Biblica® Open Lao Contemporary Version
ປັນຍາຈານ 6
ຂ້າພະເຈົ້າໄດ້ເຫັນຄວາມຊົ່ວຮ້າຍອີກຢ່າງໜຶ່ງພາຍໃຕ້ດວງຕາເວັນ ແລະ ມັນໜັກຫລາຍສຳລັບມວນມະນຸດ ຄືພຣະເຈົ້າໄດ້ມອບຄວາມຮັ່ງມີ, ຊັບສົມບັດ ແລະ ກຽດໃຫ້ແກ່ບາງຄົນ, ຈົນພວກເຂົາມີທຸກສິ່ງທີ່ໃຈຂອງພວກເຂົາປາຖະໜາ, ແຕ່ພຣະເຈົ້າບໍ່ໄດ້ໃຫ້ຄວາມສາມາດໃນການຊື່ນຊົມສິ່ງເຫລົ່ານັ້ນໃຫ້ແກ່ພວກເຂົາ ແລະ ແຕ່ມີຄົນແປກໜ້າມາຊື່ນຊົມແທນ. ນີ້ກໍອະນິຈັງ, ຊົ່ວຮ້າຍທີ່ໜ້າເສົ້າໃຈ.
ບາງຄົນອາດມີລູກຫລານເປັນຮ້ອຍຄົນ ແລະ ມີອາຍຸຍືນຍາວ; ແຕ່ບໍ່ວ່າຈະອາຍຸຍືນຍາວປານໃດ, ຖ້າບໍ່ສາມາດຊື່ນຊົມຄວາມຮັ່ງມີຂອງຕົນ ແລະ ບໍ່ໄດ້ຮັບການຈັດງານສົບຢ່າງສົມກຽດແລ້ວ, ຂ້າພະເຈົ້າຂໍບອກວ່າເດັກນ້ອຍທີ່ຕາຍຕັ້ງແຕ່ເກີດກໍຍັງດີກວ່າລາວອີກ. ເດັກນ້ອຍນັ້ນເກີດມາຢ່າງໄຮ້ຄວາມໝາຍ, ຈາກໄປໃນຄວາມມືດ ແລະ ຊື່ນັ້ນກໍຖືກຄຸມໄວ້ໃນຄວາມມືດ. ລາວບໍ່ເຄີຍເຫັນແສງຕາເວັນ ຫລື ຮັບຮູ້ສິ່ງໃດ ກໍຍັງໄດ້ພັກສະຫງົບຫລາຍກວ່າຄົນນັ້ນ ເຖິງແມ່ນວ່າລາວມີອາຍຸຍືນສອງພັນປີກໍຕາມ ແຕ່ບໍ່ໄດ້ຊື່ນຊົມກັບຄວາມຈະເລີນຮຸ່ງເຮືອງຂອງຕົນ. ທຸກຄົນລ້ວນໄປບ່ອນດຽວກັນບໍ່ແມ່ນບໍ?
ທຸກຄົນເຮັດວຽກໜັກກໍເພື່ອປາກທ້ອງຂອງຕົນ,
ແຕ່ຄວາມຢາກຂອງພວກເຂົາກໍບໍ່ເຄີຍອິ່ມ.
ຄົນສະຫລາດໄດ້ປຽບຄົນໂງ່ບ່ອນໃດ?
ຄົນທຸກຍາກທີ່ຮູ້ວ່າຄວນເຮັດຕົນເອງຢ່າງໃດຕໍ່ໜ້າຄົນອື່ນ
ກໍມີປະໂຫຍດອັນໃດ?
ມີເທົ່າທີ່ຕາເຫັນ
ກໍດີກວ່າຢາກໄດ້ຕະຫລອດ.
ນີ້ກໍອະນິຈັງ,
ເໝືອນແລ່ນໄລ່ຕາມລົມ.
ສິ່ງໃດທີ່ມີຢູ່ ກໍລ້ວນແຕ່ຖືກລະບຸຊື່ໄວ້ກ່ອນແລ້ວ,
ແລະ ມະນຸດເປັນຢ່າງໃດກໍຮູ້ກັນຢູ່ແລ້ວ;
ບໍ່ມີຜູ້ໃດສາມາດໂຕ້ແຍ້ງ
ກັບຜູ້ທີ່ແຂງແຮງກວ່າຕົນໄດ້.
ຍິ່ງເວົ້າຫລາຍຄຳ,
ຍິ່ງຫລຸດຜ່ອນຄວາມຫມາຍ,
ແລ້ວຈະເປັນປະໂຫຍດກັບຜູ້ໃດ?
ເພາະຜູ້ໃດແດ່ຈະຮູ້ວ່າອັນໃດດີສຳລັບຄົນໜຶ່ງ ໃນຊ່ວງຊີວິດອັນສັ້ນ ແລະ ຄືນວັນອັນອະນິຈັງທີ່ຜ່ານພົ້ນໄປເໝືອນເງົາ? ຜູ້ໃດຈະບອກພວກເຂົາໄດ້ວ່າຫລັງຈາກພວກເຂົາຈາກໄປແລ້ວຈະມີອັນໃດເກີດຂຶ້ນພາຍໃຕ້ດວງຕາເວັນ?
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.