Skip to content
BibleKenya

Biblica® Open Lao Contemporary Version

ສຸພາສິດ 29

ຜູ້​ທີ່​ຖືກ​ຕັກເຕືອນ​ຫລາຍ​ເທື່ອ​ແຕ່​ຍັງ​ດື້ດ້ານ

ຈະ​ຖືກ​ທໍາລາຍ​ທັນທີ​ໂດຍ​ບໍ່​ມີ​ທາງ​ແກ້ໄຂ.

ເມື່ອ​ຄົນ​ຊອບທຳ​ປົກຄອງ, ປະຊາຊົນ​ກໍ​ຊື່ນຊົມຍິນດີ;

ເມື່ອ​ຄົນ​ຊົ່ວຮ້າຍ​ຂຶ້ນ​ປົກຄອງ, ປະຊາຊົນ​ກໍ​ຮ້ອງ​ຄວນຄາງ.

ລູກ​ທີ່​ຮັກ​ປັນຍາ​ເຮັດ​ໃຫ້​ພໍ່​ຂອງ​ຕົນ​ມີ​ຄວາມ​ສຸກ,

ແຕ່​ຄົນ​ທີ່​ຄົບ​ກັບ​ໂສເພນີ​ກໍ​ຜານ​ຊັບສົມບັດ​ຂອງ​ຕົນ.

ກະສັດ​ເຮັດໃຫ້​ປະເທດຊາດ​ໝັ້ນຄົງ​ດ້ວຍ​ຄວາມ​ຍຸຕິທຳ,

ແຕ່​ກະສັດ​ທີ່​ໂລບ​ສິນບົນ1 ກໍ​ທຳລາຍ​ປະເທດ​ຊາດ​ໃຫ້​ຫລົ້ມຈົມ​ລົງ.

ຜູ້​ທີ່​ປະຈົບ​ປະແຈງ​ເພື່ອນບ້ານ​ຂອງ​ຕົນ

ກໍ​ຫ້າງ​ແຮ້ວ​ໃສ່​ຕີນ​ຂອງ​ຕົນເອງ.2

ຄົນ​ເຮັດ​ຊົ່ວ​ກໍ​ຖືກ​ບ້ວງແຮ້ວ​ເພາະ​ບາບກຳ​ຂອງ​ຕົນ,

ແຕ່​ຄົນ​ຊອບທຳ​ຮ້ອງໂຮ​ຢ່າງ​ມີ​ຄວາມ​ສຸກ ແລະ ດ້ວຍ​ຄວາມ​ດີໃຈ.

ຄົນ​ຊອບທຳ​ກໍ​ເປັນ​ຫວງ​ນໍາ​ຄວາມ​ຍຸຕິທຳ​ເພື່ອ​ຄົນ​ທຸກຍາກ,

ແຕ່​ຄົນ​ຊົ່ວຮ້າຍ​ບໍ່​ມີ​ຄວາມ​ກັງວົນ​ເລີຍ.

ຄົນ​ມັກ​ເຢາະເຍີ້ຍ​ເຮັດ​ໃຫ້​ບ້ານ​ເມືອງ​ວຸ້ນວາຍ,

ແຕ່​ຄົນ​ມີ​ປັນຍາ​ເຮັດ​ໃຫ້​ຄວາມ​ໃຈຮ້າຍ​ສະຫງົບ​ລົງ.

ຖ້າ​ຄົນ​ມີ​ປັນຍາ​ໄປ​ຂຶ້ນ​ສານ​ກັບ​ຄົນ​ໂງ່ຈ້າ,

ຄົນ​ໂງ່ຈ້າ​ກໍ​ສະແດງ​ຄວາມ​ໂມໂຫ, ເວົ້າ​ເຢາະເຢີ້ຍ ແລະ ບໍ່​ມີ​ຄວາມ​ສະຫງົບສຸກ.

ຄົນ​ກະຫາຍ​ເລືອດ​ກຽດຊັງ​ຄົນ​ສັດຊື່

ແລະ ຊອກ​ຫາ​ທາງ​ຂ້າ​ຜູ້​ທີ່​ທ່ຽງທຳ.

ຄົນ​ໂງ່ຈ້າ​ກໍ​ລະບາຍ​ຄວາມ​ໂມໂຫ​ຂອງ​ຕົນ,

ແຕ່​ຄົນ​ມີ​ປັນຍາ​ນໍາ​ເອົາ​ຄວາມ​ສະຫງົບ​ມາ​ໃນ​ທີ່​ສຸດ.

ຖ້າ​ຜູ້ປົກຄອງ​ຟັງ​ຄວາມ​ຕົວະ,

ຂ້າລາຊະການ​ທັງໝົດ​ຂອງ​ເພິ່ນ​ຈະ​ກາຍເປັນ​ຄົນ​ຊົ່ວຮ້າຍ​ໄປ​ນໍາ.

ຄົນ​ທຸກຍາກ ແລະ ຜູ້​ຂົ່ມເຫັງ​ກໍ​ມີ​ສິ່ງ​ໜຶ່ງ​ຄືກັນ​ຄື:

ພຣະເຈົ້າ​ຢາເວ​ໃຫ້​ສາຍຕາ​ທີ່ເບິ່ງ​ເຫັນ​ແກ່​ພວກເຂົາ​ທັງສອງ.

ຖ້າ​ກະສັດ​ຕັດສິນ​ຄວາມ​ຄົນ​ທຸກຍາກ​ຢ່າງ​ຍຸຕິທໍາ,

ບັນລັງ​ຂອງ​ເພິ່ນ​ກໍ​ຈະ​ໝັ້ນຄົງ​ຕະຫລອດໄປ.

ໄມ້​ແສ້ ແລະ ຄຳ​ຕຳໜິ​ຕິຕຽນ​ເຮັດ​ໃຫ້​ເກີດ​ປັນຍາ,

ແຕ່​ເດັກນ້ອຍ​ທີ່​ບໍ່​ມີ​ລະບຽບ​ວິໄນ​ເຮັດ​ໃຫ້​ແມ່​ຂອງ​ຕົນ​ອັບອາຍ​ຂາຍໜ້າ.

ເມື່ອ​ຄົນ​ຊົ່ວຮ້າຍ​ຈະເລີນ, ຄວາມ​ບາບ​ກໍ​ເພີ່ມ​ທະວີ​ຂຶ້ນ,

ແຕ່​ຄົນ​ຊອບທຳ​ຈະ​ເຫັນ​ຄວາມ​ຫລົ້ມຈົມ​ຂອງ​ພວກເຂົາ.

ຈົ່ງ​ອົບຮົມ​ບົ່ມ​ສອນ​ລູກ​ຂອງ​ເຈົ້າ, ແລ້ວ​ພວກເຂົາ​ຈະ​ໃຫ້​ສັນຕິສຸກ​ແກ່​ເຈົ້າ;

ພວກເຂົາ​ຈະ​ໃຫ້​ຄວາມ​ຍິນດີ​ຕາມ​ທີ່​ເຈົ້າ​ປາຖະໜາ.

ບ່ອນ​ທີ່​ບໍ່​ມີ​ນິມິດ, ປະຊາຊົນ​ກໍ​ປະ​ຖິ້ມ​ການ​ຄວບຄຸມ​ອາລົມ;

ແຕ່​ຄວາມ​ສຸກ​ເປັນ​ຂອງ​ຜູ້​ທີ່​ຍອມຮັບ​ຄຳສັ່ງສອນ​ແຫ່ງ​ປັນຍາ.

ຄົນ​ຮັບໃຊ້​ຈະ​ໄດ້​ຮັບ​ການ​ອົບຮົມ​ບົ່ມ​ສອນ​ດ້ວຍ​ຄຳເວົ້າ​ຢ່າງ​ດຽວ​ບໍ່​ໄດ້.

ເຖິງແມ່ນວ່າ​ພວກເຂົາ​ເຂົ້າໃຈ, ແຕ່​ພວກເຂົາ​ຈະ​ບໍ່​ຍອມ​ເຮັດ​ຕາມ.

ເຈົ້າ​ເຫັນ​ຄົນ​ທີ່​ມັກ​ເວົ້າ​ແບບ​ບໍ່​ຄິດ​ບໍ?

ຄົນ​ໂງ່ຈ້າ​ກໍ​ມີ​ຄວາມ​ຫວັງ​ຫລາຍກວ່າ​ພວກເຂົາ.

ການ​ເຮັດ​ຕາມ​ໃຈ​ຄົນ​ຮັບໃຊ້​ຕັ້ງແຕ່​ຍັງ​ນ້ອຍ,

ລາວ​ຈະ​ກາຍ​ເປັນ​ຄົນ​ຈອງຫອງ.3

ຄົນ​ທີ່​ໃຈຮ້າຍ​ງ່າຍ​ກໍ​ເຮັດ​ໃຫ້​ເກີດ​ການ​ຜິດຖຽງ​ກັນ,

ແລະ ຄົນ​ໃຈ​ຮ້ອນ​ເຮັດ​ບາບ​ຢ່າງ​ຫລວງຫລາຍ.

ການ​ໂອ້ອວດ​ເຮັດ​ໃຫ້​ຄົນ​ຕົກຕ່ຳ​ລົງ,

ແຕ່​ຜູ້​ທີ່​ມີ​ໃຈ​ຖ່ອມ​ຈະ​ໄດ້​ຮັບ​ກຽດ.

ການ​ສົມຮູ້​ຮ່ວມ​ຄິດ​ກັບ​ຄົນ​ຂີ້ລັກ​ກໍ​ເປັນ​ສັດຕູ​ຕໍ່​ຕົນເອງ;

ພວກເຂົາ​ຕ້ອງ​ສາບານ ແຕ່​ບໍ່​ກ້າ​ເປັນ​ພະຍານ.

ຄວາມ​ຢ້ານ​ຂອງ​ຄົນ​ຈະ​ເປັນ​ການ​ຫ້າງ​ແຮ້ວ,

ແຕ່​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຢາເວ​ກໍ​ປອດໄພ.

ຫລາຍ​ຄົນ​ເຂົ້າ​ຫາ​ຜູ້​ທີ່​ມີ​ອໍານາດ,

ແຕ່​ຄົນ​ໄດ້​ຮັບ​ຄວາມ​ຍຸຕິທຳ​ມາ​ຈາກ​ພຣະເຈົ້າ​ຢາເວ.

ຄົນ​ຊອບທຳ​ກຽດຊັງ​ຄົນ​ບໍ່​ສັດຊື່;

ແຕ່​ຄົນ​ຊົ່ວຮ້າຍ​ກຽດຊັງ​ຄົນ​ທ່ຽງທໍາ.

Source notes (3)
  1. Footnote ຫລື ໃຫ້​ສິນ​ບົນ
  2. Footnote ຫລື ຂອງ​ເຂົາ
  3. Footnote ຫລື ເຂົາ​ຈະ​ກາຍເປັນ​ລູກ ຫລື ເຂົາ​ຈະ​ກາຍເປັນ​ຜູ້​ຮັບ​ມໍລະດົກ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.