Biblica® Open Lao Contemporary Version
ປັນຍາຈານ 7
ສະຕິປັນຍາ
ຊື່ສຽງດີມີຄ່າຍິ່ງກວ່ານ້ຳຫອມລາຄາແພງ,
ແລະ ວັນຕາຍກໍດີກວ່າວັນເກີດ.
ໄປເຮືອນທີ່ມີການໄວ້ທຸກ
ກໍດີກວ່າໄປເຮືອນທີ່ມີງານລ້ຽງ,
ເພາະຄວາມຕາຍເປັນຈຸດໝາຍປາຍທາງຂອງທຸກຄົນ;
ຜູ້ທີ່ຍັງມີຊີວິດຢູ່ຄວນເອົາໃຈໃສ່ໃນຂໍ້ນີ້.
ຄວາມຫງຸດຫງິດດີກວ່າຫົວຂັວນ,
ເພາະໃບໜ້າໂສກເສົ້າກໍເປັນຜົນດີສຳລັບຈິດໃຈ.
ໃຈແບບຄົນສະຫລາດພົບໄດ້ໃນເຮືອນທີ່ມີຄວາມໂສກເສົ້າ,
ແຕ່ໃຈແບບຄົນໂງ່ພົບໄດ້ໃນເຮືອນທີ່ມີຄວາມມ່ວນຊື່ນ.
ຟັງຄຳຕຳໜິຂອງຄົນສະຫລາດ
ກໍດີກວ່າຟັງຄົນໂງ່ຮ້ອງເພງ.
ສຽງຫົວຂັວນຂອງຄົນໂງ່,
ກໍເໝືອນສຽງແຕກຂອງໜາມທີ່ຢູ່ໃນໄຟກ້ອງໝໍ້.
ນີ້ກໍອະນິຈັງ.
ການກົດຂີ່ຂົ່ມເຫັງປ່ຽນຄົນສະຫລາດໃຫ້ເປັນຄົນໂງ່,
ແລະ ສິນບົນກໍເຮັດໃຫ້ຈິດໃຈເສື່ອມຊາມ.
ຕອນຈົບດີກວ່າຕອນເລີ່ມ,
ແລະ ຄວາມອົດທົນກໍດີກວ່າຄວາມຈອງຫອງ.
ຢ່າປ່ອຍໃຫ້ໃຈຂອງເຈົ້າຄຽດງ່າຍ,
ເພາະຄວາມຄຽດຢູ່ໃນໃຈຂອງຄົນໂງ່.
ຢ່າຖາມວ່າ, “ເປັນຫຍັງສະໄໝກ່ອນຈຶ່ງດີກວ່າດຽວນີ້?”
ເພາະນັ້ນບໍ່ແມ່ນຄຳຖາມທີ່ສະຫລາດເລີຍ.
ສະຕິປັນຍາເປັນສິ່ງທີ່ດີຄືກັນກັບມໍລະດົກ
ແລະ ເປັນປະໂຫຍດແກ່ຜູ້ທີ່ເຫັນຕາເວັນ.
ສະຕິປັນຍາເປັນບ່ອນກຳບັງ
ເໝືອນດັ່ງເງິນທີ່ເປັນບ່ອນກຳບັງ,
ແຕ່ຂໍ້ໄດ້ດີຂອງສະຕິປັນຍາຄວາມຮູ້ກໍຄື:
ສະຕິປັນຍາຮັກສາຊີວິດຂອງຜູ້ມີປັນຍາໄວ້.
ຈົ່ງພິຈາລະນາເບິ່ງສິ່ງທີ່ພຣະເຈົ້າໄດ້ເຮັດ:
ສິ່ງທີ່ພຣະອົງໄດ້ເຮັດໃຫ້ຄົດ
ຜູ້ໃດຈະເຮັດໃຫ້ຊື່ໄດ້?
ຈົ່ງສຸກໃຈໃນຍາມດີ;
ແຕ່ເມື່ອເຖິງຍາມທຸກຍາກກໍຈົ່ງສຳນຶກວ່າ:
ພຣະເຈົ້າໄດ້ສ້າງທັງຍາມດີ
ແລະ ຍາມຮ້າຍ.
ເຫດສະນັ້ນ, ຈຶ່ງບໍ່ມີຜູ້ໃດສາມາດຮູ້
ກ່ຽວກັບອະນາຄົດຂອງຕົນໄດ້.
ໃນຊີວິດອະນິຈັງຂອງຂ້າພະເຈົ້າ ຂ້າພະເຈົ້າໄດ້ເຫັນທັງສອງສິ່ງນີ້ວ່າ:
ຄົນຊອບທຳຕ້ອງພິນາດຈິບຫາຍທັງທີ່ຊອບທຳ,
ແລະ ຄົນຊົ່ວຮ້າຍກໍອາຍຸຍືນທັງທີ່ຊົ່ວຮ້າຍ.
ຢ່າເປັນຄົນຊອບທຳເກີນໄປ,
ແລະ ເປັນຄົນສະຫລາດເກີນໄປ
ຈະທຳລາຍຕົນເອງເຮັດຫຍັງ?
ຢ່າຊົ່ວຮ້າຍເກີນໄປ
ແລະ ຢ່າເປັນຄົນໂງ່ຈ້າ
ເປັນຫຍັງຈະຕ້ອງຕາຍກ່ອນກຳນົດຂອງຕົນ?
ເປັນການດີທີ່ຈະຢຶດຖືສິ່ງໜຶ່ງໄວ້
ແລະ ບໍ່ປ່ອຍໃຫ້ອີກສິ່ງໜຶ່ງຫລຸດມືໄປ.
ຜູ້ທີ່ຢຳເກງພຣະເຈົ້າຈະຫລີກເວັ້ນເລື່ອງທັງໝົດນີ້ໄປໄດ້.1
ສະຕິປັນຍາເຮັດໃຫ້ຄົນສະຫລາດມີອຳນາດ
ຫລາຍຂຶ້ນກວ່າຜູ້ມີອຳນາດປົກຄອງເມືອງສິບຄົນ,
ແທ້ຈິງແລ້ວ, ບໍ່ມີຈັກຄົນໃນໂລກນີ້ທີ່ຊອບທຳ,
ບໍ່ມີຜູ້ໃດທີ່ເຮັດແຕ່ສິ່ງທີ່ຖືກຕ້ອງ ແລະ ບໍ່ເຄີຍເຮັດບາບເລີຍ.
ຢ່າເອົາໃຈໃສ່ທຸກຖ້ອຍຄຳທີ່ຄົນອື່ນເວົ້າ,
ບໍ່ດັ່ງນັ້ນ ເຈົ້າອາດໄດ້ຍິນຄົນໃຊ້ຂອງເຈົ້າສາບແຊ່ງເຈົ້າ
ເພາະເຈົ້າກໍຮູ້ຢູ່ແກ່ໃຈຂອງເຈົ້າວ່າ
ຕົນເອງສາບແຊ່ງຄົນອື່ນຫລາຍຄັ້ງ.
ທັງໝົດນີ້ຂ້າພະເຈົ້າທົດສອບດ້ວຍສະຕິປັນຍາ ແລະ ຂ້າພະເຈົ້າໄດ້ເວົ້າວ່າ,
“ເຮົາຕັ້ງໃຈຈະເປັນຄົນສະຫລາດ”
ແຕ່ມັນກໍໄກເກີນກວ່າເຮົາຈະເອື້ອມ.
ອັນໃດກໍຕາມທີ່ມີຢູ່ນັ້ນ ມັນຊ່າງໄກ ແລະ ເລິກເຊິ່ງທີ່ສຸດ
ຜູ້ໃດຈະຄົ້ນພົບໄດ້?
ດັ່ງນັ້ນ ຂ້າພະເຈົ້າຈຶ່ງມຸ່ງຫາຄວາມເຂົ້າໃຈ,
ສືບ ແລະ ຊອກຫາສະຕິປັນຍາກັບສາເຫດຂອງສິ່ງຕ່າງໆ
ແລະ ເຂົ້າໃຈຄວາມໂງ່ຂອງຄວາມຊົ່ວຮ້າຍ
ແລະ ຄວາມບ້າຂອງຄວາມໂງ່ຈ້າ.
ຂ້າພະເຈົ້າພົບສິ່ງທີ່ຂົມຂື່ນຍິ່ງກວ່າຄວາມຕາຍ
ກໍຄືແມ່ຍິງທີ່ເປັນກັບດັກ,
ເຊິ່ງມີຫົວໃຈເປັນບ້ວງແຮ້ວ
ແລະ ມືຂອງນາງຄືໂສ້.
ຄົນທີ່ພຣະເຈົ້າພໍໃຈຈະຫລຸດພົ້ນຈາກນາງ,
ແຕ່ນາງຈະດັກຄົນບາບໄວ້.
ປັນຍາຈານ2ກ່າວວ່າ, “ເບິ່ງແມ, ຂ້າພະເຈົ້າໄດ້ຄົ້ນພົບສິ່ງນີ້ຄື:
“ການເອົາສິ່ງໜຶ່ງມາຕິດຕໍ່ກັນກັບອີກສິ່ງເພື່ອຫາສາເຫດ
ຂະນະທີ່ຄົ້ນຫາຢູ່
ແຕ່ຍັງບໍ່ພົບ
ຂ້າພະເຈົ້າກໍພົບວ່າ ໃນໜຶ່ງພັນຄົນຈະມີຜູ້ຊາຍທ່ຽງທຳຄົນໜຶ່ງ,
ແຕ່ບໍ່ມີແມ່ຍິງທ່ຽງທຳຈັກຄົນ.
ຂ້າພະເຈົ້າພົບແຕ່ພຽງວ່າ:
ພຣະເຈົ້າໄດ້ສ້າງມະນຸດໃຫ້ທ່ຽງທຳ,
ແຕ່ພວກເຂົາສັນຫາກົນອຸບາຍຫລາຍຢ່າງ”.
Source notes (2)
- Footnote ຫລື ຕິດຕາມທັງສອງສິ່ງໄດ້
- Footnote ຫລື ຜູ້ນຳຂອງຊຸມຊົນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.