍ​ຟ້າວ​ໜີ​ໄປ​ຈາກ​ຂ້ານ້ອຍ.

ຂ້ານ້ອຍ​ຖືກ​ລືມ​ເໝືອນ​ກັບ​ວ່າ​ຂ້ານ້ອຍ​ເປັນ​ຄົນ​ທີ່​ຕາຍ​ແລ້ວ

ຂ້ານ້ອຍ​ກາຍເປັນ​ເໝືອນ​ພາຊະນະ​ທີ່​ແຕກ​ແລ້ວ.

ຂ້ານ້ອຍ​ໄດ້​ຍິນ​ຄຳ​ນິນທາ​ຢ່າງ​ຫລວງຫລາຍ,

ມີ​ຄວາມ​ຢ້ານ​ຢູ່​ຮອບ​ດ້ານ

ພວກເຂົາ​ຄົບ​ຄິດ​ກັນ​ຕໍ່ສູ້​ຂ້ານ້ອຍ

ແລະ ໝາຍ​ເອົາ​ຊີວິດ​ຂອງ​ຂ້ານ້ອຍ.

ຂ້າແດ່​ພຣະເຈົ້າ​ຢາເວ ແຕ່​ຂ້ານ້ອຍ​ໄດ້​ວາງໃຈ​ໃນ​ພຣະອົງ;

ຂ້ານ້ອຍ​ກ່າວ​ວ່າ: “ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ”.

ວັນ​ເວລາ​ຂອງ​ຂ້ານ້ອຍ​ກໍ​ຢູ່​ໃນ​ມື​ຂອງ​ພຣະອົງ

ຂໍ​ປົດປ່ອຍ​ຂ້ານ້ອຍ​ອອກ​ຈາກ​ມື​ຂອງ​ບັນດາ​ສັດຕູ​ຂອງ​ຂ້ານ້ອຍ,

ອອກ​ຈາກ​ບັນດາ​ຜູ້​ທີ່​ໄລ່ຕາມ​ເອົາ​ຊີວິດ​ຂອງ​ຂ້ານ້ອຍ.

ຂໍ​ໃຫ້​ໃບໜ້າ​ຂອງ​ພຣະອົງ​ສ່ອງ​ແສງ​ລົງ​ເທິງ​ຜູ້ຮັບໃຊ້​ຂອງ​ພຣະອົງ;

ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ໂດຍ​ຄວາມ​ຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ໄດ້​ອັບອາຍ

ເພາະ​ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ

ແຕ່​ຂໍ​ໃຫ້​ຄົນ​ຊົ່ວຮ້າຍ​ໄດ້​ຮັບ​ຄວາມ​ອັບອາຍ

ແລະ ຂໍ​ໃຫ້​ຄົນ​ຊົ່ວຮ້າຍ​ນັ້ນ​ນອນ​ຢູ່​ຢ່າງ​ມິດງຽບ​ໃນ​ແດນມໍລະນາ.

ຂໍ​ໃຫ້​ຮີມສົບ​ທີ່​ຂີ້ຕົວະ​ຂອງ​ພວກເຂົາ​ມິດງຽບ​ຢູ່

ເພາະ​ພວກເຂົາ​ເວົ້າ​ອວດດີ​ຕໍ່ສູ້​ຄົນຊອບທຳ

ດ້ວຍ​ຄວາມ​ຈອງຫອງ ແລະ ດູຖູກ.

ຄວາມ​ດີ​ຂອງ​ພຣະອົງ​ນັ້ນ​ຫລວງ​ຫລາຍ​ຈັກ​ເທົ່າ​ໃດ

ທີ່​ພຣະອົງ​ໄດ້​ສະສົມ​ໄວ້​ເພື່ອ​ບັນດາ​ຄົນ​ທີ່​ຢຳເກງ​ພຣະອົງ

ທີ່​ພຣະອົງ​ໄດ້​ຈັດ​ຕຽມ​ໄວ້​ໃຫ້​ບັນດາ​ຄົນ​ທີ່​ລີ້ໄພ​ຢູ່​ໃນ​ພຣະອົງ

ຕໍ່ໜ້າ​ທຸກ​ຄົນ.

ໃນ​ຮົ່ມ​ເງົາ​ທີ່​ພຣະອົງ​ຢູ່ ພຣະອົງ​ໄດ້​ເຊື່ອງ​ພວກເຂົາ​ໄວ້

ໃຫ້​ພົ້ນ​ຈາກ​ການ​ປອງ​ຮ້າຍ​ຂອງ​ມະນຸດ;

ໃນ​ທີ່​ຢູ່​ຂອງ​ພຣະອົງ ພຣະອົງ​ໄດ້​ຮັກສາ​ພວກເຂົາ​ໄວ້

ໃຫ້​ພົ້ນ​ຈາກ​ລີ້ນ​ທີ່​ກ່າວ​ຫາ​ທັງຫລາຍ.

ຂໍ​ສັນລະເສີນ​ພຣະເຈົ້າ​ຢາເວ

ເພາະ​ພຣະອົງ​ໄດ້​ສະແດງ​ຄວາມ​ຮັກ​ອັນ​ອັດສະຈັນ​ຂອງ​ພຣະອົງ​ຕໍ່​ຂ້ານ້ອຍ

ເມື່ອ​ຂ້ານ້ອຍ​ຢູ່​ໃນ​ເມືອງ​ທີ່​ຖືກ​ລ້ອມ​ໄວ້.

ໃນ​ຍາມ​ທີ່​ຂ້ານ້ອຍ​ຕົກ​ໃຈ ຂ້ານ້ອຍ​ກ່າວ​ວ່າ:

“ຂ້ານ້ອຍ​ຖືກ​ຕັດ​ອອກ​ຈາກ​ສາຍຕາຍ​ຂອງ​ພຣະອົງ!”

ແຕ່​ພຣະອົງ​ໄດ້​ຍິນ​ສຽງ​ຮ້ອງຂໍ​ຄວາມ​ເມດຕາ​ຂອງ​ຂ້ານ້ອຍ

ເມື່ອ​ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ​ໃຫ້​ຊ່ວຍ.

ປະຊາຊົນ​ຂອງ​ພຣະເຈົ້າ​ຜູ້​ສັດຊື່ ຈົ່ງ​ຮັກ​ພຣະເຈົ້າ​ຢາເວ!

ພຣະເຈົ້າ​ຢາເວ​ປົກປ້ອງ​ບັນດາ​ຜູ້​ທີ່​ສັດຊື່

ແຕ່​ຜູ້​ທີ່​ຈອງຫອງ​ນັ້ນ​ພຣະອົງ​ລົງໂທດ​ຢ່າງ​ເຕັມ​ທີ່.

ຈົ່ງ​ເຂັ້ມແຂງ ແລະ ກ້າຫານ

ທ່ານ​ທັງຫລາຍ​ທີ່​ຝາກ​ຄວາມ​ຫວັງ​ໃນ​ພຣະເຈົ້າ​ຢາເວ.

Source notes (1)
  1. Footnote ຫລື ຄວາມ​ຜິດ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.