Biblica® Open Lao Contemporary Version
ປັນຍາຈານ 1
ທຸກສິ່ງແມ່ນລ້ວນແຕ່ອະນິຈັງ
ຖ້ອຍຄຳຂອງປັນຍາຈານ,1 ລູກຊາຍຂອງດາວິດ, ກະສັດໃນເຢຣູຊາເລັມ:
ປັນຍາຈານກ່າວວ່າ,
“ອະນິຈັງ! ອະນິຈັງ!
ອະນິຈັງແທ້ໆ!
ທຸກສິ່ງແມ່ນລ້ວນແຕ່ອະນິຈັງ”.
ຄົນເຮົາໄດ້ປະໂຫຍດຫຍັງຈາກການເຮັດວຽກໜັກທັງໝົດຂອງຕົນ.
ຈາກທີ່ພວກເຂົາເຮັດວຽກຢູ່ພາຍໃຕ້ດວງຕາເວັນ?
ຄົນລຸ້ນໜຶ່ງຜ່ານມາ ແລະ ອີກລຸ້ນໜຶ່ງກໍຜ່ານໄປ,
ແຕ່ໂລກຍັງຄົງຢູ່ຕະຫລອດໄປ.
ຕາເວັນຂຶ້ນ ແລະ ຕາເວັນກໍຕົກ,
ແລະ ຟ້າວວົນກັບມາຂຶ້ນຢູ່ບ່ອນເກົ່າອີກ.
ລົມພັດໄປທາງທິດໃຕ້ ແລະ
ກັບມາທາງທິດເໜືອ;
ມັນພັດວົນໄປວຽນມາ,
ຈະໝູນວຽນຈາກຈຸດເລີ່ມຕົ້ນໄປທີ່ຈຸດຈົບຕໍ່ໄປເລື້ອຍໆ.
ແມ່ນ້ຳທຸກສາຍໄຫລລົງສູ່ທະເລ,
ແຕ່ທະເລກໍບໍ່ເຄີຍອີ່ມ.
ສາຍນ້ຳມາຈາກທີ່ໃດ,
ມັນກໍໄຫລກັບໄປທີ່ນັ້ນອີກ.
ທຸກສິ່ງໜ້າເບື່ອໜ່າຍ,
ເກີນທີ່ຈະບັນລະຍາຍ.
ຕາເບິ່ງເທົ່າໃດກໍບໍ່ອີ່ມ,
ຫູໄດ້ຍິນເທົ່າໃດກໍບໍ່ອີ່ມໃຈ.
ສິ່ງທີ່ເກີດຂຶ້ນແລ້ວ ກໍຈະເກີດຂຶ້ນອີກ,
ສິ່ງທີ່ໄດ້ເຮັດໄປແລ້ວ ກໍຈະພາກັນເຮັດອີກ
ບໍ່ມີອັນໃດໃໝ່ພາຍໃຕ້ດວງຕາເວັນ.
ອັນໃດແດ່ທີ່ເຮົາຈະເວົ້າໄດ້ວ່າ,
“ເບິ່ງແມ! ນີ້ແມ່ນສິ່ງໃໝ່”?
ເພາະມັນຢູ່ທີ່ນີ້ມາຕັ້ງແຕ່ດົນນານແລ້ວ;
ມີມາຕັ້ງແຕ່ກ່ອນຍຸກຂອງພວກເຮົາ.
ບໍ່ມີຜູ້ໃດລະນຶກເຖິງຄົນລຸ້ນກ່ອນ,
ແລະ ແມ່ນແຕ່ຄົນລຸ້ນທີ່ກຳລັງຈະເກີດມາ
ຄົນລຸ້ນຕໍ່ມາຈາກພວກເຂົາ
ກໍຈະບໍ່ມີຜູ້ໃດຈົດຈຳ.
ສະຕິປັນຍາແມ່ນອະນິຈັງ
ຂ້າພະເຈົ້າປັນຍາຈານ, ເປັນກະສັດປົກຄອງອິດສະຣາເອນຢູ່ໃນເຢຣູຊາເລັມ. ຂ້າພະເຈົ້າຕັ້ງໃຈສຶກສາ ແລະ ໃຊ້ສະຕິປັນຍາສຳຫລວດທຸກສິ່ງທີ່ໄດ້ພາກັນເຮັດພາຍໃຕ້ຟ້າສະຫວັນ. ພຣະເຈົ້າໄດ້ວາງພາລະໜັກໃຫ້ມວນມະນຸດແທ້ໆ! ຂ້າພະເຈົ້າໄດ້ເຫັນທຸກສິ່ງທີ່ໄດ້ພາກັນເຮັດພາຍໃຕ້ດວງຕາເວັນ; ທຸກສິ່ງລ້ວນແຕ່ອະນິຈັງ, ເໝືອນແລ່ນໄລ່ຕາມລົມ.
ສິ່ງທີ່ຄົດກໍບໍ່ສາມາດຢຽດຊື່ໄດ້;
ສິ່ງທີ່ຂາດຢູ່ກໍນັບບໍ່ໄດ້.
ຂ້າພະເຈົ້າເວົ້າກັບຕົນເອງວ່າ, “ເບິ່ງແມ, ເຮົາມີສະຕິປັນຍາຫລາຍກວ່າກະສັດຫລາຍຄົນທີ່ປົກຄອງເຢຣູຊາເລັມມາກ່ອນໜ້າເຮົາ; ເຮົາມີປະສົບການກັບສະຕິປັນຍາ ແລະ ຄວາມຮູ້ຫລາຍ”. ແລ້ວຂ້າພະເຈົ້າກໍພະຍາຍາມທີ່ຈະເຂົ້າໃຈສະຕິປັນຍາ, ຄວາມບ້າ ແລະ ຄວາມໂງ່ຈ້າ. ແຕ່ໄດ້ຮຽນຮູ້ວ່າ, ນີ້ກໍແມ່ນການແລ່ນໄລ່ຕາມລົມເຊັ່ນກັນ.
ເພາະຍິ່ງສະຫລາດຫລາຍ ກໍຍິ່ງໂສກເສົ້າຫລາຍ;
ຍິ່ງຮູ້ກໍຍິ່ງທຸກໃຈ.
Source notes (1)
- Footnote ຫລື ຜູ້ນຳຂອງຊຸມຊົນ ເຊັ່ນດຽວກັບຂໍ້ 2 ແລະ 2 ແລະ 12
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.