Skip to content
BibleKenya

Biblica® Open Lao Contemporary Version

ສຸພາສິດ 30

ຄຳສອນ​ຂອງ​ອາກູ

ນີ້​ແມ່ນ​ຄຳສອນ​ຂອງ​ອາກູ​ລູກຊາຍ​ຂອງ​ຢາເກ ເປັນ​ຄຳເວົ້າ​ທີ່​ໄດ້​ຮັບ​ການ​ດົນໃຈ.1

ຊາຍ​ຄົນ​ນີ້​ທີ່​ເວົ້າ​ກັບ​ອິທີເອນ​ວ່າ:

“ຂ້າແດ່​ພຣະເຈົ້າ, ຂ້ານ້ອຍ​ອ່ອນ​ແຮງ​ຫລາຍ

ແຕ່​ຂ້ານ້ອຍ​ມີ​ໄຊຊະນະ​ໄດ້.2

ແນ່ນອນ​ວ່າ ຂ້ານ້ອຍ​ເປັນ​ພຽງ​ສັດ​ໂຕ​ໜຶ່ງ, ບໍ່​ແມ່ນ​ມະນຸດ;

ຂ້ານ້ອຍ​ຈຶ່ງ​ບໍ່​ມີ​ຄວາມ​ເຂົ້າໃຈ​ແບບ​ມະນຸດ.

ຂ້ານ້ອຍ​ບໍ່​ໄດ້​ຮຽນຮູ້​ເລື່ອງ​ປັນຍາ,

ແລະ ບໍ່​ໄດ້​ຮູ້​ເຖິງ​ຄວາມ​ຮອບຮູ້​ຂອງ​ອົງ​ບໍລິສຸດ.

ຜູ້ໃດ​ໄດ້​ຂຶ້ນ​ໄປ​ສະຫວັນ ແລະ ລົງ​ມາ​ຈາກ​ສະຫວັນ?

ຜູ້ໃດ​ແດ່​ຈັບ​ລົມ​ໄວ້​ໃນ​ມື?

ຜູ້ໃດ​ແດ່​ຫໍ່​ນ້ຳ​ໄວ້​ໃນ​ເສື້ອຄຸມ​ໄດ້?

ຜູ້ໃດ​ຕັ້ງ​ທີ່​ສຸດປາຍ​ຂອງ​ແຜ່ນດິນ​ໂລກ?

ເພິ່ນ​ຊື່​ຫຍັງ? ແລະ ລູກ​ຂອງ​ເພິ່ນ​ຊື່​ຫຍັງ?

ແນ່ນອນ​ວ່າ ເຈົ້າ​ຮູ້!

“ທຸກ​ຖ້ອຍຄໍາ​ຂອງ​ພຣະເຈົ້າ​ບໍ່​ມີ​ຕໍາໜິ;

ພຣະອົງ​ເປັນ​ໂລ່​ໃຫ້​ແກ່​ບັນດາ​ຜູ້​ທີ່​ລີ້ໄພ​ໃນ​ພຣະອົງ.3

ຢ່າ​ຕື່ມ​ຫຍັງ​ໃສ່​ຖ້ອຍຄໍາ​ຂອງ​ພຣະອົງ,

ບໍ່​ດັ່ງນັ້ນ ພຣະອົງ​ຈະ​ຕຳໜິ​ເຈົ້າ ແລະ ພິສູດ​ໃຫ້​ເຫັນ​ວ່າ​ເຈົ້າ​ເປັນ​ຄົນ​ຂີ້ຕົວະ.

“ມີ​ສອງ​ຢ່າງ​ທີ່​ຂ້ານ້ອຍ​ຂໍ​ຈາກ​ພຣະເຈົ້າ​ຢາເວ;

ຂໍ​ຢ່າ​ປະຕິເສດ​ກ່ອນ​ທີ່​ຂ້ານ້ອຍ​ຈະ​ຕາຍ​ໄປ​ຄື:

ຂໍ​ໃຫ້​ການ​ຫລອກລວງ ແລະ ຄວາມ​ຕົວະ​ຫ່າງ​ໄກ​ຈາກ​ຂ້ານ້ອຍ;

ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ທຸກຍາກ ຫລື ຮັ່ງມີ,

ແຕ່​ຂໍ​ໂຜດ​ໃຫ້​ອາຫານ​ປະຈຳວັນ​ແກ່​ຂ້ານ້ອຍ​ເທົ່ານັ້ນ.

ບໍ່​ດັ່ງນັ້ນ, ຂ້ານ້ອຍ​ອາດ​ຈະ​ມີ​ຫລາຍ​ເກີນໄປ ແລ້ວ​ປະຕິເສດ​ພຣະອົງ

ແລະ ເວົ້າ​ວ່າ, ‘ພຣະເຈົ້າ​ຢາເວ​ແມ່ນ​ຜູ້ໃດ?’

ຫລື ຂ້ານ້ອຍ​ອາດຈະ​ກາຍ​ເປັນ​ຄົນ​ທຸກຍາກ ແລ້ວ​ກາຍ​ເປັນ​ຄົນ​ຂີ້ລັກ,

ແລະ​ເຮັດ​ໃຫ້​ນາມ​ຊື່​ຂອງ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເສື່ອມເສຍ.

“ຢ່າ​ເວົ້າ​ໃສ່ຮ້າຍ​ຄົນ​ຮັບໃຊ້​ໃຫ້​ນາຍ​ຂອງ​ພວກເຂົາ​ຟັງ,

ບໍ່ດັ່ງນັ້ນ ພວກເຂົາ​ຈະ​ສາບແຊ່ງ​ເຈົ້າ, ແລະ ເຈົ້າ​ຈະ​ຖືກ​ລົງໂທດ.

“ມີ​ບາງ​ຄົນ​ສາບແຊ່ງ​ພໍ່​ຂອງ​ຕົນເອງ

ແລະ ບໍ່​ອວຍພອນ​ແມ່​ຂອງ​ຕົນ;

ບາງຄົນ​ຄິດ​ວ່າ​ຕົນ​ເອງ​ບໍລິສຸດ

ແລະ ຍັງ​ບໍ່​ໄດ້​ຮັບ​ການ​ຊຳລະ​ລ້າງ​ມົນທິນ​ຂອງ​ຕົນ;

ຄົນເຫລົ່ານັ້ນ​ມີ​ຕາ​ທີ່​ອວດອົງ​ຈອງຫອງ​ຕະຫລອດ,

ຄື​ຄົນ​ທີ່​ມີ​ສາຍຕາ​ມັກ​ໝິ່ນປະໝາດ​ຜູ້​ອື່ນ;

ບາງຄົນ​ແຂ້ວ​ຄື​ກັນ​ກັບ​ດາບ

ແລະ ບາງຄົນ​ປາກ​ຄົມ​ຄື​ກັນ​ກັບ​ມີດ

ເພື່ອ​ກືນ​ກິນ​ຄົນ​ທຸກຍາກ​ໄປ​ຈາກ​ແຜ່ນດິນ​ໂລກ

ແລະ ຄົນ​ຂັດສົນ​ອອກ​ຈາກ​ທ່າມກາງ​ມະນຸດ.

“ໂຕປີງ​ມີ​ລູກສາວ​ສອງ​ຄົນ

ພວກມັນ​ຮ້ອງ​ວ່າ ‘ເອົາມາ! ເອົາມາ!’

“ມີ​ສາມ​ສິ່ງ​ທີ່​ບໍ່​ເຄີຍ​ອີ່ມ​ຈັກ​ເທື່ອ,

ມີ​ສີ່​ສິ່ງ​ທີ່​ບໍ່​ເຄີຍ​ເວົ້າ​ວ່າ ‘ພໍ​ແລ້ວ!’ ຄື:

ຂຸມ​ຝັງສົບ

ແລະ ມົດລູກ​ທີ່​ເປັນ​ໝັນ;

ດິນແດນ​ບໍ່​ເຄີຍ​ອີ່ມ​ນ້ຳ,

ແລະ ໄຟ, ທີ່​ບໍ່​ເຄີຍ​ເວົ້າ​ວ່າ ‘ພໍ​ແລ້ວ!’

“ຕາ​ທີ່​ເຢາະເຢີ້ຍ​ພໍ່,

ດູໜິ່ນ​ແມ່​ທີ່​ເຖົ້າ​ແກ່,

ຈະ​ຖືກ​ຝູງ​ກາ​ແຫ່ງ​ຮ່ອມພູ​ເຈາະ​ແກ່ນຕາ

ແລະ ຈະ​ຖືກ​ຝູງ​ແຮ້ງ​ກັດ​ກິນ.

“ມີ​ສາມ​ຢ່າງ​ທີ່​ເຮັດໃຫ້​ຂ້ອຍ​ອັດສະຈັນ​ໃຈ​ຫລາຍ​ທີ່​ສຸດ,

ມີ​ສີ່​ຢ່າງ​ທີ່​ຂ້ອຍ​ບໍ່​ເຂົ້າໃຈ​ຄື:

ການ​ບິນ​ຂອງ​ນົກອິນຊີ​ໃນ​ທ້ອງ​ຟ້າ,

ການ​ເລືອ​ຄານ​ຂອງ​ງູ​ເທິງ​ກ້ອນຫີນ,

ການ​ແລ່ນ​ຂອງ​ເຮືອ​ຢູ່​ໃນ​ທະເລ​ເລິກ,

ແລະ ຄວາມ​ຮັກ​ຂອງ​ຜູ້ຊາຍ​ກັບ​ຜູ້ຍິງ.

“ນີ້​ແມ່ນ​ການ​ປະພຶດ​ຂອງ​ຍິງ​ຫລິ້ນ​ຊູ້:

ນາງ​ກິນ​ແລ້ວ​ເຊັດ​ປາກ​ຂອງ​ຕົນ

ແລະ ເວົ້າ​ວ່າ, ‘ຂ້ອຍ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ’.

“ມີ​ສາມ​ຢ່າງ​ທີ່​ເຮັດ​ໃຫ້​ແຜ່ນດິນ​ໂລກ​ສັ່ນສະທ້ານ,

ມີ​ສີ່​ຢ່າງ​ທີ່​ແຜ່ນດິນ​ໂລກ​ຮັບ​ບໍ່​ໄດ້​ຄື:

ຄົນ​ຮັບໃຊ້​ທີ່​ກາຍ​ເປັນ​ກະສັດ,

ຄົນ​ໂງ່ຈ້າ​ມີ​ອາຫານ​ກິນ​ຈົນ​ເຫລືອ​ເຟືອ,

ຍິງ​ທີ່​ເປັນ​ຕາຊັງ​ໄດ້​ແຕ່ງງານ

ສາວໃຊ້​ທີ່​ຂຶ້ນ​ມາ​ແທນ​ທີ່​ນາຍຍິງ​ຂອງ​ຕົນ.

“ມີ​ສີ່​ຢ່າງ​ໃນ​ແຜ່ນດິນ​ໂລກ​ທີ່​ມີ​ຂະໜາດ​ນ້ອຍ,

ແຕ່​ພວກມັນ​ສະຫລາດ​ທີ່​ສຸດ​ຄື:

ມົດ​ເປັນ​ສັດ​ທີ່​ມີ​ກຳລັງ​ນ້ອຍ,

ແຕ່​ພວກມັນ​ສະສົມ​ອາຫານ​ໄວ້​ໃນ​ລະດູ​ຮ້ອນ;

ຕຸ່ນ​ເປັນ​ສັດ​ທີ່​ບໍ່​ແຂງແຮງ,

ແຕ່​ພວກມັນ​ເຮັດ​ຮັງ​ເທິງ​ໂງ່ນຫີນ;

ຕັກແຕນ​ບໍ່​ມີ​ກະສັດ,

ແຕ່​ພວກມັນ​ເຄື່ອນທີ່​ພ້ອມກັນ​ໄປ​ເປັນ​ແຖວ;

ຂີ້ກ້ຽມ​ເອົາ​ມື​ຈັບ​ກໍ​ໄດ້,

ແຕ່​ມັນ​ກໍ​ມີ​ຫລາຍ​ໂຕ​ຢູ່​ໃນ​ວັງ​ຂອງ​ກະສັດ.

“ມີ​ສາມ​ສິ່ງ​ທີ່​ມີ​ຮູບຮ່າງ​ສະຫງ່າງາມ

ມີ​ສີ່​ສິ່ງ​ທີ່​ເຄື່ອນ​ໄຫວ​ຢ່າງ​ສະຫງ່າງາມ​ຄື:

ສິງ, ເປັນ​ສັດ​ທີ່​ແຂງແຮງ​ກວ່າ​ໝູ່, ຄື​ຜູ້​ທີ່​ບໍ່​ຢ້ານ​ຫຍັງ​ເລີຍ;

ໄກ່ໂອກ,

ແບ້ເຖິກ​ທີ່​ຍ່າງ​ວາງ​ມາດ,

ແລະ ກະສັດ​ທີ່​ມີ​ຄວາມ​ປອດໄພ​ຈາກ​ການ​ກະບົດ.

“ຖ້າ​ເຈົ້າ​ເຮັດ​ຕົນ​ເປັນ​ຄົນ​ໂງ່​ຈ້າ ແລະ ຍ້ອງຍໍ​ຕົນເອງ,

ຫລື ຖ້າ​ເຈົ້າ​ວາງແຜນ​ຊົ່ວ,

ຈົ່ງ​ເອົາ​ມື​ປິດ​ປາກ​ຂອງ​ເຈົ້າ​ໄວ້!

ເພາະ​ເມື່ອ​ກວນ​ນໍ້ານົມ​ກໍ​ໄດ້​ເນີຍ,

ຫລື ເມື່ອ​ຊົກ​ດັງ​ເລືອດ​ກໍ​ຈະ​ອອກ​ມາ,

ດັ່ງນັ້ນ, ການ​ຍົວະ​ໃຫ້​ໃຈຮ້າຍ​ກໍ​ເຮັດ​ໃຫ້​ຜິດຖຽງ​ກັນ”.

Source notes (3)
  1. Footnote ຫລື ຄຳ​ສອນ​ຂອງ​ອາກູ​ບຸດ​ຢາເກ​ແຫ່ງ​ມັດສາ
  2. Footnote ໃນ​ພາສາ​ເຮັບເຣີ​ອາດ​ມີ​ຄວາມຫມາຍ​ອີກ​ຢ່າງ​ໜຶ່ງ​ວ່າ ລາວ​ເວົ້າ​ກັບ​ອີທຽນ ກັບ​ອີທຽນ ແລະ ກັບ​ອູກາເສ​ວ່າ ຫລື ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ອ່ອນ​ລ້າ ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ອ່ອນ​ລ້າ ແລະ ອິດອ່ອນ​ເມື່ອຍ​ແຮງ
  3. Footnote ເບິ່ງ 2ຊມອ 22:31-32 ແລະ ພສສ 18:30-31

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.