Biblica® Open Lao Contemporary Version
ຈົດບັນຊີ 6
ຄົນນາຊີຣີ
ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງແຈ້ງຄົນອິດສະຣາເອນ ແລະ ບອກພວກເຂົາວ່າ, ‘ຖ້າຊາຍ ຫລື ຍິງຕ້ອງການປະຕິຍານພິເສດເພື່ອການອຸທິດຕົນຕໍ່ພຣະເຈົ້າຢາເວເພື່ອເປັນຊາວນາຊີຣີ, ພວກເຂົາຕ້ອງລະເວັ້ນຈາກການດື່ມເຫລົ້າອະງຸ່ນ ຫລື ເຄື່ອງດື່ມທີ່ໝັກເຊື້ອແລ້ວ ແລະ ບໍ່ດື່ມເຫລົ້າອະງຸ່ນສົ້ມທີ່ຜະລິດຈາກເຫລົ້າອະງຸ່ນ ຫລື ເຄື່ອງດື່ມທີ່ໝັກເຊື້ອອື່ນໆ. ຕະຫລອດໄລຍະເວລາທີ່ພວກເຂົາຢູ່ພາຍໃຕ້ຄຳປະຕິຍານເປັນຄົນນາຊີຣີນັ້ນ, ພວກເຂົາບໍ່ກິນສິ່ງໃດທີ່ມາຈາກເຄືອອະງຸ່ນ, ແມ່ນແຕ່ເມັດ ຫລື ເປືອກອະງຸ່ນກໍຕາມ.
“ ‘ຕະຫລອດເວລາທີ່ພວກເຂົາຢູ່ໃນຊ່ວງປະຕິຍານຕົນເປັນຄົນນາຊີຣີນັ້ນ, ພວກເຂົາຈະບໍ່ຕັດຜົມ ຫລື ແຖໜວດ. ພວກເຂົາຈະຕ້ອງບໍລິສຸດຈົນກວ່າຊ່ວງເວລາຂອງການອຸທິດຕົນຕໍ່ພຣະເຈົ້າຢາເວຜ່ານພົ້ນໄປ; ພວກເຂົາຕ້ອງຈົ່ງຜົມຍາວໄວ້.
“ ‘ຕະຫລອດຊ່ວງຂອງການອຸທິດຕົນຕໍ່ພຣະເຈົ້າຢາເວ, ຄົນນາຊີຣີຈະບໍ່ໄປໃກ້ສົບຂອງຄົນຕາຍ. ແມ່ນແຕ່ຈະເປັນພໍ່ ຫລື ແມ່ ຫລື ອ້າຍ ຫລື ເອື້ອຍນ້ອງຂອງຕົນເອງຕາຍກໍຕາມ, ພວກເຂົາຕ້ອງບໍ່ເຮັດໃຫ້ຕົນເອງເປັນມົນທິນຕໍ່ຄວາມຮັບຜິດຊອບຕາມພິທີກຳຂອງພວກເຂົາ, ເພາະສັນຍາລັກຂອງການອຸທິດຕົນຕໍ່ພຣະເຈົ້າເປັນຄົນນາຊີຣີນັ້ນແມ່ນຢູ່ເທິງຫົວຂອງພວກເຂົາ. ຕະຫລອດຊ່ວງແຫ່ງການອຸທິດຕົນນັ້ນ, ພວກເຂົາຈະຕ້ອງເປັນຜູ້ບໍລິສຸດຕໍ່ພຣະເຈົ້າຢາເວ.
“ ‘ຖ້າມີຄົນຕາຍກະທັນຫັນໃນບ່ອນຂອງຄົນນາຊີຣີ, ເຊິ່ງເຮັດໃຫ້ຜົມທີ່ເປັນສັນຍາລັກຂອງການອຸທິດຕົນເປັນມົນທິນນັ້ນ, ພວກເຂົາຕ້ອງແຖຫົວຂອງຕົນໃນມື້ທີເຈັດ ເຊິ່ງເປັນມື້ຊຳລະຂອງພວກເຂົາ. ແລ້ວໃນມື້ທີແປດພວກເຂົາຕ້ອງນຳເອົານົກເຂົາ ຫລື ນົກກາງແກໜຸ່ມສອງໂຕມາມອບໃຫ້ແກ່ປະໂລຫິດທີ່ທາງເຂົ້າເຕັນນັດພົບ. ປະໂລຫິດຈະຖວາຍນົກໂຕໜຶ່ງເປັນເຄື່ອງບູຊາໄຖ່ບາບ1 ແລະ ອີກໂຕໜຶ່ງເປັນເຄື່ອງເຜົາບູຊາເພື່ອລຶບລ້າງບາບສຳລັບຄົນນາຊີຣີ ເພາະພວກເຂົາໄດ້ເຮັດບາບໂດຍການຢູ່ໃກ້ຊາກສົບຂອງຄົນຕາຍ. ໃນວັນດຽວກັນນັ້ນ ພວກເຂົາຈະຕ້ອງຊຳລະຫົວຂອງຕົນຖວາຍອີກ. ພວກເຂົາຕ້ອງອຸທິດຕົນເອງແກ່ພຣະເຈົ້າຢາເວອີກ ຕາມເວລາທີ່ໄດ້ກຳນົດໄວ້ຂອງການອຸທິດຕົນ ພວກເຂົາຕ້ອງນຳເອົາລູກແກະຜູ້ອາຍຸໜຶ່ງປີໂຕໜຶ່ງມາເປັນເຄື່ອງບູຊາລຶບລ້າງຄວາມຜິດ. ວັນອື່ນໆກ່ອນໜ້ານັ້ນບໍ່ນັບ, ເພາະພວກເຂົາໄດ້ເປັນມົນທິນໃນຊ່ວງເວລາຂອງການອຸທິດຕົນ.
“ ‘ນີ້ເປັນກົດຂອງຄົນນາຊີຣີເມື່ອຊ່ວງເວລາຂອງການອຸທິດຕົນຜ່ານພົ້ນໄປແລ້ວ. ພວກເຂົາຈະຕ້ອງມາທີ່ທາງເຂົ້າເຕັນນັດພົບ. ພວກເຂົາຈະຕ້ອງນຳເອົາເຄື່ອງມາຖວາຍແກ່ພຣະເຈົ້າຢາເວຢູ່ທີ່ນັ້ນຄື: ແກະຜູ້ອາຍຸໜຶ່ງປີໜຶ່ງໂຕ ບໍ່ມີຕຳໜິມາເປັນເຄື່ອງເຜົາບູຊາ, ແກະແມ່ອາຍຸໜຶ່ງປີໜຶ່ງໂຕ ບໍ່ມີຕຳໜິມາເປັນເຄື່ອງບູຊາໄຖ່ບາບ, ແກະຜູ້ອີກໜຶ່ງໂຕ ບໍ່ມີຕຳໜິ ມາເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ, ພ້ອມກັບເຄື່ອງຖວາຍພືດພັນເປັນເມັດ ແລະ ເຄື່ອງດື່ມບູຊາ ແລະ ກະຕ່າເຂົ້າຈີ່ກ້ອນໜາທີ່ເຮັດດ້ວຍແປ້ງລະອຽດບໍ່ມີເຊື້ອແປ້ງປະສົມນ້ຳມັນໝາກກອກ ແລະ ເຂົ້າຈີ່ກ້ອນບາງທາດ້ວຍນ້ຳມັນໝາກກອກ.
“ ‘ປະໂລຫິດຈະຕ້ອງຖວາຍສິ່ງເຫລົ່ານີ້ທັງໝົດຕໍ່ໜ້າພຣະເຈົ້າຢາເວ ແລະ ຖວາຍເຄື່ອງບູຊາໄຖ່ບາບ ແລະ ເຄື່ອງເຜົາບູຊາ. ປະໂລຫິດຈະຖວາຍກະຕ່າເຂົ້າຈີ່ບໍ່ມີເຊື້ອແປ້ງ ແລະ ຖວາຍແກະຜູ້ເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳພ້ອມດ້ວຍເຄື່ອງຖວາຍພືດພັນເປັນເມັດ ແລະ ເຄື່ອງດື່ມບູຊາແກ່ພຣະເຈົ້າຢາເວ.
“ ‘ຫລັງຈາກນັ້ນ ຄົນນາຊີຣີຕ້ອງແຖຜົມອອກເພື່ອເປັນສັນຍາລັກຂອງການອຸທິດຕົນຂອງຕົນຢູ່ທີ່ທາງເຂົ້າສູ່ເຕັນນັດພົບ. ພວກເຂົາຈະຕ້ອງນຳຜົມນັ້ນໄປໃສ່ໃນໄຟທີ່ເຜົາເຄື່ອງຖວາຍເພື່ອຄວາມສາມັກຄີທຳ.
“ ‘ຫລັງຈາກທີ່ຄົນນາຊີຣີແຖຜົມເພື່ອເປັນສັນຍາລັກຂອງການອຸທິດຕົນຂອງພວກເຂົາແລ້ວ, ປະໂລຫິດກໍຈະນຳກົກຂາໜ້າຂອງແກະຜູ້ທີ່ຕົ້ມແລ້ວ ແລະ ເຂົ້າຈີ່ກ້ອນໜາໜຶ່ງກ້ອນ ແລະ ເຂົ້າຈີ່ແຜ່ນບາງໜຶ່ງແຜ່ນ, ທັງສອງແມ່ນເຮັດບໍ່ໃສ່ເຊື້ອແປ້ງຈາກກະຕ່ານັ້ນມາວາງໃສ່ມືຂອງພວກເຂົາ. ແລ້ວປະໂລຫິດຈະຕ້ອງແກວ່ງສິ່ງເຫລົ່ານັ້ນໄປມາຕໍ່ໜ້າພຣະເຈົ້າເພື່ອເປັນເຄື່ອງບູຊາແກວ່ງໄປແກວ່ງມາ; ທັງໝົດນັ້ນເປັນເຄື່ອງບໍລິສຸດ ແລະ ເປັນສ່ວນຂອງປະໂລຫິດ, ພ້ອມກັບຊີ້ນເອິກທີ່ໄດ້ແກວ່ງໄປແກວ່ງມາແລ້ວ ແລະ ຊີ້ນກົກຂາທີ່ໄດ້ຖວາຍແລ້ວ. ຫລັງຈາກນັ້ນ, ຄົນນາຊີຣີຈຶ່ງຈະດື່ມເຫລົ້າອະງຸ່ນໄດ້.
“ ‘ນີ້ຄືກົດບັນຍັດຂອງຄົນນາຊີຣີ ຜູ້ທີ່ປະຕິຍານຕົນແກ່ພຣະເຈົ້າຢາເວຕາມການອຸທິດຕົນຂອງພວກເຂົາ, ນອກຈາກນີ້ພວກເຂົາຈະຖວາຍສິ່ງອື່ນອີກກໍໄດ້. ພວກເຂົາຈະຕ້ອງເຮັດຕາມຄຳປະຕິຍານທີ່ພວກເຂົາໄດ້ເຮັດໄວ້ຕາມກົດບັນຍັດຂອງຄົນນາຊີຣີໃຫ້ສຳເລັດ’ ”.
ພອນຈາກປະໂລຫິດ
ພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ຈົ່ງບອກອາໂຣນກັບລູກຊາຍຂອງລາວວ່າ, ນີ້ເປັນວິທີທີ່ເຈົ້າຈະອວຍພອນຄົນອິດສະຣາເອນ. ຈົ່ງກ່າວແກ່ພວກເຂົາດັ່ງນີ້:
“ ‘ “ຂໍພຣະເຈົ້າຢາເວອວຍພອນເຈົ້າ
ແລະ ປົກປັກຮັກສາເຈົ້າ;
ຂໍໃຫ້ໜ້າຂອງພຣະເຈົ້າຢາເວສ່ອງສະຫວ່າງເໜືອເຈົ້າ
ຂໍພຣະອົງເມດຕາກະລຸນາເຈົ້າ;
ຂໍພຣະເຈົ້າຢາເວຫັນໜ້າພຣະອົງມາຫາພວກເຈົ້າ
ແລະ ໃຫ້ສັນຕິສຸກແກ່ພວກເຈົ້າ” ’.
“ດັ່ງນັ້ນ ອາໂຣນກັບລູກຊາຍຂອງລາວຈະລົງຊື່ຂອງເຮົາເທິງຄົນອິດສະຣາເອນ ແລະ ເຮົາຈະອວຍພອນພວກເຂົາ”.
Source notes (1)
- Footnote ຫລື ເປັນການຖວາຍເພື່ອຊຳລະລ້າງ ; ເໝືອນກັນໃນ ຂໍ້ 14 ແລະ 16
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.