Biblica® Open Lao Contemporary Version
ປັນຍາຈານ 5
ຈົ່ງເຮັດຕາມຄໍາປະຕິຍານຕໍ່ພຣະເຈົ້າ
ຈົ່ງລະມັດລະວັງແຕ່ລະບາດກ້າວຂອງເຈົ້າເມື່ອເຈົ້າໄປທີ່ເຮືອນຂອງພຣະເຈົ້າ, ເຂົ້າໄປຟັງໃກ້ໆກໍດີກວ່າຖວາຍເຄື່ອງບູຊາແບບຄົນໂງ່, ເຊິ່ງບໍ່ຮູ້ວ່າຕົນເອງເຮັດຜິດ.
ຢ່າປາກໄວ,
ຢ່າຟ້າວຮ້ອນໃຈ
ຫລຸດປາກກ່າວຕໍ່ໜ້າພຣະເຈົ້າ.
ພຣະເຈົ້າຢູ່ໃນຟ້າສະຫວັນ
ແລະເຈົ້າຢູ່ໃນໂລກ,
ດັ່ງນັ້ນ ຈົ່ງເວົ້າໃຫ້ໜ້ອຍ.
ຍິ່ງກັງວົນຫລາຍກໍຝັນຫລາຍ,
ແລະ ການເວົ້າຫລາຍກໍຍິ່ງບົ່ງບອກວ່າໂງ່.
ເມື່ອເຈົ້າປະຕິຍານຕໍ່ພຣະເຈົ້າແລ້ວ, ຈົ່ງຟ້າວເຮັດຕາມນັ້ນ. ພຣະເຈົ້າບໍ່ມັກຄົນໂງ່; ຈົ່ງເຮັດຕາມທີ່ເຈົ້າໄດ້ປະຕິຍານໄວ້. ບໍ່ປະຕິຍານກໍຍັງດີກວ່າປະຕິຍານແລ້ວບໍ່ເຮັດຕາມ. ຢ່າໃຫ້ປາກຂອງເຈົ້າພາເຈົ້າຫລົງເຮັດບາບ ແລະ ຢ່າແກ້ໂຕກັບຜູ້ນຳຂ່າວຂອງພຣະເຈົ້າວ່າ, “ຂ້າພະເຈົ້າປະຕິຍານໄປໂດຍບໍ່ຕັ້ງໃຈ”. ເປັນຫຍັງຈຶ່ງຕ້ອງເຮັດໃຫ້ພຣະເຈົ້າໃຈຮ້າຍໃນສິ່ງທີ່ເຈົ້າເວົ້າ ແລະ ທໍາລາຍວຽກງານຈາກມືຂອງເຈົ້າ? ຝັນຫລາຍ ແລະ ເວົ້າຫລາຍກໍອະນິຈັງ. ດັ່ງນັ້ນ ຈົ່ງຢຳເກງພຣະເຈົ້າ.
ຄວາມຮັ່ງມີກໍອະນິຈັງ
ຖ້າເຈົ້າເຫັນຄົນທຸກຍາກຖືກກົດຂີ່ຂົ່ມເຫັງໃນເຂດໜຶ່ງ ແລະ ເຫັນຄວາມຍຸຕິທຳ ແລະ ສິດທິຖືກປະຕິເສດ, ຢ່າປະຫລາດໃຈໃນສິ່ງເຫລົ່ານັ້ນ: ເພາະເຈົ້າໜ້າທີ່ກໍຖືກຈັບຕາເບິ່ງ ແລະ ຍັງມີນາຍທີ່ສູງກວ່າພວກເຂົາໄປອີກ. ທຸກຄົນຕ່າງກໍເອົາປະໂຫຍດຈາກແຜ່ນດິນ; ກະສັດເອງໄດ້ປະໂຫຍດຈາກທົ່ງນາ.
ຄົນໃດກໍຕາມທີ່ຮັກເງິນກໍບໍ່ເຄີຍພໍ;
ຄົນໃດກໍຕາມທີ່ຮັກຊັບສົມບັດກໍບໍ່ເຄີຍພໍໃຈກັບລາຍໄດ້ຂອງຕົນ.
ນີ້ກໍອະນິຈັງ.
ເມື່ອມີສິ່ງຂອງເພີ່ມຂຶ້ນ,
ຄົນບໍລິໂພກກໍເພີ່ມຂຶ້ນ.
ແລະ ຄົນທີ່ເປັນເຈົ້າຂອງຈະໄດ້ປະໂຫຍດອັນໃດ
ນອກຈາກເບິ່ງເປັນຂວັນຕາ?
ກຳມະກອນນອນຫລັບສະບາຍ,
ບໍ່ວ່າພວກເຂົາໄດ້ກິນຫລາຍ ຫລື ໄດ້ກິນໜ້ອຍ,
ແຕ່ສຳລັບຄົນຮັ່ງມີ ສິ່ງຂອງອັນເຫລືອເຟືອຂອງພວກເຂົານັ້ນ
ກໍເຮັດໃຫ້ພວກເຂົານອນບໍ່ຫລັບ.
ຂ້າພະເຈົ້າໄດ້ເຫັນຄວາມຊົ່ວຮ້າຍທີ່ໜ້າເສົ້າໃຈພາຍໃຕ້ດວງຕາເວັນຄື:
ຊັບສົມບັດທີ່ສະສົມໄວ້ຈົນເປັນໄພແກ່ເຈົ້າຂອງ,
ຫລື ຊັບສົມບັດທີ່ສູນໄປເນື່ອງຈາກເຄາະຮ້າຍບາງຢ່າງ,
ດັ່ງນັ້ນ ເມື່ອພວກເຂົາມີລູກຫລາຍ
ກໍບໍ່ເຫລືອມໍລະດົກໄວ້ສຳລັບພວກເຂົາ.
ທຸກຄົນເກີດມາຈາກທ້ອງແມ່ໂຕເປົ່າຢ່າງໃດ
ພວກເຂົາກໍຈະຈາກໄປຢ່າງນັ້ນ.
ພວກເຂົາເອົາຫຍັງຈາກການເຮັດວຽກໜັກຂອງພວກເຂົາ
ຕິດມືຂອງຕົນໄປນໍາບໍ່ໄດ້.
ນີ້ກໍເປັນຄວາມຊົ່ວຮ້າຍທີ່ໜ້າເສົ້າໃຈ:
ຄືທຸກຄົນມາຢ່າງໃດ ກໍຈະຈາກໄປຢ່າງນັ້ນ,
ແລ້ວພວກເຂົາໄດ້ປະໂຫຍດອັນໃດ,
ທີ່ພວກເຂົາເຮັດວຽກໜັກເພື່ອສິ່ງທີ່ໄຮ້ປະໂຫຍດ?
ຕະຫລອດວັນເວລາຂອງພວກເຂົາ ພວກເຂົາກິນຢູ່ໃນຄວາມມືດ,
ມີແຕ່ຄວາມຫງຸດຫງິດ, ຄວາມທຸກໃຈ ແລະ ຄວາມໃຈຮ້າຍຫລາຍ.
ແລ້ວຂ້າພະເຈົ້າໄດ້ສັງເກດວ່າດີຄື: ສົມຄວນທີ່ມະນຸດຈະກິນ, ຈະດື່ມ ແລະ ພໍໃຈໃນການເຮັດວຽກຂອງພວກເຂົາພາຍໃຕ້ດວງຕາເວັນຕະຫລອດຊ່ວງຊີວິດສັ້ນໆທີ່ພຣະເຈົ້າໄດ້ມອບໃຫ້ພວກເຂົາ ເພາະນີ້ເປັນສ່ວນຂອງພວກເຂົາ. ຫລາຍກວ່ານັ້ນ, ເມື່ອພຣະເຈົ້າມອບຄວາມຮັ່ງມີ, ຊັບສົມບັດ ແລະ ຄວາມສາມາດໃນການຊື່ນຊົມສິ່ງເຫລົ່ານັ້ນ, ກໍຍອມຮັບສ່ວນແບ່ງຂອງພວກເຂົາ ແລະ ມີຄວາມສຸກໃນການເຮັດວຽກໜັກຂອງຕົນ ນີ້ຄືຂອງຂັວນຈາກພຣະເຈົ້າ. ພວກເຂົາບໍ່ຄ່ອຍໄດ້ຄິດເຖິງວັນຄືນແຫ່ງຊີວິດຂອງຕົນ, ເພາະພຣະເຈົ້າເຮັດໃຫ້ຈິດໃຈຂອງພວກເຂົາມີແຕ່ຄວາມຊື່ນໃຈ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.