Biblica® Open Lao Contemporary Version
ຟີລິບປອຍ 3
ຢ່າໝັ້ນໃຈໃນເນື້ອໜັງ
ນອກຈາກນີ້, ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຈົ່ງຊື່ນຊົມຍິນດີໃນອົງພຣະຜູ້ເປັນເຈົ້າ! ບໍ່ເປັນການລຳບາກສຳລັບເຮົາເລີຍທີ່ຈະຂຽນເລື່ອງດຽວກັນເຖິງພວກເຈົ້າອີກ ແລະ ເລື່ອງນີ້ກໍເປັນການປ້ອງກັນພວກເຈົ້າດ້ວຍ.
ຈົ່ງລະວັງພວກໝາເຫລົ່ານັ້ນ, ພວກຄົນເຮັດຊົ່ວເຫລົ່ານັ້ນ, ພວກຄົນທີ່ປາດເນື້ອເຖືອໜັງເຫລົ່ານັ້ນ. ເພາະວ່າແມ່ນພວກເຮົາທີ່ເປັນຜູ້ຖືພິທີຕັດ, ພວກເຮົາເປັນຜູ້ຮັບໃຊ້1ພຣະເຈົ້າດ້ວຍພຣະວິນຍານຂອງພຣະອົງ, ພວກເຮົາເປັນຜູ້ອວດອ້າງໃນພຣະຄຣິດເຈົ້າເຢຊູ ແລະ ພວກເຮົາບໍ່ໄດ້ໝັ້ນໃຈໃນຝ່າຍເນື້ອໜັງ ເຖິງແມ່ນວ່າ ເຮົາເອງມີເຫດຜົນຫລາຍປະການທີ່ຈະໝັ້ນໃຈເຊັ່ນນັ້ນ.
ຖ້າຄົນໃດຄິດວ່າຕົນມີເຫດຜົນທີ່ຈະໝັ້ນໃຈໃນເນື້ອໜັງນັ້ນ ເຮົາກໍມີຫລາຍກວ່າຄື: ເຮົາເກີດມາໄດ້ແປດວັນເຮົາກໍໄດ້ຮັບພິທີຕັດ, ເຮົາເປັນຄົນອິດສະຣາເອນ, ຢູ່ໃນຕະກຸນເບັນຢາມິນ, ເປັນຄົນເຮັບເຣີເກີດຈາກຊາວເຮີບເຣີ, ໃນດ້ານກົດບັນຍັດ ເຮົາກໍເປັນຄົນຟາຣີຊາຍຜູ້ໜຶ່ງ, ໃນດ້ານຄວາມຮ້ອນຮົນ ເຮົາເຄີຍຂົ່ມເຫັງຄຣິສຕະຈັກ; ໃນດ້ານຄວາມຊອບທຳຕາມກົດບັນຍັດ ເຮົາກໍບໍ່ມີຂໍ້ບົກຜ່ອງ.
ແຕ່ວ່າສິ່ງໃດທີ່ເຄີຍເປັນປະໂຫຍດແກ່ເຮົາ ບັດນີ້ ເຮົາຖືວ່າໄຮ້ປະໂຫຍດເພາະເຫັນແກ່ພຣະຄຣິດເຈົ້າ. ຫລາຍກວ່ານັ້ນ ເຮົາຖືວ່າທຸກສິ່ງນັ້ນເປັນຂອງໄຮ້ປະໂຫຍດເພາະການທີ່ໄດ້ຮູ້ຈັກກັບພຣະຄຣິດເຈົ້າເຢຊູອົງພຣະຜູ້ເປັນເຈົ້າຂອງເຮົານັ້ນເປັນສິ່ງທີ່ລໍ້າຄ່າຫລາຍ, ເພາະເຫັນແກ່ພຣະອົງເຮົາຈຶ່ງໄດ້ຍອມສະຫລະທຸກສິ່ງ. ເຮົາຖືວ່າສິ່ງເຫລົ່ານັ້ນເປັນຂີ້ເຫຍື້ອ ເພື່ອເຮົາຈະໄດ້ພຣະຄຣິດເຈົ້າ ແລະ ໄດ້ຢູ່ໃນພຣະອົງ, ໂຕເຮົາເອງບໍ່ມີຄວາມຊອບທຳທີ່ໄດ້ມາໂດຍກົດບັນຍັດ, ແຕ່ຄວາມຊອບທຳທີ່ໄດ້ມາໂດຍຄວາມເຊື່ອໃນພຣະຄຣິດເຈົ້າ ເປັນຄວາມຊອບທຳທີ່ມາຈາກພຣະເຈົ້າເທິງພື້ນຖານຂອງຄວາມເຊື່ອ. ເຮົາຢາກຮູ້ຈັກພຣະຄຣິດເຈົ້າ ຢາກຮູ້ຈັກລິດອຳນາດແຫ່ງການເປັນຄືນມາຈາກຕາຍຂອງພຣະອົງ ແລະ ການມີສ່ວນຮ່ວມໃນຄວາມທົນທຸກຂອງພຣະອົງ, ການ ກາຍມາເປັນເໝືອນພຣະອົງໃນຄວາມຕາຍຂອງພຣະອົງ, ແລະ ເຖິງຢ່າງໃດກໍຕາມ ເພື່ອຈະໄດ້ມາເຖິງການເປັນຄືນມາຈາກຕາຍດ້ວຍ.
ບໍ່ແມ່ນວ່າເຮົາໄດ້ຮັບສິ່ງທັງໝົດນີ້ແລ້ວ ຫລື ໄດ້ໄປເຖິງເປົ້າໝາຍຂອງເຮົາແລ້ວ, ແຕ່ເຮົາມຸ່ງໜ້າຕໍ່ໄປເພື່ອຮັບເອົາສິ່ງທີ່ພຣະຄຣິດເຈົ້າເຢຊູໄດ້ຮັບເອົາໄວ້ສຳລັບເຮົາ. ພີ່ນ້ອງທັງຫລາຍເອີຍ ເຮົາບໍ່ຖືວ່າເຮົາເອງໄດ້ຮັບເອົາສິ່ງນີ້ມາແລ້ວ. ແຕ່ເຮົາເຮັດຢ່າງໜຶ່ງຄື: ລືມສິ່ງຢູ່ເບື້ອງຫລັງ ແລະ ເອົາໃຈໃສ່ສິ່ງທີ່ຢູ່ຂ້າງໜ້າ, ເຮົາກຳລັງມຸ່ງໜ້າໄປສູ່ຫລັກໄຊເພື່ອຈະໄດ້ຮັບລາງວັນເພາະເປັນລາງວັນທີ່ພຣະເຈົ້າໄດ້ເອີ້ນເຮົາໃຫ້ໄປຮັບຢູ່ສະຫວັນໃນພຣະຄຣິດເຈົ້າເຢຊູ.
ການປະຕິບັດຕາມແບບຢ່າງຂອງໂປໂລ
ແລ້ວພວກເຮົາທຸກຄົນທີ່ເປັນຜູ້ໃຫຍ່ແລ້ວຄວນມີທັດສະນະຄະຕິຢ່າງນີ້. ແລະ ຖ້າພວກເຈົ້າຄິດແຕກຕ່າງໄປໃນບາງປະເດັນ, ພຣະເຈົ້າກໍຈະໃຫ້ພວກເຈົ້າເຂົ້າໃຈເລື່ອງນີ້ຢ່າງຈະແຈ້ງດ້ວຍ. ຂໍພຽງແຕ່ໃຫ້ພວກເຮົາດຳເນີນຊີວິດໃຫ້ສົມກັບສິ່ງທີ່ພວກເຮົາໄດ້ຮັບມາແລ້ວ.
ພີ່ນ້ອງທັງຫລາຍເອີຍ ຈົ່ງຮ່ວມກັນເຮັດຕາມແບບຢ່າງຂອງເຮົາ ແລະ ຕາມທີ່ພວກເຈົ້າມີພວກເຮົາປັນແບບຢ່າງ, ຈົ່ງເບິ່ງຄົນເຫລົ່ານັ້ນທີ່ດຳເນີນຊີວິດຕາມທີ່ພວກເຮົາເຮັດ. ເພາະວ່າ, ດັ່ງທີ່ເຮົາເຄີຍບອກພວກເຈົ້າຫລາຍເທື່ອແລ້ວ ແລະ ບັດນີ້ກໍບອກພວກເຈົ້າອີກແມ່ນແຕ່ດ້ວຍນ້ຳຕາ, ມີຫລາຍຄົນທີ່ດຳເນີນຊີວິດເປັນສັດຕູຕໍ່ໄມ້ກາງແຂນຂອງພຣະຄຣິດເຈົ້າ. ປາຍທາງຂອງພວກເຂົາຄືຄວາມຈິບຫາຍ, ພະຂອງພວກເຂົາຄືທ້ອງຂອງພວກເຂົາ, ຊື່ສຽງຂອງພວກເຂົາຄືຄວາມອັບອາຍຂອງພວກເຂົາ. ຈິດໃຈຂອງພວກເຂົາປັກຢູ່ແຕ່ກັບສິ່ງຂອງຝ່າຍໂລກ. ແຕ່ພວກເຮົາທັງຫລາຍເປັນພົນລະເມືອງຂອງສະຫວັນ. ແລະ ພວກເຮົາຄອຍຖ້າພຣະຜູ້ຊ່ວຍໃຫ້ພົ້ນຈາກສະຫວັນຢ່າງກະຕືລືລົ້ນ, ຄືພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ, ພຣະອົງຈະປ່ຽນແປງຮ່າງກາຍອັນຕ່ຳຕ້ອຍຂອງພວກເຮົາໃຫ້ເປັນເໝືອນກາຍອັນສະຫງ່າລາສີຂອງພຣະອົງ ໂດຍລິດອຳນາດທີ່ປາບທຸກສິ່ງໄວ້ໃຕ້ການບັງຄັບຂອງພຣະອົງ.
Source notes (1)
- Footnote ຫລື ນະມັດສະການ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.