Skip to content
BibleKenya

Biblica® Open Lao Contemporary Version

ສຸພາສິດ 28

ຄົນ​ຊົ່ວຮ້າຍ​ໜີ​ໄປ​ໂດຍ​ບໍ່​ມີ​ຜູ້ໃດ​ໄລ່​ຕາມ,

ແຕ່​ຄົນ​ຊອບທຳ​ກ້າຫານ​ເໝືອນ​ດັ່ງ​ໂຕສິງ.

ເມື່ອ​ປະເທດ​ຊາດ​ເກີດ​ການ​ກະບົດ,1 ປະເທດ​ນັ້ນ​ກໍ​ຈະ​ມີ​ຜູ້ປົກຄອງ​ຫລາຍ​ຄົນ,

ແຕ່​ຜູ້​ປົກຄອງ​ທີ່​ມີ​ຄວາມ​ສະຫລາດ​ຫລັກແຫລມ ແລະ ມີ​ຄວາມຮູ້​ຮັກສາ​ຄວາມ​ເປັນ​ລະບຽບ​ໄວ້​ໄດ້.

ຜູ້ປົກຄອງ2 ທີ່​ກົດຂີ່​ຄົນ​ທຸກຍາກ

ກໍ​ເປັນ​ເໝືອນ​ຝົນ​ຕົກ​ໜັກ​ທີ່​ທຳລາຍ​ຜົນລະປູກ.

ຜູ້​ທີ່​ປະຖິ້ມ​ກົດບັນຍັດ​ກໍ​ຍົກຍ້ອງ​ຄົນ​ຊົ່ວຮ້າຍ,

ແຕ່​ຜູ້ທີ່​ຮັກສາ​ກົດບັນຍັດ​ກໍ​ຕໍ່ຕ້ານ​ຄົນ​ຊົ່ວຮ້າຍ.

ຄົນ​ທີ່​ເຮັດ​ຊົ່ວ​ບໍ່​ເຂົ້າໃຈ​ສິ່ງ​ທີ່​ຖືກຕ້ອງ,

ແຕ່​ຜູ້​ທີ່​ສະແຫວງຫາ​ພຣະເຈົ້າ​ຢາເວ​ມີ​ຄວາມ​ເຂົ້າໃຈ​ຢ່າງ​ແທ້ຈິງ.

ເປັນ​ຄົນ​ທຸກຍາກ​ທີ່​ດຳເນີນ​ຊີວິດ​ຢ່າງ​ບໍ່​ມີ​ຕຳໜິ

ກໍ​ດີ​ກວ່າ​ເປັນ​ຄົນ​ຮັ່ງມີ​ທີ່​ຢູ່​ໃນ​ທາງ​ຄົດ​ໂກງ.

ລູກ​ທີ່​ສະຫລາດ​ກໍ​ປະຕິບັດ​ຕາມ​ຄຳສັ່ງສອນ,

ແຕ່​ລູກ​ທີ່​ມີ​ໝູ່​ເປັນ​ຄົນ​ຂີ້ໂລບ​ກໍ​ເຮັດ​ໃຫ້​ພໍ່​ຂອງ​ຕົນ​ອັບອາຍ​ຂາຍໜ້າ.

ຜູ້​ທີ່​ຮັ່ງມີ​ເພີ່ມ​ຂຶ້ນ​ດ້ວຍ​ດອກ​ເບ້ຍ ຫລື ຜົນກໍາໄລ​ຈາກ​ຄົນ​ທຸກຍາກ

ກໍ​ສະສົມ​ໄວ້​ໃຫ້​ຄືນອື່ນ, ທີ່​ເມດຕາ​ຕໍ່​ຄົນ​ທຸກຍາກ.

ຜູ້​ທີ່​ປິດ​ຫູ​ບໍ່​ຍອມ​ຟັງ​ຄຳສັ່ງສອນ​ຂອງ​ພຣະເຈົ້າ,

ແມ່ນ​ແຕ່​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ກໍ​ເປັນ​ທີ່​ກຽດຊັງ.

ຜູ້​ທີ່​ນໍາ​ພາ​ຄົນ​ທ່ຽງທຳ​ໄປ​ໃນ​ທາງ​ຊົ່ວ

ຈະ​ຕົກລົງ​ໄປ​ໃນ​ບ້ວງແຮ້ວ​ຂອງ​ຕົນ​ເອງ,

ແຕ່​ຜູ້​ທີ່​ບໍ່​ມີ​ຕຳໜິ​ຈະ​ໄດ້​ຮັບ​ສິ່ງ​ດີ​ເປັນ​ມໍລະດົກ.

ຄົນ​ຮັ່ງມີ​ມັກ​ຄິດ​ວ່າ​ຕົນ​ເປັນ​ຄົນ​ມີ​ປັນຍາ;

ແຕ່​ຄົນ​ທຸກຈົນ ແລະ ຄົນ​ສະຫລາດ​ເຫັນ​ວ່າ​ພວກເຂົາ​ເປັນ​ຄົນ​ຫລອກລວງ​ຫລາຍ​ສໍ່າໃດ.

ເມື່ອ​ຄົນ​ຊອບທຳ​ມີ​ໄຊຊະນະ, ກໍ​ປິຕິ​ຍິນດີ​ຢ່າງ​ຍິ່ງ;

ແຕ່​ເມື່ອ​ຄົນ​ຊົ່ວຮ້າຍ​ຂຶ້ນ​ມີ​ອຳນາດ, ປະຊາຊົນ​ກໍ​ພາກັນ​ໄປ​ຫລົບລີ້.

ຜູ້​ທີ່​ປົກປິດ​ບາບ​ຂອງ​ຕົນ​ຈະ​ບໍ່​ຈະເລີນ​ຮຸ່ງເຮືອງ,

ແຕ່​ຜູ້​ທີ່​ສາລະພາບ​ບາບ ແລະ ປະຖິ້ມ​ບາບ​ນັ້ນ​ຈະ​ໄດ້​ຮັບ​ຄວາມ​ເມດຕາ.

ຄວາມ​ສຸກ​ເປັນ​ຂອງ​ຜູ້ທີ່​ຢຳເກງ​ພຣະເຈົ້າ​ຢູ່​ສະເໝີ,

ແຕ່​ຜູ້​ທີ່​ເຮັດ​ໃຈ​ແຂງ​ກະດ້າງ​ຈະ​ຕົກ​ຢູ່​ໃນ​ຄວາມ​ເດືອດຮ້ອນ.

ຜູ້​ປົກຄອງ​ຊົ່ວ​ປົກຄອງ​ຄົນ​ທຸກຍາກ

ກໍ​ເໝືອນ​ດັ່ງ​ໂຕສິງ​ທີ່​ຮ້ອງ​ແຜດ​ສຽງ ຫລື ໝີ​ທີ່​ພ້ອມ​ໂດດ​ຄຸບ.

ຜູ້ປົກຄອງ​ທີ່​ຂາດ​ຄວາມ​ເຂົ້າໃຈ​ກໍ​ຂູດຮີດ​ປະຊາຊົນ,

ແຕ່​ຜູ້​ທີ່​ກຽດຊັງ​ຜົນປະໂຫຍດ​ທີ່​ໄດ້​ມາ​ໂດຍ​ບໍ່​ຖືກຕ້ອງ​ຈະ​ໄດ້​ປົກຄອງ​ຍາວນານ.

ຜູ້ໃດ​ທຸກ​ທໍລະມານ​ຍ້ອນ​ຄວາມ​ຜິດ​ຈາກ​ການ​ຂ້າ​ຄົນ

ຈະ​ຊອກຫາ​ບ່ອນ​ຫລົບ​ໄພ​ໃນ​ຂຸມ​ຝັງສົບ;

ຢ່າ​ໃຫ້​ຜູ້​ໃດ​ຖ່ວງ​ພວກເຂົາ​ໄວ້.

ຄົນ​ທີ່​ດຳເນີນ​ຊີວິດ​ຢ່າງ​ບໍ່​ມີ​ຕຳໜິ​ຈະ​ໄດ້​ຮັບ​ຄວາມ​ປອດໄພ,

ແຕ່​ຄົນ​ທີ່​ຢູ່​ໃນ​ທາງ​ຄົດ​ໂກງ​ຈະ​ຕົກລົງ​ໄປ​ໃນ​ຂຸມ​ເລິກ.

ຜູ້​ທີ່​ເຮັດວຽກ​ໄຖ​ດິນ​ຂອງ​ຕົນ​ຈະ​ມີ​ອາຫານ​ຢ່າງ​ອຸດົມ​ສົມບູນ,

ແຕ່​ຄົນ​ທີ່​ມີ​ແຕ່​ໃຝ່ຝັນ​ກໍ​ຈະ​ມີ​ຄວາມ​ທຸກຍາກ.

ຄົນ​ສັດຊື່​ຈະ​ໄດ້​ຮັບ​ພຣະພອນ​ຢ່າງ​ລົ້ນເຫລືອ,

ແຕ່​ຄົນ​ທີ່​ຢາກ​ຮັ່ງມີ​ທາງ​ລັດ​ກໍ​ຈະ​ໜີ​ບໍ່​ພົ້ນໂທດ.

ຄວາມ​ລໍາອຽງ​ເປັນ​ສິ່ງ​ທີ່​ບໍ່​ດີ

ແຕ່​ກໍ​ຍັງ​ມີ​ຄົນ​ເຮັດ​ຜິດ​ເພື່ອ​ແລກ​ກັບ​ເຂົ້າຈີ່​ປ່ຽງ​ດຽວ.

ຄົນ​ເຫັນ​ແກ່​ຕົວ​ກໍ​ຢາກ​ຮັ່ງມີ​ໄວ

ແລະ ຄວາມ​ທຸກຍາກ​ລໍ​ຖ້າ​ພວກເຂົາ​ໂດຍ​ທີ່​ບໍ່​ຮູ້​ໂຕ.

ຜູ້​ທີ່​ຕິຕຽນ​ຄົນ​ແບບ​ເຊິ່ງ​ໜ້າ​ຈະ​ໄດ້​ຮັບ​ການ​ຊົມເຊີຍ​ໃນ​ບັ້ນປາຍ

ຫລາຍ​ກວ່າ​ຜູ້​ທີ່​ເວົ້າ​ປະຈົບ​ປະແຈງ.

ລູກ​ທີ່​ປຸ້ນ​ພໍ່ ຫລື ແມ່​ຂອງ​ຕົນ

ແລະ ເວົ້າ​ວ່າ, “ມັນ​ບໍ່​ຜິດ”,

ກໍ​ເປັນ​ໝູ່ເພື່ອນ​ກັບ​ຄົນ​ຂີ້ລັກ.

ຄົນ​ເຫັນແກ່ຕົວ​ກໍ​ເຮັດ​ໃຫ້​ເກີດ​ການ​ຜິດຖຽງກັນ,

ແຕ່​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຢາເວ​ຈະ​ຈະເລີນ​ຮຸ່ງເຮືອງ.

ຜູ້​ທີ່​ໄວ້ວາງໃຈ​ໃນ​ຕົນເອງ​ກໍ​ເປັນ​ຄົນ​ໂງ່ຈ້າ,

ແຕ່​ຜູ້​ທີ່​ດຳເນີນ​ຕາມ​ຄົນ​ມີ​ປັນຍາ​ຈະ​ໄດ້​ຮັບ​ການ​ປົກປ້ອງ​ໃຫ້​ປອດໄພ.

ຜູ້​ທີ່​ເອົາ​ໃຫ້​ຄົນ​ທຸກຍາກ​ຈະ​ບໍ່​ຂັດສົນ,

ແຕ່​ຜູ້​ທີ່​ເມີນເສີຍ​ຕໍ່​ພວກເຂົາ​ຈະ​ຖືກ​ສາບແຊ່ງ​ຢ່າງ​ຫລວງຫລາຍ.

ເມື່ອ​ຄົນ​ຊົ່ວຮ້າຍ​ຂຶ້ນ​ມີ​ອຳນາດ, ປະຊາຊົນ​ກໍ​ພາກັນ​ໄປ​ຫລົບລີ້;

ແຕ່​ເມື່ອ​ຄົນ​ຊົ່ວຮ້າຍ​ຈິບຫາຍ​ໄປ, ຄົນ​ຊອບທຳ​ກໍ​ຈະເລີນ​ຮຸ່ງເຮືອງ.

Source notes (2)
  1. Footnote ຫລື ເພາະ​ຄວາມ​ບາບ​ຂອງ​ແຜ່ນດິນ
  2. Footnote ຫລື ຄົນ​ຍາກ​ຈົນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.