Biblica® Open Lao Contemporary Version
ເພງສັນລະເສີນ 30:5
Verse 5 is marked below, with the whole chapter around it. Read from the start
ບົດເພງສັນລະເສີນຂອງດາວິດ ບົດເພງສຳລັບພິທີຖວາຍວິຫານ
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຈະເທີດທູນພຣະອົງ,
ເພາະພຣະອົງໄດ້ດຶງຂ້ານ້ອຍຂຶ້ນມາຈາກບ່ອນເລິກ
ແລະ ບໍ່ຍອມໃຫ້ສັດຕູມີໄຊເໜືອຂ້ານ້ອຍ.
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ, ຂ້ານ້ອຍຮ້ອງຂໍຄວາມຊ່ວຍເຫລືອຈາກພຣະອົງ
ແລະ ພຣະອົງໄດ້ຮັກສາຂ້ານ້ອຍໃຫ້ຫາຍດີ.
ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ນຳຂ້ານ້ອຍຂຶ້ນມາຈາກແດນຄົນຕາຍ;
ພຣະອົງໄດ້ປົກປ້ອງຂ້ານ້ອຍໄວ້ບໍ່ໃຫ້ລົງໄປໃນຫລຸມຝັງສົບ.
ທ່ານທັງຫລາຍຜູ້ສັດຊື່ຕໍ່ພຣະເຈົ້າຢາເວ ຈົ່ງຮ້ອງເພງສັນລະເສີນພຣະອົງ;
ຈົ່ງສັນລະເສີນນາມອັນບໍລິສຸດຂອງພຣະອົງ.
ເພາະຄວາມໂກດຮ້າຍຂອງພຣະອົງກໍຢູ່ພຽງຊົ່ວຄາວ,
ແຕ່ຄວາມພໍໃຈຂອງພຣະອົງຈະຢູ່ຕະຫລອດຊີວິດ;
ການຮ້ອງໄຫ້ອາດຢູ່ພຽງແຕ່ຂ້າມຄືນ,
ແຕ່ຄວາມຊື່ນຊົມຍິນດີຈະມາໃນເວລາເຊົ້າ.
ເມື່ອຂ້ານ້ອຍຮູ້ສຶກໝັ້ນຄົງປອດໄພ ຂ້ານ້ອຍກໍເວົ້າວ່າ:
“ຂ້ອຍຈະບໍ່ຫວັ່ນໄຫວ”.
ຂ້າແດ່ພຣະເຈົ້າຢາເວ ເມື່ອພຣະອົງພໍໃຈໃນຂ້ານ້ອຍ
ພຣະອົງກໍເຮັດໃຫ້ຂ້ານ້ອຍໝັ້ນຄົງເໝືອນດັ່ງພູເຂົາ1
ແຕ່ເມື່ອພຣະອົງເຊື່ອງໜ້າຂອງພຣະອົງໄວ້
ຂ້ານ້ອຍກໍທໍ້ຖອຍ.
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຮ້ອງຫາພຣະອົງ,
ຮ້ອງຂໍຄວາມເມດຕາຈາກອົງພຣະຜູ້ເປັນເຈົ້າວ່າ:
“ຈະມີປະໂຫຍດອັນໃດຖ້າຂ້ານ້ອຍຖືກເຮັດໃຫ້ມິດງຽບຢູ່?
ຈະມີປະໂຫຍດອັນໃດຖ້າຫາກຂ້ານ້ອຍລົງຂຸມໄປ?
ຂີ້ຝຸ່ນດິນຈະສັນລະເສີນພຣະອົງບໍ?
ມັນຈະປ່າວປະກາດຄວາມສັດຊື່ຂອງພຣະອົງບໍ?
ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຟັງ ແລະ ເມດຕາຂ້ານ້ອຍດ້ວຍ;
ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຊ່ວຍຂ້ານ້ອຍ”.
ພຣະອົງໄດ້ປ່ຽນການຄ່ຳຄວນຂອງຂ້ານ້ອຍໃຫ້ກາຍເປັນການຟ້ອນລຳ;
ພຣະອົງໄດ້ຖອດຊຸດຜ້າກະສອບສຳລັບໄວ້ທຸກຂອງຂ້ານ້ອຍອອກ ແລະ ສວມຄວາມຊື່ນຊົມຍິນດີໃຫ້ຂ້ານ້ອຍແທນ,
ເພື່ອຈິດໃຈຂອງຂ້ານ້ອຍຈະຮ້ອງເພງສັນລະເສີນພຣະອົງ ແລະ ຈະບໍ່ມິດງຽບຢູ່.
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍຈະສັນລະເສີນພຣະອົງຕະຫລອດໄປ.
Source notes (1)
- Footnote ຫລື ນັ້ນຄືພູເຂົາຊີໂອນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.