Biblica® Open Lao Contemporary Version
ປັນຍາຈານ 4
ການຂົ່ມເຫັງ, ການເຮັດວຽກໜັກ, ການຂາດມິດ
ແລ້ວຂ້າພະເຈົ້າໄດ້ເບິ່ງ ແລະ ໄດ້ເຫັນການກົດຂີ່ຂົ່ມເຫັງທັງໝົດທີ່ເກີດຂຶ້ນພາຍໃຕ້ດວງຕາເວັນອີກຄັ້ງ:
ຂ້າພະເຈົ້າໄດ້ເຫັນນ້ຳຕາຂອງຄົນທີ່ຖືກກົດຂີ່ຂົ່ມເຫັງ
ແລະ ບໍ່ມີຜູ້ໃດໜູນໃຈພວກເຂົາ.
ອຳນາດທັງຫລາຍກໍຢູ່ໃນມືຂອງຄົນທີ່ກົດຂີ່ຂົ່ມເຫັງພວກເຂົາ
ແລະ ບໍ່ມີຜູ້ໃດໜູນໃຈພວກເຂົາ.
ແລະ ຂ້າພະເຈົ້າຈຶ່ງປະກາດວ່າຄົນຕາຍ,
ຜູ້ທີ່ຕາຍໄປແລ້ວ,
ກໍມີຄວາມສຸກຫລາຍກວ່າຄົນເປັນ
ເຊິ່ງຍັງຕ້ອງມີຊີວິດຢູ່.
ແຕ່ດີກວ່າຄົນທັງສອງປະເພດນັ້ນ,
ກໍຄືຜູ້ທີ່ບໍ່ເຄີຍເກີດມາ,
ເຊິ່ງບໍ່ເຄີຍເຫັນຄວາມຊົ່ວຮ້າຍ
ທີ່ພາກັນເຮັດມາພາຍໃຕ້ດວງຕາເວັນ.
ແລະ ຂ້າພະເຈົ້າໄດ້ເຫັນວ່າວຽກໜັກ ແລະ ຄວາມສຳເລັດທັງໝົດເກີດຂຶ້ນຈາກຄວາມອິດສາຂອງຄົນອື່ນ. ນີ້ກໍອະນິຈັງ, ເໝືອນແລ່ນໄລ່ຕາມລົມ.
ຄົນໂງ່ງໍມືງໍຕີນ
ແລະ ທຳລາຍຕົນເອງ.
ມີຊັບພຽງເລັກນ້ອຍແຕ່ມີຄວາມສະຫງົບສຸກ
ກໍດີກວ່າມີເຕັມສອງມືແຕ່ຕ້ອງເຮັດວຽກໜັກ
ແລະ ກໍຄືແລ່ນໄລ່ຕາມລົມ.
ຂ້າພະເຈົ້າຍັງໄດ້ເຫັນສິ່ງທີ່ອະນິຈັງພາຍໃຕ້ດວງຕາເວັນ:
ຄື ຊາຍຄົນໜຶ່ງຢູ່ຕາມລຳພັງ;
ລາວບໍ່ມີລູກ ບໍ່ມີພີ່ນ້ອງ.
ລາວມີເຮັດວຽກໜັກຢູ່ບໍ່ເຊົາ,
ເຖິງປານນັ້ນ ຕາຂອງລາວກໍບໍ່ພໍໃຈກັບຊັບສົມບັດທີ່ຕົນມີ.
ລາວໄດ້ຖາມຕົນເອງວ່າ, “ຂ້ອຍຈະເຮັດວຽກໜັກໄປເພື່ອຜູ້ໃດ,
ແລະ ຂ້ອຍຍອມເສຍຄວາມສຸກໄປເຮັດຫຍັງ?”
ນີ້ກໍອະນິຈັງເໝືອນກັນ
ເປັນເລື່ອງທີ່ໜ້າສັງເວດ!
ສອງຄົນກໍດີກວ່າຄົນດຽວ,
ເພາະວ່າພວກເຂົາຈະໄດ້ຮັບຜົນຕອບແທນຈາກການເຮັດວຽກຂອງພວກເຂົາທີ່ດີກວ່າ:
ຖ້າຄົນໜຶ່ງໃນພວກເຂົາລົ້ມລົງ,
ອີກຄົນໜຶ່ງກໍສາມາດຊ່ວຍລາວໃຫ້ລຸກຂຶ້ນໄດ້.
ແຕ່ສົງສານຄົນທີ່ລົ້ມລົງ
ແລະ ບໍ່ມີຜູ້ໃດຊ່ວຍພວກເຂົາໃຫ້ລຸກຂຶ້ນໄດ້.
ນອກຈາກນີ້, ຖ້າສອງຄົນນອນນຳກັນ, ພວກເຂົາກໍອົບອຸ່ນໄດ້.
ແຕ່ຄົນທີ່ນອນຄົນຢູ່ດຽວຈະອົບອຸ່ນໄດ້ຢ່າງໃດ?
ຄົນດຽວອາດຖືກປາບລົງໄດ້,
ສອງຄົນກໍປົກປ້ອງກັນໄດ້.
ເຊືອກສາມກຽວຍ່ອມບໍ່ຂາດງ່າຍໆ.
ຄວາມກ້າວໜ້າກໍອະນິຈັງ
ເປັນຄົນໜຸ່ມທຸກຍາກແຕ່ສະຫລາດ ກໍດີກວ່າກະສັດຊະລາແຕ່ໂງ່ຈ້າທີ່ບໍ່ໃສ່ໃຈຟັງຄຳເຕືອນ. ໜຸ່ມຄົນນັ້ນອາດມາຈາກການເປັນຄົນຄຸກສູ່ການເປັນກະສັດ ຫລື ລາວອາດຈະເກີດມາເປັນຄົນທຸກຍາກໃນອານາຈັກຂອງລາວເອງ. ຂ້າພະເຈົ້າໄດ້ເຫັນບັນດາຜູ້ທີ່ມີຊີວິດ ແລະ ດຳເນີນຢູ່ພາຍໃຕ້ດວງຕາເວັນຕິດຕາມຊາຍໜຸ່ມຄົນນັ້ນ, ຜູ້ສືບທອດບັນລັງຂອງກະສັດ. ຄົນທັງຫລາຍມາພົບພວກເຂົາໂດຍບໍ່ຂາດ. ແຕ່ບັນດາຄົນລຸ້ນຕໍ່ໄປກໍຂຶ້ນມາ ແລະ ບໍ່ຍອມຮັບ. ນີ້ກໍອະນິຈັງ, ເໝືອນແລ່ນໄລ່ຕາມລົມ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.