Skip to content
BibleKenya

Biblica® Open Lao Contemporary Version

ຈົດບັນຊີ 7

ເຄື່ອງຖວາຍ​ເມື່ອ​ຖວາຍ​ຫໍເຕັນ

ເມື່ອ​ໂມເຊ​ສ້າງ​ຫໍເຕັນ​ຂຶ້ນ​ສຳເລັດ​ແລ້ວ, ເພິ່ນ​ກໍ​ໄດ້​ເຈີມ ແລະ ໄດ້​ຖວາຍ​ຫໍເຕັນ ແລະ ເຄື່ອງໃຊ້​ຕ່າງໆ​ປະຈຳ​ຫໍເຕັນ. ເພິ່ນ​ຍັງ​ໄດ້​ເຈີມ ແລະ ໄດ້​ຖວາຍ​ແທ່ນບູຊາ ແລະ ເຄື່ອງໃຊ້​ທຸກ​ຢ່າງ​ສຳລັບ​ແທ່ນບູຊາ​ນັ້ນ. ຫລັງຈາກນັ້ນ​ບັນດາ​ຜູ້ນຳ​ຂອງ​ອິດສະຣາເອນ, ບັນດາ​ຫົວໜ້າ​ຄອບຄົວ​ຜູ້ນຳ​ຂອງ​ເຜົ່າ​ຜູ້​ຮັບຜິດຊອບ​ພວກ​ທີ່​ໄດ້​ຂຶ້ນທະບຽນ​ໄວ້​ແລ້ວ​ນັ້ນ, ກໍ​ໄດ້​ເຮັດ​ການຖວາຍ. ພວກເຂົາ​ນຳ​ກວຽນ​ຫົກ​ລຳ ແລະ ງົວ​ສິບສອງ​ໂຕ​ເດີນທາງ​ມາ​ເພື່ອ​ຖວາຍ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ງົວ​ໜຶ່ງ​ໂຕ​ຈາກ​ຜູ້ນຳ​ໜຶ່ງ​ຄົນ ແລະ ຜູ້ນຳ​ສອງ​ຄົນ​ຕໍ່​ກວຽນ​ໜຶ່ງ​ລຳ. ພວກເຂົາ​ນຳ​ເຄື່ອງ​ເຫລົ່ານີ້​ມາ​ຖວາຍ​ຕໍ່ໜ້າ​ຫໍເຕັນ.

ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ຮັບເອົາ​ເຄື່ອງ​ເຫລົ່ານີ້​ຈາກ​ພວກເຂົາ, ເພື່ອ​ຈະ​ນຳໃຊ້​ໃນ​ວຽກງານ​ທີ່​ເຕັນນັດພົບ. ຈົ່ງ​ມອບ​ເຄື່ອງ​ເຫລົ່ານັ້ນ​ໃຫ້​ຄົນ​ເລວີ​ໄວ້​ໃຊ້​ຕາມ​ຄວາມຕ້ອງການ​ຂອງ​ພວກເຂົາ”.

ດັ່ງນັ້ນ​ໂມເຊ​ຈຶ່ງ​ຮັບເອົາ​ກວຽນ ແລະ ງົວ​ເຫລົ່ານັ້ນ​ແລ້ວ​ເອົາ​ໄປ​ມອບ​ໃຫ້​ຄົນ​ເລວີ. ເພິ່ນ​ໄດ້​ມອບ​ກວຽນ​ສອງ​ລຳ ແລະ ງົວ​ສີ່​ໂຕ​ໃຫ້​ຊາວເກໂຊນ ຕາມ​ຄວາມຕ້ອງການ​ໃນ​ວຽກງານ​ຂອງ​ພວກເຂົາ, ແລະ ເພິ່ນ​ໄດ້​ມອບ​ກວຽນ​ສີ່​ລຳ​ພ້ອມ​ງົວ​ແປດ​ໂຕ​ແກ່​ຊາວເມຣາຣີ, ຕາມ​ຄວາມຕ້ອງການ​ໃນ​ວຽກງານ​ຂອງ​ພວກເຂົາ. ພວກເຂົາ​ທັງໝົດ​ຢູ່​ພາຍໃຕ້​ການ​ຊີ້ນຳ​ຂອງ​ປະໂລຫິດ​ອີທາມາ​ລູກຊາຍ​ຂອງ​ອາໂຣນ. ແຕ່​ໂມເຊ​ບໍ່​ໄດ້​ມອບ​ສິ່ງໃດ​ໃຫ້​ແກ່​ຄົນ​ໂກຮາດ, ເພາະ​ພວກເຂົາ​ຈະ​ຕ້ອງ​ແບກ​ເຄື່ອງໃຊ້​ສັກສິດ​ດ້ວຍ​ບ່າ​ຂອງ​ພວກເຂົາ, ຕາມ​ທີ່​ພວກເຂົາ​ຮັບຜິດຊອບ.

ເມື່ອ​ແທ່ນບູຊາ​ຖືກເຈີມ​ແລ້ວ, ບັນດາ​ຜູ້ນຳ​ກໍ​ເອົາ​ເຄື່ອງຖວາຍ​ເພື່ອ​ການອຸທິດ​ຕົນ​ມາ​ຍັງ​ແທ່ນບູຊາ ແລະ ຖວາຍ​ເຄື່ອງ​ເຫລົ່ານັ້ນ​ຕໍ່ໜ້າ​ແທ່ນບູຊາ. ເພາະ​ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, “ແຕ່ລະວັນ​ໃຫ້​ຜູ້ນຳ​ຄົນ​ໜຶ່ງ​ນຳເອົາ​ເຄື່ອງຖວາຍ​ຂອງ​ຕົນ​ມາ​ເພື່ອ​ເປັນ​ການອຸທິດຖວາຍ​ແທ່ນບູຊາ”.

ຜູ້​ທີ່​ໄດ້​ນຳເອົາ​ເຄື່ອງຖວາຍ​ຂອງ​ຕົນ​ເຂົ້າມາ​ໃນ​ມື້​ທຳອິດ​ແມ່ນ​ນາໂຊນ​ລູກຊາຍ​ຂອງ​ອຳມີນາດາບ​ແຫ່ງ​ເຜົ່າ​ຢູດາ.

ເຄື່ອງຖວາຍ​ຂອງ​ລາວ​ມີ​ຄື:

ຈານ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 1.500 ກຣາມ1 ແລະ ຖ້ວຍ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 800 ກຣາມ, ທັງສອງ​ອີງຕາມ​ເຊເຂວ​ຂອງ​ສະຖານ​ນະມັດສະການ, ແຕ່ລະຢ່າງ​ບັນຈຸ​ແປ້ງ​ລະອຽດ​ປະສົມ​ນ້ຳມັນ​ເພື່ອ​ເປັນ​ການຖວາຍ​ພືດພັນ​ເປັນເມັດ;

ຈານ​ຄຳ​ໜຶ່ງ​ໃບ​ໜັກ​ປະມານ 110 ກຣາມ,2 ບັນຈຸ​ເຄື່ອງຫອມ;

ງົວຜູ້ໜຸ່ມ​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ ແລະ ລູກແກະ​ຜູ້​ໜຶ່ງ​ໂຕ​ອາຍຸ​ໜຶ່ງ​ປີ​ສຳລັບ​ເປັນ​ເຄື່ອງເຜົາ​ບູຊາ;

ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ;

ງົວຜູ້​ສອງ​ໂຕ, ແກະຜູ້​ຫ້າ​ໂຕ, ແບ້​ຜູ້​ຫ້າ​ໂຕ ແລະ ລູກ​ແກະຜູ້​ອາຍຸ​ໜຶ່ງ​ປີ​ຫ້າ​ໂຕ ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມສາມັກຄີທຳ.

ນີ້​ຄື​ເຄື່ອງຖວາຍ​ຈາກ​ນາໂຊນ​ລູກຊາຍ​ຂອງ​ອຳມີນາດາບ.

ມື້​ທີ​ສອງ ເນທາເນນ​ລູກຊາຍ​ຂອງ​ຊູອາ, ຜູ້ນຳ​ຂອງ​ເຜົ່າ​ອິດຊາຄາ, ໄດ້​ນຳເອົາ​ເຄື່ອງຖວາຍ​ຂອງ​ຕົນ​ມາ​ຖວາຍ.

ເຄື່ອງຖວາຍ​ທີ່​ລາວ​ໄດ້​ນຳ​ມາ​ມີ​ຄື:

ຈານ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 1.500 ກຣາມ, ຖ້ວຍ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 800 ກຣາມ, ທັງສອງ​ອີງຕາມ​ເຊເຂວ​ຂອງ​ສະຖານສັກສິດ, ແຕ່ລະຢ່າງ​ບັນຈຸ​ແປ້ງ​ລະອຽດ​ປະສົມ​ນ້ຳມັນ​ເພື່ອ​ເປັນ​ການຖວາຍ​ພືດພັນ​ເປັນເມັດ;

ຈານ​ຄຳ​ໜຶ່ງ​ໃບ​ໜັກ​ປະມານ 110 ກຣາມ ບັນຈຸ​ເຄື່ອງຫອມ;

ງົວຜູ້ໜຸ່ມ​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ ແລະ ລູກແກະ​ຜູ້​ອາຍຸ​ໜຶ່ງ​ປີ​ໜຶ່ງ​ໂຕ ເພື່ອ​ເປັນ​ເຄື່ອງເຜົາ​ບູຊາ;

ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ;

ງົວຜູ້​ສອງ​ໂຕ, ແກະຜູ້​ຫ້າ​ໂຕ, ແບ້ຜູ້​ຫ້າ​ໂຕ ແລະ ລູກແກະ​ຜູ້​ອາຍຸ​ໜຶ່ງ​ປີ​ຫ້າ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ.

ນີ້​ຄື​ເຄື່ອງຖວາຍ​ຈາກ​ເນທາເນນ​ລູກຊາຍ​ຂອງ​ຊູອາ.

ມື້​ທີສາມ, ເອລີອາບ​ລູກຊາຍ​ຂອງ​ເຮໂລນ, ຜູ້ນຳ​ປະຊາຊົນ​ຂອງ​ເຜົ່າ​ເຊບູໂລນ, ໄດ້​ນຳເອົາ​ເຄື່ອງຖວາຍ​ຂອງ​ລາວ​ມາ.

ເຄື່ອງຖວາຍ​ຂອງ​ລາວ​ມີ​ຄື:

ຈານ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 1.500 ກຣາມ, ຖ້ວຍ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 800 ກຣາມ, ທັງສອງ​ອີງຕາມ​ເຊເຂວ​ຂອງ​ສະຖານສັກສິດ, ແຕ່ລະຢ່າງ​ບັນຈຸ​ແປ້ງ​ລະອຽດ​ປະສົມ​ນ້ຳມັນ​ເພື່ອ​ເປັນ​ການຖວາຍ​ພືດພັນ​ເປັນເມັດ;

ຈານ​ຄຳ​ໜຶ່ງ​ໃບ​ໜັກ​ປະມານ 110 ກຣາມ​ບັນຈຸ​ເຄື່ອງຫອມ,

ງົວຜູ້ໜຸ່ມ​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ, ລູກແກະ​ຜູ້​ອາຍຸ​ໜຶ່ງ​ປີ​ໜຶ່ງ​ໂຕ ເພື່ອ​ເປັນ​ເຄື່ອງເຜົາ​ບູຊາ;

ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ;

ງົວຜູ້​ສອງ​ໂຕ, ແກະຜູ້​ຫ້າ​ໂຕ, ແບ້​ຜູ້​ຫ້າ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ຫ້າ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມສາມັກຄີທຳ.

ນີ້​ຄື​ເຄື່ອງຖວາຍ​ຈາກ​ເອລີອາບ​ລູກຊາຍ​ຂອງ​ເຮໂລນ.

ມື້​ທີສີ່ ເອລີຊູ​ລູກຊາຍ​ຂອງ​ເຊເດອຸເຣ​ຜູ້ນຳ​ປະຊາຊົນ​ເຜົ່າ​ຣູເບັນ, ໄດ້​ນຳ​ເຄື່ອງຖວາຍ​ຂອງ​ລາວ​ມາ.

ເຄື່ອງຖວາຍ​ຂອງ​ລາວ​ມີ​ຄື:

ຈານ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 1.500 ກຣາມ, ຖ້ວຍ​ເງິນ​ສຳລັບ​ຊິດເລືອດ​ໜຶ່ງ​ໃບ​ໜັກ​ປະມານ 800 ກຣາມ, ທັງສອງ​ອີງຕາມ​ມາດຕາ​ຊັ່ງ​ຂອງ​ສະຖານສັກສິດ, ແຕ່ລະຢ່າງ​ເຕັມ​ດ້ວຍ​ແປ້ງ​ລະອຽດ​ປະສົມ​ນ້ຳມັນ​ໝາກກອກ​ເພື່ອ​ເປັນ​ການຖວາຍ​ພືດພັນ​ເປັນເມັດ;

ຈານ​ຄຳ​ໜຶ່ງ​ໃບ​ໜັກ​ປະມານ 110 ກຣາມ​ເຕັມ​ດ້ວຍ​ເຄື່ອງຫອມ;

ງົວຜູ້ໜຸ່ມ​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ໜຶ່ງ​ໂຕ​ສຳລັບ​ເປັນ​ເຄື່ອງເຜົາ​ບູຊາ;

ແບ້​ຜູ້​ໂຕ​ໜຶ່ງ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ;

ງົວຜູ້​ສອງ​ໂຕ, ແກະຜູ້​ຫ້າ​ໂຕ, ແບ້​ຜູ້​ຫ້າ​ໂຕ ແລະ ລູກ​ແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ຫ້າ​ໂຕ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມສາມັກຄີທຳ.

ນີ້​ຄື​ເຄື່ອງຖວາຍ​ຈາກ​ເອລີຊູ​ລູກຊາຍ​ຂອງ​ເຊເດອູເຣ.

ມື້​ທີຫ້າ ເຊລູມີເອນ​ລູກຊາຍ​ຂອງ​ຊູຣິດຊັດດາຍ, ຜູ້ນຳ​ປະຊາຊົນ​ເຜົ່າ​ຊີເມໂອນ, ໄດ້​ນຳເອົາ​ເຄື່ອງຖວາຍ​ຂອງ​ຕົນ​ມາ.

ເຄື່ອງຖວາຍ​ຂອງ​ລາວ​ມີ​ຄື:

ຈານ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 1.500 ກຣາມ ແລະ ຖ້ວຍ​ເງິນ​ສຳລັບ​ຊິດເລືອດ​ໜຶ່ງ​ໃບ​ໜັກ​ປະມານ 800 ກຣາມ, ທັງສອງ​ອີງຕາມ​ມາດຕາ​ຊັ່ງ​ຂອງ​ສະຖານສັກສິດ, ແຕ່ລະຢ່າງ​ເຕັມ​ດ້ວຍ​ແປ້ງລະອຽດ​ປະສົມ​ນ້ຳມັນ​ໝາກກອກ​ເພື່ອ​ເປັນ​ການຖວາຍ​ພືດພັນ​ເປັນເມັດ;

ຈານ​ຄຳ​ໜຶ່ງ​ໃບ​ໜັກ​ປະມານ 110 ກຣາມ​ເຕັມ​ດ້ວຍ​ເຄື່ອງຫອມ;

ງົວຜູ້ໜຸ່ມ​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ ລູກ​ແກະ​ຜູ້​ອາຍຸ​ໜຶ່ງ​ປີ​ໂຕ​ໜຶ່ງ​ເພື່ອ​ເປັນ​ເຄື່ອງເຜົາ​ບູຊາ;

ແບ້​ຜູ້​ໂຕ​ໜຶ່ງ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ;

ແລະ ງົວຜູ້​ສອງ​ໂຕ, ແກະຜູ້​ຫ້າ​ໂຕ, ແບ້​ຜູ້​ຫ້າ​ໂຕ ແລະ ລູກແກະ​ຜູ້​ອາຍຸ​ໜຶ່ງ​ປີ​ຫ້າ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມສາມັກຄີທຳ.

ນີ້​ຄື​ເຄື່ອງຖວາຍ​ຈາກ​ເຊລູມີເອນ​ລູກຊາຍ​ຂອງ​ຊູຣິດຊັດດາຍ.

ມື້​ທີຫົກ ເອລີອາສັບ​ລູກຊາຍ​ຂອງ​ດູເອນ​ຜູ້ນຳ​ປະຊາຊົນ​ຂອງ​ເຜົ່າ​ກາດ, ໄດ້​ນຳເອົາ​ເຄື່ອງຖວາຍ​ຂອງ​ຕົນ​ມາ.

ເຄື່ອງຖວາຍ​ຂອງ​ລາວ​ມີ​ຄື:

ຈານ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 1.500 ກຣາມ, ຖ້ວຍ​ເງິນ​ໜຶ່ງ​ໃບ​ສຳລັບ​ຊິດເລືອດ​ໜັກ​ປະມານ 800 ກຣາມ; ທັງສອງ​ອີງຕາມ​ມາດຕາ​ຊັ່ງ​ຂອງ​ສະຖານສັກສິດ, ແຕ່ລະຢ່າງ​ເຕັມ​ດ້ວຍ​ແປ້ງ​ລະອຽດ​ປະສົມ​ນ້ຳມັນ​ເພື່ອ​ເປັນ​ການຖວາຍ​ພືດພັນ​ເປັນເມັດ.

ຈານ​ຄຳ​ໜຶ່ງ​ໃບ​ໜັກ​ປະມານ 110 ກຣາມ​ເຕັມດ້ວຍ​ເຄື່ອງຫອມ;

ງົວຜູ້ໜຸ່ມ​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ, ລູກ​ແກະຜູ້​ອາຍຸ​ໜຶ່ງ​ປີ​ໜຶ່ງ​ໂຕ​ເພື່ອ​ເປັນ​ເຄື່ອງເຜົາ​ບູຊາ;

ແບ້​ຜູ້​ໜຶ່ງ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ;

ງົວຜູ້​ສອງ​ໂຕ, ແກະຜູ້​ຫ້າ​ໂຕ, ແບ້ຜູ້​ຫ້າ​ໂຕ ແລະ ລູກແກະຜູ້​ອາຍຸ​ໜຶ່ງ​ປີ​ຫ້າ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມສາມັກຄີທຳ.

ນີ້​ຄື​ເຄື່ອງຖວາຍ​ຈາກ​ເອລີອາສັບ​ລູກຊາຍ​ຂອງ​ດູເອນ.

ມື້​ທີເຈັດ​ເອລີຊາມາ​ລູກຊາຍ​ຂອງ​ອາມມີຮຸດ, ຜູ້ນຳ​ປະຊາຊົນ​ຂອງ​ເຜົ່າ​ເອຟຣາອິມ, ໄດ້​ນຳເອົາ​ເຄື່ອງຖວາຍ​ຂອງ​ຕົນ​ມາ.

ເຄື່ອງຖວາຍ​ຂອງ​ລາວ​ມີ​ຄື:

ຈານ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 1.500 ກຣາມ, ຖ້ວຍ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 800 ກຣາມ, ທັງສອງ​ອີງຕາມ​ມາດຕາ​ຊັ່ງ​ຂອງ​ສະຖານສັກສິດ, ແຕ່ລະຢ່າງ​ເຕັມ​ດ້ວຍ​ແປ້ງ​ລະອຽດ​ປະສົມ​ນ້ຳມັນ​ໝາກກອກ​ເພື່ອ​ເປັນ​ການຖວາຍ​ພືດພັນ​ເປັນເມັດ.

ຈານ​ຄຳ​ໜຶ່ງ​ໃບ​ໜັກ​ປະມານ 110 ກຣາມ​ເຕັມ​ດ້ວຍ​ເຄື່ອງຫອມ;

ງົວຜູ້ໜຸ່ມ​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ, ລູກ​ແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ໂຕ​ໜຶ່ງ​ເພື່ອ​ເປັນ​ເຄື່ອງເຜົາ​ບູຊາ;

ແບ້​ຜູ້​ໜຶ່ງ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ;

ງົວ​ເຖິກ​ສອງ​ໂຕ, ແກະຜູ້​ຫ້າ​ໂຕ, ແບ້ຜູ້​ຫ້າ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ຫ້າ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມສາມັກຄີທຳ.

ນີ້​ຄື​ເຄື່ອງຖວາຍ​ຈາກ​ເອລີຊາມາ​ລູກຊາຍ​ຂອງ​ອາມມີຮຸດ.

ມື້​ທີແປດ ກາມາລີເອນ​ລູກຊາຍ​ຂອງ​ເປດາຊູ, ຜູ້ນຳ​ປະຊາຊົນ​ເຜົ່າ​ມານາເຊ, ໄດ້​ນຳເອົາ​ເຄື່ອງຖວາຍ​ຂອງ​ຕົນ​ມາ.

ເຄື່ອງຖວາຍ​ຂອງ​ລາວ​ມີ​ຄື:

ຈານ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 1.500 ກຣາມ ຖ້ວຍ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 800 ກຣາມ, ທັງສອງ​ອີງຕາມ​ມາດຕາ​ຊັ່ງ​ຂອງ​ສະຖານສັກສິດ; ແຕ່ລະຢ່າງ​ເຕັມ​ດ້ວຍ​ແປ້ງ​ລະອຽດ​ປະສົມ​ນ້ຳມັນ​ໝາກກອກ​ເພື່ອ​ເປັນ​ການຖວາຍ​ພືດພັນ​ເປັນເມັດ;

ຈານ​ຄຳ​ໜຶ່ງ​ໃບ​ໜັກ​ປະມານ 110 ກຣາມ​ເຕັມ​ດ້ວຍ​ເຄື່ອງຫອມ;

ງົວຜູ້ໜຸ່ມ​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ, ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ໜຶ່ງ​ໂຕ​ເພື່ອ​ເປັນ​ເຄື່ອງເຜົາ​ບູຊາ.

ແບ້ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ;

ງົວຜູ້​ສອງ​ໂຕ, ແກະຜູ້​ຫ້າ​ໂຕ, ແບ້ຜູ້​ຫ້າ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ຫ້າ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມສາມັກຄີທຳ.

ນີ້​ຄື​ເຄື່ອງຖວາຍ​ຈາກ​ກາມາລີເອນ​ລູກຊາຍ​ຂອງ​ເປດາຊູ.

ມື້​ທີເກົ້າ ອາບີດານ​ລູກຊາຍ​ຂອງ​ກີເດໂອນີ, ຜູ້ນຳ​ປະຊາຊົນ​ຂອງ​ເຜົ່າ​ເບັນຢາມິນ, ໄດ້​ນຳເອົາ​ເຄື່ອງຖວາຍ​ຂອງ​ຕົນ​ມາ.

ເຄື່ອງຖວາຍ​ຂອງ​ລາວ​ມີ​ຄື:

ຈານ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 1.500 ກຣາມ, ຖ້ວຍ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 800 ກຣາມ, ທັງສອງ​ອີງຕາມ​ມາດຕາ​ຊັ່ງ​ຂອງ​ສະຖານສັກສິດ, ແຕ່ລະຢ່າງ​ເຕັມ​ດ້ວຍ​ແປ້ງ​ລະອຽດ​ປະສົມ​ນ້ຳມັນ​ໝາກກອກ​ເພື່ອ​ເປັນ​ການຖວາຍ​ພືດພັນ​ເປັນເມັດ;

ຈານ​ຄຳ​ໜຶ່ງ​ໃບ​ໜັກ​ປະມານ 110 ກຣາມ​ເຕັມ​ດ້ວຍ​ເຄື່ອງຫອມ;

ງົວຜູ້ໜຸ່ມ​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ ແລະ ລູກແກະ​ຜູ້​ອາຍຸ​ໜຶ່ງ​ປີ​ໜຶ່ງ​ໂຕ​ເພື່ອ​ເປັນ​ເຄື່ອງເຜົາ​ບູຊາ

ແບ້​ໂຕ​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ;

ງົວຜູ້​ສອງ​ໂຕ, ແກະຜູ້​ຫ້າ​ໂຕ ແບ້ຜູ້​ຫ້າ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ຫ້າ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມສາມັກຄີທຳ.

ນີ້​ຄື​ເຄື່ອງຖວາຍ​ຈາກ​ອາບີດານ​ລູກຊາຍ​ຂອງ​ກີເດໂອນີ.

ມື້​ທີສິບ ອາຮີເອເຊ​ລູກຊາຍ​ຂອງ​ອຳມີຊັດດາຍ, ຜູ້ນຳ​ປະຊາຊົນ​ຂອງ​ເຜົ່າ​ດານ, ໄດ້​ນຳເອົາ​ເຄື່ອງຖວາຍ​ຂອງ​ຕົນ​ມາ.

ເຄື່ອງຖວາຍ​ຂອງ​ລາວ​ມີ​ຄື:

ຈານ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 1.500 ກຣາມ ຖ້ວຍ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 800 ກຣາມ ແຕ່ລະຢ່າງ​ເຕັມ​ດ້ວຍ​ແປ້ງ​ເນື້ອລະອຽດ​ປະສົມ​ນ້ຳມັນ​ໝາກກອກ​ເພື່ອ​ເປັນ​ການຖວາຍ​ພືດພັນ​ເປັນເມັດ;

ຈານ​ຄຳ​ໜຶ່ງ​ໃບ​ໜັກ​ປະມານ 110 ກຣາມ​ບັນຈຸ​ເຄື່ອງຫອມ;

ງົວຜູ້ໜຸ່ມ​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີໜຶ່ງ​ໂຕ​ເພື່ອ​ເປັນ​ເຄື່ອງເຜົາ​ບູຊາ

ແບ້ຜູ້​ໜຶ່ງ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ;

ແລະ ງົວຜູ້​ສອງ​ໂຕ ແກະຜູ້​ຫ້າ​ໂຕ ແບ້ຜູ້​ຫ້າ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ຫ້າ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມສາມັກຄີທຳ.

ນີ້​ຄື​ເຄື່ອງຖວາຍ​ຈາກ​ອາຮີເອເຊ​ລູກຊາຍ​ຂອງ​ອຳມີຊັດດາຍ.

ມື້​ທີສິບເອັດ ປາກີເອນ​ລູກຊາຍ​ຂອງ​ອົກກະຣັນ, ຜູ້ນຳ​ປະຊາຊົນ​ເຜົ່າ​ອາເຊ, ໄດ້​ນຳເອົາ​ເຄື່ອງຖວາຍ​ຂອງ​ຕົນ​ມາ.

ເຄື່ອງຖວາຍ​ຂອງ​ລາວ​ມີ​ຄື:

ຈານ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 1.500 ກຣາມ ຖ້ວຍ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 800 ກຣາມ, ທັງສອງ​ອີງຕາມ​ມາດຕາ​ຊັ່ງ​ຂອງ​ສະຖານສັກສິດ, ແຕ່ລະຢ່າງ​ເຕັມ​ດ້ວຍ​ແປ້ງ​ລະອຽດ​ປະສົມ​ນ້ຳມັນ​ໝາກກອກ​ເພື່ອ​ເປັນ​ການຖວາຍ​ພືດພັນ​ເປັນເມັດ;

ຈານ​ຄຳ​ໜຶ່ງ​ໃບ​ໜັກ​ປະມານ 110 ກຣາມ, ເຕັມ​ດ້ວຍ​ເຄື່ອງຫອມ;

ງົວຜູ້ໜຸ່ມ​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ໜຶ່ງ​ໂຕ​ເພື່ອ​ເປັນ​ເຄື່ອງເຜົາ​ບູຊາ;

ແບ້​ຜູ້​ໜຶ່ງ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ;

ງົວຜູ້​ສອງ​ໂຕ, ແກະຜູ້​ຫ້າ​ໂຕ, ແບ້ຜູ້​ຫ້າ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ຫ້າ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມສາມັກຄີທຳ.

ນີ້​ຄື​ເຄື່ອງຖວາຍ​ຈາກ​ປາກີເອນ​ລູກຊາຍ​ຂອງ​ອົກກະຣັນ.

ມື້​ທີ​ສິບສອງ ອາຮີຣາ​ລູກຊາຍ​ຂອງ​ເອນານ, ຜູ້ນຳ​ປະຊາຊົນ​ເຜົ່າ​ເນັບທາລີ, ໄດ້​ນຳ​ເອົາ​ເຄື່ອງຖວາຍ​ຂອງ​ຕົນ​ມາ.

ເຄື່ອງຖວາຍ​ຂອງ​ລາວ​ມີ​ຄື:

ຈານ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 1.500 ກຣາມ, ຖ້ວຍ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 800 ກຣາມ, ທັງສອງ​ອີງຕາມ​ມາດຕາ​ຊັ່ງ​ຂອງ​ສະຖານສັກສິດ, ແຕ່ລະຢ່າງ​ເຕັມ​ດ້ວຍ​ແປ້ງ​ລະອຽດ​ປະສົມ​ນ້ຳມັນ​ໝາກກອກ​ເພື່ອ​ເປັນ​ການຖວາຍ​ພືດພັນ​ເປັນເມັດ;

ຈານ​ຄຳ​ໜຶ່ງ​ໃບ​ໜັກ​ປະມານ 110 ກຣາມ​ເຕັມ​ດ້ວຍ​ເຄື່ອງຫອມ;

ງົວຜູ້​ໜຸ່ມ​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ, ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ໜຶ່ງ​ໂຕ​ເພື່ອ​ເປັນ​ເຄື່ອງເຜົາ​ບູຊາ;

ແບ້ຜູ້​ໜຶ່ງ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ;

ແລະ ງົວຜູ້​ສອງ​ໂຕ, ແກະຜູ້​ຫ້າ​ໂຕ, ແບ້ຜູ້​ຫ້າ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ຫ້າ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມສາມັກຄີທຳ.

ນີ້​ຄື​ເຄື່ອງຖວາຍ​ຈາກ​ອາຮີຣາ​ລູກຊາຍ​ຂອງ​ເອນານ.

ສິ່ງ​ເຫລົ່ານີ້​ຄື​ເຄື່ອງຖວາຍ​ຈາກ​ບັນດາ​ຜູ້ນຳ​ອິດສະຣາເອນ ເພື່ອ​ມອບ​ຖວາຍ​ແທ່ນບູຊາ​ເມື່ອ​ແທ່ນບູຊາ​ໄດ້​ຮັບ​ການ​ເຈີມ​ຄື:

ຈານ​ເງິນ​ສິບສອງ​ໃບ, ຖ້ວຍ​ເງິນ​ສິບສອງ​ໃບ ແລະ ຈານ​ຄຳ​ສິບສອງ​ໃບ. ຈານ​ເງິນ​ແຕ່​ລະ​ໃບ​ໜັກ​ປະມານ 130 ເຊເຂວ, ຖ້ວຍ​ເງິນ​ສຳລັບ​ຊິດ​ເລືອດ​ແຕ່​ລະ​ໃບ​ໜັກ​ປະມານ 70 ເຊເຂວ, ລວມ​ແລ້ວ​ໜັກ​ປະມານ 28 ກິໂລກຣາມ,3 ອີງຕາມ​ອັດຕາ​ຊັ່ງ​ຂອງ​ສະຖານ​ນະມັດສະການ. ຈານ​ຄຳ​ສິບສອງ​ໃບ​ເຕັມ​ດ້ວຍ​ເຄື່ອງຫອມ ແຕ່​ລະ​ໃບ​ໜັກ​ປະມານ 10 ເຊເຂວ, ຕາມ​ອັດຕາ​ຊັ່ງ​ຂອງ​ສະຖານ​ນະມັດສະການ. ລວມ​ແລ້ວ​ຖ້ວຍ​ຄຳ​ໜັກ​ປະມານ 120 ເຊເຂວ.4

ຈຳນວນ​ສັດ​ທັງໝົດ​ທີ່​ໃຊ້​ເປັນ​ເຄື່ອງເຜົາ​ບູຊາ​ທັງ​ໂຕ ມີ​ງົວ​ເຖິກ​ສິບສອງ​ໂຕ, ແກະຜູ້​ສິບສອງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ສິບສອງ​ໂຕ​ພ້ອມ​ດ້ວຍ​ການ​ຖວາຍ​ພືດພັນ​ເປັນ​ເມັດ. ມີ​ແບ້ຜູ້​ສິບສອງ​ໂຕ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ.

ສັດ​ທີ່​ໃຊ້​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ທັງໝົດ​ມີ​ງົວ​ຜູ້ 24 ໂຕ, ແກະຜູ້ 60 ໂຕ, ແບ້ຜູ້ 60 ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ 60 ໂຕ.

ທັງໝົດ​ນີ້​ຄື​ເຄື່ອງ​ຖວາຍ​ເພື່ອ​ມອບຖວາຍ​ແທ່ນ​ບູຊາ​ຫລັງ​ຈາກ​ແທ່ນ​ໄດ້​ຮັບ​ການ​ເຈີມ.

ເມື່ອ​ໂມເຊ​ເຂົ້າໄປ​ໃນ​ເຕັນນັດພົບ​ເພື່ອ​ລົມ​ກັບ​ພຣະເຈົ້າ​ຢາເວ, ເພິ່ນ​ໄດ້ຍິນ​ສຽງ​ກ່າວ​ກັບ​ເພິ່ນ​ຈາກ​ທີ່ສະຖິດ​ເທິງ​ຝາ​ຫີບພັນທະສັນຍາ​ລະຫວ່າງ​ເຄຣຸບ​ທັງ​ສອງ. ພຣະເຈົ້າ​ຢາເວ​ໄດ້​ກ່າວ​ກັບ​ເພິ່ນ​ຈາກ​ທີ່​ນັ້ນ.

Source notes (4)
  1. Footnote ພາສາ​ເຮັບເຣີ​ວ່າ 130 ເຊເຂວ ເຊັ່ນດຽວ​ກັບ​ບ່ອນ​ອື່ນ​ໃນ​ບົດ​ນີ້
  2. Footnote ຫລື ສິບ​ເຊເຂວ
  3. Footnote ພາສາ​ເຮັບເຣີ​ວ່າ 2.400 ເຊເຂວ​ຕາມ​ເຊເຂວ​ຂອງ​ສະຖານນະມັດສະການ
  4. Footnote ຫລື ປະມານ 1,4 ກິໂລກຣາມ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.