Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 37:4

Verse 4 is marked below, with the whole chapter around it. Read from the start

(ບົດ​ປະພັນ​ຂອງ​ດາວິດ)

ຢ່າ​ຮ້ອນ​ໃຈ​ເພາະ​ບັນດາ​ຄົນ​ຊົ່ວ

ຫລື ຢ່າ​ອິດສາ​ບັນດາ​ຄົນ​ທີ່​ເຮັດ​ຜິດ;

ເພາະວ່າ​ອີກ​ບໍ່​ດົນ​ພວກເຂົາ​ກໍ​ຈະ​ຫ່ຽວແຫ້ງ​ໄປ​ເໝືອນ​ຕົ້ນຫຍ້າ

ແລະ ພວກເຂົາ​ຈະ​ຕາຍ​ໄປ​ເໝືອນ​ພືດພັນ.

ຈົ່ງ​ໄວ້​ວາງໃຈ​ໃນ​ພຣະເຈົ້າ​ຢາເວ ແລະ ເຮັດ​ຄວາມ​ດີ;

ຈົ່ງ​ອາໄສ​ຢູ່​ໃນ​ແຜ່ນດິນ​ນັ້ນ ແລະ ມ່ວນຊື່ນ​ຢູ່​ໃນ​ທົ່ງຫຍ້າ​ຢ່າງ​ປອດໄພ.

ຈົ່ງ​ຍິນດີ​ໃນ​ພຣະເຈົ້າ​ຢາເວ,

ແລະ ພຣະອົງ​ຈະ​ໃຫ້​ສິ່ງ​ທີ່​ໃຈ​ຂອງ​ເຈົ້າ​ປາຖະໜາ.

ຈົ່ງ​ມອບ​ທາງ​ຂອງ​ເຈົ້າ​ໄວ້​ກັບ​ພຣະເຈົ້າ​ຢາເວ

ຈົ່ງ​ໄວ້​ວາງໃຈ​ໃນ​ພຣະອົງ ແລະ ພຣະອົງ​ຈະ​ເຮັດ​ສິ່ງ​ເຫລົ່ານີ້ ຄື:

ພຣະອົງ​ຈະ​ໃຫ້​ບຳເໜັດ​ຄວາມ​ຊອບທຳ​ຂອງ​ເຈົ້າ​ເໝືອນ​ດັ່ງ​ແສງ​ອາລຸນ,

ໃຫ້​ຄວາມ​ທ່ຽງທຳ​ຂອງ​ເຈົ້າ​ເໝືອນ​ດັ່ງ​ແສງ​ອາທິດ​ໃນ​ຍາມ​ທ່ຽງ.

ຈົ່ງ​ສະຫງົບ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ

ແລະ ອົດທົນ​ລໍຖ້າ​ພຣະອົງ;

ຢ່າ​ຮ້ອນ​ໃຈ​ເມື່ອ​ຄົນ​ທັງຫລາຍ​ປະສົບ​ຄວາມ​ສຳ​ເລັດ​ໃນ​ທາງ​ຂອງ​ພວກເຂົາ

ເມື່ອ​ແຜນ​ຊົ່ວ​ຂອງ​ພວກເຂົາ​ລຸລ່ວງ​ໄປ​ດ້ວຍ​ດີ.

ຈົ່ງ​ລະເວັ້ນ​ຈາກ​ຄວາມ​ໃຈຮ້າຍ ແລະ ຫັນ​ຈາກ​ຄວາມ​ໂກດຮ້າຍ;

ຢ່າ​ຮ້ອນ​ໃຈ ເຊິ່ງ​ມັນ​ມີ​ແຕ່​ຈະ​ນຳ​ໄປ​ສູ່​ຄວາມ​ຊົ່ວຮ້າຍ.

ເພາະ​ບັນດາ​ຄົນ​ຊົ່ວ​ຮ້າຍ​ຈະ​ຖືກ​ທຳລາຍ

ແຕ່​ບັນດາ​ຜູ້​ທີ່​ຫວັງ​ໃນ​ພຣະເຈົ້າ​ຢາເວ ກໍ​ຈະ​ໄດ້​ແຜ່ນດິນ​ນັ້ນ​ເປັນ​ມໍລະດົກ.

ອີກ​ຊົ່ວຂະນະ​ໜຶ່ງ, ຄົນ​ຊົ່ວ​ກໍ​ຈະ​ໝົດ​ໄປ

ເຖິງ​ວ່າ​ເຈົ້າ​ຈະ​ຊອກ​ຫາ​ພວກເຂົາ ແຕ່​ກໍ​ຈະ​ບໍ່​ພົບ​ພວກເຂົາ.

ສ່ວນ​ຄົນ​ທີ່​ຖ່ອມຕົວ​ຈະ​ໄດ້​ຮັບ​ແຜ່ນດິນ​ນັ້ນ​ເປັນ​ມໍລະດົກ

ແລະ ຊື່ນຊົມຍິນດີ​ກັບ​ສັນຕິສຸກ ແລະ ຄວາມ​ຈະເລີນ​ຮຸ່ງເຮືອງ.

ຄົນ​ຊົ່ວຮ້າຍ​ວາງ​ແຜນ​ປອງຮ້າຍ​ຜູ້​ຊອບທຳ

ແລະ ກັດແຂ້ວ​ຂອງ​ຕົນ​ໃສ່​ພວກເຂົາ;

ແຕ່​ອົງພຣະຜູ້ເປັນເຈົ້າ​ຫົວຂັວນ​ໃສ່​ຄົນ​ຊົ່ວຮ້າຍ,

ເພາະ​ພຣະອົງ​ຮູ້ວ່າ​ວັນ​ເວລາ​ຂອງ​ພວກເຂົາ​ນັ້ນ​ໃກ້​ຈະ​ມາ​ເຖິງ​ແລ້ວ.

ຄົນ​ຊົ່ວຮ້າຍ​ຖອດ​ດາບ

ແລະ ກົ່ງ​ຄັນ​ທະນູ

ເພື່ອ​ໂຄ່ນ​ລົ້ມ​ຄົນ​ທຸກຍາກ ແລະ ຂັດສົນ,

ເພື່ອ​ຂ້າ​ຄົນ​ທີ່​ດຳເນີນ​ໃນ​ທາງ​ທ່ຽງທຳ.

ແຕ່​ດາບ​ຂອງ​ພວກເຂົາ​ເອງ​ຈະ​ແທງ​ທະລຸ​ຫົວໃຈ​ຂອງ​ພວກເຂົາ​ເອງ,

ແລະ ທະນູ​ຂອງ​ພວກເຂົາ​ຈະ​ຖືກ​ຫັກ​ທຳລາຍ.

ສິ່ງ​ເລັກ​ນ້ອຍ​ທີ່​ຄົນ​ຊອບທຳ​ມີ​ຢູ່​ນັ້ນ

ກໍ​ດີ​ກວ່າ​ຄວາມ​ຮັ່ງມີ​ຂອງ​ຄົນ​ຊົ່ວຮ້າຍ;

ເພາະ​ອຳນາດ​ຂອງ​ຄົນ​ຊົ່ວຮ້າຍ​ຈະ​ຖືກ​ກຳຈັດ​ໄປ

ແຕ່​ພຣະເຈົ້າ​ຢາເວ ຈະ​ຊູ​ຜູ້​ຊອບທຳ​ໄວ້.

ຄົນ​ທີ່​ບໍ່​ມີ​ຕຳໜິ​ກໍ​ໃຊ້​ຊີວິດ​ຢູ່​ພາຍໃຕ້​ການ​ເບິ່ງແຍງ​ຂອງ​ພຣະເຈົ້າ​ຢາເວ,

ມໍລະດົກ​ຂອງ​ພວກເຂົາ​ຈະ​ຍືນຍົງ​ຕະຫລອດ​ໄປ.

ໃນ​ຍາມ​ເກີດ​ໄພພິບັດ ພວກເຂົາ​ຈະ​ບໍ່​ອັບອາຍ

ໃນ​ຍາມ​ກັນ​ອຶດຢາກ​ອາຫານ ພວກເຂົາ​ກໍ​ຈະ​ຊື່ນຊົມ​ໃນ​ຄວາມ​ອຸດົມ​ສົມບູນ.

ສ່ວນ​ຄົນ​ຊົ່ວຮ້າຍ​ກໍ​ຈະ​ຈິບຫາຍ

ເຖິງ​ວ່າ​ສັດຕູ​ຂອງ​ພຣະເຈົ້າ​ຢາເວ​ຈະ​ເປັນ​ເໝືອນ​ດອກໄມ້​ໃນ​ທົ່ງຫຍ້າ,

ພວກເຂົາ​ກໍ​ຈະ​ສູນສິ້ນ​ໄປ​ເໝືອນ​ຄວັນ.

ຄົນ​ຊົ່ວຮ້າຍ​ຂໍ​ຢືມ​ແລ້ວ​ບໍ່​ໃຊ້​ຄືນ

ສ່ວນ​ຄົນ​ຊອບທຳ​ໃຫ້​ດ້ວຍ​ໃຈ​ກວ້າງຂວາງ;

ບັນດາ​ຜູ້​ທີ່​ພຣະເຈົ້າ​ຢາເວ​ອວຍພອນ​ຈະ​ໄດ້​ແຜ່ນດິນ​ນັ້ນ​ເປັນ​ມໍລະດົກ,

ແຕ່​ບັນດາ​ຜູ້​ທີ່​ພຣະອົງ​ສາບແຊ່ງ​ນັ້ນ​ຈະ​ຕ້ອງ​ຖືກ​ທຳລາຍ.

ຖ້າ​ພຣະເຈົ້າ​ຢາເວ​ເຮັດ​ໃຫ້​ບາດ​ກ້າວ

ຂອງ​ຄົນ​ທີ່​ຍິນດີ​ໃນ​ພຣະອົງ​ນັ້ນ​ໝັ້ນຄົງ;

ເຖິງ​ວ່າ​ລາວ​ສະດຸດ ລາວ​ກໍ​ຈະ​ບໍ່​ລົ້ມ​ລົງ

ເພາະ​ມື​ຂອງ​ພຣະເຈົ້າ​ຢາເວ​ຄ້ຳ​ຊູ​ລາວ​ໄວ້.

ຂ້ານ້ອຍ​ເຄີຍ​ເປັນ​ຊາຍ​ໜຸ່ມ ແລະ ດຽວ​ນີ້​ກໍ​ເຖົ້າແກ່​ແລ້ວ,

ແຕ່​ຍັງ​ບໍ່​ເຄີຍ​ເຫັນ​ຄົນ​ຊອບທຳ​ຖືກ​ປະຖິ້ມ

ຫລື ລູກ​ຫລານ​ຂອງ​ພວກເຂົາ​ຕ້ອງ​ຂໍ​ທານ​ເພື່ອ​ລ້ຽງ​ຊີວິດ.

ພວກເຂົາ​ເອື້ອເຟື້ອ​ເພື່ອ​ແຜ່​ສະເໝີ ແລະ ໃຫ້​ຢືມ​ຢ່າງ​ບໍ່​ຂີ້ຖີ່;

ລູກ​ຫລານ​ຂອງ​ພວກເຂົາ​ກໍ​ໄດ້​ຮັບ​ພອນ.

ຈົ່ງ​ປະຖິ້ມ​ຄວາມ​ຊົ່ວ ແລະ ເຮັດ​ຄວາມ​ດີ

ແລ້ວ​ທ່ານ​ຈະ​ອາໄສ​ຢູ່​ໃນ​ແຜ່ນດິນ​ນັ້ນ​ຕະຫລອດ​ໄປ​ເປັນນິດ.

ເພາະ​ພຣະເຈົ້າ​ຢາເວ​ຮັກ​ຄົນ​ທ່ຽງທຳ

ແລະ ຈະ​ບໍ່​ປະຖິ້ມ​ຄົນ​ສັດຊື່​ຂອງ​ພຣະອົງ.

ຄົນ​ທີ່​ເຮັດ​ຊົ່ວ​ຈະ​ຖືກ​ທຳລາຍ​ລົງ​ຈົນ​ໝົດ​ສິ້ນ

ແຕ່​ລູກຫລານ​ຂອງ​ຄົນ​ຊົ່ວຮ້າຍ​ຈະ​ພິນາດ.

ຄົນ​ຊອບທຳ​ຈະ​ໄດ້​ແຜ່ນດິນ​ນັ້ນ​ເປັນ​ມໍລະດົກ

ແລະ ຈະ​ອາໄສ​ຢູ່​ທີ່​ນັ້ນ​ຕະຫລອດ​ໄປ.

ປາກ​ຂອງ​ບັນດາ​ຜູ້​ຊອບທຳ​ເວົ້າ​ເຖິງ​ສະຕິປັນຍາ

ແລະ ລິ້ນ​ຂອງ​ພວກເຂົາ​ກໍ​ເວົ້າ​ສິ່ງ​ທີ່​ຍຸຕິທຳ.

ກົດບັນຍັດ​ຂອງ​ພຣະເຈົ້າ​ນັ້ນ​ຢູ່​ໃນ​ໃຈ​ຂອງ​ພວກເຂົາ

ຕີນ​ຂອງ​ພວກເຂົາ​ຈະ​ບໍ່​ພາດ​ພັ້ງ.

ຄົນ​ຊົ່ວຮ້າຍ​ໝອບ​ຄອຍຖ້າ​ຄົນ​ຊອບທຳ

ເຈດຕະນາ​ເອົາ​ຊີວິດ​ຂອງ​ພວກເຂົາ,

ແຕ່​ພຣະເຈົ້າ​ຢາເວ​ຈະ​ບໍ່​ປ່ອຍ​ພວກເຂົາ​ໃຫ້​ຢູ່​ໃນ​ກຳ​ມື​ຂອງ​ຄົນ​ຊົ່ວຮ້າຍ

ຫລື ໃຫ້​ຄົນ​ຊອບທຳ​ຖືກ​ຕັດສິນ​ລົງໂທດ​ເມື່ອ​ຂຶ້ນ​ສານ.

ຈົ່ງ​ມີ​ຄວາມ​ຫວັງ​ໃນ​ພຣະເຈົ້າ​ຢາເວ

ແລະ ເດີນ​ຕາມ​ທາງ​ຂອງ​ພຣະອົງ.

ພຣະອົງ​ຈະ​ຍົກ​ເຈົ້າ​ໃຫ້​ໄດ້​ແຜ່ນດິນ​ນັ້ນ​ເປັນ​ມໍລະດົກ

ທ່ານ​ຈະ​ເຫັນ​ຄົນ​ຊົ່ວ​ຮ້າຍ​ຖືກ​ທຳລາຍ.

ຂ້ານ້ອຍ​ເຫັນ​ຄົນ​ຊົ່ວ​ຮ້າຍ ແລະ ໂຫດຮ້າຍ

ຈະເລີນ​ຮຸ່ງເຮືອງ​ເໝືອນ​ດັ່ງ​ຕົ້ນໄມ້​ພື້ນເມືອງ​ທີ່​ອຸດົມ​ສົມບູນ,

ແຕ່​ບໍ່​ດົນ​ລາວ​ກໍ​ຈາກ​ໄປ ແລະ ດັບ​ສູນ

ເຖິງ​ວ່າ​ຂ້ານ້ອຍ​ໄດ້​ຊອກ​ຫາ​ລາວ ແຕ່​ກໍ​ບໍ່​ພົບ​ລາວ​ອີກ​ເລີຍ.

ຈົ່ງ​ພິຈາລະນາ​ຄົນ​ທີ່​ບໍ່​ມີ​ທີ່​ຕິ, ສັງເກດ​ເບິ່ງ​ຄົນ​ທ່ຽງທຳ;

ບັນດາ​ຄົນ​ທີ່​ສະແຫວງຫາ​ສັນຕິ​ກໍ​ຈະ​ມີ​ອະນາຄົດ.1

ແຕ່​ຄົນ​ບາບ​ທຸກຄົນ​ຈະ​ຖືກ​ທຳລາຍ​ໄປ;

ຄົນ​ຊົ່ວ​ຈະ​ບໍ່​ມີ​ອະນາຄົດ.

ຄວາມ​ພົ້ນ​ຂອງ​ຄົນ​ຊອບທຳ​ມາ​ນັ້ນ​ຈາກ​ພຣະເຈົ້າ​ຢາເວ;

ພຣະອົງ​ເປັນ​ປ້ອມ​ປ້ອງກັນ​ຂອງ​ພວກເຂົາ​ໃນ​ຍາມ​ເດືອດຮ້ອນ.

ພຣະເຈົ້າ​ຢາເວ​ຊ່ວຍ​ພວກເຂົາ ແລະ ກອບກູ້​ພວກເຂົາ;

ພຣະອົງ​ຈະ​ກອບກູ້​ພວກເຂົາ​ຈາກ​ຄົນ​ຊົ່ວຮ້າຍ ແລະ ຊ່ວຍ​ພວກເຂົາ​ໃຫ້​ປອດໄພ,

ເພາະ​ພວກເຂົາ​ລີ້ໄພ​ຢູ່​ໃນ​ພຣະອົງ.

Source notes (1)
  1. Footnote ຫລື ລູກ​ຫລານ ເຊັ່ນ​ດຽວ​ກັບ​ຂໍ້ 38

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.