Biblica® Open Lao Contemporary Version
ຟີລິບປອຍ 4:13
Verse 13 is marked below, with the whole chapter around it. Read from the start
ຄຳຮຽກຮ້ອງສຸດທ້າຍເພື່ອຄວາມໝັ້ນຄົງ ແລະ ຄວາມເປັນອັນໜຶ່ງອັນດຽວກັນ
ເຫດສະນັ້ນ, ພີ່ນ້ອງທັງຫລາຍຂອງເຮົາເອີຍ, ພວກເຈົ້າເປັນຜູ້ທີ່ເຮົາຮັກ ແລະ ປາຖະໜາຫາ, ເປັນຄວາມຍິນດີ ແລະ ເປັນມົງກຸດຂອງເຮົາ, ເພື່ອນທີ່ຮັກຂອງເຮົາເອີຍ ຈົ່ງຕັ້ງໝັ້ນຄົງຢູ່ໃນທາງຂອງອົງພຣະຜູ້ເປັນເຈົ້າ!
ເຮົາຂໍຮ້ອງນາງຢູໂອເດຍ ແລະ ນາງຊີນຕີເຂໃຫ້ເປັນເປັນຜູ້ມີຄວາມຄິດອັນດຽວກັນໃນອົງພຣະຜູ້ເປັນເຈົ້າ. ແລະ ເຮົາຂໍຮ້ອງພວກເຈົ້າຜູ້ເປັນເພື່ອນຮ່ວມງານທີ່ແທ້ຈິງຂອງເຮົາ, ໃຫ້ຊ່ວຍເຫລືອແມ່ຍິງເຫລົ່ານີ້ ເພາະພວກເຂົາໄດ້ຕໍ່ສູ້ຄຽງຂ້າງເຮົາໃນວຽກງານຂ່າວປະເສີດ ພ້ອມທັງກະເລເມ ແລະ ເພື່ອນຮ່ວມງານຄົນອື່ນໆຂອງເຮົາດ້ວຍ ຄົນເຫລົ່ານີ້ມີຊື່ຢູ່ໃນທະບຽນແຫ່ງຊີວິດແລ້ວ.
ຄຳແນະນຳສຸດທ້າຍ
ຈົ່ງຊື່ນຊົມຍິນດີໃນອົງພຣະຜູ້ເປັນເຈົ້າທຸກເວລາ. ເຮົາຂໍຢ້ຳອີກວ່າ: ຈົ່ງຊື່ນຊົມຍິນດີ! ຈົ່ງໃຫ້ຄວາມສຸພາບອ່ອນໂຍນຂອງພວກເຈົ້າທັງຫລາຍປາກົດແກ່ຄົນທັງປວງ. ອົງພຣະຜູ້ເປັນເຈົ້າຢູ່ໃກ້ແລ້ວ. ຢ່າກະວົນກະວາຍໃນສິ່ງໃດເລີຍ, ແຕ່ໃນທຸກສະຖານະການ ຈົ່ງຂໍທຸກສິ່ງທີ່ພວກເຈົ້າປາຖະໜານັ້ນຕໍ່ພຣະເຈົ້າ ດ້ວຍການອະທິຖານ ແລະ ອ້ອນວອນ ພ້ອມກັບການຂອບພຣະຄຸນ. ແລ້ວສັນຕິສຸກຂອງພຣະເຈົ້າທີ່ເກີນຄວາມເຂົ້າໃຈທັງໝົດຈະເຝົ້າຮັກສາຈິດໃຈ ແລະ ຄວາມຄິດຂອງພວກເຈົ້າທັງຫລາຍໄວ້ໃນພຣະຄຣິດເຈົ້າເຢຊູ.
ສຸດທ້າຍນີ້ ພີ່ນ້ອງທັງຫລາຍເອີຍ, ສິ່ງໃດກໍຕາມທີ່ເປັນຄວາມຈິງ, ສິ່ງໃດທີ່ສູງສົ່ງ, ສິ່ງໃດທີ່ຖືກຕ້ອງ, ສິ່ງໃດທີ່ບໍລິສຸດ, ສິ່ງໃດທີ່ໜ້າຮັກ, ສິ່ງໃດທີ່ໜ້າຊົມເຊີຍ ຖ້າມີສິ່ງໃດດີເລີດ ຫລື ຄວນຍ້ອງຍໍ ຈົ່ງພິຈາລະນາເຖິງສິ່ງເຫລົ່ານັ້ນ. ສິ່ງໃດທີ່ພວກເຈົ້າໄດ້ຮຽນຮູ້ ຫລື ໄດ້ຮັບ ຫລື ໄດ້ຍິນຈາກເຮົາ ຫລື ໄດ້ເຫັນໃນເຮົາ ຈົ່ງນໍາເອົາສິ່ງນັ້ນໄປປະຕິບັດ. ແລະ ພຣະເຈົ້າແຫ່ງສັນຕິສຸກຈະສະຖິດຢູ່ກັບພວກເຈົ້າ.
ຂອບໃຈສຳລັບຂອງຝາກຈາກພີ່ນ້ອງຊາວຟີລິບປອຍ
ເຮົາຊື່ນຊົມຍິນດີໃນອົງພຣະຜູ້ເປັນເຈົ້າຢ່າງໃຫຍ່ ເພາະໃນທີ່ສຸດພວກເຈົ້າກໍໄດ້ຟື້ນຄືນຄວາມຫ່ວງໃຍຂອງພວກເຈົ້າຕໍ່ເຮົາອີກ. ຄວາມຈິງແລ້ວ, ພວກເຈົ້າກໍຫ່ວງໃຍເຮົາຢູ່ແລ້ວ, ແຕ່ພວກເຈົ້າບໍ່ມີໂອກາດທີ່ຈະສະແດງຄວາມຫ່ວງໃຍນັ້ນອອກ. ເຮົາເວົ້າຢ່າງນີ້ບໍ່ແມ່ນເພາະເຮົາກຳລັງຂັດສົນ, ເພາະເຮົາຮຽນຮູ້ທີ່ຈະພໍໃຈບໍ່ວ່າຈະຢູ່ໃນສະຖານະການໃດ. ເຮົາຮູ້ວ່າຍາມຂາດເຂີນເປັນຢ່າງໃດ ແລະ ເຮົາກໍຮູ້ວ່າຍາມມີຢ່າງອຸດົມສົມບູນເປັນຢ່າງໃດ ແລະ ເຮົາໄດ້ຮູ້ຈັກຄວາມລັບທີ່ຈະພໍໃຈໃນສະຖານະການໃດໆ ແລະ ໃນທຸກສະຖານະການ, ບໍ່ວ່າຈະອີ່ມ ຫລື ອຶດຢາກ, ບໍ່ວ່າຈະມີຊີວິດໃນຄວາມອຸດົມສົມບູນ ຫລື ໃນຄວາມຂັດສົນ. ເຮົາສາມາດເຮັດທຸກສິ່ງໄດ້ໂດຍພຣະອົງຜູ້ໃຫ້ກຳລັງແກ່ເຮົາ.
ເຖິງປານນັ້ນກໍເປັນຄວາມກະລຸນາຂອງພວກເຈົ້າທີ່ໄດ້ຮ່ວມທຸກກັບເຮົາ. ຫລາຍກວ່ານັ້ນ, ຕາມທີ່ພວກເຈົ້າຊາວຟີລິບປອຍກໍຮູ້, ໃນຕອນທີ່ພວກເຈົ້າໄດ້ຮູ້ຈັກຂ່າວປະເສີດທຳອິດນັ້ນ, ຄືເມື່ອເຮົາໄດ້ອອກເດີນທາງຈາກແຂວງມາເກໂດເນຍໄປນັ້ນ, ບໍ່ມີຄຣິສຕະຈັກໃດມີສ່ວນຮ່ວມໃນລາຍຈ່າຍ ແລະ ລາຍໄດ້ຂອງເຮົາເລີຍ, ຍົກເວັ້ນພວກເຈົ້າເທົ່ານັ້ນ; ເພາະແມ່ນແຕ່ເມື່ອເຮົາຢູ່ໃນເມືອງເທສະໂລນິກ ພວກເຈົ້າກໍຍັງໄດ້ສົ່ງເຄື່ອງຊ່ວຍເຫລືອມາໃຫ້ເຮົາໃນຍາມທີ່ເຮົາຂັດສົນຫລາຍເທື່ອ. ບໍ່ແມ່ນວ່າເຮົາປາຖະໜາຢາກໄດ້ຂອງຖວາຍຈາກພວກເຈົ້າ; ແຕ່ເຮົາປາຖະໜາຢາກໃຫ້ພວກເຈົ້າໄດ້ຜົນກຳໄລເພີ່ມຂຶ້ນໃນບັນຊີຂອງພວກເຈົ້າ. ເຮົາໄດ້ຮັບຄົບຖ້ວນ ແລະ ໄດ້ຫລາຍເກີນພຽງພໍ. ເຮົາໄດ້ຮັບການສະໜອງໃຫ້ຢ່າງພຽງພໍ, ບັດນີ້ ເຮົາໄດ້ຮັບຂອງຖວາຍທີ່ພວກເຈົ້າໄດ້ສົ່ງມາກັບເອປາໂຟດີໂຕແລ້ວ. ສິ່ງເຫລົ່ານີ້ເປັນຂອງຖວາຍທີ່ມີກິ່ນຫອມ, ເປັນເຄື່ອງບູຊາທີ່ເປັນທີ່ຍອມຮັບ ແລະ ເປັນທີ່ພໍໃຈຕໍ່ພຣະເຈົ້າ. ແລະ ພຣະເຈົ້າຂອງເຮົາຈະໃຫ້ສິ່ງທີ່ຈໍາເປັນທຸກຢ່າງແກ່ພວກເຈົ້າຈາກຄວາມຮັ່ງມີອັນສະຫງ່າລາສີຂອງພຣະອົງໃນພຣະຄຣິດເຈົ້າເຢຊູ.
ຂໍໃຫ້ກຽດຈົ່ງມີແກ່ພຣະເຈົ້າ ແລະ ພຣະບິດາເຈົ້າຂອງພວກເຮົາທັງຫລາຍຕະຫລອດໄປເປັນນິດ. ອາແມນ.
ຄຳທັກທາຍສຸດທ້າຍ
ເຮົາຂໍຝາກຄວາມຄິດເຖິງມາຍັງຄົນຂອງພຣະເຈົ້າທຸກຄົນ ໃນພຣະເຢຊູຄຣິດເຈົ້າ.
ບັນດາພີ່ນ້ອງທັງຫລາຍຜູ້ທີ່ຢູ່ກັບເຮົາກໍສົ່ງຄວາມຄິດເຖິງມາຍັງພວກເຈົ້າດ້ວຍ.
ຄົນຂອງພຣະເຈົ້າທຸກຄົນຢູ່ທີ່ນີ້ກໍຝາກຄວາມຄິດເຖິງມາຍັງພວກເຈົ້າດ້ວຍ ໂດຍສະເພາະບັນດາຜູ້ທີ່ຢູ່ໃນວັງຂອງກາຍຊາ.
ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ ຈົ່ງສະຖິດຢູ່ກັບຈິດວິນຍານຂອງພວກເຈົ້າທັງຫລາຍດ້ວຍ. ອາແມນ.1
Source notes (1)
- Footnote ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບບໍ່ມີຄຳວ່າ ອາແມນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.