Skip to content
BibleKenya

Biblica® Open Lao Contemporary Version

ປັນຍາຈານ 8

ຄົນ​ໃດ​ທີ່​ເປັນ​ເໝືອນ​ຄົນ​ສະຫລາດ?

ຄົນ​ໃດ​ທີ່​ຮູ້​ຄຳ​ອະທິບາຍ​ຂອງ​ສິ່ງ​ຕ່າງໆ?

ສະຕິປັນຍາ​ຂອງ​ຄົນ​ເຮັດ​ໃຫ້​ໜ້າຕາ​ຂອງ​ຕົນ​ເຮົາ​ແຈ່ມໃສ

ແລະ ເຮັດ​ໃຫ້​ສີ​ໜ້າ​ແຂງ​ກະດ້າງ​ປ່ຽນ​ໄປ.

ເຊື່ອຟັງ​ກະສັດ

ຈົ່ງ​ເຊື່ອຟັງ​ຄໍາສັ່ງ​ຂອງ​ກະສັດ, ເພາະ​ເຈົ້າ​ໄດ້​ປະຕິຍານ​ໄວ້​ຕໍ່ໜ້າ​ພຣະເຈົ້າ. ຢ່າ​ຟ້າວ​ອອກ​ໄປ​ໃຫ້​ພົ້ນ​ໜ້າ​ກະສັດ. ຢ່າ​ຢືນ​ການ​ປົກປ້ອງ​ສິ່ງ​ທີ່​ບໍ່​ດີ, ເພາະ​ກະສັດ​ຈະ​ເຮັດ​ສິ່ງໃດ​ກໍ​ໄດ້​ຕາມ​ຄວາມ​ພໍໃຈ​ຂອງ​ເພິ່ນ. ເນື່ອງ​ຈາກ​ຄໍາ​ເວົ້າ​ຂອງ​ກະສັດ​ມີ​ອຳນາດ​ສູງ​ສຸດ, ຜູ້ໃດ​ຈະ​ກ້າ​ເວົ້າ​ກັບ​ເພິ່ນ​ວ່າ, “ທ່ານ​ກໍາລັງ​ເຮັດ​ຫຍັງ?”

ຜູ້ໃດ​ກໍ​ຕາມ​ຟັງ​ຄຳສັ່ງ​ຂອງ​ກະສັດ​ຈະ​ບໍ່​ພົບ​ອັນຕະລາຍ,

ແລະ ຈິດໃຈ​ຂອງ​ຄົນ​ມີ​ປັນຍາ​ຍ່ອມ​ຮູ້​ຈັກ​ເວລາ ແລະ ວິທີ​ທີ່​ເໝາະສົມ.

ເພາະ​ມີ​ເວລາ ແລະ ວິທີ​ທີ່​ເໝາະສົມ​ສຳລັບ​ທຸກ​ສິ່ງ,

ເຖິງ​ວ່າ​ຄົນ​ໜຶ່ງ​ຈະ​ຈົມ​ຢູ່​ກັບ​ຄວາມ​ທຸກຍາກ​ຢ່າງ​ໜັກໜ່ວງ​ກໍ​ຕາມ.

ເນື່ອງ​ຈາກ​ບໍ່​ມີ​ຜູ້ໃດ​ຮູ້​ຈັກ​ອະນາຄົດ,

ຜູ້ໃດ​ສາມາດ​ບອກ​ໄດ້​ວ່າ​ຈະ​ມີ​ອັນໃດ​ເກີດ​ຂຶ້ນ?

ບໍ່​ມີ​ຜູ້ໃດ​ມີ​ອໍານາດ​ເໜືອ​ລົມ​ທີ່​ຈະ​ຄວບຄຸມ​ລົມ​ໄດ້​ສັນໃດ,

ດັ່ງນັ້ນ1 ຈຶ່ງ​ບໍ່​ມີ​ຜູ້ໃດ​ມີ​ອຳນາດ​ເໜືອ​ວັນ​ຕາຍ​ຂອງ​ຕົນ​ສັນນັ້ນ.

ຍາມ​ສົງຄາມ​ຈະ​ບໍ່​ມີ​ຜູ້ໃດ​ປົດ​ປະຈຳ​ການ​ສັນໃດ

ຄວາມ​ຊົ່ວ​ຮ້າຍ​ກໍ​ຈະ​ບໍ່​ຍອມ​ປ່ອຍ​ຄົນ​ຊົ່ວ​ສັນນັ້ນ.

ຂ້າພະເຈົ້າ​ໄດ້​ເຫັນ​ມາ​ໝົດ​ແລ້ວ, ເມື່ອ​ຂ້າພະເຈົ້າ​ໃສ່ໃຈ​ກັບ​ທຸກ​ສິ່ງ​ທີ່​ໄດ້​ພາ​ກັນ​ເຮັດ​ພາຍໃຕ້​ດວງ​ຕາເວັນ. ກໍ​ພົບ​ວ່າ​ມີ​ບາງ​ເທື່ອ​ເມື່ອ​ຄົນ​ຂຶ້ນ​ມີ​ອຳນາດ​ເໜືອ​ຄົນ​ອື່ນ ແຕ່​ກັບ​ເປັນ​ໄພ​ແກ່​ຕົນ​ເອງ.2 ຫລັງຈາກນັ້ນ ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ບັນດາ​ຄົນ​ຊົ່ວ​ຮ້າຍ​ຖືກ​ຝັງ ຄື​ບັນດາ​ຄົນ​ທີ່​ເຂົ້າ​ອອກ​ໃນ​ສະຖານ​ບໍລິສຸດ ແລະ ໄດ້​ຮັບ​ການ​ຍົກຍ້ອງ3​ໃນ​ເມືອງ​ທີ່​ພວກເຂົາ​ໄດ້​ເຮັດ​ຊົ່ວ​ນັ້ນ. ນີ້​ກໍ​ອະນິຈັງ.

ເມື່ອ​ອາຊະຍາກອນ​ຍັງ​ບໍ່​ໄດ້​ຖືກ​ຕັດສິນ​ລົງໂທດ​ຢ່າງ​ໄວວາ, ຈິດໃຈ​ຂອງ​ຄົນ​ທັງຫລາຍ​ກໍ​ເຕັມ​ໄປ​ດ້ວຍ​ກົນອຸບາຍ​ທີ່​ຈະ​ເຮັດ​ຜິດ. ເຖິງ​ແມ່ນ​ວ່າ​ຄົນ​ຊົ່ວ​ຈະ​ກໍ່​ອາຊະຍາກຳ​ເປັນ​ຮ້ອຍ​ຄັ້ງ​ອາດ​ມີ​ຊີວິດ​ຢູ່​ຍືນ​ຍາວ, ຂ້າພະເຈົ້າ​ຮູ້​ແນ່ນອນ​ວ່າ​ບັນດາ​ຜູ້​ທີ່​ຢຳເກງ​ພຣະເຈົ້າ​ທີ່​ຢູ່​ຕໍ່ໜ້າ​ພຣະອົງ​ຍ່ອມ​ໄດ້​ດີ​ກວ່າ. ເນື່ອງ​ຈາກ​ຄົນ​ຊົ່ວ​ບໍ່​ຢຳເກງ​ພຣະເຈົ້າ, ພວກເຂົາ​ກໍ​ຈະ​ບໍ່​ໄດ້​ດີ ແລະ ວັນ​ຄືນ​ຂອງ​ພວກເຂົາ​ກໍ​ຈະ​ບໍ່​ຍືນຍາວ​ເໝືອນ​ເງົາ.

ມີ​ສິ່ງ​ອະນິຈັງ​ອີກ​ຢ່າງ​ທີ່​ເກີດ​ຂຶ້ນ​ໃນ​ໂລກ​ນີ້​ຄື: ຄົນຊອບທຳ​ໄດ້​ຮັບ​ຜົນ​ທີ່​ຄົນ​ຊົ່ວ​ສົມຄວນ​ໄດ້​ຮັບ. ແຕ່​ຄົນ​ຊົ່ວ​ກັບ​ໄດ້​ຮັບ​ຜົນ​ທີ່​ຄົນ​ຊອບທຳ​ສົມຄວນ​ໄດ້​ຮັບ. ຂ້າພະເຈົ້າ​ກ່າວ​ວ່າ, ນີ້​ກໍ​ອະນິຈັງ. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ສະໜັບສະໜູນ​ໃຫ້​ມ່ວນຊື່ນ​ກັບ​ຊີວິດ, ເພາະ​ສຳລັບ​ມະນຸດ​ທີ່​ຢູ່​ພາຍໃຕ້​ດວງ​ຕາເວັນ​ແລ້ວ ບໍ່​ມີ​ອັນໃດ​ດີ​ໄປ​ກວ່າ​ການ​ກິນ​ກັບ​ການ​ດື່ມ ແລະ ຍິນດີ. ດັ່ງນັ້ນ ຄວາມ​ຊື່ນຊົມຍິນດີ​ຈະ​ຢູ່​ຄຽງ​ຂ້າງ​ພວກເຂົາ​ໄປ​ໃນ​ການ​ງານ​ເຮັດ​ວຽກ​ໜັກ​ຂອງ​ພວກເຂົາ​ຕະຫລອດ​ວັນ​ຄືນ​ແຫ່ງ​ຊີວິດ ເຊິ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ​ພາຍໃຕ້​ດວງ​ຕາເວັນ.

ເມື່ອ​ຂ້າພະເຈົ້າ​ໃສ່ໃຈ​ທີ່​ຈະ​ຮູ້​ຈັກ​ສະຕິປັນຍາ ແລະ ສັງເກດ​ງານ​ຕ່າງໆ​ທີ່​ເຮັດ​ໃນ​ໂລກ​ນີ້ ຄົນ​ທັງຫລາຍ​ອົດ​ນອນ​ທັງ​ເວັນ​ທັງ​ຄືນ ແລ້ວ​ຂ້າພະເຈົ້າ​ກໍ​ເຫັນ​ທຸກສິ່ງ​ທີ່​ພຣະເຈົ້າ​ໄດ້​ເຮັດ. ບໍ່​ມີ​ຜູ້ໃດ​ເຂົ້າໃຈ​ສິ່ງ​ທີ່​ເປັນ​ໄປ​ພາຍໃຕ້​ດວງ​ຕາເວັນ. ເຖິງ​ແມ່ນ​ວ່າ​ຈະ​ສະແຫວງຫາ​ດ້ວຍ​ຄວາມ​ພາກພຽນ​ທັງໝົດ, ແຕ່​ກໍ​ບໍ່​ມີ​ຜູ້ໃດ​ພົບ​ຄວາມໝາຍ. ເຖິງ​ແມ່ນ​ວ່າ​ຄົນ​ສະຫລາດ​ອ້າງ​ວ່າ​ຕົນ​ຮູ້, ພວກເຂົາ​ກໍ​ຍັງ​ບໍ່​ໄດ້​ເຂົ້າໃຈ​ຢ່າງ​ແທ້ຈິງ.

Source notes (3)
  1. Footnote ຫລື ຮັກສາ​ຈິດວິນຍານ​ຂອງ​ມະນຸດ ແລະ ກໍ
  2. Footnote ຫລື ພວກເຂົາ
  3. Footnote ສຳ​ເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ວ່າ ແລະ ຖືກ​ລືມ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.