Skip to content
BibleKenya

Biblica® Open Lao Contemporary Version

ປັນຍາຈານ 3

ມີ​ເວລາ​ສຳລັບ​ທຸກສິ່ງ

ມີ​ເວລາ​ສຳລັບ​ທຸກສິ່ງ

ແລະ ມີ​ລະດູການ​ສໍາລັບ​ກິດຈະກໍາ​ທຸກ​ຢ່າງ​ພາຍໃຕ້​ຟ້າ​ສະຫວັນ​ນີ້.

ມີ​ເວລາ​ເກີດ ແລະ ມີ​ເວລາ​ຕາຍ,

ມີ​ເວລາ​ປູກ ແລະ ມີ​ເວລາ​ຖອນ,

ມີ​ເວລາ​ຂ້າ ແລະ ມີ​ເວລາ​ຢຽວຢາ​ຮັກສາ,

ມີ​ເວລາ​ສໍາລັບ​ຮື້​ຖອນ ແລະ ມີ​ເວລາ​ສ້າງ​ຂຶ້ນ,

ມີ​ເວລາ​ຮ້ອງໄຫ້ ແລະ ມີ​ເວລາ​ຫົວຂັວນ,

ມີ​ເວລາ​ໄວ້​ທຸກ ແລະ ມີ​ເວລາ​ຟ້ອນລຳ,

ມີ​ເວລາ​ກະຈາຍ​ກ້ອນຫີນ ແລະ ມີ​ເວລາ​ຮວບຮວມ​ກ້ອນຫີນ,

ມີ​ເວລາ​ໂອບ​ກອດ ແລະ ມີ​ເວລາ​ບໍ່​ໂອບ​ກອດ,

ມີ​ເວລາ​ສະແຫວງຫາ ແລະ ມີ​ເວລາ​ເລີກລາ,

ມີ​ເວລາ​ທະນຸຖະໜອມ ແລະ ມີ​ເວລາ​ຖິ້ມ​ໄປ,

ມີ​ເວລາ​ຈີກ​ຂາດ ແລະ ມີ​ເວລາ​ຫຍິບ,

ມີ​ເວລາ​ມິດງຽບ ແລະ ມີ​ເວລາ​ເວົ້າ,

ມີ​ເວລາ​ຮັກ ແລະ ມີ​ເວລາ​ກຽດຊັງ,

ມີ​ເວລາ​ສົງຄາມ ແລະ ມີ​ເວລາ​ສັນຕິ.

ຄົນ​ເຮັດ​ວຽກ​ໄດ້​ຫຍັງ​ຈາກ​ການ​ເຮັດ​ວຽກ​ໜັກ? ຂ້າພະເຈົ້າ​ໄດ້​ເຫັນ​ພາລະ​ທີ່​ພຣະເຈົ້າ​ວາງ​ໃຫ້​ມະນຸດ. ພຣະອົງ​ໄດ້​ເຮັດ​ໃຫ້​ທຸກສິ່ງ​ງົດງາມ​ຕາມ​ເວລາ​ຂອງ​ມັນ. ພຣະອົງ​ຍັງ​ໄດ້​ວາງ​ນິລັນການ​ໄວ້​ໃນ​ໃຈ​ຂອງ​ມະນຸດ; ເຖິງ​ປານ​ນັ້ນ ມະນຸດ​ກໍ​ບໍ່​ສາມາດ​ຢັ່ງ​ຮູ້​ເຖິງ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ເຮັດ​ຕັ້ງແຕ່​ຕົ້ນ​ຈົນ​ຈົບ​ໄດ້. ຂ້າພະເຈົ້າ​ຮູ້​ວ່າ​ສຳລັບ​ຄົນ​ບໍ່​ມີ​ຫຍັງ​ດີ​ໄປ​ກວ່າ​ການ​ມີ​ຄວາມສຸກ ແລະ ເຮັດ​ຄວາມ​ດີ​ຂະນະ​ທີ່​ຍັງ​ມີ​ຊີວິດ​ຢູ່. ແຕ່​ລະ​ຄົນ​ຈະ​ໄດ້​ກິນ​ກັບ​ດື່ມ ແລະ ພໍໃຈ​ໃນ​ການ​ເຮັດ​ວຽກ​ຢ່າງ​ໜັກໜ່ວງ​ຂອງ​ຕົນ ເພາະ​ນີ້​ເປັນ​ຂອງ​ຂວັນ​ຈາກ​ພຣະເຈົ້າ. ຂ້າພະເຈົ້າ​ຮູ້​ວ່າ​ທຸກ​ສິ່ງ​ທີ່​ພຣະເຈົ້າ​ເຮັດ​ຈະ​ດຳລົງ​ຢູ່​ຕະຫລອດ​ໄປ; ບໍ່​ສາມາດ​ເພີ່ມ​ເຕີມ​ອັນໃດ​ເຂົ້າ​ໄປ ຫລື ຕັດ​ອັນໃດ​ອອກ​ໄດ້. ພຣະເຈົ້າ​ເຮັດ​ເພື່ອ​ຄົນ​ທັງຫລາຍ​ຢຳເກງ​ພຣະອົງ.

ອັນໃດ​ກໍ​ຕາມ​ທີ່​ເປັນ​ຢູ່ ແລະ ອັນໃດ​ທີ່​ຈະ​ເກີດ​ຂຶ້ນ

ກໍ​ເປັນ​ຢູ່​ມາ​ກ່ອນ​ແລ້ວ;

ແລະ ພຣະເຈົ້າ​ຈະ​ນຳ​ອະດີດ​ມາ​ພິພາກສາ​ອີກ.1

ແລະ ຫລາຍ​ກວ່າ​ນັ້ນ ພາຍໃຕ້​ດວງ​ຕາເວັນ ຂ້າພະເຈົ້າ​ຍັງ​ໄດ້​ເຫັນ​ອີກ​ວ່າ:

ໃນ​ສະຖານທີ່​ແຫ່ງ​ການ​ພິພາກສາ ກໍ​ມີ​ຄວາມ​ຊົ່ວຮ້າຍ​ຢູ່​ນຳ,

ໃນ​ສະຖານທີ່​ແຫ່ງ​ຄວາມ​ຍຸຕິທຳ ກໍ​ມີ​ຄວາມ​ຊົ່ວຮ້າຍ​ຢູ່​ນໍາ.

ຂ້າພະເຈົ້າ​ໄດ້​ເວົ້າ​ກັບ​ຕົນ​ເອງ​ວ່າ,

“ພຣະເຈົ້າ​ຈະ​ພິພາກສາ

ທັງ​ຄົນ​ຊອບທຳ ແລະ ຄົນ​ຊົ່ວ,

ເພາະ​ຈະ​ມີ​ເວລາ​ສຳລັບ​ທຸກ​ເລື່ອງ,

ມີ​ເວລາ​ສຳລັບ​ພິພາກສາ​ການ​ກະທຳ​ທຸກ​ຢ່າງ”.

ຂ້າພະເຈົ້າ​ໄດ້​ເວົ້າ​ກັບ​ຕົນ​ເອງ​ອີກ​ວ່າ, “ສຳລັບ​ມະນຸດ, ພຣະເຈົ້າ​ທົດສອບ​ພວກເຂົາ ເພື່ອ​ພວກເຂົາ​ຈະ​ເຫັນ​ວ່າ​ຕົນ​ເອງ​ເປັນ​ເໝືອນ​ສັດ. ຊະຕາກຳ​ຂອງ​ມະນຸດ​ກໍ​ເໝືອນ​ຂອງ​ສັດ​ຢ່າງ​ແນ່ນອນ; ທັງ​ສອງ​ມີ​ຊາຕາກໍາ​ກັນ​ຄື: ຝ່າຍ​ໜຶ່ງ​ຕາຍ, ອີກ​ຝ່າຍ​ກໍ​ຕ້ອງ​ຕາຍ​ເໝືອນ​ກັນ. ຕ່າງ​ກໍ​ມີ​ລົມ​ຫາຍໃຈ2​ເໝືອນ​ກັນ; ມະນຸດ​ບໍ່​ໄດ້​ປຽບ​ຫລາຍ​ກວ່າ​ສັດ. ທຸກ​ສິ່ງ​ລ້ວນ​ອະນິຈັງ. ທັງ​ສອງ​ກໍໄປ​ບ່ອນ​ດຽວ​ກັນ; ທັງ​ສອງ​ມາ​ຈາກ​ດິນ ແລະ ຕ້ອງ​ກັບ​ຄືນ​ສູ່​ດິນ. ຜູ້ໃດ​ຈະ​ຮູ້​ໄດ້​ວ່າ​ຈິດວິນຍານ​ຂອງ​ມະນຸດ​ຈະ​ຂຶ້ນ​ສູ່​ເບື້ອງ​ເທິງ ແລະ ວິນຍານ​ຂອງ​ສັດ3​ຈະ​ລົງ​ສູ່​ໂລກ​ເບື້ອງ​ລຸ່ມ?”

ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ເຫັນ​ວ່າ​ບໍ່​ມີ​ອັນໃດ​ດີ​ໄປ​ກວ່າ​ຄົນ​ໄດ້​ມ່ວນຊື່ນ​ຢູ່​ກັບ​ງານ​ຂອງ​ຕົນ, ເພາະ​ນັ້ນ​ເປັນ​ສ່ວນ​ຂອງ​ພວກເຂົາ. ເພາະ​ວ່າ​ຜູ້ໃດ​ຈະ​ເຮັດ​ໃຫ້​ພວກເຂົາ​ເຫັນ​ໄດ້​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ຫລັງ​ຈາກ​ພວກເຂົາ​ໄດ້?

Source notes (3)
  1. Footnote ຫລື ພຣະເຈົ້າ​ຈະ​ເອີ້ນ​ອະດີດ​ໃຫ້​ກັບ​ຄືນ​ມາ​ອີກ
  2. Footnote ຫລື ວິນຍານ
  3. Footnote ຫລື ຜູ້ໃດ​ຈະ​ຮູ້​ຈັກ​ຈິດວິນຍານ​ຂອງ​ມະນຸດ​ທີ່​ຂຶ້ນ​ສູ່​ເບື້ອງ​ເທິງ ຫລື ວິນຍານ​ຂອງ​ສັດ​ທີ່

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.