Biblica® Open Lao Contemporary Version
ປັນຍາຈານ 2
ຄວາມສຸກກໍອະນິຈັງ
ຂ້າພະເຈົ້າໄດ້ເວົ້າກັບຕົນເອງວ່າ, “ມາ, ເຮົາຈະທົດສອບຕົນເອງດ້ວຍການມ່ວນຊື່ນສະໜຸກສະໜານລອງເບິ່ງ ເພື່ອຈະໄດ້ພົບສິ່ງດີໆ”. ແຕ່ນັ້ນກໍພິສູດວ່າ ອັນນີ້ກໍອະນິຈັງອີກ. ຂ້າພະເຈົ້າໄດ້ເວົ້າວ່າ, “ການຫົວຂັວນກໍບ້າ ແລະ ຄວາມສະໜຸກສະໜານນັ້ນມີປະໂຫຍດອັນໃດ?” ຂ້າພະເຈົ້າພະຍາຍາມເຮັດຕົນເອງເບີກບານດ້ວຍເຫລົ້າອະງຸ່ນ ແລະ ຍອມເຮັດຫຍັງທີ່ໂງ່ ແຕ່ຈິດໃຈກໍຍັງນຳຂ້າພະເຈົ້າດ້ວຍສະຕິປັນຍາ ຂ້າພະເຈົ້າຢາກຈະເບິ່ງວ່າມີຫຍັງດີໆແດ່ທີ່ໃຫ້ຄົນເຮົາພາກັນເຮັດຢູ່ພາຍໃຕ້ຟ້າສະຫວັນໃນຊົ່ວອາຍຸສັ້ນໆຂອງຕົນ.
ຂ້າພະເຈົ້າດຳເນີນໂຄງການໃຫຍ່ໆຄື: ສ້າງບ້ານໃຫ້ໂຕເອງຫລາຍຫລັງ ແລະ ເຮັດສວນອະງຸ່ນຫລາຍແຫ່ງ. ຂ້າພະເຈົ້າໄດ້ເຮັດສວນ ແລະ ປູກຕົ້ນໄມ້ກິນໝາກທຸກຊະນິດໃນສວນເຫລົ່ານັ້ນ. ຂ້າພະເຈົ້າໄດ້ເຮັດແຫລ່ງເກັບນ້ຳ ເພື່ອໃຊ້ຫົດຕົ້ນໄມ້ທີ່ກຳລັງງອກງາມ. ຂ້າພະເຈົ້າໄດ້ຊື້ຂ້າທາດຊາຍຍິງຫລາຍຄົນ ແລະ ມີຂ້າທາດອື່ນໆອີກທີ່ເກີດໃນຄົວເຮືອນຂອງຂ້າພະເຈົ້າ. ຂ້າພະເຈົ້າຍັງມີຝູງສັດຫລາຍກວ່າທຸກຄົນໃນເຢຣູຊາເລັມທີ່ຢູ່ມາກ່ອນໜ້າຂ້າພະເຈົ້າ. ຂ້າພະເຈົ້າສະສົມເງິນ ແລະ ຄຳໄວ້ສຳລັບຕົນເອງ ແລະ ສະສົມຊັບສົມບັດຂອງກະສັດ ແລະ ຫົວເມືອງທັງຫລາຍ. ຂ້າພະເຈົ້າຈັດໃຫ້ມີນັກຮ້ອງຊາຍຍິງ ແລະ ຮາເລັມ1 ເຊິ່ງເປັນສິ່ງຖືກໃຈຜູ້ຊາຍ. ຂ້າພະເຈົ້າກາຍເປັນຜູ້ຍິ່ງໃຫຍ່ກວ່າທຸກຄົນທີ່ຢູ່ໃນເຢຣູຊາເລັມກ່ອນໜ້າຂ້າພະເຈົ້າ. ຂ້າພະເຈົ້າມີສະຕິປັນຍາຢູ່ກັບຕົວໃນທຸກສິ່ງເຫລົ່ານີ້.
ຕາຂອງຂ້າພະເຈົ້າປາຖະໜາຢາກຈະເບິ່ງອັນໃດ ຂ້າພະເຈົ້າກໍບໍ່ໄດ້ປະຕິເສດ;
ໃຈຂອງຂ້າພະເຈົ້າຢາກຈະສະໜຸກສະໜານຢ່າງໃດ ຂ້າພະເຈົ້າກໍບໍ່ຫ້າມ.
ໃຈຂອງຂ້າພະເຈົ້າຍິນດີກັບການງານທັງໝົດທີ່ຕົນໄດ້ເຮັດ,
ແລະ ນີ້ແມ່ນລາງວັນຈາກການເຮັດວຽກໜັກຂອງຂ້າພະເຈົ້າ.
ເຖິງປານນັ້ນ ເມື່ອຂ້າພະເຈົ້າໄດ້ສຳຫລວດເບິ່ງທຸກສິ່ງທີ່ໄດ້ເຮັດໄປ
ແລະ ທຸກສິ່ງທີ່ໄດ້ທຸ້ມເທເພື່ອໃຫ້ໄດ້ມາ,
ທຸກສິ່ງກໍລ້ວນແຕ່ອະນິຈັງ ເໝືອນແລ່ນໄລ່ຕາມລົມ;
ບໍ່ມີປະໂຫຍດຫຍັງພາຍໃຕ້ດວງຕາເວັນ.
ສະຕິປັນຍາ ແລະ ຄວາມໂງ່ຈ້າລ້ວນແຕ່ອະນິຈັງ
ແລ້ວຂ້າພະເຈົ້າຈຶ່ງຫັນໄປພິຈາລະນາສະຕິປັນຍາ,
ກັບຄວາມບ້າ ແລະ ຄວາມໂງ່ຈ້າ
ກະສັດຜູ້ຄອງລາດຕໍ່ຈາກກະສັດຈະເຮັດຫຍັງໄດ້
ນອກຈາກສິ່ງທີ່ເຄີຍພາກັນເຮັດມາກ່ອນແລ້ວ?
ຂ້າພະເຈົ້າໄດ້ເຫັນວ່າສະຕິປັນຍາກໍດີກວ່າຄວາມໂງ່ຈ້າ,
ເໝືອນກັນກັບແສງສະຫວ່າງກໍດີກວ່າຄວາມມືດ.
ຄົນສະຫລາດກໍມີຕາຢູ່ໃນສະໝອງຂອງຕົນ,
ຂະນະທີ່ຄົນໂງ່ຈ້າເດີນຢູ່ໃນຄວາມມືດ;
ແຕ່ຂ້າພະເຈົ້າໄດ້ຮູ້ວ່າ
ຊະຕາກຳດຽວກັນເກີດຂຶ້ນກັບທັງສອງ.
ຂ້າພະເຈົ້າໄດ້ເວົ້າກັບຕົນເອງວ່າ,
“ຊະຕາກຳທີ່ເກີດກັບຄົນໂງ່ກໍຈະເກີດກັບເຮົາເໝືອນກັນ.
ດັ່ງນັ້ນ ເຮົາຈະໄດ້ຫຍັງຈາກການເປັນຄົນສະຫລາດ?”
ຂ້າພະເຈົ້າບອກຕົນເອງວ່າ,
“ອັນນີ້ກໍອະນິຈັງເໝືອນກັນ”.
ເພາະຄົນສະຫລາດກໍຄືກັບຄົນໂງ່, ຈະບໍ່ຢູ່ໃນຄວາມຊົງຈຳດົນ;
ວັນນັ້ນໄດ້ມາເຖິງແລ້ວເມື່ອທັງສອງຖືກລືມ.
ຄົນສະຫລາດກໍຕ້ອງຕາຍຄືກັນກັບຄົນໂງ່!
ການເຮັດວຽກໜັກກໍອະນິຈັງ
ດັ່ງນັ້ນ ຂ້າພະເຈົ້າຈຶ່ງກຽດຊັງຊີວິດ, ເພາະວຽກງານທີ່ໄດ້ເຮັດພາຍໃຕ້ດວງຕາເວັນເປັນຄວາມທຸກແກ່ຂ້າພະເຈົ້າ. ທຸກສິ່ງແມ່ນລ້ວນແຕ່ອະນິຈັງ, ເໝືອນແລ່ນໄລ່ຕາມລົມ. ຂ້າພະເຈົ້າກຽດຊັງທຸກສິ່ງທີ່ຕົນເອງໄດ້ເຮັດພາຍໃຕ້ດວງຕາເວັນ, ເພາະຂ້າພະເຈົ້າຈະຕ້ອງປະສິ່ງເຫລົ່ານັ້ນໄວ້ໃຫ້ຄົນທີ່ມາພາຍຫລັງຂ້າພະເຈົ້າ. ແລະ ຜູ້ໃດຈະຮູ້ວ່າຄົນນັ້ນຈະເປັນຄົນໂງ່ ຫລື ສະຫລາດ? ເຖິງປານນັ້ນ ພວກເຂົາກໍຈະໄດ້ຄອບຄອງຜົນງານທັງໝົດທີ່ຂ້າພະເຈົ້າໄດ້ທຸ້ມເທຄວາມພະຍາຍາມ ແລະ ຄວາມຊຳນານພາຍໃຕ້ດວງຕາເວັນ. ນີ້ກໍອະນິຈັງເໝືອນກັນ. ດັ່ງນັ້ນ ຈິດໃຈຂອງຂ້າພະເຈົ້າຈຶ່ງໝົດຫວັງຕໍ່ການເຮັດວຽກຢ່າງໜັກໜ່ວງທັງໝົດຂອງຕົນພາຍໃຕ້ດວງຕາເວັນ. ເພາະຄົນໜຶ່ງອາດເຮັດວຽກດ້ວຍສະຕິປັນຍາ, ຄວາມຮູ້ ແລະ ຄວາມຊຳນານ, ແຕ່ກໍຕ້ອງປະຖິ້ມທຸກສິ່ງທີ່ຕົນມີໃຫ້ອີກຄົນທີ່ບໍ່ໄດ້ເຮັດວຽກຢ່າງໜັກໜ່ວງ. ນີ້ກໍອະນິຈັງເໝືອນກັນ ແລະ ໂຊກຮ້າຍທີ່ສຸດ. ຄົນເຮົາໄດ້ປະໂຫຍດອັນໃດຈາກການດິ້ນຮົນເຮັດວຽກຢ່າງໜັກໜ່ວງພາຍໃຕ້ດວງຕາເວັນ? ຕະຫລອດຊີວິດຂອງພວກເຂົາ ວຽກງານກໍເປັນຄວາມເຈັບປວດ ແລະ ຄວາມທຸກ; ແມ່ນແຕ່ຕອນກາງຄືນໃຈຂອງພວກເຂົາກໍບໍ່ສະຫງົບ. ນີ້ກໍອະນິຈັງເໝືອນກັນ.
ຄົນເຮົາບໍ່ມີຫຍັງດີໄປກວ່າການກິນກັບການດື່ມ ແລະ ພໍໃຈໃນການເຮັດວຽກຢ່າງໜັກໜ່ວງຂອງຕົນ. ນີ້ກໍເໝືອນກັນ, ຂ້າພະເຈົ້າກໍເຫັນວ່າ, ສິ່ງນີ້ແມ່ນມາຈາກມືຂອງພຣະເຈົ້າ, ເພາະຖ້າປາດສະຈາກພຣະອົງແລ້ວ, ຜູ້ໃດຈະກິນ ຫລື ຫາຄວາມມ່ວນຊື່ນໄດ້? ພຣະເຈົ້າມອບສະຕິປັນຍາ, ຄວາມຮູ້ ແລະ ຄວາມສຸກໃຫ້ແກ່ຄົນທີ່ພຣະອົງພໍໃຈ, ແຕ່ສຳລັບຄົນບາບ ພຣະອົງມອບວຽກໃຫ້ພວກເຂົາຮວບຮວມ ແລະ ສະສົມຊັບສົມບັດ ເພື່ອຈະມອບໃຫ້ແກ່ຄົນທີ່ພຣະເຈົ້າພໍໃຈ. ນີ້ກໍອະນິຈັງ ເໝືອນແລ່ນໄລ່ຕາມລົມ.
Source notes (1)
- Footnote ໃນພາສາເຮັບເຣີ ປະໂຫຍກນີ້ມີຄວາມຫມາຍບໍ່ຊັດເຈນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.