Skip to content
BibleKenya

Biblica® Open Lao Contemporary Version

ສຸພາສິດ 31

ຄຳສອນ​ຂອງ​ກະສັດ​ເລມູເອນ

ນີ້​ແມ່ນ​ຄຳສອນ​ຂອງ​ກະສັດ​ເລມູເອນ ເປັນ​ຖ້ອຍ​ຄຳ​ທີ່​ໄດ້​ຮັບ​ການ​ດົນໃຈ1 ທີ່​ແມ່​ຂອງ​ເພິ່ນ​ໄດ້​ສອນ​ເພິ່ນ​ໄວ້.

ຈົ່ງ​ຟັງ, ລູກ​ຂອງ​ແມ່! ຈົ່ງ​ຟັງ, ລູກ​ມາ​ຈາກ​ມົດລູກ​ຂອງ​ແມ່!

ຈົ່ງ​ຟັງ, ລູກ​ຂອງ​ແມ່, ລູກ​ຄື​ຄໍາຕອບ​ແຫ່ງ​ຄຳ​ອະທິຖານ​ຂອງ​ແມ່!

ຢ່າ​ໃຊ້​ເຫື່ອແຮງ​ກັບ​ບັນດາ​ແມ່ຍິງ,2

ຢ່າ​ເສຍ​ກຳລັງ​ໃຫ້​ແກ່​ຜູ້​ທີ່​ທຳລາຍ​ກະສັດ.

ເລມູເອນ, ມັນ​ບໍ່​ເໝາະສົມ​ສຳລັບ​ກະສັດ

ມັນ​ບໍ່​ເໝາະສົມ​ທີ່​ກະສັດ​ຈະ​ດື່ມ​ເຫລົ້າ​ອະງຸ່ນ,

ມັນ​ບໍ່​ສົມຄວນ​ທີ່​ຜູ້ປົກຄອງ​ຈະ​ດື່ມ​ເບຍ,

ຢ້ານ​ວ່າ​ເມື່ອ​ພວກເຂົາ​ດື່ມ​ແລ້ວ ຈະ​ລືມ​ສິ່ງ​ທີ່​ກົດໝາຍ​ໄດ້​ກໍານົດ​ໄວ້,

ແລະ ຖອນ​ສິດ​ຂອງ​ຜູ້​ທີ່​ຖືກ​ກົດຂີ່​ທັງໝົດ.

ເບຍ​ມີ​ໄວ້​ສໍາລັບ​ຄົນ​ທີ່​ກຳລັງ​ຈະ​ຈິບຫາຍ,

ເຫລົ້າ​ອະງຸ່ນ​ມີ​ໄວ້​ສໍາລັບ​ຄົນ​ທີ່​ມີ​ຄວາມ​ທຸກໃຈ!

ຈົ່ງ​ໃຫ້​ພວກເຂົາ​ດື່ມ ແລະ ລືມ​ຄວາມ​ທຸກຍາກ

ແລະ ບໍ່​ລະນຶກ​ເຖິງ​ຄວາມ​ທຸກ​ຂອງ​ຕົນ​ອີກ​ຕໍ່​ໄປ.

ຈົ່ງ​ເວົ້າ​ແທນ​ຜູ້​ທີ່​ເວົ້າ​ແທນ​ຕົນເອງ​ບໍ່​ໄດ້,

ເພື່ອ​ສິດ​ຂອງ​ຜູ້​ທີ່​ຂັດສົນ​ທຸກຄົນ.

ຈົ່ງ​ເວົ້າ​ແທນ​ພວກເຂົາ ແລະ ຕັດ​ສິນ​ຢ່າງ​ຍຸຕິທຳ;

ຈົ່ງ​ປົກປ້ອງ​ສິດ​ຕ່າງໆ​ຂອງ​ຄົນ​ທຸກຍາກ ແລະ ຄົນ​ຂັດສົນ.

ບົດ​ສົ່ງ​ທ້າຍ: ລັກສະນະ​ຂອງ​ເມຍ​ທີ່​ດີ​ເລີດ

ຜູ້​ໃດ​ຈະ​ພົບ​ເມຍ​ທີ່​ດີ​ເລີດ?

ນາງ​ມີ​ຄຸນຄ່າ​ຫລາຍ​ກວ່າ​ເພັດພອຍ.

ຜົວ​ຂອງ​ນາງ​ໄວ້ໃຈ​ນາງ​ໄດ້​ທຸກ​ຢ່າງ

ແລະ ນາງ​ບໍ່​ຂາດ​ສິ່ງ​ທີ່​ມີ​ຄ່າ​ເລີຍ.

ນາງ​ນຳ​ສິ່ງ​ທີ່​ດີ​ມາ​ໃຫ້​ລາວ, ບໍ່​ເຮັດ​ໃຫ້​ຜົວ​ເສຍຫາຍ,

ຕະຫລອດ​ຊົ່ວ​ຊີວິດ​ຂອງ​ນາງ.

ນາງ​ເລືອກ​ຂົນແກະ ແລະ ຜ້າ​ປ່ານ

ແລະ ເຮັດວຽກ​ດ້ວຍ​ມື​ຢ່າງ​ດຸໝັ່ນ.

ນາງ​ເປັນ​ດັ່ງ​ເຮືອ​ຂອງ​ພໍ່ຄ້າ,

ທີ່​ບັນທຸກ​ອາຫານ​ຂອງ​ນາງ​ມາ​ຈາກ​ແດນ​ໄກ.

ນາງ​ຕື່ນ​ເຊົ້າ ໃນ​ຂະນະ​ທີ່​ຍັງ​ມືດ​ຢູ່;

ນາງ​ຈັດ​ຕຽມ​ອາຫານ​ສຳລັບ​ຄອບຄົວ​ຂອງ​ນາງ

ແລະ ແບ່ງ​ອາຫານ​ໃຫ້​ພວກ​ສາວ​ໃຊ້​ຂອງ​ນາງ.

ນາງ​ອອກ​ໄປ​ເບິ່ງ​ທົ່ງນາ ແລະ ຊື້​ມັນ​ໄວ້;

ແລະ ນາງ​ເຮັດ​ສວນ​ອະງຸ່ນ​ດ້ວຍ​ເງິນ​ທີ່​ນາງ​ຫາ​ມາ​ໄດ້.

ນາງ​ຕັ້ງໃຈ​ເຮັດວຽກ​ຂອງ​ນາງ​ຢ່າງ​ດຸໝັ່ນ;

ແຂນ​ຂອງ​ນາງ​ແຂງແຮງ​ເພື່ອ​ວຽກງານ​ຂອງ​ຕົນ.

ນາງ​ເບິ່ງແຍງ​ການ​ຄ້າຂາຍ​ໃຫ້​ເກີດ​ຜົນ​ກໍາໄລ,

ແລະ ໃນ​ຕອນ​ກາງຄືນ​ຕະກຽງ​ຂອງ​ນາງ​ກໍ​ບໍ່​ດັບ.

ມື​ຂອງ​ນາງ​ເຂັນຝ້າຍ ແລະ

ນິ້ວ​ຂອງ​ນາງ​ຕໍ່າຜ້າ​ຂອງ​ນາງ​ເອງ

ນາງ​ຍິນດີ​ຕ້ອນຮັບ​ຄົນ​ທຸກຍາກ

ແລະ ໃຫ້​ຄວາມ​ຊ່ວຍເຫລືອ​ແກ່​ຄົນ​ຂັດສົນ.

ເມື່ອ​ຫິມະ​ຕົກ, ນາງ​ບໍ່​ມີ​ຄວາມ​ກັງວົນ​ກ່ຽວກັບ​ຄອບຄົວ​ຂອງ​ນາງ;

ເພາະ​ພວກເຂົາ​ທຸກຄົນ​ມີ​ເຄື່ອງນຸ່ງ​ຢ່າງ​ອົບອຸ່ນ.

ນາງ​ເຮັດ​ຜ້າປູ​ບ່ອນນອນ​ຂອງ​ນາງ​ເອງ;

ນາງ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າຝ້າຍລິນິນ​ເນື້ອລະອຽດ ແລະ ຜ້າ​ສີມ່ວງ.

ຜົວ​ຂອງ​ນາງ​ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື​ທີ່​ປະຕູ​ເມືອງ,

ບ່ອນ​ທີ່​ລາວ​ນັ່ງ​ຮ່ວມ​ກັບ​ບັນດາ​ຜູ້​ອາວຸໂສ​ຂອງ​ດິນແດນ.

ນາງ​ໄດ້​ເຮັດ​ເສື້ອ​ຜ້າ​ລິນິນ​ໄວ້​ຂາຍ,

ແລະ ເຮັດ​ສາຍຮັດແອວ​ຂາຍ​ໃຫ້​ພໍ່ຄ້າ.

ກໍາລັງ ແລະ ກຽດສັກສີ​ຄື​ເຄື່ອງນຸ່ງ​ຂອງ​ນາງ;

ນາງ​ຈຶ່ງ​ຫົວ​ຂວັນ​ຕໍ່​ອະນາຄົດ​ທີ່​ຈະ​ມາ​ເຖິງ.

ນາງ​ເວົ້າ​ດ້ວຍ​ປັນຍາ,

ແລະ ຄຳສັ່ງສອນ​ທີ່​ສັດຊື່​ຢູ່​ເທິງ​ລີ້ນ​ຂອງ​ນາງ.

ນາງ​ເບິ່ງແຍງ​ວຽກງານ​ຕ່າງໆ​ໃນ​ຄອບຄົວ​ຂອງ​ຕົນ

ແລະ ບໍ່​ກິນ​ອາຫານ​ແຫ່ງ​ຄວາມ​ຂີ້ຄ້ານ.

ລູກ​ທັງຫລາຍ​ຂອງ​ນາງ​ລຸກ​ຢືນ​ຂຶ້ນ ແລະ ກ່າວ​ຍ້ອງຍໍ​ວ່າ ນາງ​ໄດ້​ຮັບ​ພຣະພອນ;

ຜົວ​ຂອງ​ນາງ, ກໍ​ກ່າວ​ຊົມເຊີຍ​ນາງ​ວ່າ:

“ແມ່ຍິງ​ຫລາຍຄົນ​ເຮັດ​ສິ່ງ​ທີ່​ດີ​ເລີດ,

ແຕ່​ເຈົ້າ​ເຮັດ​ສິ່ງ​ທີ່​ດີ​ເລີດ​ກວ່າ​ພວກເຂົາ​ທັງໝົດ”.

ສະເໜ່​ເປັນ​ສິ່ງ​ຫລອກລວງ, ແລະ ຄວາມ​ງາມ​ກໍ​ຢູ່​ພຽງ​ຊົ່ວຄາວ;

ແຕ່​ຍິງ​ທີ່​ຢຳເກງ​ພຣະເຈົ້າ​ຢາເວ​ຈະ​ຕ້ອງ​ໄດ້​ຮັບ​ການ​ຍ້ອງຍໍ.

ຈົ່ງ​ໃຫ້​ກຽດ​ນາງ​ເພາະ​ທຸກສິ່ງ​ທີ່​ນາງ​ໄດ້​ເຮັດ,

ແລະ ໃຫ້​ຜົນງານ​ຂອງ​ນາງ​ເຮັດ​ໃຫ້​ນາງ​ໄດ້​ຮັບ​ການ​ຍ້ອງຍໍ​ທີ່​ປະຕູ​ເມືອງ.

Source notes (2)
  1. Footnote ຫລື ເລມູເອນ​ແຫ່ງ​ມັດສາ
  2. Footnote ຫລື ຊັບສິນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.