Biblica® Open Lao Contemporary Version
ສຸພາສິດ 27
ຢ່າອວດເຖິງເລື່ອງຂອງມື້ອື່ນ,
ເພາະເຈົ້າບໍ່ຮູ້ວ່າມື້ໜຶ່ງຈະມີຫຍັງເກີດຂຶ້ນແດ່.
ຈົ່ງໃຫ້ຄົນອື່ນຍ້ອງຍໍເຈົ້າ, ແລະ ຢ່າຍ້ອງຍໍຕົນເອງ;
ຈົ່ງໃຫ້ຄົນພາຍນອກຍ້ອງຍໍເຈົ້າ, ແລະ ບໍ່ແມ່ນດ້ວຍຮິມສົບຂອງເຈົ້າເອງ.
ຫີນກໍໜັກ ແລະ ດິນຊາຍກໍເປັນພາລະ,
ແຕ່ການຍົວຍົງຂອງຄົນໂງ່ຈ້າກໍຍິ່ງໜັກກວ່າຫີນ ແລະ ດິນຊາຍ.
ຄວາມໃຈຮ້າຍແມ່ນຄວາມໂຫດຮ້າຍ ແລະ ຄວາມໂມໂຫນັ້ນຖ້ວມລົ້ນ,
ແຕ່ຜູ້ໃດຈະອົດທົນຕໍ່ຄວາມອິດສາໄດ້?
ການຕໍາໜິຢ່າງເປີດເຜີຍ
ກໍດີກວ່າເຊື່ອງຄວາມຮັກໄວ້.
ບາດແຜທີ່ມາຈາກໝູ່ເພື່ອນກໍເຊື່ອຖືໄດ້,
ແຕ່ຈູບຂອງສັດຕູຫລາຍຄັ້ງກໍວາງໃຈບໍ່ໄດ້.
ຄົນທີ່ກິນອີ່ມແລ້ວກໍບໍ່ສົນໃຈນ້ຳເຜິ້ງຈາກຮັງ,
ແຕ່ຄົນທີ່ອຶດຫິວແມ່ນແຕ່ສິ່ງທີ່ຂົມກໍມີລົດຫວານໄດ້.
ຄົນທີ່ໜີອອກຈາກບ້ານ
ກໍເໝືອນດັ່ງນົກທີ່ໜີອອກໄປຈາກຮັງ.
ນ້ຳຫອມ ແລະ ເຄື່ອງຫອມນໍາຄວາມຍິນດີມາສູ່ຈິດໃຈ,
ແລະ ຄຳແນະນຳທີ່ມາຈາກໃຈຂອງໝູ່ເພື່ອນ
ກໍເຮັດໃຫ້ເກີດຄວາມສຸກ.
ຢ່າປະຖິ້ມໝູ່ເພື່ອນຂອງເຈົ້າ ຫລື ໝູ່ເພື່ອນຂອງຄອບຄົວເຈົ້າ,
ແລະ ຢ່າໄປບ້ານຍາດຕິພີ່ນ້ອງຂອງເຈົ້າເມື່ອເຈົ້າພົບຄວາມຍາກລຳບາກ,
ຈົ່ງໄປຫາເພື່ອນບ້ານທີ່ໃກ້ຄຽງກໍດີກວ່າຍາດຕິພີ່ນ້ອງທີ່ຢູ່ຫ່າງໄກ.
ລູກເອີຍ, ຈົ່ງເປັນຄົນມີປັນຍາ, ແລະ ນໍາຄວາມສຸກມາໃຫ້ພໍ່;
ເພື່ອພໍ່ຈະຕອບຄົນທີ່ໝິ່ນປະໝາດພໍ່ໄດ້.
ຄົນສະຫລາດເຫັນໄພອັນຕະລາຍ ແລະ ເຂົ້າໄປລີ້ໄພ,
ແຕ່ຜູ້ທີ່ບໍ່ຮູ້ຈັກຄິດກໍຍ່າງຕໍ່ໄປ ແລະ ໄດ້ຮັບໂທດ.
ຈົ່ງຢຶດເຄື່ອງນຸ່ງຂອງຜູ້ທີ່ຄ້ຳປະກັນໃຫ້ແກ່ຄົນແປກໜ້າ;
ຈົ່ງຢຶດໄວ້ເປັນເຄື່ອງມັດຈໍາຖ້າເຮັດການຄ້ຳປະກັນໃຫ້ຄົນພາຍນອກ.
ຖ້າຜູ້ໃດອວຍພອນເພື່ອນບ້ານດ້ວຍສຽງດັງແຕ່ເຊົ້າມືດ,
ຄໍາອວຍພອນນັ້ນຈະຖືວ່າເປັນຄຳສາບແຊ່ງ.
ເມຍທີ່ມັກຜີດຖຽງກັນກໍເໝືອນຫລັງຄາຮົ່ວ
ທີ່ມີນ້ຳຝົນຍ້ອຍໃນເວລາເກີດພະຍຸຝົນ;
ການຫ້າມນາງກໍເໝືອນການໄປຫ້າມລົມ
ຫລື ການໃຊ້ມືກໍານ້ຳມັນ.
ເຫລັກຝົນເຫລັກໃຫ້ຄົມໄດ້ສັນໃດ,
ຄົນເຮົາກໍຝົນກັນ ແລະ ກັນໃຫ້ຫລັກແຫລມໄດ້ສັນນັ້ນ.
ຜູ້ທີ່ບົວລະບັດຕົ້ນໝາກເດື່ອຈະໄດ້ກິນໝາກຂອງມັນ,
ແລະ ຜູ້ທີ່ປົກປ້ອງນາຍຂອງຕົນຈະໄດ້ຮັບກຽດ.
ນ້ຳສະທ້ອນໃຫ້ເຫັນໜ້າສັນໃດ,
ຊີວິດຂອງຄົນກໍສະທ້ອນໃຫ້ເຫັນຈິດໃຈສັນນັ້ນ.
ຄວາມຕາຍ ແລະ ຄວາມຈິບຫາຍບໍ່ເຄີຍອີ່ມສັນໃດ,
ຕາຂອງມະນຸດກໍບໍ່ຮູ້ຈັກອີ່ມສັ້ນນັ້ນ.
ເງິນຖືກທົດສອບດ້ວຍເບົ້າຫລອມ ແລະ ຄໍາຖືກທົດສອບດ້ວຍເຕົາໄຟສັນໃດ,
ຄຳຍ້ອງຍໍຊົມເຊີຍກໍມີໄວ້ພິສູດຄົນສັນນັ້ນ.
ເຖິງແມ່ນເຈົ້າເອົາຄົນໂງ່ຈ້າໃສ່ຄົກຕຳ,
ຕໍາພວກເຂົາເໝືອນດັ່ງເມັດເຂົ້າທີ່ຕໍາດ້ວຍຄົກມອງ,
ເຈົ້າກໍບໍ່ສາມາດກຳຈັດຄວາມໂງ່ຂອງພວກເຂົາອອກໄປໄດ້.
ຈົ່ງແນ່ໃຈວ່າເຈົ້າຮູ້ຄວາມເປັນຢູ່ຂອງຝູງແກະຂອງເຈົ້າເປັນຢ່າງດີ,
ຈົ່ງເອົາໃຈໃສ່ຝູງງົວຂອງເຈົ້າ;
ເພາະຄວາມຮັ່ງມີບໍ່ຢືນຍົງຕະຫລອດໄປ,
ແລະ ມົງກຸດກໍບໍ່ໄດ້ໝັ້ນຄົງທຸກຊົ່ວອາຍຸຄົນ.
ເມື່ອຕັດຫຍ້າແຫ້ງອອກໄປ ແລະ ຫຍ້າໃໝ່ກໍປົ່ງຂຶ້ນມາ,
ແລະ ຫຍ້າຈາກເນີນພູກໍຖືກເກັບກ່ຽວໄວ້,
ແກະຈະໃຫ້ເສື້ອຜ້າແກ່ເຈົ້າ,
ແລະ ແບ້ຈະໃຫ້ຄ່າທົ່ງນາ.
ເຈົ້າຈະມີນໍ້ານົມແບ້ຢ່າງອຸດົມສົມບູນເພື່ອລ້ຽງຄອບຄົວຂອງເຈົ້າ
ແລະ ລ້ຽງດູບັນດາຄົນຮັບໃຊ້ຍິງຂອງເຈົ້າ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.